ລາວ, ສະວິດ ສືບຕໍ່ໂຄງການ "ເບິ່ງແຍງ ເດັກນ້ອຍເກີດໃໝ່"

ໄມຊຸລີ
2019.04.01
ແຂວງ ຫົວພັນ
RFA

ໂຮງໝໍ ລາວ-ສະວິດເຊີແລນ ຮ່ວມກັບ ໂຮງໝໍແມ່ແລະເດັກ ນະຄອນຫລວງວຽງຈັນ ສືບຕໍ່ໂຄງການ “ເບິ່ງແຍງເດັກນ້ອຍເກີດໃໝ່” ຢູ່ໂຮງໝໍ ແຂວງຫົວພັນ ເພື່ອຫລຸດຜ່ອນ ການເສັຽຊີວິດ ຂອງແມ່ ແລະ ເດັກນ້ອຍເກີດໃໝ່, ຊ່ອຍເຄື່ອງມືການແພດ ເປັນຕົ້ນ ຕູ້ອົບເດັກນ້ອຍເກີດໃໝ່, ເຄື່ອງຟື້ນຊີບເດັກນ້ອຍ ແລະ ເຄື່ອງສ່ອງກະເພາະ ໃຫ້ໂຮງໝໍ ແຂວງຫົວພັນ, ໃຫ້ທ່ານໝໍສະວິດເຊີແລນ ຝຶກອົບຮົມ ການໃຊ້ເຄື່ອງມືແພດ ຢ່າງຖືກວິທີ ໃຫ້ທ່ານໝໍ, ນາງຜະດຸງຄັນ ແລະ ນັກເຕັກນິກ ປະຈໍາໂຮງໝໍແຂວງ ນໍາດ້ວຍ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ໂຮງໝໍແມ່ແລະເດັກ ນະຄອນຫຼວງວຽງຈັນ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 27 ມີນາ:

“ທີ່ເຮົາເລັງໃສ່ ແມ່ນເດັກນ້ອຍຕໍ່າກວ່າ 5 ປີ ແຕ່ວ່າ ເຮົາມາແຍກອອກ ຢູ່ໃນຖານຂໍ້ມູນ ເຮົາມາເບິ່ງໂຕເລຂ ທີ່ຫຼາຍກວ່າໝູ່ ລະແມ່ນ ພວກຕໍ່າກວ່າ 1 ປີລົງມາ ສ່ວນເຮົາມາແຍກອີກວ່າ 1 ປີລົງມາ ແມ່ນພວກໃດ ລະກໍມາເບິ່ງຢູ່ໃນຊາທ ມັນແມ່ນເດັກນ້ອຍເກີດໃໝ່ ຢູ່ນັ້ນ ເຮົາກໍສິຮວມພວກ ພຣີເທີມ (Preterm infant).”

ເວົ້າເຖິງການເສັຽຊີວິດ ຂອງແມ່ ແລະ ເດັກນ້ອຍເກີດໃໝ່ ຢູ່ແຂວງຫົວພັນ ເຈົ້າໜ້າທີ່ໂຮງໝໍ ແຂວງຫົວພັນ ກ່າວວ່າ ປີ 2018 ຢູ່ໂຮງໝໍ ແຂວງນີ້ ໃນຈໍານວນແມ່ ເກີດລູກທັງໝົດ 2,000 ປາຍຄົນ ເສັຽຊີວິດ 7 ຄົນ ແລະ ເດັກເກີດໃໝ່ ເສັຽຊີວິດ 18 ຄົນ ໃນຈໍານວນ ເດັກເກີດໃໝ່ ທັງໝົດ 2,000 ປາຍຄົນ ຄື ຫຼຸດລົງ ຈາກປີ 2017, 7 ຄົນ ແລະ ທ່ານຄາດວ່າ ປີນີ້ ການເສັຽຊີວິດ ຂອງແມ່ ແລະ ເດັກນ້ອຍ ເກີດໃໝ່ ຈະຫຼຸດລົງຕື່ມອີກ ຍ້ອນມີໂຄງການ “ເບິ່ງແຍງເດັກນ້ອຍເກີດໃໝ່” ຂອງອົງການ ອະນາມັຍໂລກ ແລະ ກອງທຶນ ຊ່ອຍເຫຼືອແມ່ຖືພາ ຂອງຣັຖບານ ຊຶ່ງເປັນໂຄງການ ເກີດລູກແບບບໍ່ໄດ້ເສັຽຄ່າ ດັ່ງທີ່ທ່ານກ່າວວ່າ:

“ລາວ-ສິວິດ ເປັນພີ່ລ້ຽງ ຂອງໂຮງໝໍແຂວງເຮົາຢູ່ແລ້ວ ໂຕນຶ່ງ ເປັນໂຄງການຂອງອະນາມັຍໂລກ, ເປັນໂຄງການ ຂອງການເກີດລູູກ, ຫຼັງຈາກ ທີ່ໂຄງການເຂົ້າມາຊ່ອຍຫຼາຍ ກໍເຣີ່ມດີຂຶ້ນ ແລະ ທາງຣັຖບານ ເພິ່ນກໍເອົາ ປກຊເຂົ້າມາ ກໍຄືກອງທຶນ ທີ່ຊ່ອຍເຫຼືອປະຊາຊົນ ໂດຍບໍ່ຈ່າຍຄ່າຫຍັງ ການເກີດລູກ ອິຫຍັງຕ່າງໆ ເຮັດໃຫ້ການຫຼຸດຜ່ອນ ຄິດວ່າ ໜ້າຈະຫຼຸດຫຼາຍ.”

ໂຄງການ “ເບິ່ງແຍງເດັກນ້ອຍເກີດໃໝ່” ມີມາໄດ້ 20 ປາຍປີແລ້ວ, ເປັນໂຄງການ ຕາມບົດບັນທຶກຄວາມເຂົ້າໃຈກັນ ຫລື MOU ຣະຫວ່າງ ໂຮງໝໍ ລາວ-ສະວິດເຊີແລນ ກັບໂຮງໝໍແມ່ແລະເດັກ ນະຄອນຫຼວງວຽງຈັນ ເພື່ອຫຼຸດຜ່ອນ ອັດຕຣາ ການເສັຽຊີວິດຂອງແມ່ ແລະເດັກນ້ອຍ ໃນທົ່ວປະເທດ. ປີນີ້ ໂຄງການຊ່ອຍເຫລືອດັ່ງກ່າວ ມີງົບປະມານ 2 ລ້ານໂດລາສະຫະຣັຖ ໃນການຈັດຊື້ ເຄື່ອງມືການແພດ ແລະ ຝຶກອົບຮົມ ການໃຊ້ເຄື່ອງມືແພດ ຢ່າງຖືກວິທີ ໃຫ້ແພດ ແລະ ໝໍ ແລະ ເຈົ້າໜ້າທີ່ໂຮງໝໍ ໃນທົ່ວປະເທດ 50 ປາຍຄົນ. ໂຮງໝໍລາວ-ສະວິດເຊີແລນ ໄດ້ຕໍ່ສັນຍາ ສືບຕໍ່ ໂຄງການດັ່ງກ່າວ ຈົນຮອດປີ 2024.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.