ຂ.ຫົວພັນມີເດັກນ້ອຍ 3 ຄົນ ເສັຽຊິວິດ
2014.10.23
ເຈົ້າຫນ້າທີ່ ສາທາຣະນະສຸຂ ແຂວງ ຫົວພັນ ເວົ້າວ່າ ປັດຈຸບັນ ຢູ່ ເມືອງຊຳໃຕ້ ກຳລັງ ເຝົ້າຣະວັງ ເຊື້ອໂຣຄ ໝາກສຸກ ໝາກໄສ ຊຶ່ງ ອາຈ ຣະບາດ ໄດ້ ຫລັງຈາກ ມີ ເດັກນ້ອຍ ເສັຽຊິວິດ ຍ້ອນແລ້ວ 3 ຄົນ ແລະອີກ 150 ຄົນ ກຳລັງ ຕິດເຊື້ອ ຢູ່ ໃນເວລານີ້. ເຊື້ອໂຣຄ ດັ່ງກ່າວ ແມ່ນ ຕິດມາ ຈາກ ຜູ້ທີ່ໄປ ຄ້າຂາຍ ຕາມ ບໍຣິເວນ ຊາຍແດນ ລາວ-ວຽດນາມ. ດັ່ງທ່ານ ກ່າວວ່າ:
"ສະເພາະ ເມືອງ ຊຳໃຕ້ ເສັຽຊີວີດ ໄປແລ້ວ 3 ຄົນ ມັນເກີດ ໄປຕາມ ຣະດູການ ຫັ້ນແຫລະ ເນາະ ຕິດແປດ ມານຳພວກ ທີ່ວ່າ ໄປ ຄ້າຂາຍ ຢູ່ພຸ້ນ ຢູ່ ຊາຍແດນ ລາວ-ວຽດນາມ ພູ້ນນະ ຈຳນວນ ນຶ່ງ ກະຍັງຢູ່ ໂຮງ ຫມໍ ຢູ່ ປະມານ 7-8 ຄົນ ນີ້ ແຫລະ".
ທ່ານກ່າວ ຕື່ມວ່າ ຫລ້າສຸດ ເຈົ້າຫນ້າທີ່ ສາທາຣະນະສຸຂ ປະຈຳເມືອງ ຊຳໃຕ້ ໄດ້ລົງໄປ ກວດກາ ຕາມບ້ານ ຕ່າງໆ ເພື່ອ ຕິດຕາມ ອາ ການ ຜູ້ ທີ່ ຕິດເຊື້ອ ໂດຍ ມີການ ຄວບຄຸມ ບໍ່ໃຫ້ ແພ່ລາມ ໄປຍັງ ບ່ອນ ອື່ນ ດ້ວຍ ການສັກຢາ ປ້ອງກັນ ແລະ ແຈກຢາ ໄວຕາມີນ R ໃຫ້ ເດັກນ້ອຍ ແລະ ຜູ້ ສຸງອາຍຸ ຊື່ງ ໃນເວລານີ້ ການແພ່ ຣະບາດ ກໍຄ່ອຍໆ ຫລຸດລົງ ແດ່ແລ້ວ ແຕ່ ກໍບໍ່ ປະໝາດ.
ການແພ່ ຣະບາດ ຂອງ ໝາກສຸກ ໝາກໄສ ທີ່ ເມືອງຊຳໃຕ້ ເຮັດໃຫ້ ຄົນເສັຽຊີວີດ ຫລາຍຄົນ ເທື່ອນີ້ ເປັນເຫດການ ອັນຮ້າຍແຮງ ໃນ ຮອບຫລາຍປີ ທີ່ຜ່ານມາ ຈຶ່ງຄິດວ່າ ອາຈມີຜູ້ ນໍາເຊື້ອ ມາຈາກ ຊາຍແດນ ວຽດນາມ ທາງການ ແຂວງ ກຳລັງ ກວດກາ ຄົນເຂົ້າ-ອອກ ຢູ່ ໃນເວລານີ້. ໂຣຄ ດັ່ງກ່າວ ສາມາດ ຕິດໄດ້ ຈາກ ການ ໄອ ຈາມ ແລະ ການສຳພັດ ກັບ ຜູ້ ຕິດເຊື້ອ.