ເດັກນ້ອຍຍັງຂາດສາຣອາຫານ
2015.09.25

ເຈົ້າໜ້າທີ່ ຫ້ອງການ ພັທນາ ເອກຊົນ ຣະຫວ່າງ ປະເທດ Adventist Development and Relief Agencyທີ່ ເຮັດວຽກ ໂຄງການ ພັທນາ ສຸຂພາບ ເດັກນ້ອຍ ຂາດ ສານອາຫານ ຢູ່ ແຂວງ ອຸດົມໄຊ ກ່າວ ຕໍ່ ເອເຊັຽ ເສຣີ ເມື່ອ ວັນທີ 24 ກັນຍາ ນີ້ວ່າ, ຈາກ ການເກັບກໍາ ຂໍ້ມູນ ຕັ້ງແຕ່ ປີ 2014 ພົບວ່າ ຈໍານວນ ເດັກນ້ອຍ ຂາດ ສານອາຫານ ໃນເຂດ ຊົນນະບົດ ຍັງ ໜ້າ ເປັນຫ່ວງ ຫຼາຍ: ...ສຽງ...
ທ່ານ ອະທິບາຍ ວ່າ ເດັກນ້ອຍ ອາຍຸ ຕໍ່າກວ່າ 5 ປີ ຢູ່ເຂດ ຊົນນະບົດ ແຂວງ ອຸດົມໄຊ ຂາດ ສານອາຫານ ໜັກ ອັນນຶ່ງ ແມ່ນ ຍ້ອນຄວາມ ທຸກຍາກ, 2- ພໍ່ແມ່ ຂາດ ຄວາມຮູ້ ເຣື້ອງ ໂພຊນາການ, 3- ການຜລິດ ສະບຽງ ອາຫານ ບໍ່ພຽງພໍ ສໍາລັບ ບໍຣິໂພກ, ແລະ 4- ຍ້ອນວ່າ ຍັງໃຊ້ ຊີວິດ ແບບ ເກົ່າແກ່ ເຊັ່ນວ່າ, ບໍ່ມັກກິນ ນໍາຕົ້ມ ຊຶ່ງ ເຂົາເຈົ້າຕ້ອງ ປ່ຽນ ແປງ: ...ສຽງ...
ການໃຊ້ ຊີວິດ ແບບ ຕາມມີ ຕາມເກີດ ຢູ່ໃນເຂດ ຊົນນະບົດ ຊຶ່ງ ເປັນນຶ່ງ ຂອງ ສາເຫດ ທີ່ເຮັດ ໃຫ້ ເດັກນ້ອຍ ຂາດ ສານອາຫານ ກໍພົບເຫັນ ຢູ່ ແຂວງ ບໍ່ແກ້ວ ເຊັ່ນກັນ, ຕາມການ ເປີດເຜີຍ ຂອງ ເຈົ້າໜ້າທີ່ ອົງການ Play international, ທີ່ເຮັດວຽກ ໂຄງການ ແກ້ໄຂ ບັນຫາ ເດັກນ້ອຍ ຂາດ ສານອາຫານ ຢູ່ ເມືອງ ປາກທາ, ເມືອງ ຜາອຸດົມ ແລະ ເມືອງເມິງ, ຕັ້ງແຕ່ ປີ 2012 ເປັນຕົ້ນມາ ຍ້ອນ ຊາວບ້ານ ບໍ່ຍອມ ປ່ຽນແປງ ວິທີການ ໃຊ້ ຊີວິດ ເທົ່າທີ່ ຄວນ, ເຖິງ ແມ່ນວ່າ ທາງ ອົງການ ໄດ້ ສຶກສາ ອົບຮົມ ເຂົາເຈົ້າ ໄປແລ້ວ ກໍດີ: ....ສຽງ...
ນອກຈາກ ບັນຫາ ທີ່ ກ່າວມານີ້ ແລ້ວ ເຈົ້າໜ້າທີ່ ວ່າ, ຢູ່ເຂດ ຊົນນະບົດ ຈໍານວນ ໂຮງໝໍ, ສຸຂສາລາ, ຢາ ປິ່ນປົວ ພຍາດ, ແລະ ເຈົ້າໜ້າທີ່ ສາທາ ຣະນະ ສຸຂ ບໍ່ພຽງພໍ ທີ່ ຈະສນອງ ຕາມ ຈໍານວນ ປະຊາກອນ ໄດ້.