ສຸຂອະນາມັຍ ໃນຊົນນະບົດ
ການສົ່ງເສີມ ສຸຂອະນາມັຍ ໃນເຂດ ຊົນນະບົດ ບໍ່ປະສົບ ຜົລສໍາເຣັດ.
-
2013-04-19 -
-
-
Your browser doesn’t support HTML5 audio
ການສົ່ງເສີມ ສຸຂອະນາມັຍ ໃນເຂດ ຊົນນະບົດ ບໍ່ປະສົບ ຜົລສໍາເຣັດ.
ການສົ່ງເສີມ ສຸຂພິບານ ສຶກສາ ໃນເຂດ ຊົນນະບົດ ຢູ່ແຂວງ ຫລວງນໍ້າທາ ປະສົບກັບ ຄວາມຫຍູ້ງຍາກ ຍ້ອນ ປະຊາຊົນ ຂາດຄວາມຮູ້ ບໍ່ເຂົ້າໃຈ ໃນຄໍາແນະນໍາ ຂອງ ເຈົ້າໜ້າທີ່ ແລະ ຍັງຂາດ ອຸປກອນ ເຄື່ອງໃຊ້ ຈຶ່ງເຮັດໃຫ້ ໂຄງການນີ້ ບໍ່ປະສົບ ຜົລສໍາເຣັດ. ດັ່ງ ເຈົ້າໜ້າທີ່ ຜແນກ ສາທາຣະນະສຸຂ ຫລວງນໍ້າທາ ເວົ້າວ່າ:
"ຄົນທີ່ຂະເຈົ້າ ດ້ອຍການສຶກສາ ກໍເວົ້າຍາກ ໜ່ອຍໜຶ່ງ ບາງຄັ້ງ ຂະເຈົ້າ ເຂົ້າໃຈ ແຕ່ອຸປກອນ ທີ່ນໍາໃຊ້ ໃຫ້ຂະເຈົ້າ ຄິດວ່າເຄື່ອງມື ທີ່ ຂະເຈົ້າ ເຮັດນໍາເຮົາ ບາງຄັ້ງ ມັນກໍບໍ່ມີ ເຊັ່ນຕົວຢ່າງວ່າ ສະບູ ລ້າງມື ຢູ່ໃນທ້ອງຖິ່ນ ເຮົາບໍ່ມີ ມັນກໍຍາກ ບາງເທື່ອ ເຮົາເວົ້າເຣື່ອງ ການລ້າງຖ້ວຍ ຢູ່ຄົວ ເຮືອນ ແລະ ເຂົາບໍ່ມີ ນໍ້າສະບູ ລ້າງຖ້ວຍ ມີຫລາຍໆອັນ ແລະ ຕ້ອງໃຊ້ ເວລາ".
ທ່ານເວົ້າ ຕໍ່ໄປວ່າ ທາງ ສາທາຣະນະສຸກ ໄດ້ມີການແຈກ ອຸປກອນ ຕ່າງໆໃຫ້ ປະຊາຊົນ ໃນເຂດ ຊົນນະບົດ ແຕ່ເມື່ອເຄື່ອງ ຂອງໝົດແລ້ວ ປະຊາຊົນ ບໍ່ສາມາດ ຫາຊື້ໄດ້ ດັ່ງນັ້ນ ຈຶ່ງບໍ່ສາມາດ ປະຕິບັດ ອະນາມັຍ ຕາມທີ່ໄດ້ ແນະນໍາ ໃຫ້. ເຖິງແມ່ນວ່າ ທາງຣັຖບານ ຈະໄດ້ສຸມໃສ່ ແກ້ໄຂ ບັນຫາ ສາທາຣະນະສຸຂ ຂອງຊາວບ້ານ ໃນເຂດ ຊົນນະບົດ ແລ້ວກໍຕາມ ແຕ່ກໍບໍ່ມີ ຄວາມຄືບໜ້າ ເທົ່າທີ່ຄວນ:
"ພວກ ສາທາຣະນະສຸຂ ຂະເຈົ້າ ກໍເຮັດແຕ່ວ່າ ມັນທຶນຣັຖບານ ມີໜ້ອຍ ແຕ່ກໍບໍ່ ທົ່ວເຖິງ ຊາວບ້ານ ຂະເຈົ້າ ກໍທໍາແຕ່ນ້ອຍ ມັນມີຫລາຍໆອັນ ແຕ່ເງື່ອນໄຂ ຂະເຈົ້າມີທຶນ ຂອງ ການຂົນສົ່ງ ຫລືວ່າພະນັກງານ ບໍ່ພຽງພໍ ຫລືວ່າ ຫລາຍໆອັນ".
ການແກ້ໄຂ ບັນຫາ ສາທາຣະນະສຸກ ໃຫ້ ປະຊາຊົນ ໃນເຂດ ຊົນນະບົດ ເປັນໜຶ່ງ ໃນນະໂຍບາຍ ຂອງຣັຖບານ ເພື່ອທີ່ຈະລົບ ລ້າງຄວາມທຸກຍາກ ໃຫ້ລຸດລົງ ໃນປີ 2015 ແຕ່ມາຮອດ ທຸກມື້ນີ້ ການແກ້ໄຂ ເຣື່ອງ ສາທາຣະນະສຸຂ ໃຫ້ ປະຊາຊົນ ເຮັດໄດ້ພຽງ 50 ເປີເຊັນ ເທົ່ານັ້ນ.