ສັ່ງປິດ ຄລີນິກ ຂອງຕ່າງປະເທດ

ກະຊວງສາທາຣະນະສຸຂ ສປປ ລາວ
ກະຊວງສາທາຣະນະສຸຂ ສປປ ລາວ (Public Domain)

0:00 / 0:00

ກະຊວງ ສາທາຣະນະສຸຂ ສປປລາວ ໄດ້ອອກຄຳສັ່ງ ໃຫ້ຄລີນິກຕ່າງປະເທດ ທີ່ເປີດໃນລາວ ທັງມີໃບອະນຸຍາດ ຫຼື ບໍ່ມີໃບອະນຸຍາດ ໃຫ້ປິດ ກິຈການ ພາຍໃນ ທ້າຍປີນີ້ ເຖິງແມ່ນວ່າ ຄລີນິກບາງແຫ່ງ ໄດ້ຕໍ່ສັນຍາ ໄປຮອດ ປີ 2020 ກໍຕາມ ຍ້ອນ ທາງການລາວ ຈະສງວນ ອາຊີບນີ້ ໄວ້ໃຫ້ ຄົນລາວເທົ່ານັ້ນ, ດັ່ງເຈົ້າຫນ້າທີ່ ສາທາຣະນະສຸຂ ທ່ານນື່ງ ກ່າວເມື່ອວັນທີ 6 ກໍຣະກະດານີ້ວ່າ:

"ພວກເຮົາ ບໍ່ສາມາດ ໃຫ້ຜູ້ກ່ຽວດຳເນີນ ການບໍຣິການ ຍ້ອນວ່າ ເງື່ອນໄຂ ຂອງການຕັ້ງໂຮງໝ​ໍ ບໍ່ທັນຄົບມາຕຖານ ເຖີງວ່າຈັ່ງໃດກໍຢ່າ ມີໃບອະນຸຍາດກະຢ່າ ເຈົ້າມີທຶນ ເຈົ້າຕ້ອງໄດ້ລົງທຶນ ເປີດໂຮງໝໍ ບໍ່ໃຫ້ແມ່ນຄລີນີກ ເຣື້ອງຫລັກການ ມັນກະບໍ່ຖືກຕ້ອງ ເຣື້ອງກວດພຍາດ ເພີນ ກະສງວນໄວ້ ໃຫ້ຄົນລາວ."

ຜ່ານມາ ກະຊວງ ສາທາຣະນະສຸຂ ເຄີຍອອກຄຳສັ່ງ ໃຫ້ຄລີນີກຄົນຕ່າງຊາດ ປິດກິຈການ ໃນປີ 2015 ແຕ່ໄດ້ເລື່ອນເວລາ ອອກໄປ ຍ້ອນ ເພື່ອຄວາມສຳພັນ ອັນດີງາມ ກັບປະເທດດັ່ງກ່າວ. ດຣ ຈັນພົມມາ ວົງສຳພັນ, ຫົວຫນ້າຫ້ອງການ ກິຈການ ກະຊວງ ສາທາຣະນະສຸ,ຂ ເວົ້າວ່າ ການສັ່ງປິດ ຄລີນີກຕ່າງຊາດ ຈະຊ່ອຍຜ່ອນເບົາ ສຽງວິພາກວິຈານ ຂອງປະຊາຊົນ ທີ່ຈົ່ມວ່າ ຄລິນີກຂອງຄົນຕ່າງຊາດ ໂຄສະນາ ບໍ່ເປັນຄວາມຈິງ ແລະ ເກັບຄ່າປີ່ນປົວ ແພງເກີນໄປ.

ໃນປັດຈຸບັນ ໃນລາວ ມີຄລີນິກ ປີ່ນປົວຄົນເຈັບ ປະມານ 1 ພັນປາຍແຫ່ງ ທັງຄລີນິກຄົນລາວ ແລະຄົນຕ່າງຊາດ ມີໂຮງໝໍເອກຊົນ 17 ແຫ່ງ ຄລີນີກ ຂອງຄົນຕ່າງຊາດ ທີ່ໄດ້ຮັບ ອະນຸຍາດແທ້ໆນັ້ນ ມີພຽງແຕ່ 3 ແຫ່ງ ສ່ວນເຫຼືອ ອາດຈະເປີດ ແບບບໍ່ຖືກຕ້ອງ ຕາມກົດຫມາຍ.
ຄລີນິກ ຂອງຄົນຕ່າງຊາດ ບາງແຫ່ງ ລັກເຮັດກິຈກຳ ທີ່ຜິດກົດຫມາຍ ເປັນຕົ້ນ ຄລີນິກຈີນ ທີ່ເມືອງແປກ ແຂວງຊຽງຂວາງ ແລະ ໃນຫຼາຍແຂວງ ທີ່ທາງການລາວ ກຳລັງກວດກາຢູ່.