ວັກຊິນປ້ອງກັນໂຄວິດ-19 ໃຫ້ຄົນງານ ກຸ່ມສ່ຽງ

ອຸ່ນແກ້ວ ສຸກສະຫວັນ
2021.03.19
ວັກຊິນປ້ອງກັນໂຄວິດ-19 ໃຫ້ຄົນງານ ກຸ່ມສ່ຽງ ພະນັກງານຂັບຣົດຂົນສົ່ງ ໄປໄທຍ ໄດ້ສັກຢາປ້ອງກັນ ໂຄວິດ-19
ນັກຂ່າວພົລເມືອງ

ເຈົ້າໜ້າທີ່ສາທາຣະນະສຸຂ ຢູ່ຫຼາຍແຂວງ ໄດ້ເລີ່ມສັກຢາປ້ອງກັນ ໂຄວິດ-19 ໃຫ້ຜູ້ທີ່ເຮັດວຽກບໍຣິການ ທີ່ມີຄວາມສ່ຽງສູງແລ້ວ, ໂດຍສະເພາະ ຄົນຂັບຣົດຂົນສົ່ງສິນຄ້າ ເຂົ້າ-ອອກ ຕ່າງປະເທດ ລວມທັງເຈົ້າໜ້າທີ່ໂຮງແຮມ ທີ່ມີການພົວພັນກັບຄົນມາຈາກ ຕ່າງປະເທດ.

ຄົນຂັບຣົດຂົນສົ່ງສິນຄ້າ ຢູ່ແຂວງສວັນສະເຂດ ທີ່ຂັບຣົດຂົນສົ່ງສິນຄ້າ ໄປປະເທດໄທຍ ແລະວຽດນາມ ໄດ້ຮັບການສັກຢາປ້ອງກັນ ໂຄວິດ19 ແລະ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 18 ມິນາ ວ່າ:

"ບໍຣິສັດນະ ພາໄປສັກ ເພາະພວກຂ້ອຍປະກອບການຂົນສົ່ງ ລະຫວ່າງປະເທດ ແລະ ຂັບຣົດຂົນສົ່ງກຸງເທບ, ຮາໂນຍ ປົກກະຕິ ບໍ່ມີອາການຫຍັງເນາະ ນອນສະບາຍ ບໍ່ເປັນໄຂ້ ບໍ່ເປັນຫຍັງ ໝັ້ນໃຈຂຶ້ນໜ້ອຍນຶ່ງ."

ຢູ່ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ສາທາຣະນະສຸຂ ກໍເລີ່ມມາສັກຢາປ້ອງກັນໂຄວິດ ໃຫ້ພະນັກງານໂຮງແຮມ ແລະພະນັກງານ ນຳທ່ຽວ, ເຈົ້າໜ້າທີ່ຜູ້ທີ່ເຮັດວຽກຢູ່ໂຮງແຮມ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ສັກແລ້ວເດ້ ກະປົກກະຕິ ກະບໍ່ໄດ້ເປັນຫຍັງເດ້ລະ ມີແຕ່ເຈັບແຂນ ຄິງໄຂ້ ໜ້ອຍນຶ່ງຫັ້ນແຫຼະ ກຸ່ມທີ່ຜະເຊີນໜ້າ ກຸ່ມສ່ຽງນີ້ກ່ອນ ທີ່ບໍຣິການປະຊາຊົນນີ້ກ່ອນ ໂຮງແຮມ ຮ້ານອາຫານ ເມືອງໄຊເສດຖາ ເມືອງຈັນທະບູລີ ເມືອງສີໂຄດ ພຸ້ນແລ້ວ ເລີ່ມຂຍາຍໄປຫັ້ນ."

ແຕ່ໃນຂນະດຽວກັນ ເຈົ້າໜ້າທີ່ໂຮງແຮມທ່ານນຶ່ງ ຢູ່ສວັນນະເຂດ ກໍຍັງລັງເລທີ່ຈະສັກ ຍ້ອນວ່າຢ້ານຜົນຂ້າງຄຽງ, ດັ່ງທ່ານກ່າວ ຕໍ່ເອເຊັຽເສຣີ ວ່າ:

"ໄດ້ຍິນເພິ່ນວ່າ ເລີ່ມສັກວັກຊິນແລ້ວເດ້ ກຸ່ມບຸກຄົນເພິ່ນກະໃຫ້ໄປສັກ ກະມີບາງຄົນເຂົາກະໄປສັກແດ່ແລ້ວ ທາງເຮົາຍັງບໍ່ໄດ້ໄປ ໃນຄວາມຄິດຍັງບໍ່ຢາກໄປສັກ ເພາະເຮົາບໍ່ແນ່ໃຈ ຜົນຂ້າງຄຽງ ຊິເປັນຈັ່ງໃດ ຂັ້ນເຮົາໄປສັກຫັ້ນ."

ບັນດາເຈົ້າໜ້າທີ່ ຜູ້ທີ່ເຮັດວຽກຢູ່ໃນກຸ່ມສ່ຽງ ຕ້ອງໄປສັກຢາເຂັມ ທີ1 ຂນາດ 22 ພັນໂດສ ພາຍໃນກຳນົດ ວັນທີ 18 ມິນາ 2021 ແລະ ອີກ 28 ວັນ ເຂົາເຈົ້າຕ້ອງໄປສັກ ເຂັມທີ2, ຊຶ່ງມາຮອດປັດຈຸບັນ ມີຄົນໄປລັກແລ້ວ 50 ເປີເຊັນ. ເຈົ້າໜ້າທີ່ສະເພາະກິຈ ຕ້ານໂຄວິດ19 ຢູ່ແຂວງສວັນນະເຂດ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ບໍ່ທັນເປີດໃຫ້ປະຊາຊົນທົ່ວໄປ ມີແຕ່ກຸ່ມເປົ້າໝາຍ ບຸຄລາກອນແພດ ຜູ້ທີ່ເຮັດວຽກ ຢູ່ຊາຍແດນ ຢູ່ໂຮງແຮມບ້ານພັກ ສະຖານນີ ຣົດຂົນສົ່ງໂດຍສານ ບໍຣິການປະຊາຊົນ ໄປສະນີ ໂທຣະຄົມ ເຂັມແລກ 22 ພັນໂດສ ໄດ້ 50 ເປີເຊັນ ແລ້ວ ເຮົາກະຢູ່ໄດ້ 80 ເປີເຊັນ."

ໃນເບື້ອງຕົ້ນທາງການລາວ ຈະສັກໃຫ້ຄົນລາວ ຜູ້ທີ່ມີຄວາມສ່ຽງກ່ອນ ໂດຍສະເພາະກຸ່ມທີ່ເຮັດວຽກບໍຣິການ, ເຈົ້າໜ້າທີ່ ສາທາ ຣະນະສຸຂນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ເພິ່ນສັກແລ້ວ ຕ່າງແຕ່ວ່າ ເພິ່ນບໍ່ເອົາຄົນຕ່າງປະເທດເທື່ອ ເພິ່ນເອົາຄົນລາວເຮັດການບໍຣິການ ທີ່ວ່າມີຄວາມສ່ຽງ ໂຕຢ່າງຄື ພວກແມ່ບ້ານ ພະນັກງານໃນໂຮງແຮມວ່າຊັ້ນສະ ກະທຸກເມືອງຫັ້ນແຫຼະເນາະ ເພິ່ນມີກຸ່ມເປົ່າໝາຍໃນການສັກເນາະ."

ອີງຕາມການລາຍງານຂອງ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າ ກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ໃນວັນທີ 15 ມີນາ, ເຈົ້າໜ້າທີ່ໄດ້ສັກຢາເຂັມ ທີ1 ໃຫ້ກຸ່ມເປົ້າໝາຍ ບູຣິມະສິດ ທັງໝົດປະມານ 40,732 ຄົນ ໃນທົ່ວປະເທດ ໃນນັ້ນມີ ຜແນກງານແພດ-ໝໍ ປະມານ 13,005 ຄົນ, ພະນັກງານເຮັດວຽກ ທີ່ມີຄວາມສ່ຽງປະມານ 22,791 ຄົນ, ຜູ້ທີ່ມີວຄາມຈຳເປັນ ເດີນທາງອອກນອກປະເທດ 625 ຄົນ, ຜູ້ທີ່ອາຍຸ 60 ປີຂຶ້ນໄປປະມານ 220 ຄົນ, ຜູ້ມີພຍາດປະຈຳໂຕປະມານ 31 ຄົນ ແລະ ກຸ່ມອື່ນປະມານ 4,060 ຄົນ.

ນອກຈາກນີ້ ໃນວັນທີ 17 ມິນາ ທີ່ຜ່ານມາ, ສະຫະພາບຢູໂຣບ ຫຼື EU ຈະສະໜັບສະໜູນ ໃຫ້ປະເທດລາວ ໄດ້ຮັບວັກຊິນຕ້ານ ໂຄວິດ, ຊຸດທຳອິດໃນຈຳນວນ 480,000 ໂດສ ໂດຍຜ່ານກຸ່ມ COVAX ແຕ່ຍັງບໍ່ໄດ້ລະບຸວ່າ ຈະໄດ້ຮັບມື້ໃດ.

ກຸ່ມສ່ຽງທີ່ມີການສັກຢາປ້ອງກັນ ໂຄວິດ19 ລວມມີ:

• ບຸຄລາກອນ ທາງການແພດ

• ຜູ້ອາຍຸສູງ 60 ປີຂຶ້ນໄປ

• ຜູ້ທີ່ເປັນພຍາດຊໍາເຮື້ອ

• ບຸຄລາກອນອື່ນໆ ທີ່ມີຄວາມສ່ຽງ

• ບຸກຄົນທີ່ຈຳເປັນຕ້ອງເດີນທາງເຂົ້າ-ອອກ ປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.