ແມ່ຍິງລາວຖືພາຢູ່ໄທຍ ຫາຍດີ ຈາກໂຄວິດ-19
2021.08.12

ທ່ານໝໍຢູ່ໄທຍ ໄດ້ອະນຸຍາດ ໃຫ້ ນາງ ປີ ທີ່ຖືພາ 7 ເດືອນ ກັບມາໃຊ້ຊີວິດ ຕາມປົກກະຕິແລ້ວ ຫຼັງຈາກຫາຍເຊົາ ຈາກໂຄວິດ-19 ຜົລກວດບໍ່ພົບເຊື້ອໂຄວິດ-19 ແຕ່ມີອາການໄອ ໜ້ອຍນຶ່ງເທົ່ານັ້ນ.
ນາງ ປີ ອາຍຸ 35 ປີ ເປັນຄົນມາຈາກ ແຂວງສວັນນະເຂດ ໄດ້ຕິດໂຄວິດ-19 ໃນຂນະທີ່ ຢູ່ປະເທດໄທຍ ແລະຫຼັງຈາກວັນທີ 9 ສິງຫາ ທ່ານ ໝໍ ກໍວິນິສັຍ ວ່າ ນາງ ປີ ກັບ ຜົວ ບໍ່ມີອາການ ຕິດເຊື້ອແລ້ວ ແຕ່ຕ້ອງຕິດຕາມອາການໄປໄລຍະນຶ່ງ.
ເຖິງວ່າ ຈະເຊົາຈາກການຕິດໂຄວິດ-19 ແລ້ວ, ແຕ່ ນາງຍັງຕ້ອງຊອກຫາໂຮງໝໍ ເພື່ອເກີດລູກໃນເດືອນພຶສຈິກາ ທີ່ຈະມາເຖິງນີ້. ນາງ ປີ ກະວ່າເກີດລູກ ຢູ່ປະເທດໄທຍ ແຕ່ຍັງບໍ່ມີ ປະກັນສັງຄົມ ເພື່ອໃຊ້ສິດເກີດລູກ ຄືກັນກັບແມ່ຍິງຄົນໄທຍໄດ້ ເຖິງວ່ານາງຈະ ຍິນຍອມ ຈ່າຍເງິນ ເພື່ອເກີດລູກດ້ວຍຕົນເອງກໍຕາມ. ນາງ ປີ ໄດ້ກ່າວ ຕໍເອເຊັຽເສຣີ ວ່າ:
"ຕອນນີ້ ຫາຍດີແລ້ວນ່າ ເຫຼືອແຄ່ຫັນໃຈ ແພບໆ ໝາຍເຖິງວ່າ ເວລາຫັນໃຈເຂົ້າ ແລ້ວມັນສຽວຫັ້ນນ່າ ເອື້ອຍກໍບໍ່ຮູ້ວ່າການທີ່ເກີດມັນ ຈະຕົງເປະໆ ຫຼືວ່າ ເຮົາເກີດກ່ອນ ຫຼືວ່າເກີດຫຼັງ ອີກນ່າ ແຕ່ວ່າໝໍທີ່ໄປຝາກເພິ່ນແຄ່ວ່າ ຣົກກໍຕ່ຳ ຢ້ານແຕ່ວ່າ ຄອດກ່ອນກຳນົດ ເອື້ອຍຄຽດຫຼາຍຢ່າງ ນຳແຫຼະ ຄຽດວ່າຫາໝ້ອງຄອດບໍ່ໄດ້ນຳ ງານກໍບໍ່ມີນຳ ອີ່ຫຍັງ ຈັ່ງຊີ້ນ່າ."
ນາງ ປີ ກ່າວຕື່ມວ່າ ນາງໄດ້ເຂົ້າຮັບການປິ່ນປົວ ຢູ່ຫ້ອງພັກຂອງນາງເອງ ຫຼື Home Isolation ໂດຍ ທ່ານ ໝໍ ແລະ ພຍາບານ ເບິ່ງແຍງຢ່າງໃກ້ຊິດ ເປັນເວລາ 9 ວັນ ນັບແຕ່ວັນທີ 1 ສິງຫາ ເປັນຕົ້ນມາ ຫຼັງຈາກ ນາງມີໄຂ້ສູງ ແຕ່ວັນທີ 25 ກໍຣະກະດາ ແລະ ກວດພົບວ່າ ຕິດໂຄວິດ-19 ແລະ ໃນເວລານອນປິ່ນປົວ ນາງຕ້ອງໄດ້ໃຊ້ເຄື່ອງຊ່ອຍຫາຍໃຈ ແລະ ກິນຢາ ໄປພ້ອມໆກັນ, ແຕ່ ທ່ານ ໝໍ ຍັງຈະຕິດຕາມອາການຂອງນາງ ໄປຮອດວັນທີ 14 ສິງຫາ ເພື່ອຄວາມປອດພັຍ ຂອງແມ່ ແລະລູກນ້ອຍໃນທ້ອງ.
ໃນຂນະທີ່ ທ້າວຕູ່ ຜົວຂອງນາງ ປີ ທີ່ເປັນຄົນໄທຍ ເວົ້າວ່າໂຕເອງກໍຕິດໂຄວິດ ຄືກັນ ແລະ ໄດ້ຮັບການປິ່ນປົວເຊົາແລ້ວ ແຕ່ຍັງ ບໍ່ໄດ້ຮັບການຢັ້ງຢືນ ຈາກທ່ານໝໍເທື່ອ ປັດຈຸບັນ ລາວ ກໍເບິ່ງແຍງເມັຽ ແລະ ກຳລັງຊອກຫາໂຮງໝໍ ເພື່ອໃຫ້ເມັຽເກີດລູກ ຍ້ອນວ່າ ຢາກໃຫ້ເມັຽເກີດລູກ ຢູ່ໄທຍ ເພື່ອໃຫ້ລູກໄດ້ສັນຊາດໄທຍ.
ສ່ວນນາຍຈ້າງ ນາງປີ ກໍຈະເຮັດປະກັນສັງຄົມໃຫ້ ຖ້າສຳນັກງານປະກັນສັງຄົມຂອງໄທຍຈະດຳເນີນການເອົາ ນາງປີ ເຂົ້າຣະບົບ ປະກັນສັງຄົມໄທຍ ເພື່ອໄດ້ໃຊ້ສິດເກີດລູກ ຄືແມ່ຍິງຖືພາ ຄົນໄທຍ. ທ້າວ ຕູ່ ຜູ້ເປັນຜົວ ໄດ້ກ່າວວ່າ:
"ນາຍຈ້າງ ກໍຍັງຕິດຕໍ່ກັບ ນາງ ປີ ຢູ່ ເພິ່ນກໍຍັງລົມກັນຢູ່ ເພາະວ່າ ເພິ່ນກໍປະສານຫາທາງເຮົາຕລອດວ່າ ເປັນແນວໃດທັງໆທີ່ ນາງ ບໍ່ເປັນຄົນງານຂອງເພິ່ນແລ້ວ ຫຼັກໆແມ່ນເພິ່ນ ບໍ່ເຄີຍມີຄົນງານ ເປັນຄົນງານຕ່າງດ້າວ ມາກ່ອນເດ້ ຈຶ່ງບໍ່ຮູ້ວ່າ ຈະຕ້ອງເຮັດປະກັນ ສັງຄົມ ໃຫ້ ນາງ ປີ."
ນາງ ປີ ມາເຮັດວຽກຢູ່ໄທຍ ໂດຍມີບັດສີບົວ ແລະ ຄົນງານຕ່າງດ້າວ ທີ່ມາເຮັດວຽກຢູ່ໄທຍ ຜ່ານບົດບັນທຶກຄວາມເຂົ້າໃຈ ຫຼື MOU ຣະຫວ່າງ ລາວ-ໄທຍ ນັ້ນມັນເປັນສິດທິຂອງ ຄົນງານຜູ້ນັ້ນຈະເຂົ້າຣະບົບ ປະກັນສັງຄົມ ຫຼືບໍ່ເຂົ້າ ແລະ ຕ້ອງຂຶ້ນກັບນາຍຈ້າງເຊັ່ນ ດຽວກັນ. ເຈົ້າໜ້າທີ່ສະຖານທູດລາວ ປະຈຳປະເທດໄທຍ ຜູ້ຂໍສງວນຊື່ ແລະ ຕຳແໜ່ງ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ:
"ມັນຕ້ອງຂຶ້ນກັບນາຍຈ້າງເນາະເພາະວ່າເຂົາເປັນ MOU ເຂົາຕ້ອງຕາມກົດໝາຍແຮງງານ ເຂົາຕ້ອງປະກັນສັງຄົມ MOU ນາຍຈ້າງ ຕ້ອງເຮັດປະກັນສັງຄົມໃຫ້ ເພື່ອຫັກເງິນເດືອນ ເຂົາເຂົ້າປະກັນສັງຄົມເນາະ."
ເຈົ້າໜ້າທີ່ສະຖານທູດລາວ ກ່າວຕື່ມວ່າ ນອກຈາກ ນາງ ປີ ຜູ້ເປັນເມັຽຕ້ອງການໄປເກີດລູກ ຢູ່ເມືອງລາວ ກໍສາມາດເດີນທາງມາ ສະຖານທູດລາວ ປະຈຳປະເທດໄທຍ ເພື່ອຂໍເອກສານຕ່າງໆ ໃຫ້ພາກສ່ວນກ່ຽວຂ້ອງ ເພື່ອດຳເນີນການຂໍກັບຄືປະເທດ.
ເຖິງຢ່າງໃດກໍຕາມ, ປັດຈຸບັນ ນາງ ປີ ວາງແຜນຈະປະກອບອາຊີບ ບາງຢ່າງ ເພື່ອຫາເງິນໃນຣະຫວ່າງ ທີ່ລໍເກີດລູກຍ້ອນວ່າໄລຍະ ນີ້ ນາງ ກໍຍັງບໍ່ມີວຽກເຮັດ ຍ້ອນວ່ານາຍຈ້າງປິດ ຮ້ານຂາຍເສື້ອຜ້າ ຫຼັງຈາກໂຄວິດ-19 ຣະບາດ.
ສຳລັບ ນາງປີ ແລະ ທ້າວຕູ່ ຜູ້ເປັນຜົວຄົນໄທຍ ຖືກບົ່ງມະຕິວ່າຕິດໂຄວິດ-19 ສາຍພັນ Delta ແລະ ປິ່ນປົວເຂົາແລ້ວ ປັດຈຸບັນ ທ່ານ ໝໍ ຍັງບໍ່ອະນຸຍາດໃຫ້ ສັກວັກຊິນປ້ອງກັນ ໂຄວິດ-19 ເທື່ອ ແລະໃຫ້ລໍຖ້າ 3 ເດືອນກ່ອນເຂົາເຈົ້າຈຶ່ງສາມາດ ສັກວັກຊິນ ປ້ອງກັນ ໂຄວິດ-19 ໄດ້. ທ່ານ ໝໍ ຍັງແນະນຳໃຫ້ ທັງສອງຕ້ອງປະຕິບັດ ຕາມມາຕການປ້ອງກັນ ໂຄວິດ-19 ຕາມ ປົກກະຕິ ຍ້ອນວ່າເຂົາເຈົ້າ ມີໂອກາດຕິດໂຄວິດ-19 ສາຍພັນອື່ນໄດ້ອີກ.