ການບໍຣິການຂອງແພດໝໍລາວ

ມີສຽງ ວິຈານ ເຣຶ່ອງ ການ ບໍຣິການ ຂອງ ແພດ-ໝໍ ຢູ່ ໂຮງໝໍ ຈາກ ຊາວລາວ ຜ່ານ ສັງຄົມ ອອນລາຍ, ວ່າ ການ ບໍຣິການ ຂອງ ແພດ-ໝໍ ລາວ ຊັກຊ້າ, ການ ປະຊາສັມພັນ ກັບ ຄົນເຈັບ ກໍບໍ່ ສຸພາບ.

ໂຮງໝໍມະໂຫສົດ ໃນ ນະຄອນຫລວງວຽງຈັນ ໄດ້ປິ່ນປົວຄົນເຈັບ ມາເກືອບເຖິງ ຊົ່ວເຊັນຄົນແລ້ວ RFA/LX

ມີສຽງ ວິຈານ ເຣຶ່ອງ ການ ບໍຣິການ ຂອງ ແພດ-ໝໍ ຢູ່ ໂຮງໝໍ ຈາກ ຊາວລາວ ຜ່ານ ສັງຄົມ ອອນລາຍ, ວ່າ ການ ບໍຣິການ ຂອງ ແພດ-ໝໍ ລາວ ຊັກຊ້າ, ການ ປະຊາສັມພັນ ກັບ ຄົນເຈັບ ກໍບໍ່ ສຸພາບ. ທາງຝ່າຍ ໂຮງໝໍ ລາວ ກໍອອກມາ ຮັບເອົາ ຄໍາ ຕິຊົມ ເພື່ອ ໃຫ້ ມີການ ປັບປຸງ.

ທ່ານ ທີ່ເຄົາຣົບ ໃນ ເດືອນ ທີ່ ຜ່ານມາ ມີ ປະຊາຊົນ ທ່ານນຶ່ງ ອອກມາ ວິພາກ ວິຈານ ການ ບໍຣິການ ຂອງ ພະນັກງານ ແພດ-ໝໍ ວ່າ, ໃຫ້ ບໍຣິການ ບໍ່ດີ ແລະ ເວົ້າ ກໍ ບໍ່ມ່ວນ. ຂາດ ຫລັກການ ດ້ານ ມະນຸສ ສັມພັນ ແລະ ປະຊາ ສັມພັນ, ຈຶ່ງ ຢາກ ຮຽກຮ້ອງ ໃຫ້ ມີການ ປັບປຸງ ແກ້ໄຂ ໃຫ້ ທຽມທັນ ກັບ ປະເທດ ໃກ້ຄຽງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org