ທາງການລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 170 ຄົນ ຈາກຜົລການກວດວິເຄາະຫາເຊື້ອ ທັງໝົດ 1,845 ຕົວຢ່າງຂອງ ວັນທີ 19 ກໍຣະກະດາ 2021 ຊຶ່ງໃນນັ້ນ ແຂວງສວັນນະເຂດ ມີຜູ້ຕິດເຊື້ອສູງເຖິງ 98 ຄົນ ຮອງລົງມາແມ່ນ ແຂວງຈຳປາສັກ 38 ຄົນ, ນະຄອນຫຼວງວຽງຈັນ 10 ຄົນ, ແຂວງສາຣະວັນ 20 ຄົນ ແລະ ແຂວງຄຳມ່ວນ 4 ຄົນ, ດັ່ງ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງສາທະຣະນະສຸຂ ຕາງໜ້າຄະນະສະເພາະກິຈປ້ອງກັນໂຄວິດ-19 ກ່າວຕໍ່ສື່ມວນຊົນໃນພິທີ ຖແລງຂ່າວ ໃນວັນທີ 20 ກໍຣະກະດາ ນີ້ວ່າ:
"ເຮົາໄດ້ກວດວິເຄາະທັງໝົດ 1,845 ຄົນ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 170 ຄົນ ມາຈາກນະຄອນຫຼວງວຽງຈັນ 10 ຄົນ, ຈຳປາສັກ 38 ຄົນ ສວັນນະເຂດ 98 ຄົນ, ສາຣະວັນ 20 ຄົນ ແລະແຂວງຄຳມ່ວນ 4 ຄົນ ທັງໝົດ ແມ່ນກໍຣະນີນຳເຂົ້າ.”
ເຈົ້າໜ້າທີ່ກ່ຽວຂ້ອງແຂວງສວັນນະເຂດ ທ່ານນຶ່ງກ່າວໃນມື້ດຽວກັນນີ້ວ່າ ພາກສ່ວນກ່ຽວຂ້ອງ ໄດ້ມີມາຕການຄຸ້ມກັນໃນຫຼາຍຈຸດ ໂດຍສະເພາະ ຕາມລຳແມ່ນ້ຳຂອງຊາຍແດນ ລາວ-ໄທຍ ກໍຈະມີທະຫານ ລາດຕະເວນຢູ່ຕລອດເວລາ ບໍ່ໃຫ້ມີການແລ່ນເຮືອ ສົ່ງສິນຄ້າ ແລະ ເຮືອບັນທຸກຜູ້ໂດຍສານຜ່ານໄປມາ ໂດຍບໍ່ໄດ້ຮັບອະນຸຍາດ ຮ່ວມທັງການຄວບຄຸມ ເຮືອຫາປາ, ຜູ້ຂີ່ເຮືອອອກ ຫາປາຕ້ອງໄດ້ລົງທະບຽນ ກັບເຈົ້າໜ້າທີ່ຂັ້ນບ້ານ ທຸກຄັ້ງ ກ່ອນຈະອອກໄປຫາປາ ແລະ ກໍສາມາດອອກຫາປາໄດ້ ໃນຍາມກາງ ເວັນເທົ່ານັ້ນ.
ສ່ວນການຄັດກອງ ຕາມດ່ານສາກົລ ກໍມີມາຕການເຂັ້ມງວດ ແລະ ຣະມັດຣະວັງເພີ່ມຂຶ້ນ ຍ້ອນວ່າໃນແຕ່ລະມື້ ກໍຈະມີຄົນງານລາວ ກັບມາຈາກປະເທດໄທຍ ບາງມື້ກໍ 100 ຫຼື 200 ປາຍຄົນເຂົ້າມາ ທຸກຄົນກໍຖືກກວດສຸຂພາບ ແລະ ຖືກກັກກັນເປັນເວລາ 14 ມື້ ໃນສູນກັກກັນໃນແຂວງ ກ່ອນຈະອະນຸຍາດໃຫ້ກັບໄປບ້ານ:
“ບາງມື້ກໍຮ້ອຍປາຍ ມັນກະບໍ່ສາມາດສະເລັ່ຽໄດ້ ມື້ວານນີ້ ກໍສອງຮ້ອຍກວ່າເດ້ ເຮົາກໍເອົາເຂົ້າມາຈຸດຄັດກອງກ່ອນ ຂອງແຂວງນີ້ຕ້ອງ ຜ່ານມາຕການ 14 ວັນ ໝົດແລ້ວກະກວດເປັນແຕ່ລະໄລຍະ ເພາະວ່າເຊື້ອກວດສາມເທື່ອ ກໍຍັງບໍ່ເຫັນ ບໍ່ແມ່ນວ່າຄົບ 14 ວັນ ຈະ ປ່ອຍອອກເລີຍ ມອບໃຫ້ທາງພາກສ່ວນຂັ້ນເມືອງ ຕິດຕາມຕໍ່ອີກ ຈະເຕັມແລ້ວດຽວນີ້ ມີແຕ່ຕຽມຮອງຮັບສະຖານທີ່ໃໝ່ ກຳລັງປຶກສາ ກັນຢູ່.”
ອີງຕາມການຣາຍງານຂອງ ດຣ. ແສງດາວ ສີດາໄລ ຫົວໜ້າຜແນກສາທາຣະນະສຸຂ ແຂວງສວັນນະເຂດ ກ່າວໃນພິທີຖແລງຂ່າວຕໍ່ ສື່ມວນຊົນໃນວັນທີ 17 ກໍຣະກະດາ ຜ່ານມາວ່າ ໃນແຂວງສວັນນະເຂດ ມີສູນກັກໂຕ 6 ສູນ ສາມາດຮອງຮັບຄົນງານລາວທີ່ກັບມາ ຈາກປະເທດໄທຍ ໄດ້ 1400 ຄົນ, ສູນຢູ່ຫຼັກ 4 ສາມາດ ຮອງຮັບໄດ້ 827 ຄົນ, ສູນຢູ່ໂຮງຮຽນ ຫົວເມືອງ ສາມາດຮອງຮັບໄດ້ 108 ຄົນ, ສູນຢູ່ໂຮງຮຽນໂພນສວັນເໜືອ ສາມາດຮອງຮັບໄດ້ 112 ຄົນ, ສູນໂຮງຮຽນສນາມໄຊ 133 ຄົນ ແລະ ສູນວິທຍາລັຍ ເທັກນິກວິຊາອາຊີບ ຮອງຮັບໄດ້ 95 ຄົນ ຖ້າມີກໍຣະນີຄົນຕິດເພີ່ມ ທາງການແຂວງ ກໍຈະໃຫ້ຂັ້ນເມືອງ ຊ່ອຍຫາສະຖານທີ່ໃນການ ກັກໂຕເພີ່ມຕື່ມ.
ສ່ວນຢູ່ແຂວງຈຳປາສັກ ທາງການແຂວງ ໄດ້ຕຽມການຂຍາຍໂຮງໝໍ ພາກສນາມເພີ່ມຕື່ມ ເບື້ອງຕົນ ໄດ້ມີການສຳຣວດວ່າຈະເອົາ ບາງສ່ວນ ຂອງວິທຍາລັບຄຣູປາກເຊມາສ້າງເປັນ ໂຮງໝໍສນາມແຫ່ງທີ 2 ຮອງຈາກວິທຍາລັຍການເງິນພາກໃຕ້ ຄາດວ່າຈະສາມາດ ຮອງຮັບໄດ້ປະມານ 400 ຕຽງ ເພາະໂຮງໝໍພາກສນາມ ທີ່ມີຢູ່ໃນປັດຈຸບັນ ໃກ້ຈະເຕັມແລ້ວ:
“ມີແຜນຂອງເພິ່ນຫັ້ນແຫລະແຕ່ກໍຍັງບໍ່ໄດ້ລົງມືດອກ ໄທຍເຂົາບໍ່ຮັບແລ້ວ ຄືເຫັນນຳກັນຫັ້ນແຫຼະ ຄັນໄທຍເຂົາບໍ່ຮັບ ແລະຣັຖບານ ເຮົາກໍມີທິດທາງແນວຄິດແນວນີ້ແຫລະ ຣັຖບານເພິ່ນກໍຮັບເອົາໝົດ ບໍ່ແມ່ນວ່າບໍ່ຮັບ ເພິ່ນກໍເປັນຫວ່ງນຳຊີວິດປະຊາຊົນ.”
ດຣ.ວຽງສີ ສຸພັກດີ ຫົວໜ້າຜແນກສາທາຣະນະສຸຂ ແຂວງຈຳປາສັກ ກ່າວໃນພິທີຖແລງຂ່າວຕໍ່ສື່ມວນຊົນໃນວັນທີ 20 ກໍຣະກະດາ ນີ້ວ່າທາງການກໍມີແຜນຈະຂຍາຍ ສູນກັກໂຕຕື່ມອີກ ໂດຍຈະໃຊ້ໂຮງຮຽນ ເພື່ອຮອງຮັບຄົນງານລາວ ທີ່ກັບມາຈາກຕ່າງປະເທດ ແລະ ຕຽມຈະຂຍາຍສູນປິ່ນປົວນຳອີກ:
“ບັນຫາທີ່ເຮົາປະເຊີນນີ້ ກໍຄືສະຖານທີ່ຈຳກັດບໍຣິເວນ ມື້ເຊົ້ານີ້ຢູ່ດ່ານເຂົ້າມາ ຮ້ອຍກວ່າຄົນແລ້ວເຮັດໃຫ້ພວກເຮົານີ້ ມີຄວາມກັງວົນໃຈ ຫຼາຍວ່າເຮົາຈະໄປກັກໄປຂັງຢູ່ໃສ ພວກເຮົາກໍໄດ້ໄປຊອກສະຖານທີ່ ໂຮງຮຽນແຕ່ລະບ່ອນກະຍັງບໍ່ທັນໄດ້ລົງຕົວ ຊຶ່ງມີການຣາຍງານ ການຕິດເຊື້ອ ເປັນຈຳນວນຫຼວງຫຼາຍໃນແຕ່ລະວັນ ຈະໄດ້ກະຕຽມໂຮງໝໍສນາມ ຕື່ມອີກ ເພື່ອເປັນການຮອງຮັບເຂົ້າໃນການປິ່ນປົວ.”
ນອກຈາກນີ້ ປະເທດລາວກໍໄດ້ຮັບຢາວັກຊິນໂຄວິດ-19 ຍີ່ຫໍ້ ຈອນຊັນແອນຈອນຊັນ ຈຳນວນ 1,000,8000 ໂດສ ຈາກສະຫະຣັດ ໃນມື້ວັນສຸກ ຜ່ານມາ ແລະ ໃນມື້ວັນຈັນ ຕອນເຊົ້າ ກໍມີການຮັບມອບຢາ ດັ່ງກ່າວ ຈາກເອກອັຄຣັຖທູດ ສະຫະຣັດ ປະຈຳລາວ ທ່ານ ປີເຕີ ເຮແມນ ເປັນຜູ້ມອບ ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:
“ການສນັບສນູນຈາກສະຫະຣັດອາເມຣິກາ ຕໍ່ຣັຖບານລາວ ໃນການຕ້ານການແຜ່ຣະບາດຂອງໂຄວິດ-19 ຮ່ວມມືກັບຣັຖບານລາວ ໃນການສ້າງພື້ນຖານ ທາງດ້ານສຸຂພາບ, ປ້ອງກັນສຸຂພາບ ຂອງປະຊາຊົນທົ່ວໄປ, ທັງໃນດ້ານການສັກຢາ ທັງໃນດ້ານຊ່ອຍຟື້ນຟູ ເສຖກິຈ ທີ່ໄດ້ຮັບຜົລກະທົບຈາກພຍາດຣະບາດ.”
ອີງຕາມການຣາຍງານ ຂອງຄະນະສະເພາະກິຈປ້ອງກັນ ໂຄວິດ-19 ໃນມື້ວັນທີ 20 ກໍຣະກະດາ ປີ 2021 ມາຮອດປັດຈຸບັນ ມີຜູ້ໄດ້ຮັບ ການກວດວິເຄາະຫາເຊື້ອໂຄວິດ-19 ແລ້ວ 328,553 ຄົນໃນນັ້ນ ພົບເຫັນຜູ້ຕິດເຊື້ອສະສົມ 3,710 ຄົນ ເສັຽຊີວິດ 5 ຄົນ ປົວເຊົາ 2,483 ແລະຍັງປິ່ນປົວຢູ່ໂຮງໝໍ 1,222 ຄົນ.