ຣະວັງຂອງກິນແຫ້ງທີ່ໝົດ ອາຍຸ
2014.11.25

ເຈົ້າຫນ້າທີ່ ຜແນກ ອຸດສາຫະກັມ ແລະ ການຄ້າ ແຂວງ ຫລວງ ພຣະບາງ ເວົ້າວ່າ ປັດຈຸບັນ ຫ້ອງການ ອາຫານ ແລະ ຢາ ໄດ້ ເນັ້ນການ ກວດກາ ຕາມ ຮ້ານຄ້າ ຕ່າງໆ ໃນແຂວງ ເພື່ອໃຫ້ ພໍ່ຄ້າ ແມ່ຄ້າ ທຳລາຍ ສິນຄ້າ ທີ່ ຫມົດອາຍຸ ຖິ້ມ ໃຫ້ຫມົດ ໂດຍ ສະເພາະ ຫມີ່ ສຳເຣັດຮູບ ປາກະປ໊ອງ ແລະ ນົມຜົງ ຍ້ອນມີ ພໍ່ຄ້າ ແມ່ຄ້າ ຍັງວາງຂາຍ ສິນຄ້າ ທີ່ ຫມົດອາຍຸ ຢູ່ ເຮັດໃຫ້ຜູ້ ບໍຣິໂພກ ຫລາຍຄົນ ເຈັບເປ່ັນໄດ້. ດັ່ງ ທ່ານກ່າວ ວ່າ:
"ຊ່ວງນີ້ຍັງ ບໍ່ທັນ ພົບເທື່ອ ມີແຕ່ໄປ ກວດກາ ໄປໃກ້ ຊີ້ນ ຫມົດ ອາຍຸ ແລ້ວ ກະເຕືອນ ຂະເຈົ້າ ໂຕນີ້ຍັງ ປະມານ ເດືອນນຶ່ງ ກໍໃຫ້ ຂະເຈົ້າ ຫຍິບໄປ ກະຕຽມ ສີທຳລາຍ ຖີ້ມບໍ່ ຫລື ຊີ່ເຮັດ ແນວໃດ ກໍໃຫ້ເຮັດ. ສີນຄ້າ ຈະ ນຳເຂົ້າມາ ເທື່ອນີ້ ກະມີ ຫລາຍ ກວ່າ ພາກສ່ວນ ມາແຕ່ ຈີນ ແດ່ ມາແຕ່ໄທ ແດ່ ວຽດນາມ ແດ່".
ທ່ານກ່າວ ຕື່ມວ່າ ພ້ອມ ດຽວກັນ ນັ້ນ ທາງ ເຈົ້າຫນ້າທີ່ ຍັງໄດ້ ເຕືອນໃຫ້ ບັນດາ ພໍ່ຄ້າ ແມ່ຄ້າ ກວດກາ ວັນທີ ຫມົດອາຍຸ ຂອງ ສີນຄ້າ ຂອງຕົນ ເປັນປະຈໍາ ກ່ອນຈະ ເອົາ ສີນຄ້າ ມາວາງຂາຍ ໃນຮ້ານ.
ຖ້າຫາກ ພົບເຫັນ ວ່າ ຫມົດ ອາຍຸ ກໍໃຫ້ເອົາ ອອກຈາກ ຮ້ານ ຫ້າມຂາຍ ໃນ ທັນທີ ທັນໃດ ແຕ່ຖ້າຫາກ ເຈົ້າຫນ້າທີ່ ກວດເຫັນ ພໍ່ຄ້າ ແມ່ຄ້າ ຄົນໃດ ຫາກຍັງ ຂາຍ ສິນຄ້າ ທີ່ ຫມົດອາຍຸ ຢູ່ນັ້ນ ກໍຈະຖືກ ປັບໄຫມ.
ນອກຈາກ ນັ້ນ ເຈົ້າຫນ້າທີ່ ອາຫານ ແລະຢາ ຍັງໄດ້ໃຫ້ ຄວາມຮູ້ ແກ່ ປະຊາຊົນ ທົ່ວໄປ ໃນແຂວງ ໃນການເລືອກ ຊື້ສີນຄ້າ ປະເພດ ອາຫານ ແຫ້ງ ໂດຍໃຫ້ເບີ່ງ ວັນຫມົດ ອາຍຸ ຂອງ ສີນຄ້າ ແຕ່ລະຄັ້ງ ທີ່ຈະຊື້ ໂດຍສະເພາະ ປະຊາຊົນ ໃນ ເຂດ ຊົນນະບົດ ບໍ່ເຂົ້າໃຈ ໃນບັນຫາ ດັ່ງກ່າວ.