ຄົນເຈັບ ຕ້ອງການເລືອດ ເພີ່ມຂຶ້ນ, ແຕ່ຜູ້ບໍຣິຈາກ ໜ້ອຍລົງ
ປະເທດລາວ ຍັງຂາດເລືອດ ເພື່ອຊ່ອຍເຫລືອຄົນເຈັບທີ່ຕ້ອງການເລືອດ ເນື່ອງຈາກ ມີຜູ້ມາບໍຣິຈາກເລືອດຫລຸດໜ້ອຍລົງ ຂະນະທີ່ທົ່ວປະເທດ ມີຄົນເຈັບ ຕ້ອງການເລືອດຫລາຍຂຶ້ນ ໃຈແຕ່ລະປີ ແລະ ອີກບັນຫາສຳຄັນນຶ່ງ ຄືຂາດເຂີນງົບປະມານ ໃນການສນັບສນູນ ເຂົ້າໃນການຂົນຂວາຍ ການບໍຣິຈາກເລືອດ.
-
ຈຳປາທອງ
2023-06-15 -
-
-
Your browser doesn’t support HTML5 audio
ປະເທດລາວ ຍັງຂາດເລືອດ ເພື່ອຊ່ອຍເຫລືອຄົນປ່ວຍ ເປັນພະຍາດຕ່າງໆ ແລະບາດເຈັບຈາກອຸບັດຕິເຫດ ຍ້ອນມີຜູ້ມາບໍຣິຈາກເລືອດໜ້ອຍລົງ ຂະນະທີ່ທົ່ວປະເທດ ມີຄົນເຈັບປ່ວຍ ຕ້ອງການເລືອດຫລາຍຂຶ້ນ.
ສະຖາບັນເລືອດແຫ່ງຊາຕ ອົງການກາແດງແຫ່ງຊາຕລາວ ຣາຍງານວ່າ ປີກາຍ ມີຜູ້ຄົນມາບໍຣິຈາກເລືອດໄດ້ທັງໝົດພຽງ 67 ພັນຖົງ, ຕາມແຜນ ແມ່ນຈະໃຫ້ໄດ້ 68 ພັນຖົງ. ໃນປີນີ້ ຕ້ອງການໃຫ້ມີຄົນບໍຣິຈາກເລືອດໃຫ້ໄດ້ 73 ພັນຖົງ ຊຶ່ງເປັນຈໍານວນທີ່ຢູ່ໃນຂັ້ນຕໍ່າ ຂອງອົງການອະນາໄມໂລກ ກໍານົດ ຄືຕ້ອງໄດ້ຮັບການບໍຣິຈາກເລືອດ ຢ່າງຕໍ່າບໍ່ໃຫ້ຫລຸດ 1% ຂອງຈໍານວນປະຊາກອນຕໍ່ປີ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ສະຖາບັນເລືອດແຫ່ງຊາຕ ອົງການກາແດງແຫ່ງຊາຕລາວ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 15 ມິຖຸນານີ້.
“ຄວາມບໍ່ພຽງພໍມັນກໍມີ ມີໝົດທຸກປະເທດແຫລະ ບໍ່ມີປະເທດໃດທີ່ຈະພໍ ເພາະ ວ່າ ມັນຕ້ອງຂາດ ມີຄວາມຈໍາເປັນແລ້ວໄດ້ລະດົມໄປ ຢ່າງຕໍ່ເນື່ອງ ໃນແຕ່ລະປີ ແລ້ວຄວາມຕ້ອງການ ຂອງມັນກໍຂຶ້ນກັບປະຊາກອນເນາະ ທີ່ວ່າອົງການອະນາມັຍໂລກ ເພິ່ນກໍເວົ້າວ່າ ຢ່າງຕໍ່າຕ້ອງໃຫ້ບັນລຸ 1% ຂອງປະຊາກອນ ຂັ້ນຕໍ່າ.”
ທີ່ແຂວງຫົວພັນ ເຈົ້າໜ້າທີ່ອົງການກາແດງ ເວົ້າໃນມື້ດຽວກັນນີ້ ເຖິງຄົນເຈັບ ເປັນພະຍາດເລືອດອອກ, ທາງເດີນອາຫານ ແລະແມ່ຍິງຖືພາ ເກີດລູກຜິດປົກຕິ ທີ່ຕ້ອງການເລືອດ ຢູ່ແຂວງຫົວພັນນີ້ວ່າ ຈະຂາດເລືອດຫລາຍກວ່າແຂວງອື່ນໆ ໃນປະເທດ ຍ້ອນພາກສ່ວນທີ່ກ່ຽວຂ້ອງຂາດງົບປະມານ, ການບໍຣິຈາກເລືອດຕາມສະຖາບັນ ການສຶກສາ, ໂຮງຮຽນ, ຫ້ອງການ, ຫ້າງຮ້ານເອກະຊົນ ແລະປະຊາຊົນທົ່ວໄປ ກໍບໍ່ຫລາຍ, ຍັງຂາດງົບປະມານ ທີ່ຈະຊື້ເຄື່ອງຕອບແທນ ໃຫ້ຜູ້ບໍຣິຈາກເລືອດ ແລະປະຊາຊົນ ພາຍໃນແຂວງນີ້ ກໍຍັງຖືເບົານໍາເຣື່ອງການປະກອບສ່ວນ ບໍຣິຈາກເລືອດ ໃຫ້ຄົນເຈັບປ່ວຍ, ເຮັດໃຫ້ 2 ເດືອນທີ່ຜ່ານມານີ້ ທາງແຂວງປະເຊີນກັບ ການຂາດເລືອດຢ່າງໜັກ.
“ເພາະວ່າ 2 ເດືອນທ້າຍນີ້ແຮງຂາດຫັ້ນນ່າ ຮອດຈົນວ່າເຮົາສນອງບໍ່ໄດ້ເລີຍນະ ເຮົາມີແຕ່ເລືອດ 2-3 ຖົງແຮຕູ້ ແຮສຸກເສີນ ແລ້ວກໍມີຄົນເຈັບມາ ເຮົາກໍໄດ້ລະດົມເອົາພີ່ນ້ອງຫັ້ນ ໃຫ້ມາບໍຣິຈາກ ເນື່ອງຈາກງົບປະມານເນາະ ຊ່ວງນີ້ເຮົາກໍຢາກໄປເຄື່ອນໄຫວ ຮັບບໍຣິຈາກຢູ່ ແຕ່ວ່າທາງຫ້ອງການເພິ່ນສັ່ງວ່າ ງົບປະມານ ເຮົາບໍ່ມີເນາະ ບາງຄົນກໍວ່າຢາກໃຫ້ມີການຕອບແທນ ຜູ້ບໍຣິຈາກຫັ້ນເນາະຫລາຍແດ່ ເພາະວ່າ ອັນນີ້ມາຕການແລ້ວ ມີແຕ່ເສື້ອຍືດໂຕນຶ່ງ, ນົມ 2 ກ໋ອງ, ເຂົ້າໜົມ 2 ກ້ອນ, ນໍ້າກ໋ອງນຶ່ງ ຄວາມເຂົ້າໃຈ ມັນຫລາຍແລ້ວ ແຕ່ວ່າການປະກອບສ່ວນ ການເສັຽສະລະນີ້ ຖືວ່າ ຍັງຖືເບົາວ່າຊັ້ນສາ.”
ຢູ່ແຂວງຫລວງພຣະບາງ ເຈົ້າໜ້າທີ່ປະຈໍາໂຮງໝໍແຂວງ ກໍເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 15 ມິຖຸນານີ້ວ່າ ມີບາງເດືອນ ທີ່ທາງໂຮງໝໍແຂວງຂາດເລືອດ ຈົນໃຫ້ຄົນເຈັບເປັນພະຍາດເລືອດຈາງ ຈໍາເປັນຕ້ອງໄດ້ໃຫ້ຍາດພີ່ນ້ອງ ຂອງຕົນເອງ ບໍຣິຈາກເລືອດໃຫ້ ຍ້ອນຕ້ອງໄດ້ເກັບເລືອດໄວ້ ສໍາລັບກໍຣະນີສຸກເສີນ.
“ແຕ່ລະເດືອນຕ້ອງໄດ້ 433 ຖົງຫັ້ນນ່າ ເຮົາໄດ້ຢູ່ 300 ກວ່າຖົງນ່າ ຊ່ວງທີ່ວ່າຂາດນີ້ ສ່ວນຫລາຍແມ່ນພວກທາລັສຊີເມັຽຫັ້ນ ກໍໝາຍຄວາມວ່າ ຍາດຕິພີ່ນ້ອງຫັ້ນແຫລະໄດ້ຊ່ວຍອອກໃຫ້ຫັ້ນນ່າ ແຕ່ວ່າພວກເຮົາກໍມີອັນນ່າ... ຊອກປະໄວ້ ກໍຣະນີທີ່ວ່າຜ່າຕັດດ່ວນນີ້ ເຮົາຕ້ອງໄດ້ແກ້ໄຂດ່ວນ.”
ແຕ່ເຖິງຢ່າງໃດກໍຕາມ ໃນວັນບໍຣິຈາກເລືອດໂລກ ວັນທີ 14 ມິຖຸນາ 2023 ສະຖາບັນເລືອດແຫ່ງຊາຕ ອົງການກາແດງແຫ່ງຊາຕລາວ ໄດ້ຮັບບໍຣິຈາກເລືອດ ຢູ່ສູນການຄ້າໄອເຕັກ ຊັ້ນ 4 ນະຄອນຫລວງວຽງຈັນ ໂດຍມີຜູ້ໃຫ້ການບໍຣິຈາກເລືອດເຖິງ 708 ຖົງ, ແຕ່ເຖິງປານນັ້ນ ເລືອດກໍຍັງບໍ່ພຽງພໍກັບຄວາມຕ້ອງການຂອງຄົນເຈັບ ປ່ວຍ ທີ່ມີຢູ່.
ດັ່ງເຈົ້າໜ້າທີ່ ຮັບບໍຣິຈາກເລືອດ ຢູ່ສູນການ ຄ້າໄອເຕັກ ກ່າວໃນມື້ດຽວກັນນີ້ວ່າ:
“ມື້ວານນີ້ບໍ໋ ເຮົາໄດ້ເລືອດ 708 ຖົງ ບໍ່ພໍແຫລະ ເຈົ້າ ສິໃຫ້ແກ້ໄຂໃຫ້ໄດ້ 100% ກໍບໍ່ພໍແຫລະ ເຈົ້າ ກໍມີຜູ້ບໍຣິຈາກເລືອດ ສ່ວນຫລາຍກໍມີແບບຜູ້ສມັກໃຈ ຕັ້ງໃຈມາເອົາເລືອດອອກ ທັງເທື່ອທໍາອິດ ແລ້ວກໍມາຊອກຄົນມາບໍຣິຈາກ.”
ເວົ້າເຖິງເຣື່ອງການຂາດເລືອດ ແລະການບໍຣິຈາກເລືອດ ຢູ່ປະເທດລາວ ເຈົ້າໜ້າທີ່ສະຖາບັນເລືອດແຫ່ງຊາຕ ອົງການກາແດງແຫ່ງຊາຕລາວ ຜູ້ດຽວກັນນີ້ ໄດ້ກ່າວວ່າ ປີ 2022 ມີຜູ້ມາບໍຣິຈາກໄດ້ເລືອດ 67 ພັນຖົງ ຂະນະທີ່ີເປົ້າໝາຍແມ່ນຕ້ອງໃຫ້ໄດ້ 68 ພັນຖົງ. ປີ 2023 ນີ້ ເປົ້າໝາຍແມ່ນໃຫ້ມີຜູ້ບໍຣິຈາກເລືອດໄດ້ 73 ພັນຖົງ ຊຶ່ງມາຮອດມື້ນີ້ໄດ້ແລ້ວ 35 ພັນຖົງ ຫລື 49% ແລະຄາດວ່າ ປີນີ້ອາຈບັນລຸໄດ້ຕາມເປົ້າໝາຍ.
ສໍາລັບປີໜ້າ ປີ 2024 ຕາມແຜນການແມ່ນຈະໃຫ້ໄດ້ເລືອດ 78 ພັນຖົງ ເພື່ອໃຫ້ເປັນໄປຕາມຄວາມຕ້ອງການເລືອດ ຂັ້ນຕໍ່າຂອງອົງການອະນາໄມໂລກ ທີ່ກໍານົດໃຫ້ມີການບໍຣິຈາກເລືອດ ໃຫ້ໄດ້ 1% ຂອງຈໍານວນປະຊາກອນຕໍ່ປີ, ອີງຕາມຂໍ້ມູນ ຂອງສະຖາບັນເລືອດແຫ່ງຊາຕ ທີ່ໜັງສືພິມວຽງຈັນທາຍສ໌ ພາສາລາວຣາຍງານ ໃນມື້ວັນທີ 12 ມິຖຸນານີ້.