ເຫດການໃນເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ
2021.08.12

ເຫດການຄົນງານພະມ້າປະທ້ວງ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ກໍແມ່ນນຶ່ງໃນຜົລກະທົບຂອງການໃຊ້ມາຕການຄວບຄຸມເຊື້ອ ພຍາດໂຄວິດ-19 ຂອງທາງການແຂວງບໍ່ແກ້ວ ໂດຍໄດ້ປະກາດປິດການເຂົ້າ-ອອກ. ເຮັດໃຫ້ຄົນງານທັງພະມ້າ, ລາວ, ໄທຍ ແລະ ວຽດນາມ ປະສົບກັບຄວາມລຳບາກ ຕໍ່ການໃຊ້ຊີວິດຢູ່ໃນເຂດ ຕ້ອງຈ່າຍຄ່າເຊົ່າຫ້ອງ, ຊື້ອາຫານກິນ, ຄ່ານໍ້າຄ່າໄຟ, ຄ່າກວດໂຄວິດ ແລະ ຄ່າກັກບໍຣິເວນ.
ໃນຂນະທີ່ຄົນງານທັງໝົດ ບໍ່ໄດ້ເຮັດວຽກມາຫຼາຍເດືອນແລ້ວ ນັບແຕ່ການຣະບາດ ໃນເຂດເສຖກິຈພິເສດ ເມື່ອເດືອນພຶສພາເປັນ ຕົ້ນມາ. ມີຫຼາຍກິຈການໃນເຂດປິດຊົ່ວຄາວ ຄົນງານ ໃນເຂດຈຳນວນຫຼາຍ ຖືກເລີກຈ້າງ ບໍ່ມີຣາຍໄດ້. ດັ່ງ ອະດີດພະນັກງານ ຜູ້ບໍຣິຫານໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 9 ສິງຫາ ວ່າ.
"ແຂວງຂອງພວກເຮົາ ເປັນແຂວງຊາຍແດນ ທີ່ຕິດກັບສອງປະເທດ ເຮົາແມ່ນມີເຂດເສຖກິຈພິເສດ ສາມຫຼ່ຽມຄຳ ເຊິ່ງເປັນເຂດ ການຄ້າ ການທ່ອງທຽວ ແລະ ການລົງທຶນມີຄົນເຂົ້າ-ອອກ ເປັນຈຳນວນຫຼວງຫຼາຍ. ເພາະຄົນທີ່ດຳຣົງຊີວິດ ແລະການຄ້າຂາຍ ຕ່າງໆນີ້ ບວກໃສ່ປະຊາກອນ ຂອງເມືອງຕົ້ນເຜິ້ງ ທັງໝົດມັນເກືອບ 70-80 ພັນກວ່າ ຄົນ. ມີບາງບ່ອນ ພວກເຮົາກໍໄດ້ປິດຕຶກ ເພາະຄົນຈຳນວນຫຼວງຫຼາຍ ທີ່ອາສັຍຢູ່ ພວກເຮົາກໍໄດ້ປິດຕຶກ."
ສະຖານະການປະທ້ວງ ຂອງຄົນພະມ້າ ທີ່ບໍ່ພໍໃຈຕໍ່ຄະນະບໍຣິຫານງານ ຂອງເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ທີ່ບໍ່ມີນະໂຍບາຍ ຕໍ່ຄົນງານໃນເຂດນັ້ນ, ທາງເຈົ້າໜ້າທີ່ເຂດ ເສຖກິຈ ພິເສດ ໄດ້ຣາຍງານວ່າ, ໃນມື້ເກີດເຫດປະທ້ວງ ວັນທີ 06 ສິງຫາ ທາງການ ແລະ ຄະນະຮັບຜິດຊອບ ເຂົ້າໄປເຈຣະຈາ ກັບກຸ່ມຄົນງານ ແລະ ກໍສາມາດຄວບຄຸມສະຖານະການ ເຮັດໃຫ້ການປະທ້ວງສງົບລົງ ຜູ້ປະທ້ວງພໍໃຈ ກັບການສເນີຂອງເຈົ້າໜ້າທີ່.
"ໂອ້, ດຽວນີ້ບໍ່ມີຫຍັງແລ້ວເດີ້ ເຫດການບໍ່ມີຫຍັງແລ້ວເດີ້ ປົກກະຕິແລ້ວເຫດການຫັ້ນນ່າ ຂະເຈົ້າບໍ່ເຂົ້າໃຈກັນນ້ອຍນຶ່ງ ບໍ່ເຂົ້າໃຈເຣື່ອງ ປົກປ້ອງເຂົາເຈົ້າຫັ້ນແຫຼະເວົ້າ ເຣື່ອງເອົາຂະເຈົ້າ ໄປກວດເຊື້ອໂຄວິດຫັ້ນ ມັນມີບັນຫາກັນເລັກນ້ອຍ."
ທາງຄະນະກັມມະການໄກ່ເກັ່ຽ ຜູ້ບໍ່ປະສົງອອກຊື່ແລະສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນການແກ້ໄຂບັນຫານີ້ວ່າ ທາງການແຂວງບໍ່ແກ້ວ ຂໍໃຫ້ຄະນະບໍຣິຫານ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ກໍຄືບໍຣິສັດດອກງິ້ວຄຳ ຜູ້ພັທນາໂຄງການ ຕ້ອງໃຫ້ສິດພິເສດແກ່ແຮງງານ ທ້ອງຖິ່ນ ແລະ ປະເທດອ້ອມຂ້າງ. ໂດຍການສນອງບ່ອນເຮັດວຽກ, ທີ່ຢູ່ອາສັຍ, ຝຶກອົບຮົມ ພ້ອມທັງປົກປ້ອງສິດ ຂອງແຮງງານ. ສ່ວນໃນໄລຍະລ໊ອກດາວ ບໍ່ວ່າຈະເປັນບ່ອນພັກ, ຄ່ານໍ້າ, ຄ່າໄຟ, ຄ່າອາຫານ, ຄ່າກວດໂຄວິດ, ຄ່າຮັກສາປິ່ນປົວ, ຄ່າສັກວັກຊິນ ຂອງແຮງງານ ໃນເຂດບໍ່ຕ້ອງເສັຍຄ່າໃຊ້ຈ່າຍ.
ສ່ວນຄົນງານພະມ້າ ມີຈຸດປະສົງເດີນທາງກັບປະເທດ ຫຼ້າສຸດ ສື່ທ້ອງຖິ່ນໄດ້ຣາຍງານ ເມື່ອວັນທີ 8 ສິງຫາ ຜ່ານມາວ່າ, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງທັງສອງຝ່າຍ ຂອງເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະເມືອງທ່າຂີ້ເຫຼັກຂອງພະມ້າ ໄດ້ຕັ້ງໂຕະເຈຣະຈາບັນຫາສົ່ງຄົນງານ ພະມ້້າກັບຄືນປະເທດ. ໂດຍທັງສອງຝ່າຍເຫັນດີ ໃຫ້ສົ່ງຄົນງານພະມ້າ ກັບຄືນປະເທດມື້ລະ 200 ຄົນ ແຕ່ຕ້ອງໄດ້ປະຕິບັດຕາມ ມາຕການປ້ອງກັນໂຄວິດ-19. ນອກຈາກນີ້ຍັງມີຄົນງານພະມ້າ ຈຳນວນນຶ່ງ ຍັງຢູ່ໃນເຂດເສຖກິຈພິເສດ ຕໍ່ໄປ.
ເຫດການປະທ້ວງຄັ້ງນີ້ ກັບສົ່ງຜົລດີໃຫ້ກັບຄົນງານລາວ ທີ່ເຮັດວຽກໃນເຂດ ຜ່ານມາຄົນງານລາວ ຈະລົມກັນໃນສື່ສັງຄົມອອນລາຍ ບໍ່ກ້າສະແດງອອກ. ໂດຍຄົນງານ ທີ່ເຮັດວຽກ ໃນເຂດພິເສດ ບໍ່ປະສົງອອກ ຊື່ແລະສຽງ ໄດ້ກ່າວວ່າ:
"ຕອນນີ້ທາງການແຂວງບໍ່ແກ້ວ ໄດ້ເຂົ້າມາແຈກຢາຍ ເຂົ້າປາອາຫານແຫ້ງແລ້ວ ແລະ ແຈ້ງຕໍ່ຄົນງານລາວວ່າໃຜຕ້ອງການກັບບ້ານ ກໍຂໍໃຫ້ໄປລົງທະບຽນ ແລະ ປະຕິບັດການ ປ້ອງກັນ ໃຫ້ຄົບແລ້ວ ໃຫ້ກັບບ້ານໄດ້."
ສ່ວນຜູ້ທີ່ຍັງຢູ່ມີວຽກເຮັດ ເຊັ່ນເຮັດວຽກອອນລາຍ ພໍມີຣາຍໄດ້ກໍຍັງຢູ່ໄດ້ຕໍ່ ແຕ່ສ່ວນທີ່ນາຍຈ້າງປິດກິຈການນັ້ນ ທຸກຄົນບໍ່ເງິນພຽງພໍ ທີ່ຈະໃຊ້ຈ່າຍ ໃນເຂດກໍຂໍກັບບ້ານ ເຖິງວ່າທາງການປະກາດ ໃຫ້ນາຍຈ້າງດູແລທຸກຢ່າງຟຣີ ແຕ່ກໍບໍເຊື່ອໃຈປານໃດຍ້ອນວ່າຜ່ານມາ ກໍເຫັນແລ້ວວ່າຄົນງານລາວ ຖືກເອົາປຽບທຸກດ້ານ.
ສ່ວນມາຕການແກ້ໄຂ ການຣະບາດເຊື້ອພຍາດໂຄວິດ-19 ຮອບສອງທາງສູນປະຕິບັດງານ ຄວບຄຸມເຊື້ອໂຄວິດ-19 ໄດ້ອອກ ຣາຍງານເມື່ອວັນທີ 11 ສິງຫາ ຜ່ານມາວ່າ ຍອດຜູ້ຕິດ ເຊື້ອສະສົມ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ມີປະມານ 500 ຄົນ ໃນນັ້ນມີຄົນງານຕ່າງປະເທດ ເດີນທາງເຂົ້າມາເຮັດວຽກໃນເຂດ, ການເຊື່ອມໂຍງ ກັບເຂດອື່ນ, ເຊື້ອນຳເຂົ້າ ແລະ ໃນຊຸມຊົນ. ດັ່ງເຈົ້າໜ້າທີ່ຜແນກ ສາທາຣະນະສຸຂແຂວງບໍ່ແກ້ວ ໄດ້ກ່າວວ່າ.
"ຍ້ອນສະພາບ ແລະ ຈຸດພິເສດ ດັ່ງກ່າວມັນກໍເຮັດໃຫ້ ການຣະບາດຂອງໂຄວິດ-19 ນີ້ທາງແຂວງບໍ່ແກ້ວ ຂອງພວກເຮົາກໍໄດ້ເອົາໃຈ ໃສ່ວາງມາຕການສະກັດກັ້ນ. ຖືວ່າປັຈຈຸບັນ ແຂວງບໍ່ແກ້ວ ຂອງພວກເຮົາ ຍັງມີຈຸດກວດກາ ການເຂົ້າອອກແຂວງນີ້ຖືວ່າຍັງ 5 ຈຸດ ເພື່ອສະກັດກັ້ນການລັກລອບເຂົ້າເມືອງ ທີ່ບໍ່ຖືກຕ້ອງ."
ທ່ານໄດ້ກ່າວຕື່ມວ່າການຕັ້ງດ່ານກວດກາ ໂດຍສະເພາະແມ່ນເລັງໃສ່ເຂັ້ມງວດກວດກາ ຄົນທີ່ລັກລອບອອກຈາກເຂດເສຖກິຈພິເສດ. ເນື່ອງຈາກຜ່ານມາມີຣາຍງານວ່າ ມີຄົນກຸ່ມນຶ່ງຮັບຈ້າງເອົາຄົນງານ ອອກຈາກເຂດໃນໄລຍະລ໊ອກດາວເຂດ. ການກະທໍານັ້ນຖືວ່າ ຜິດຕໍ່ມາຕການປ້ອງກັນ ແລະ ແຈ້ງການຂອງຄະນະສະເພາະກິຈ.
ການແກ້ໄຂທີ່ເລັ່ງດ່ວນຕອນນີ້ຄື ທາງການແຂວງບໍ່ແກ້ວ ໄດ້ຈັດຫາວັກຊິນໃຫ້ກັບເຂດ ເສຖກິຈພິເສດສາມຫຼ່ຽມຄຳ ບ່ອນທີ່ມີການ ຣະບາດໜັກ. ຕາມການຣາຍງານຂອງສື່ທ້ອງຖິ່ນ ແຂວງບໍ່ແກ້ວ ໄດ້ຮັບວັກຊິນທັງໝົດ 160,800 ໂດສ ແຂວງໄດ້ຮັບ 79,800 ໂດສ ເຂດ ເສຖກິຈພິເສດ ສາມຫຼ່ຽມຄຳ ໄດ້ຮັບ 85,000 ໂດສ. ໃນນີ້ ຊິໂນຟາມ 159,800 ໂດສ, ເອສຕຣາເຊເນກາ 5,000 ໂດສ. ດັ່ງເຈົ້າໜ້າທີ່ຜູ່ຂໍສງວນຊື່ ໄດ້ກ່າວເຖິງຜົລຂອງການ ເລັ່ງສັກວັກຊິນວ່າ.
"ຜ່ານມາ ໃນການຈັດຕັ້ງປະຕິບັດ ການສັກວັກຊິນນີ້ ຊ່ວງທໍາອິດມັນກະມີຫຼາຍຂ່າວ ທີ່ເປັນອຸປສັກ ມີຄົນເປັນແນວນັ້ນແນວນີ້ເປັນ ຜົລກະທົບປະຊາຊົນ ກະບໍ່ທັນໃຫ້ຄວາມຮ່ວມມື ປານໃດ ແຕ່ວ່າຊ້ວງຫຼັງໆມານີ້ ປະຊາຊົນກໍເຂົ້າໃຈໃນເວລາ ເຮົາສັກໄປມັນກະ ບໍ່ມີຫຍັງ."
ທ່ານໄດ້ກ່າວຕື່ມວ່າ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ສັກວັກຊິນໄປແລ້ວ ເຂັມທີ 1; 82,200 ປາຍຄົນ ເຂັມທີ 2; ໄດ້ 70,000 ປາຍຄົນ. ແລະ ພາຍໃນແຂວງບໍ່ແກ້ວ ສັກໄປແລ້ວ ເຂັມທີ 1 ຈຳນວນ 39,000 ຄົນ ເທົ່າກັບ 20,60% ຂອງພົລເມືອງ ແລະ ເຂັມທີ 2 ສັກໄປແລ້ວ 31,000 ປາຍຄົນ ເທົ່າກັບ 16,05% ຂອງພົລເມືອງ.
ປັດຈຸບັນໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ກໍກຳລັງເລັ່ງຈັດສົ່ງ ຄົນງານທັງລາວ, ໄທຍ, ພະມ້າ ທີ່ມີຈຸດປະສົງຢາກກັບບ້ານກໍໃຫ້ ມາລົງທະບຽນ ແລະ ໃນໄລຍະທີ່ລ໊ອກດາວ ຄົນງານທີ່ອາສັຍຢູ່ ໃນເຂດເຈົ້າຂອງ ຜູ້ພັທນາໂຄງການ ແລະ ນັກລົງທຶນຕ້ອງໄດ້ ປະຕິບັດຕາມຣະບຽບການ ຊົ່ວຄາວ ກໍຄືດູແລເບິ່ງແຍງ ຈົນກວ່າວ່າຄົນງານ ທີ່ຖືກເລີກຈ້າງ ຈະກັບຄືນບ້ານທັງໝົດ.