ທຸກຄົນທີ່ເຂົ້າມາລາວ ຕ້ອງຈ່າຍຄ່າ ກັກບໍຣິເວນ
2021.03.02

ຕາມການຖແລງຂ່າວ ເມື່ອວັນທີ 26 ກຸມພາ ຜ່ານມາ, ນັກວິຊາການ ແລະ ເຈົ້າໜ້າທີ່ຄົນຕ່າງປະເທດ ທີ່ຈຳເປັນຕ້ອງເດີນທາງ ເຂົ້າລາວນັ້ນ ຕ້ອງໄດ້ຮັບອະນຸຍາດ ຈາກຄະນະ ສະເພາະກິຈ ຄວບຄຸມພຍາດ ໂຄວິດ-19, ພ້ອມທັງຕ້ອງໄດ້ຈ່າຍຄ່າ ກັກບໍຣິເວນ ແລະ ຊື້ປະກັນພັຍຂອງຕົນເອງ. ດັ່ງເຈົ້າໜ້າທີ່ ປະຈຳຫ້ອງປະຕິດບັດການ ຄະນະສະເພາະກິຈ ຂໍສງວນຊື່ໄດ້ກ່າວຕໍ່ ເອເຊັຽເສຣີ ເມື່ອວັນທີ 02 ມີນາ ວ່າ:
"ທຸກຢ່າງຜູ້ກ່ຽວຕ້ອງຮັບຜິດຊອບເອງ, ມີເຄື່ອງຕິດຕາມການແພດ ຈຳກັດບໍຣິເວັນ 14 ວັນ ແລ້ວກະໃຫ້ມີຊື້ປະກັນພັຍໂຄວິດ, ຖ້າວ່າຜູ້ກ່ຽວເຂົ້າມາ ພາຍໃນ 14 ວັນ ຕິດໂຄວິດ ປະກັນພັຍຄຸ້ມຄອງ ຄ່າປະກັນພັຍ 100 ໂດລາ, ປະກັນພັຍໃນການປີ່ນປົວ ກໍຣະນີຜູ້ກ່ຽວຕິດໂຄວິດ ແຕ່ການກວດຈະບໍ່ຄຸ້ມຄອງ."
ທ່ານໄດ້ກ່າວຕື່ມວ່າ ໃນໄລຍະກັກບໍຣິເວນ ແຕ່ລະຄົນຈະໄດ້ຕິດອຸປກອນ ຕິດຕາມແພດ ເພື່ອປ້ອງກັນບໍ່ໃຫ້ລັກ ອອກຈາກສູນ. ອຸປກອນນີ້ຈະເຮັດໜ້າທີ່ ຄືກັບ GPS ຕິດຕາມໂຕໄດ້ ແລະ ວັດອຸນຫະພຸູມໄປໃນໂຕ.
"ເປັນວົງຮັດແຂນມັນຈະເປັນ GPS ຕິດໃສ່ໂຕເຮົາໄປໃນໂຕ, ພວກເຮົາຈະເລີ່ມໃຊ້ໝົດເລີຍ ຈະບໍ່ແມ່ນການທົດລອງຄົບ 14 ມື້ ກະຕ້ອງເອົາອອກ. ສາເຫດທີ່ ເຮົາໃສ່ກໍເພາະວ່າ ເພື່ອວ່າໃຫ້ໝັ້ນໃຈ ຜູ້ກ່ຽວບໍ່ໄດ້ລັກ ໂຕນອອກຈາກບ່ອນກັກໂຕ."
ທາງດ້ານແຂວງຈຳປາສັກ ເຈົ້າໜ້າທີ່ຄະນະສະເພາະກິຈ ແຂວງກໍໄດ້ຢັ້ງຢືນວ່າ ສະເພາະຄົນ ຕ່າງປະເທດເດີນທາງເຂົ້າມາ ໂດຍກົງແມ່ນໃຫ້ປະຕິບັດຕາມ ສູນກາງວາງອອກ.
ໃນຂນະທີ່ ແຮງງານລາວ ກັບເຂົ້າມາບໍ່ໄດ້ຈ່າຍຄ່າກວດ, ຄ່າກັກບໍຣິເວນ ມີແຕ່ອາຫານ ເມື່ອກ່ອນຣັຖຮັບຜິດຊອບ ມາດຽວນີ້ ຜູ້ກ່ຽວຕ້ອງຮັບຜິດຊອບເອງ ຍ້ອນຣັຖບໍ່ມີງົບປະມານໃຫ້.
"ແຮງງານຄົນລາວຄ່າໃຊ້ຈ່າຍ, ຄ່າກວດບໍ່ໄດ້ເສັຽ ກິນຢູ່ດຽວນີ້ ແຕ່ກ່ອນພາກຣັຖຮັບຜິດຊອບໝົດ, ແຕ່ວ່າມາດຽວນີ້ມັນບໍ່ງົປດຽວນີ້ ແມ່ນຄອບຄົວໄດ້ຮັບຜິດຊອບເອງ, ແຮງງານ ເຂົ້າມາ ບໍ່ຖືກຕ້ອງຕາມກົດໝາຽ ກໍມີມາຕການປັບໃໝ ມັນມີໝົດແຫຼະ ຢູ່ໃນຣະບຽບການ."
ສະພາບການຣະບາດໂຄວິດ-19 ໃນລາວ ປະຊາຊົນ ໃນນະຄອນຫຼວງວຽງຈັນ ໄດ້ໃຫ້ຄຳເຫັນວ່າ ບໍ່ເປັນກັງວົນຫຍັງຢູ່ໃນລາວ ບໍ່ມີຜູ້ຕິດເຊື້ອເພີ່ມ, ດັ່ງການເລືອກຕັ້ງຜ່ານມາຄົນມາ ເຕົ້າໂຮມກັນຫຼາຍ ກໍໃຫ້ໃສ່ຜ້າອັດປາກ, ເຈວລ້າງມື ແລະ ຮັກສາໄລຍະຫ່າງ.
"ບໍ່ຢ້ານແລ້ວ, ບໍ່ຢ້ານແລ້ວ ຄືວ່າບໍ່ມີແລ້ວ ສສ ລົງມາທັງເລືອກຕັ້ງ ແລະ ກະປ່ອນບັດນີ້ເພິ່ນໃຫ້ໃສ່ໝົດ ມັນມີເຈວລ້າງມືຮັກສາ ໄລຍະຫ່າງ 3 ແມັດ, ຊາວຕ່າງປະເທດ ປະເທດຈີນ ກະໄປກວດ 15 ມື້ ຄຶືກັນຫັ້ນແຫຼະ ໄວ້ຢູ່ໂຮງແຮມ."
ຊາວຈຳປາສັກ ກໍມີຄວາມຄິດເຫັນ ບໍ່ເປັນກັງວົນຄືກັນກັບ ແຕ່ກ່ອນ, ເພາະສະພາບການ ໃນແຂວງດີຂື້ນ ແຕ່ກໍຍັງຕ້ອງໃສ່ ໜ້າກາກເວລາໄປບ່ອນມີຄົນຫຼາຍ.
"ກະໄຄແນ່ ຄັນໄດ້ຍິນຂ່າວວ່າອັນນັ້ນກະຢ້ານ, ໄປກະມີແຕ່ໄປຕລາດ ເຂົາເຊີນໄປດອງຄົນຫຼາຍ ກະແມ່ນປິດປາກຫັ້ນແຫຼະ. ໄປເຮືອນລົມກັນໝູ່ຄູ່ ອີ່ຫຍັງກະບໍ່ຂີ່ຣົດ ນໍາທາງກະແບບ ຕິດກັນຝຸ່ນກັນຫຍັງຊື່ໆ."
ທ່ານ ບຸນກອງ ສີຫາວົງ ຣັຖມົນຕຼີ ກະຊວງສາທາຣະນະສຸກ ໄດ້ຖແລງເມື່ອວັນທີ 02 ມີນາ ວ່າໃຫ້ສືບຕໍ່ປະຕິບັດມາຕການຜ່ອນຜັນ, ມາຕການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການຣະບາດ ຂອງເຊື້ອພຍາດ ໂຄວິດ-19 ໃນຣະຫວ່າງ ວັນທີ 01 ມີນາ ຫາ 31 ມີນາ ຄືກັນກັບເດືອນກຸມພາ ແລະ ເດືອນມົກຣາ ທີ່ຜ່ານມາ. ໃນນັ້ນມາຕການປ້ອງກັນທີ່ສຳຄັນ ກໍແມ່ນການປີດດ່ານສາກົລ ທົ່ວປະເທດ. ການເຂົ້າ-ອອກ ບຸກຄົນທົ່ວໄປບໍ່ໄດ້ ຮັບອະນຸຍາດເວັ້ນແຕ່ ກໍຣະນີຈຳເປັນ, ສ່ວນແຮງງານຕ່າງປະເທດ ທີ່ຕ້ອງການເຂົ້າມາລາວ ແມ່ນຕ້ອງ ໄດ້ຮັບການເຫັນດີຈາກ ຄະນະສະເພາະກິຈກ່ອນ.
ຕາມການຣາຍງານ ຂອງສູນຂໍ້ມູນ ຂ່າວສານການແພດ ສຸຂສຶກສາ ເມື່ອວັນທີ 02 ມີນາ ຜ່ານມາ ຜູ້ຕິດເຊື້ອພຍາດໂຄວິດ-19 ຍັງບໍ່ມີ ຜູ້ຕິດເຊື້ອເພີ່ມ, ຕິດເຊື້ອສະສົມຢູ່ທີ 45 ຄົນ ກຳລັງປີ່ນປົວ 3 ຄົນ.