ເດັກນ້ອຍເສັຽຊີວິດ ເພີ່ມຂຶ້ນ: ເຊກອງ

ຈໍາປາທອງ
2019.06.06
ໂຮງໝໍແຂວງເຊກອງ
ຮູບຖ່າຍອຸປຖັມໂດຍ: ນັກຂ່າວເຊກອງ

ຢູ່ແຂວງເຊກອງ ໃນປີ 2018 ເດັກນ້ອຍອາຍຸຕໍ່າກວ່າ 5 ປີ ເສັຽຊີວິດເພີ່ມຂຶ້ນ 5 ຄົນ ເປັນ 109 ຄົນ ຈາກປີ 2017 ທີ່ເສັຽຊີວິດ 104 ຄົນ. ສາເຫດສໍາຄັນ ທີ່ເຮັດໃຫ້ເດັກນ້ອຍ ອາຍຸຕໍ່າກວ່າ 5 ປີ ເສັຽຊີວິດເພີ່ມຂຶ້ນ ເປັນຕົ້ນເດັກນ້ອຍເກີດໃໝ່, ໂດຍສະເພາະ ແມ່ນຍ້ອນແມ່ ທີ່ຖືພານັ້ນ ຢູ່ເຂດຫ່າງໄກ ແລະ ຊົນເຜົ່ານິຍົມເກີດລູກຢູ່ເຮືອນ ຈະບໍ່ມາເກີດລູກ ຢູ່ໂຮງໝໍ ຫລື ສຸຂສາລາໃກ້ບ້ານ, ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຜແນກສາທາຣະນະສຸກ ແຂວງເຊກອງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ມິຖຸນາ ນີ້:

"ອັດຕຣາການຕາຍ ຂອງເດັກນ້ອຍເກີດໃໝ່ ລຸ່ມ 5 ປີ 2017 ນີ໋ກໍປະມານ 22 ສ່ວນພັນ, 2018 ນີ໋ແມ່ນ 22.6 ສ່ວນພັນ ເພີ່ມຂຶ້ນ 2017 ນີ໊ ຢູ່ 104 ຄົນ ປີ 2018 ມີ 109 ຄົນ. ສ່ວນຫລາຍເຂົາເກີດລູກເອງ ເກີດຢູ່ບ້ານ ບ້ານເຂົາເປັນແບບຊັ້ນ, ຢູ່ບາງ ສຸຂສາລາເຮົາ ກໍບໍ່ ເໝາະສົມ ຢ່າງເຊັ່ນວ່າ ບໍ່ມີນໍ້າ ບໍ່ມີໄຟ ປະຊາຊົນ ມາເກີດນໍາເຮົາ ມັນກໍຍາກລໍາບາກ."

ອີກສາເຫດນຶ່ງ, ແມ່ຖືພາ ຊຶ່ງສ່ວນໃຫຍ່ເປັນຊົນເຜົ່າ ຍັງບໍ່ເຂົ້າໃຈເຖິງຄວາມສໍາຄັນ ຂອງການເກີດລູກຢູ່ໂຮງໝໍ ທີ່ມີຄວາມປອດພັຍ ເຖິງແມ່ນວ່າເຈົ້າໜ້າທີ່ ໄດ້ໂຄສະນາ ໃຫ້ຄວາມຮູ້ໄປແລ້ວກໍຕາມ.

ແລະ ອີກສາເຫດນຶ່ງ ແມ່ນຍ້ອນທາງໄປທາງມາຫາໂຮງໝໍ ກໍລໍາບາກ ເຮັດໃຫ້ພວກເຂົາເຈົ້າ ເກີດລູກຢູ່ເຮືອນຂອງຕົນເອງ ຊື່ງມີຄວາມສ່ຽງ ຕໍ່ການທີ່ຈະເຮັດໃຫ້ເດັກນ້ອຍ ເສັຽຊີວິດໄດ້. ແຕ່ ແຂວງເຊກອງ ກໍມີນະໂຍບາຍຊ່ອຍເຫລືອ ແມ່ຖືພາ ແລະ ເດັກນ້ອຍ ເພື່ອຫລຸດຜ່ອນ ອັດຕຣາ ການເສັຽຊີວິດ ຂອງເດັກນ້ອຍ ອາຍຸຕໍ່າກວ່າ 5 ປີ ເປັນຕົ້ນນະໂຍບາຍ ການເຂົ້າເຖິງ ການບໍຣິການ ບໍ່ໄດ້ເສັຽຄ່າ ຮວມທັງການ ບໍຣິການ ການເກີດລູກ ເພື່ອເຮັດໃຫ້ອັດຕຣາ ການເສັຽຊີວິດ ຂອງເດັກນ້ອຍຫລຸດລົງ ດັ່ງທີ່ທ່ານກ່າວວ່າ:

"ອັດຕຣາການຕາຍ ຈະບໍ່ຂຶ້ນບໍ່, ບໍ່ສາມາດຢັ້ງຢືນໄດ້ລະອຽດ ເພາະວ່າຜ່ານມາ ແມ່ທີ່ເຂົ້າເຖິງການບໍຣິການ ການເກີດລູກ ຢູ່ສະຖານທີ່ ບໍຣິການມັນຕໍ່າ ເຂົາເກີດລູກເອງຢູ່ບ້ານ ການເຂົ້າເຖິງການບໍຣິການ ບໍ່ຄິດຄ່າ ເຮົາກໍໄດ້ເຮັດເປັນນະໂຍບາຍ ນຶ່ງ ຂອງຣັຖບານ ທີ່ເຮົາ ໄດ້ເອົາໃຈໃສ່."

ໃນຂນະທີ່ແຜນຍຸທສາດ ຂອງກະຊວງສາທາຣະນະສຸຂລາວ ໄດ້ຕັ້ງເປົ້າໝາຍໄວ້ວ່າ ໃນປີ 2020 ຈະໃຫ້ມີອັດຕຣາ ການເສັຽຊີວິດ ຂອງ ເດັກນ້ອຍ ອາຍຸ ຕໍ່າກວ່າ 5 ປີ ບໍ່ໃຫ້ກາຍ 40 ຄົນ ຕໍ່ເດັກນ້ອຍ 1 ພັນຄົນ.

ແຕ່ເຖິງຢ່າງໃດກໍຕາມ ອົງການ Save the Children ກໍໄດ້ເຜີຍແຜ່ ບົດຣາຍງານ Global Childhood ວ່າ ເດັກນ້ອຍລາວ ເຕີບໃຫຍ່ ດ້ວຍຄຸນນະພາບຕໍ່າ ຄືຢູ່ອັນດັບທີ 145 ໃນຈຳນວນ 176 ປະເທດທົ່ວໂລກ ໃນການປົກປ້ອງ ແລະໃຫ້ການຊ່ອຍເຫລືອ ເດັກນ້ອຍ ຄືຢູ່ ໃນອັນດັບບໍ່ດີ ຍ້ອນວ່າ ຢູ່ລາວ ຍັງມີອັດຕຣາການເສັຽຊີວິດ ຂອງເດັກນ້ອຍ ອາຍຸຕ່ຳກວ່າ 5 ປີ ຍັງສູງ ໃນຂນະທີ່ ຢູ່ເອເຊັຽ ສິງກະໂປ ນຳໜ້າເກົາຫລີໃຕ້ ຢູ່ໃນຈຳນວນ 10 ປະເທດ ໃນໂລກ ຊຶ່ງຢູ່ໃນອັນດັບດີຕົ້ນໆ. ສ່ວນທີ່ເຫລືອ 8 ປະເທດ ແມ່ນປະເທດ ໃນຢູໂຣບທັງໝົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.