ປະຊຸມສາທາຣະນະສຸຂທີ່ ສິງກະໂປ

ສິດນີ
2014.05.08
f-default ປະຊຸມສາທາຣະນະສຸຂທີ່ ສິງກະໂປ
RFA

 

ດຣ ເອກສະຫວ່າງ ວົງວິຈັດ ຣັຖມົນຕຣີ ສາທາຣະນະສຸຂ ຈາກ ສປປລາວ ເປັນນຶ່ງ ໃນຈຳນວນ ຜູ້ທີ່ ຈະກ່າວ ຄຳປາສັຍ ໃນກອງ ປະຊຸມ ສຸດຍອດ ສາທາຣະນະສຸຂ ທີ່ຈະ ຈັດຂື້ນ ທີ່ ປະເທດ ສິງກະໂປ ຣະຫວ່າງ ວັນທີ 12 ຫາ 13 ເດືອນ ມິຖຸນາ ປີນີ້.

ຕົວແທນ ຈາກ ກະຊວງ ສາທາຣະນະສຸຂ ສປປລາວ ອີນໂດເນເຊັຽ ມາເລເຊັຽ ແລະ ອື່ນໆ ຈະພົບປະ ກັນ ເປັນເວລາ ສອງວັນ ໃນ ກອງ ປະຊຸມ ດັ່ງກ່າວ ເພື່ອ ປືກສາ ຫາລື ກ່ຽວກັບ ການ ບໍຣິການ ດ້ານ ສາທາຣະນະສຸຂ ຈາກ ຕົວແທນ ແລະ ນັກ ຊ່ຽວຊານ ດ້ານ ການແພດ ໃນ ເອເຊັຽ ແລະ ໃນໂລກ.

ການປຶກສາ ຫາລື ທີ່ ສຳຄັນ ໃນ ກອງປະຊຸມ ເທື່ອນີ້ ແມ່ນ ແນ່ໃສ່ ການ ປ່ຽນແປງ ທາງດ້ານ ສາທາຣະນະສຸຂ ໃນ ຂົງເຂດ ໂດຍສະ ເພາະ ສປປລາວ ແລະ ມາເລເຊັຍ ຊຶ່ງ ສປປລາວ ໄດ້ເລີ້ມ ບາດກ້າວ ອັນ ສຳຄັນ ໃນການ ພັທນາ ທາງດ້ານ ເສຖກີດ ຢ່າງ ໃຫຍ່ຫລວງ ໃນ ທົສວັດ ທີ່ ຜ່ານມາ ທັ້ງໆທີ່ ລາວ ຍັງເປັນ ປະເທດ ກໍາລັງ ພັທນາ ແລະ 25 ສ່ວນຮ້ອຍ ຂອງ ປະຊາກອນ ລາວ ມີລາຍໄດ້ ຕ່ຳກວ່າ ຂີດ ຄວາມ ທຸກຍາກ ຂອງ ສະຫະ ປະຊາຊາດ.

ໃນປີ 1992 ຣັຖບານ ລາວ ໄດ້ ອະນຸຍາດ ໃຫ້ ນັກລົງທຶນ ຕ່າງຊາດ ເປີດ ໂຮງ ພຍາບານ ເອກຊົນ ໃນລາວ ຊຶ່ງ ເຮັດໃຫ້ ມີ ໂຮງ ພຍາບານ ເອກຊົນ ເພີ້ມຂື້ນ ໃນລາວ ແຕ່ ປະຊາຊົນ ລາວ ສ່ວນໃຫຍ່ ຍັງຂາດ ການ ບໍຣິການ ດ້ານ ສາທາຣະນະສຸຂ ຂັ້ນພື້ນ ຖານ ຫລາຍຢູ່ ໃນທົ່ວ ປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.