ຜູ້ຕິດເຊື້ອ ໂຄວິດ-19 ຢູ່ສູນ ຂໍໃຫ້ ຣັຖຊ່ອຍເຫຼືອ

ພາຍຫຼັງທີ່ທາງການແຂວງຈັນ ໄດ້ອອກແຈ້ງການ ໃນວັນທີ່ 7 ທັນວາ 2021 ນີ້ວ່າ ໃຫ້ຜູ້ຕິດເຊື້ຶອໂຄວິດ-19 ທີ່ຈະເຂົ້າມາປິ່ນປົວໃນສູນຕ່າງໆ ຕ້ອງໄດ້ຈ່າຍຄ່າອາຫານການກິນເອງນັ້ນ ຊາວບ້ານໃນແຂວງວຽງຈັນ ທີ່ຫາເຊົ້າກິນຄໍ່າຫຼາຍຄົນ ຄິດວ່າບໍ່ເໝາະສົມ ເພາະໃນໄລຍະທີ່ເຊື້ອໂຄວິດ-19 ກໍາລັງເກີດການຣະບາດໜັກນີ້ ຣັຖບານຄວນຈະຊ່ອຍເຫຼືອປະຊາຊົນ ໃນເຣື່ອງອາຫານການກິນຄືເກົ່າ ຍ້ອນວ່າຫຼາຍຄົນ ບໍ່ມີເງິນ ແລະຍັງຕ້ອງໄດ້ຢຸດເຮັດວຽກເຮັດງານ ເປັນເດືອນນໍາອີກ, ດັ່ງຊາວບ້ານ ທີ່ຫາເຊົ້າກິນຄໍ່າ ໃນແຂວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 13 ທັນວາ ນີ້ວ່າ:
“ມັນກະບໍ່ເໝາະປານໃດແທ້ເນາະ ກໍ່ຢ່າງວ່າແຫຼະ ມັນຖືກວິກິຈ ແລ້ວກະມີຄວາມຫຍຸ້ງຍາກແດ່ ການຫາຢູ່ຫາກິນ ເຣື່ອງລໍາບາກກໍລໍາບາກ ເສັຍເງິນຕື່ມອີກ ບໍ່ໄດ້ໄປເຮັດວຽກເຮັດງານ ສົມມຸດວ່າເປັນມາ ໄປປົວກະ 14 ມື້ແລ້ວ ແລ້ວອອກມາກະກັກໂຕຢູ່ເຮືອນ 7-8 ມື້ ໄປວຽກອີກບໍ່ໄດ້ ເປັນເດືອນພຸ້ນລະ ກະຢາກໃຫ້ຊ່ວຍເຫຼືອຄືເກົ່າ ອາຫານການກິນຫັ້ນແຫຼະ.”
ຂະນະທີ່ຊາວບ້ານ ຜູ້ຫາເຊົ້າກິນຄໍ່າ ໃນແຂວງວຽງຈັນ ອີກຄົນນຶ່ງ ກໍກ່າວວ່າ ການຕິດເຊື້ອໂຄວິດ-19 ບໍ່ມີຜູ້ໃດດອກ ຢາກໃຫ້ເກີດຂຶ້ນກັບໂຕເອງ ເຊິ່ງກໍຢາກໃຫ້ຣັຖບານຊ່ອຍເຫຼືອ ສນອງອາຫານການກິນແກ່ຊາວບ້ານ ຜູ້ທີ່ຕິດເຊື້ອໂຄວິດ-19 ຄືເກົ່າ ໂດຍສະເພາະຄົນຫາເຊົ້າກິນຄໍ່າ:
“ຕາມແຈ້ງການເພິ່ນກະເວົ້າວ່າ ປະເພດອາຫານການກິນ ຈ່າຍເອງ ກະເປັນເຂົ້າກ່ອງເນາະ ຮ່ວຍຄັນມັນຕີສເລັ່ຽ ທັງນໍ້າທັງຫຍັງນີ້ ຕໍ່ຜູ້ນຶ່ງ ກໍຊິປະມານ 40-50 ກວ່າພັນ ຮ່ວຍຄັນຖ້າຄົນບໍ່ມີເງິນ ຢາກລໍາບາກຫັ້ນແຫຼະເນາະ ບໍ່ໄດ້ເຂົ້າໂຮງໝໍ ກໍຢາກໃຫ້ທາງພາກຣັຖຂັ້ນເທິງ ເຮັດແບບເກົ່າຕໍ່ໄປແລ້ວ ຈົນຊົ່ວວ່າ ພຍາດໂຕນີ້ສະຫງົບຫັ້ນແຫຼະ ຜູ້ທີ່ວ່າມີ ກໍແນວນຶ່ງ.”
ກ່ຽວກັບເຣື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ສາທາຣະນະສຸຂ ໃນແຂວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ແລະຕໍ່າແໜ່ງ ກໍກ່າວວ່າ ສາເຫດທີ່ທາງຄະນະສະເພາະກິຈປ້ອງກັນເຊື້ອໂຄວິດ-19 ແຈ້ງການດັ່ງກ່າວອອກໄປ ຍ້ອນວ່າ ທາງການແຂວງ ບໍ່ມີງົບປະມານພຽງພໍ ໃນການສນອງອາຫານ ແລະນໍ້າດື່ມ ໃຫ້ແກ່ຜູ້ທີ່ຈະເຂົ້າມາປິ່ນປົວໃນສູນຕ່າງໆ ສະນັ້ນ ຜູ້ທີ່ິຕິດເຊື້ອໂຄວິດ-19 ທີ່ຈະເຂົ້າມາປິ່ນປົວໃນສູນຕ່າງໆນັ້ນ ຈຶ່ງຕ້ອງໄດ້ຈ່າຍຄ່າອາຫານ ແລະຄ່ານໍ້າດື່ມເອງໃນໄລຍະເວລາ 14 ມື້ ກໍຈະຕົກຢູ່ຜູ້ນຶ່ງປະມານ 588,000 ກີບ, ດັ່ງທ່ານກ່າວວ່າ:
“ງົບປະມານຂອງເຮົາບໍ່ພຽງພໍ ການຊ່ວຍເຫຼືອຂອງພວກເຮົາ ກໍບໍ່ມີເນາະ ເພາະໄລຍະຜ່ານມາພວກເຮົາຮັບຜິດຊອບໝົດ 14 ມື້ ມັນຖືກຢູ່ເທົ່າໃດ 5 ແສນປາຍ ມີແຕ່ຄ່າອາຫານ ນໍ້າດື່ມ ທີ່ເຂົາເຈົ້າໃຊ້ສ່ວນຕົວ ໄທເຮົາບໍ່ສາມາດຈະອັນນັ້ນໄດ້ ຄົນບໍ່ມີເງິນອິຫຼີ ພວກເຮົາກໍໄດ້ກໍານົດແລ້ວເດ້ ຄອບຄົວທຸກຍາກທີ່ບໍ່ສາມາດຈ່າຍດ້ວຍຕົນເອງໄດ້ ກໍຈະມີການຊ່ວຍເຫຼືອຂອງໂຄງການຢູ່ແລ້ວ.”
ສໍາລັບຄ່າອາຫານທີ່ຜູ້ຕິດເຊື້ອໂຄວິດ-19 ທີ່ເຂົ້າມາປິ່ນປົວໃນສູນຕ່າງໆ ທີ່ຈະຕ້ອງຈ່າຍເອງ ແມ່ນ 35,000 ກີບ ຕໍ່ຄົນຕໍ່ມື້ ຮວມ 3 ຄາບ ແລະຄ່ານໍ້າດື່ມ 7,000 ກີບ ຕໍ່ຄົນຕໍ່ມື້ ໃນໄລຍະເວລາທີ່ຂອງການນອນປິ່ນປົວ 14 ມື້.
ກໍຣະນີຜູ້ຕິດເຊື້ອໂຄວິດ-19 ທີ່ຍັງບໍ່ເຊົາຕາມກໍານົດ 14 ມື້ນັ້ນ ແມ່ນຈະຕ້ອງສືບຕໍ່ປິ່ນປົວຈົນເຊົາ ແລະຈະຕ້ອງໄດ້ຈ່າຍເງິນເພີ່ມຕາມຈໍານວນມື້ທີ່ນອນປິ່ນປົວໂຕຈິງ.
ສ່ວນບຸກຄົນທີ່ມີບັດຢັ້ງຢືນ ແລະຂຶ້ນທະບຽບຄອບຄົວທຸກຍາກ ແມ່ນທາງພາກຣັຖ ຈະເປັນຜູ້ຮັບຜິດຊອບຊ່ອຍເຫຼືອ ຄ່າອາຫານແລະນໍ້າດື່ມ ໃນໄລຍະປິ່ນປົວ 14 ມື້ ແລະສໍາລັບຄອບຄົວໃດ ທີ່ມີຜູ້ຕິດເຊື້ອໂຄວິດ-19 ຕັ້ງແຕ່ 3 ຄົນ ຂຶ້ນໄປ ແມ່ນໃຫ້ປິ່ນປົວກັບທີ່ ຫຼືປິ່ນປົວຢູ່ເຮືອນຂອງໂຕເອງ ໂດຍມີການຕິດຕາມອາການ ຂອງແພດແລະໝໍ.
ຂະນະດຽວກັນ ຢູ່ນະຄອນຫຼວງວຽງຈັນ ຕາມສູນປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຕ່າງໆ ທາງການກໍຍັງຊ່ອຍເຫຼືອເຣື່ອງອາຫານການກິນ ແລະນໍ້າດື່ມຢູ່ ແຕ່ຕ້ອງໄດ້ຈ່າຍເງິນຄ່າຢາເອງ ຄົນນຶ່ງປະມານ 2 ແສນປາຍກີບ ສ່ວນຜູ້ທີ່ຈະຕ້ອງຈ່າຍຄ່າອາຫານເອງນັ້ນ ຄືຜູ້ທີ່ຕ້ອງການໄປປິ່ນປົວຢູ່ໂຮງແຮມ ເຊິ່ງຕ້ອງໄດ້ຮັບຜິດຊອບຄ່າໃຊ້ຈ່າຍເອງທັງໝົດ ມື້ນຶ່ງ ປະມານ 5 ແສນປາຍກີບ, ດັ່ງຊາວບ້ານ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ທີ່ຄົນໃນຄອບຄົວ ຕິດເຊື້ຶອໂຄວິດ-19 ກ່າວວ່າ:
“ຈ່າຍແຕ່ຄ່າຢາເດ້ ຕາມຄອບຄົວໄປນອນຫັ້ນ ຄ່ານໍ້າ ອາຫານເພິ່ນລ້ຽງ ນໍ້ານິ່ເພິ່ນໃຫ້ມື້ລະຕຸກ ເຂົ້າເພິ່ນໃຫ້ມື້ລະ 3 ຄາບ ຄັນແມ່ນຈ່າຍເອງນີ້ ຜູ້ກ່ຽວບໍ່ຢາກຢູ່ສູນ ຜູ້ກ່ຽວຢາກໄປປົວຢູ່ໂຮງແຮມ ໂຮງແຮມນີ້ຕ້ອງໄດ້ຈ່າຍເອງເດ້ ຄືນລະ 5-6 ແສນ ແລ້ວບາດນີ້ ມັນຈະມີແພດໝໍຕິດຕາມ ມັນກໍອັບເກດຈາກໂຮງໝໍສນາມ ຢູ່ໂຮງແຮມເນາະ.”
ທີ່ຜ່ານມາ ກໍຣະນີ ຜູ້ເສັຍຊີວິດຈາກການຕິດເຊື້ອໂຄວິດ-19 ເພີ່ມຂຶ້ນຫຼາຍໃນໄລຍະເດືອນພຶສຈິກາ ແລະເດືອນທັນວາ ມານີ້ ສາເຫດສ່ວນໃຫຍ່ຍ້ອນວ່າ ຜູ້ເສັຍຊີິວິດຫຼາຍຄົນ ມີໂຣຄປະຈໍາໂຕ ບວກກັບວ່າ ເຈົ້າໜ້າທີ່ແພດ ແລະໝໍ ທີ່ປະຈໍາການ ກໍບໍ່ພຽງພໍ ແລະສ່ວນໃຫຍ່ຜູ້ເສັຍຊີວິດ ຈະຢູ່ນະຄອນຫຼວງວຽງຈັນ, ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍ່າແໜ່ງກ່າວວ່າ:
“ເງື່ອນໄຂ ທີ່ມັນເສັຍຊີວິດນີ້ ສ່ວນຫຼາຍຈະມີພຍາດປະຈໍາໂຕ ສຸຂພາບບໍ່ແຂງແຮງຫັ້ນນ່າ ເວົ້າເຣື່ອງພຍາດໂຕນີ້ ກໍຈະເຂົ້າໃຈນໍາກັນເນາະ ກະປິ່ນປົວດີ ເງື່ອນໄຂທີ່ວ່ານັ້ນຄົນເຈັບນັ້ນຫຼາຍ ບາດນີ້ແພດເຮົາໜ້ອຍ ບາງເທື່ອນີ້ ພະນັກງານ ທີ່ມາປະຕິບັດປະຈໍາທີ່ ຢູ່ໃນສູນກັກກັນ ຢູ່ໃນສູນປິ່ນປົວເນາະກະມີກຸ່ມສ່ຽງ ສອງມາ ກໍມີຜູ້ຕິດເຊື້ອ ໝໍກະຕິດເຊື້ອຫຼາຍ.”
ໃນວັນທີ່ 10 ທີ່ຜ່ານມາ ຣັຖບານລຸກຊໍາບວກ ໄດ້ສືບຕໍ່ຊ່ອຍເຫຼືອໃຫ້ທຶນ ໃຊ້ໃນການຕ້ານເຊື້ອໂຄວິດ-19 ຢູ່ລາວ ໃຫ້ແກ່ຣັຖບານລາວ ຈໍານວນ 1,200,000 ຢູໂຣ ເຊິ່ງທີ່ຜ່ານມາ ຣັຖບານລຸກຊໍາບວກ ໄດ້ຊ່ອຍເຫຼືອລາວ ທັງໝົດ 5,200,000 ຢູໂຣ.
ສໍາລັບສະຖານະການ ການຕິດເຊື້ອໂຄວິດ-19 ໃນລາວ ໃນວັນທີ່ 13 ທັນວາ 2021 ນີ້ ທາງການລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ເພີ່ມອີກຈໍານວນ 1,138 ຄົນ ໃນນີ້ ສ່ວນໃຫຍ່ແມ່ນຕິດເຊື້ອໃນຊຸມຊົນ ເສັຍຊີວິດສໍາລັບມື້ນີ້ ມີ 3 ຄົນ. ມາຮອດປັດຈຸບັນ ສປປ.ລາວ ມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ ຈໍານວນ90,458 ຄົນ ແລະເສັຍຊີວິດສະສົມ 250 ຄົນ. ສ່ວນການສັກວັກຊິນປ້ອງກັນເຊື້ອໂຄວິດ-19 ມາຮອດວັນທີ່ 12 ທັນວາ 2021 ນີ້ ມີຜູ້ໄດ້ຮັບການສັກເຂັມທີ່ 1 ຈໍານວນ 4,232,248 ຄົນ ກວມເອົາ 57% ເຂັມທີ່ 2 ຈໍານວນ 3,287,351 ຄົນ ກວມເອົາ 44%.