ສາວບໍຣິການ ຮ້ານນວດ ຕິດເຊື້ອ ເພດສໍາພັນ

ຈໍາປາທອງ
2021.02.19
ສາວບໍຣິການ ຮ້ານນວດ ຕິດເຊື້ອ ເພດສໍາພັນ ຍາມຣາຕຣີ ຢູ່ ຄາຊີໂນ ບ່ອນການພະນັນ ມີບໍຣິການຄົບວົງຈອນ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ
ພາບປະກອບ: ນັກຂ່າວພົລເມືອງ

ໂຮງໝໍສິງກະໂປ ຢູ່ເຂດເສຖກິດພິເສດ ສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ກວດສຸຂພາບສາວບໍຣິການ ຢູ່ຮ້ານນວດ ແລະ ຮ້ານກິນດື່ມຢູ່ໃນເຂດ ເສຖກິດພິເສດ 58 ຮ້ານ ທັງໝົດມີ 431 ຄົນ ຊຶ່ງໃນນັ້ນກວດພົບຜູ້ຕິດພຍາດ ທາງເພດສໍາພັນ 31 ຄົນ, ເປັນຄົນລາວ 28 ຄົນ, ຄົນວຽດນາມ 2 ຄົນ ແລະ ຄົນຣັດເຊັຍ 1 ຄົນ, ອີງຕາມການລາຍງານຂອງ ກອງບັນຊາການ ຕໍາຣວດປ້ອງກັນຄວາມສງົບ ເຂດເສຖກິດພິເສດ ສາມຫລ່ຽມຄໍາ ໃນມື້ວັນທີ 17 ກຸມພາ 2021.

ເບື້ອງຕົ້ນ ເຈົ້າໜ້າທີ່ໄດ້ສຶກສາອົບຮົມ, ສົ່ງໄປສູນຕ້ານເອດ ແລ້ວໄປປິ່ນປົວ ຢູ່ແຂວງຂອງໃຜລາວ ສໍາລັບສາວບໍຣິການລາວ ດັ່ງ ເຈົ້າໜ້າທີ່ຕໍາຣວດ ເຂດເສຖກິດພິເສດ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 19 ກຸມພາ ນີ້ວ່າ:

“ແມ່ນລະມັນເປັນກວດກາທາງເຂດເຂົາ ທາງຜູ້ພັທນາເຂົາ ເຂົາຈະກວດແນວນັ້ນ ເຂົາເຈົ້າໄດ້ເຮັດສຶກສາອົບຮົມ ໃຫ້ຜູ້ກ່ຽວກັບ ບ້ານເອງ ຄັນມີ ເຂົາກະບໍ່ໃຫ້ເຂົ້າເລີຍ ຈະກວດແນວນັ້ນ ເຂົາເຈົ້າໄດ້ສຶກສາອົບຮົມ ໃຫ້ຜູ້ກ່ຽວກັບບ້ານເອງ ຄັນມີເຂົາກະບໍ່ໃຫ້ ເຂົ້າເລີຍ ລັກສນະນັ້ນນ່າ ສ່ວນຫລາຍຄົນຈະເຂົ້າໄປເຮັດວຽກ ເຂົາຈະກວດກ່ອນເດ໋ ຄັນເຈົ້າ ຈະໄປເຮັດວຽກບໍຣິການຫຍັງ ມານັ້ນແຫຼະ ເຂົາຈະກວດ.”

ແລະເຈົ້າໜ້າທີ່ເຂດເສຖກິດພິເສດສາມຫລ່ຽມຄໍາ ທ່ານນຶ່ງ ກໍເວົ້າວ່າ ໃນແຕ່ລະປີ ທາງໂຮງໝໍສິງກະໂປ ຢູ່ໃນເຂດເສຖກິດ ພິເສດສາມຫລ່ຽມຄໍານີ້ ຈະໄປກວດສຸຂພາບ ໃຫ້ສາວ ບໍຣິການຢູ່ຕາມຮ້ານອາຫານ, ຮ້ານນວດ ເພື່ອຢັ້ງຢືນວ່າບໍ່ຕິດພຍາດ ທາງເພດສໍາພັນ:

“ປົກກະຕິບັນດາຫ້າງຮ້ານອາຫານ ນີ້ເຂົາກະກວດສຸຂພາບເດ໊ທຸກປີ ໂຮງໝໍສິງກະໂປ ຢູ່ໃນເດ໋ ກວດພຍາດສາວບໍຣິການ ສາວຮ້ານນວດ ຕ້ອງຜ່ານມີໃບຢັ້ງຢືນ ຈາກໂຮງໝໍ ສິງກະໂປ ເຂົາໄດ້ກວດພຍາດຫຼາຍຢ່າງ ຖ້າຫາກວ່າບໍ່ມີໃບຢັ້ງຢືນ ຈາກໂຮງໝໍນີ້ເຮົາ ກະເຮັດວຽກບໍ່ໄດ້ ກະຜັກດັນອອກ.”

ເຈົ້າໜ້າທີ່ຕ້ານເອດ ແຂວງບໍ່ແກ້ວ ທ່ານນຶ່ງກ່າວວ່າ ການຈະເຂົ້າໄປພົວພັນກັບເຂດ ເສຖກິດພິເສດ ມີຄວາມຫຍຸ້ງຍາກຫລາຍ ຍ້ອນເປັນເຂດຂອງຄົນຈີນ ແຕ່ກໍພຍາຍາມ ໃຫ້ໄດ້ເຂົ້າ ເຖິງແລະຈັດກິຈກັມ ໃຫ້ສາວບໍຣິການຢູ່:

“ຢູ່ເຂດເສຖກິດພິເສດ ພວກເຮົາກະພຍາຍາມ ໃຫ້ມີກິຈກັມ ການເຂົ້າເຖິງສາວບໍຣິການ ຢູ່ແຕ່ວ່າ ແຕ່ວ່າການເຂົ້າເຖິງກະຢາກ ຍາກໆແດ່ ຢູ່ຫັ້ນນະ ເຂດເສຖກິດພິເສດ ກັບການຄຸ້ມຄອງ ຂຶ້ນກັບເຂົາເຈົ້າໝົດເດ໋ ຄະນະຄຸ້ມຄອງເຂດ ກະເຫັນດີຢູ່ ແຕ່ວ່າ ພວກບໍຣິສັດ ຂອງຄົນຈີນຫັ້ນແຫຼະ ເຮົາກະບໍ່ສາມາດເຂົ້າເຖິງເຂົາເຈົ້າ.”

ທ່ານກ່າວຕື່ມວ່າ ຢູ່ແຂວງບໍ່ແກ້ວ ປີ 2019 ມີຄົນຕິດເຊື້ອ HIV ປະມານ 10-20 ຄົນ ຊຶ່ງສ່ວນໃຫຍ່ເປັນສາວບໍຣິການ, ແຕ່ປີ 2020 ຍັງບໍ່ຮູ້ຈໍານວນ, ແລະວ່າຕາມນະໂຍບາຍຂອງ ລາວ ຖ້າເຈົ້າໜ້າທີ່ກວດພົບວ່າ ຄົນຕ່າງປະເທດ ຕິດເຊື້ອ HIV ຈະຕ້ອງ ຖືກສົ່ງກັບຄືນ ປະເທດຂອງເຂົາ ດັ່ງທີ່ທ່ານກ່າວວ່າ:

“ຜ່ານມາກໍຈະມີສ່ວນກ່ຽວຂ້ອງ ກັບການບໍຣິການຫັ້ນແຫລະ ເປັນສ່ວນໃຫຍ່ ຄົນທົ່ວໄປກະສິໄປກ່ຽວກັບ ສາວບໍຣິການແບບນັ້ນ ຫັ້ນແຫຼະ ກະມີຫຼາຍຄູ່ ທີ່ວ່າຜົວນັ້ນເປັນຄົນຈີນ ເມັຽເປັນຄົນລາວ ຜົວກະບໍ່ສາມາດເຂົ້າເຖິງຢາໄດ້ແລ້ວ ນະໂຍບາຍ ເຂົ້າເຖິງຢາ ARV ໃຫ້ໄດ້ສະເພາະຄົນລາວເດ໋.”

ຊາວໜຸ່ມລາວຜູ້ນຶ່ງ ໃຫ້ຄວາມເຫັນວ່າ ຫາກຈະໄປທ່ຽວ ຫລືໃຊ້ບໍຣິການ ກັບສາວບໍຣິການ ກໍຕ້ອງປ້ອງກັນໂຕເອງຢູ່ຕລອດຍ້ອນ ຢ້ານຕິດເຊື້ອທາງເພດສໍາພັນ ແລະວ່າ ຢູ່ໃນເຂດ ເສຖກິດພິເສດສາມຫລ່ຽມຄໍາ ສ່ວນຫລາຍຈະມີຄົນຕ່າງປະເທດ ບາງຄົນ ກໍຢາກມົ້ວສຸມ ກັບການມີເພດສໍາພັນ ແບບບໍ່ໄດ້ປ້ອງກັນໂຕເອງ:

“ຖ້າໄປຮ່ວມເພດສັມພັນ ຕ້ອງປ້ອງກັນ ອັນນີ້ຢູ່ສາມຫລ່ຽມ ມັນຈະມີຫລາຍປະເທດ ມີຈີນມີໄທຍ ມາຫລິ້ນກາຊີໂນ ແລະບາງຄົນ ຫັ້ນນ່າຕົວເອງເປັນ ເປັນແລ້ວຢາກແຜ່ເຊື້ອໃຫ້ຜູ້ອື່ນ ແລະບາງເທື່ອໄປຫລິ້ນ ກັບຜູ້ຍິງຫັ້ນນ່າ ບໍ່ໃສ່ຖົງຢາງ ມັນບໍ່ຄັກເຂົາເຈົ້າ ກະສິວ່າຈັ່ງຊີ້ແຫຼະ ປະມານນີ້ແລ້ວກະເອົາເງິນຈ້າງ ຈ້າງຜູ້ຍິງ.

ອີງຕາມການລາຍງານຂອງກອງບັນຊາການ ຕໍາຣວດປ້ອງກັນຄວາມສງົບ ເຂດເສຖກິດພິເສດ ສາມຫລ່ຽມຄໍາ ແຂວງບໍ່ແກ້ວ ໃນມື້ວັນທີ 17 ກຸມພານີ້ວ່າ ໃນຈໍານວນສາວບໍຣິການ 431 ຄົນ ທີ່ວ່ານັ້ນ ເປັນຄົນລາວ 224 ຄົນ, ຄົນຈີນ 108 ຄົນ, ຄົນພະມ້າ 79 ຄົນ, ຄົນໄທຍ 19 ຄົນ ແລະຄົນວຽດນາມ 1 ຄົນ.

ຄົນລາວ 28 ຄົນ ທີ່ຕິດພຍາດທາງເພດສໍາພັນນັ້ນ ເປັນຄົນທີີ່ມາຈາກຫລາຍແຂວງ ຮວມທັງແຂວງວຽງຈັນ, ນະຄອນຫລວງວຽງຈັນ, ຫລວງພຣະບາງ, ຈໍາປາສັກ.

ກ່ຽວກັບເຣື່ອງ ທີ່ວ່ານີ້ ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ຕໍາຣວດ ເຂດເສຖກິດພິເສດ ແລ້ວແມ່ນວ່າ ທາງເຂດເສຖກິດພິເສດສາມ ຫລ່ຽມຄໍາ ແລະຄະນະຮັບຜິດຊອບ ມີມາຕການ ປ້ອງກັນຢູ່ແລ້ວ, ມີການລົງກວດກາ ແລະນອກຈາກນັ້ນ ຫາກຜູ້ໃດຈະເຂົ້າໄປ ເຮັດວຽກຢູ່ໃນຮ້ານນວດ, ຮ້ານກິນດື່ມ ທຸກຄົນຈະຕ້ອງໄດ້ ກວດຫາເຊື້ອໂຣຄ ກ່ຽວກັບເພດສໍາພັນກ່ອນ.

ເຈົ້າໜ້າທີ່ 3 ທ່ານທີ່ໃຫ້ວິທຍຸເອເຊັຽເສຣີສໍາພາດ ໃນວັນທີ 19 ກຸມພາ 2021 ນີ້ແມ່ນຂໍສງວນຊື່ ແລະຕໍາແໜ່ງຂອງພວກທ່ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.