ໂຮງໝໍຂາດຜູ້ຊ່ວຍ ວຽກພຍາບານ

ຜແນກ ສາທາຣະນະສຸຂ ສປປ ລາວ ຕ້ອງການ ພະນັກງານ ເພີ້ມ 6000 ຄົນ ຫລັງຈາກ ທີ່ມີການ ຂາດແຄນ ມາຕັ້ງດົນ ນານແລ້ວ.

2013.01.24
F-nurse ນາງໝໍ ກໍາລັງກວດ ຄວາມດັນເລືອດ ໃຫ້ຄົນເຈັບທີ່ ເຂົ້າມາປິ່ນປົວ ໃນໂຮງໝໍ ມະໂຫສົດ ນະຄອນຫລວງ ວຽງຈັນ
RFA/Tyler Chapman

ເຈົ້າຫນ້າທີ່ ກະຊວງ ສາທາຣະນະສຸຂ ທ່ານນື່ງເວົ້າວ່າ ໃນສົກປີ 2012 - 2013 ທາງກະຊວງ ຕ້ອງການເປີດ ຮັບສມັກ ພນັກງານໃຫມ່ ເຖິງ 5,982 ຄົນ ເພື່ອຊ່ອຍເຫຼືອ ວຽກງານ ຕາມໂຮງຫມໍ ໃນເຂດເມືອງ ຕາມສຸຂສາລາ ໃນຫມູ່ບ້ານ ແລະ ໃນເຂດ ຊົນນະບົດຕ່າງໆ ໃນທົ່ວປະເທດ ຍ້ອນວ່າ ປັດຈຸບັນ ພະນັກງານ ການແພດ ຍັງບໍ່ພຽງພໍ ຕໍ່ຄວາມຕ້ອງການ. ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:

"ໂຮງຫມໍແຂວງ ນີ້ມີແພດພຍາບານ ບໍ່ພຽງພໍ ເມືອງນ້ອຍ ແພດພຍາບານ ແພດສະເພາະ ທາງເຄື່ອງໄມ້ ເຄື່ອງມື ມັນກໍຂ້ອນຂ້າງ ລຳບາກ ເຮົາມີກະຈຳຢູ່ແລ້ວ ແຕ່ຖ້າເກີດວ່າ ມີຄົນເຈັບຫລາຍ ພວກເຮົາຕ້ອງດຶງ ພະນັກງານ ມາຊ່ອຍ".

ອິງຕາມຂໍ້ມູນ ຈາກກະຊວງ ສາທາຣະນະສຸຂ ໃນປັດຈຸບັນ ໂຮງຫມໍເມືອງ ໃນທົ່ວປະເທດ ຍັງຂາດ ພະນັກງານ ແພດເຖິງ 993 ຄົນ ສຸຂສາລາ ຍັງຂາດເຖິງ 813 ຄົນ ແລະນາຍແພດ ຂັ້ນບ້ານ ໃນທົ່ວປະເທດ ກໍຍັງຕ້ອງການ ເຖິງ 2,069 ຄົນ. ໂຕເລກນັ້ນ ສະແດງໃຫ້ເຫັນວ່າ ຜແນກ ສາທາຣະນະສຸຂ ໃນລາວ ຍັງຕ້ອງການ ພະນັກງານ ການແພຕ ເປັນຈຳນວນ ຫລວງຫລາຍ. ນາຍແພດ ທ່ານນຶ່ງ ທີ່ແຂວງ ຜົ້ງສາລີ ເວົ້າວ່າ ໃນປັດຈຸບັນ ທີ່ແຂວງ ຜົ້ງສາລີ ຍັງຕ້ອງການ ນາຍແພດ ຫລາຍ ໂດຍສະເພາະ ນາຍແພດ ຜູ້ຊ່ຽວຊານ ພຍາດສະເພາະ ດັ່ງທ່ານກ່າວ ໃນຕອນນື່ງວ່າ:

"ຣະດູຝົນ ບາງເຂດ ກໍລຳບາກຢູ່ ນີ້ກໍມີພຽງ ສອງ-ສາມລາຍ ພຍາບານ ແພດ ກໍບໍ່ພໍເລື້ອງ ການຜ່າຕັດ".

ຕາມກົດ ຣະບຽບໃຫມ່ ຂອງຣັຖບານ ໃນການໃຫ້ໂກຕາ ສຳລັບ ຮັບພະນັກງານຣັຖ ແຕ່ລະກະຊວງ ສາມາດ ຮັບພະນັກງານໃຫມ່ໄດ້ ພຽງແຕ່ 1 ພັນຄົນ ເທົ່ານັ້ນ ຊຶ່ງຖືວ່າຫນ້ອຍ ຖ້າທຽບໃສ່ ຄວາມຕ້ອງການ ທົ່ວປະເທດ ໂດຍສະເພາະ ພແນກ ສາທາຣະນະສຸຂ ພຽງກະຊວງດຽວ ທີ່ມີຄວາມຕ້ອງການ ພະນັກງານ ໃຫມ່ເຖິງ 6 ພັນຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.