ຫຼາຍແຂວງເລີ່ມພົ່ນຢາ ຂ້າເຊື້ອ ໂຄວິດ-19

ສຸພັດຕາ
2021.04.28
ຫຼາຍແຂວງເລີ່ມພົ່ນຢາ ຂ້າເຊື້ອ ໂຄວິດ-19 ເຈົ້າໜ້າທີ່ ຄະນະສະເພາະກິຈ ແລະ ໜ່ວຍກູ້ພັຍ ຢູ່ແຂວງຈໍາປາສັກ ໄດ້ພົ່ນຢາຂ້າເຊື້ອ ໃນສະຖານທີ່ ທີ່ມີຄວາມສ່ຽງ
ນັກຂ່າວພົລເມືອງ

ເຈົ້າໜ້າທີ່ຄະນະສະເພາະກິຈ ແລະໜ່ວຍກູ້ພັຍ ຢູ່ຫຼາຍແຂວງຂອງລາວ ໄດ້ພົ່ນຢາຂ້າເຊື້ອ ໃນສະຖານທີ່ ທີ່ສ່ຽງ ແລະສະຖານທີ່ ທີ່ຄາດວ່າຈະມີການແຜ່ຣະບາດ ຂອງເຊື້ອໂຄວິດ-19 ເປັນຕົ້ນ: ຮ້ານບັນເທິງ, ຮ້ານກິນດື່ມ, ຮ້ານນວດ ແລະ ຕລາດ.

ນັບຕັ້ງແຕ່ ມີການແຜ່ຣະບາດຂອງເຊື້ອໂຄວິດ-19 ຈົນມາຮອດມື້ນີ້ ກໍມີເຈົ້າໜ້າທີ່ ສາທາຣະນະສຸຂ ປະຈໍາຈຸດຕ່າງໆໄດ້ອອກພົ່ນ ຢາຂ້າເຊື້ອ ຕາມສະຖານທີ່ສ່ຽງ ທີ່ມີຜູ້ຕິດເຊື້ອໂຄວິດ-19 ນັ້ນເດີນທາງໄປ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ຄະນະສະເພາະກິຈ ຄວບຄຸມ ແລະປ້ອງກັນໂຄວິດ-19 ນະຄອນຫຼວງວຽງຈັນ ທ່ານນຶ່ງ ຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ 28 ເມສານີ້:

“ຖ້າມັນແມ່ນ ບ່ອນທີ່ວ່າມີໂຄວິດ-19 ເນາະ ເຂົາເຈົ້າຈະໄປ ຄັນຖ້າບໍ່ມີ ເຂົາເຈົ້າຈະບໍ່ໄດ້ໄປເດ້ ນໍ້າຢາມັນບໍ່ແມ່ນ ເຮົາຈະໄປພົ່ນ ໄດ້ໝົດທຸກບ່ອນເນາະນ້ອງ ພົ່ນແຕ່ບ່ອນທີ່ມີເຊື້ອ ເຮົາຈັ່ງໄປພົ່ນໄດ້ໝົດທຸກບ່ອນ ທີ່ມີເຊື້ອ ເຮົາຈັ່ງໄປພົ່ນ ມັນບໍ່ແມ່ນນໍ້າຢາໄປ ພົ່ນປ້ອງກັນ ມັນເປັນຢາທີ່ພົ່ນແລ້ວຂ້າເຊື້ອ.”

ຢູ່ແຂວງຫຼວງພຣະບາງ ເຈົ້າໜ້າທີ່ ຄະນະສະເພາະກິຈ ປ້ອງກັນໂຄວິດ-19 ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຫາກ ເຈົ້າໜ້າທີ່ ສາທາຣະນະສຸຂແຂວງ ໄດ້ຮັບແຈ້ງມາວ່າ ມີຜູ້ຕິດເຊື້ອໂຄວິດ-19 ພາຍໃນເຂດທີ່ຮັບຜິດຊອບ ກໍຈະມີເຈົ້າໜ້າທີ່ກ່ຽວຂ້ອງ ໄປພົ່ນຢາຂ້າເຊື້ອ ນັ້ນທັນທີ:

“ບ່ອນໃດມີການຕິດເຊື້ອມິຫຍັງ ສົງໃສມີບ່ອນຕິດເຊື້ອ ເຂົາເຈົ້າໄປກວດເຫັນ ເຂົາເຈົ້າກໍໄປພົ່ນໃຫ້ພ້ອມເລີຍ ສະເພາະແຕ່ເຂດທີ່ ເຂົເຈົ້າໄປສັມຜັດ ໄປບ່ອນເທັກ ບ່ອນບາບ່ອນທີ່ ເຂົາເຈົ້າໄປຫຼີ້ນອິສັງ ຈັ່ງຊີ້ກໍຕ້ອງພົ່ນ ສ່ວນຫຼາຍທີ່ຢູ່ອາສັຍ ປັດຈຸບັນ ບ່ອນເຂົາເຈົ້າ ລ໊ອກດາວ ຢູ່ນີ້ກວດພົບເຊື້ອແລ້ວ ກໍໄປພົ່ນຢູ່ເຮືອນເຂົາເຈົ້າ ບໍຣິເວນອ້ອມແອ້ມເຮືອນ ຫຼືວ່າ ໝູ່ບ້ານເຂົາເຈົ້າ 4-5 ຫຼັງ ມີແຕ່ສາທາ ແຫຼະໄປພົ່ນ ແຕ່ວ່າເຂົາເຈົ້າໄປພົ່ນໝົດແລ້ວ ຕາມຖນົນຫົນທາງ ເຂົາເຈົ້າກໍພົ່ນໝົດແຫຼະ.”

ເຈົ້າໜ້າທີ່ກູ້ພັຍ ນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວວ່າ ກູ້ພັຍນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງທີມ ທີ່ໄດ້ຮັບການຝຶກອົບຮົມໃນ ການຕ້ານແລະສະກັດກັ້ນໂຄວິດ-19 ຈາກຄະນະ ສະເພາະກິຈປ້ອງກັນໂຄວິດ-19 ກະຊວງສາທາຣະນະສຸຂ ຕັ້ງຢູ່ 3 ຈຸດໃຫຍ່ ໃນນະຄອນຫຼວງວຽງຈັນ ຄື: ຈຸດ ສີສັດຕະນາກ, ຈຸດ ໄຊເສດຖາ ແລະ ຈຸດ ຈັນທະບູຣີ ໂດຍທັງໝົດ ມີໜ້າທີ່ຮັບຜິດຊອບຄື ໄປຮັບຜູ້ຕິດເຊື້ອສົ່ງເຂົ້າ ສູນກັກກັນບໍຣິເວນ ແລະຮັບພົ່ນຢາຂ້າເຊື້ອ ຕາມສະຖານທີ່ສ່ຽງຕ່າງໆ:

“ຊ່ວຍວຽກໃນການຂົນສົ່ງ ຜູ້ທີ່ວ່າຕິດ ໄປຮັບຜູ້ທີ່ວ່າຕິດເຊື້ອ ໄປເຂົ້າສູນກັກກັນເນາະ ອັນທີ່ສອງນີ້ ຮັບພົ່ນຂ້າເຊື້ອຕາມບ້ານທີ່ມີ ຄວາມສ່ຽງ ຕາມຄວາມຕ້ອງການຂອງປະຊາຊົນ ໂດຍທີ່ບໍ່ໄດ້ເກັບເງິນ ບາງບ້ານ ກໍສນັບສນູນຄ່ານໍ້າຢາ ຫັ້ນໃຫ້ຄືນ.”

ທ່ານກ່າວຕື່ມວ່າ ມາຮອດປັດຈຸບັນ ກູ້ພັຍນະຄອນຫຼວງວຽງຈັນ ໄດ້ພົ່ນຢາຂ້າເຊື້ອ ຕາມສໍານັກງານຫ້ອງການ ຫ້າງຮ້ານສະຖານທີ່ ບັນເທິງ ແລະຕາມບ້ານ ທີ່ມີຄວາມສ່ຽງວ່າ ມີການແຜ່ຣະບາດຂອງເຊືິ້ອ ໂຄວິດ-19 ແລະ ກ່ອນຈະພົ່ນຢາຂ້າເຊື້ອທຸກຄັ້ງ ແມ່ນໄດ້ ແຈ້ງໃຫ້ເຈົ້າໜ້າທີ່ ແລະອໍານາດການ ປົກຄອງຕ່າງໆ ຮັບຮູ້ລ່ວງໜ້າກ່ອນ.

ຂນະທີ່ ຊາວບ້ານ ຢູ່ບ້ານທາດຂາວ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເວົ້າວ່າ ບ້ານທາດຂາວ ເປັນບ້ານນຶ່ງທີ່ປອດເຊືຶ້ອ ແຕ່ວ່າ ບ້ານອ້ອມຂ້າງນັ້ນ ມີຜູ້ຕິດເຊື້ອໂຄວິດ-19 ແລະເພື່ອເປັນການປ້ອງກັນໄວ້ກ່ອນ ຊາວບ້ານໃນບ້ານນີ້ ເລີຍຂໍໃຫ້ເຈົ້າໜ້າທີ່ ກ່ຽວຂ້ອງ ມາພົ່ນຢາຂ້າເຊື້ຶອໃຫ້:

“ເຮົາບ້ານຂໍຄວາມຊ່ວຍເຫຼືອ ຖ້າວ່າເຂົາເຈົ້າມີຢາ ເຂົາເຈົ້າກໍມາພົ່ນໃຫ້ຟລີ ບາງບ່ອນ ເຂົາເຈົ້າໄປບ່ອນອື່ນ ເຂົາເຈົ້າກໍຄາເຂົາເຈົ້າ ກໍໄປບ່ອນອື່ນກ່ອນ ບ້ານເຮົາຍັງບໍ່ມີສຸ່ມສ່ຽງ ເຂົາເຈົ້າກໍເອົາທາງອື່ນກ່ອນ ເພາະວ່າ ອ້ອມຂ້າງນິ່ ມັນໜັກລະ ອັນນີ້ ກໍຖືວ່າ ຈໍານວນນຶ່ງອຸ່ນໃຈ ແຕ່ວ່າ ມັນຍັງຣະບາດເນາະ.”

ຊາວບ້ານຢູ່ບ້ານ ທາຣີໃຕ້ ເມືອງນໍ້າບາກ ແຂວງຫຼວງພຣະບາງ ເວົ້າວ່າພາຍໃນບ້ານນີ້ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ແລະບໍ່ເຫັນວ່າ ມີຜູ້ຕິດເຊື້ອຜ່ານເຂົ້າມາ ຊາວບ້ານພາຍໃນບ້ານ ຍັງອອກໄປເຮັດໄຮ່ເຮັດສວນໄດ້ຢູ່ ແຕ່ຕ້ອງປະຕິບັດຕາມຄໍາສັ່ງຂອງ ຂັ້ນເທິງຢ່າງ ເຂັ້ມງວດ:

“ກໍຫາກ ບໍ່ເກີດອິຫຍັງ ເອີ່ ປິດຫັ້ນແຫຼ້ວ ບ້ານຕໍ່ບ້ານ ຕິດກັນ ດີໃຈນໍາຂັ້ນເທິງ ເປັນຫ່ວງເປັນໃຍ ຊີວິດການເປັນຢູ່ ຂອງປະຊາຊົນ ຖືວ່າ ອອກໄປໄຮ່ໄປສວນ ກໍໄດ້ໃສ່ຜ້າອັດປາກ ອັດດັງ.”

ສໍາລັບການພົ່ນຢາຂ້າເຊື້ອຕາມແຂວງຕ່າງໆ ຮວມທັງ ນະຄອນຫຼວງວຽງຈັນນັ້ນ ແມ່ນເປັນໄປຕາມແຈ້ງການ ທີ່ພາກສ່ວນ ກ່ຽວຂ້ອງ ໄດ້ຜັນຂຍາຍຈາກຄໍາສັ່ງ ເລຂທີ 15/ນຍ ເຣື່ອງ ການເພີ່ມທະວີມາຕການ ສະກັດກັ້ນ ຄວບຄຸມ ແລະກຽມພ້ອມຮອບດ້ານ ເພື່ອຕ້ານ ໂຄວິດ-19 ທັງເປັນການຫຼຸດຜ່ອນ ຄວາມສ່ຽງ ແລະ ສ້າງຄວາມໝັ້ນໃຈ ໃຫ້ແກ່ ປະຊາຊົນ ໃນການ ສະກັດກັ້ນ ແລະຕ້ານການແຜ່ ຣະບາດ ຂອງເຊື້ອໂຄວິດ-19.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.