ງົປມານອອກລູກບໍ່ເສັຽຄ່າ
2016.01.22

ທາງການລາວ ຈະໂອນ ງົບປະມານ ສຳລັບ ໃຫ້ບໍຣິການ ອອກລູກ ບໍ່ເສັຽຄ່າ ໃຫ້ເມືອງຕ່າງໆ ຢູ່ແຂວງ ສາຣະວັນ ໃນ ທ້າຍ ເດືອນນີ້ ຫຼື ຢ່າງຊ້າ ບໍ່ກາຍ ເດືອນ ກຸມພາ ຕາມ ການເປີດເຜີຍ ຂອງ ເຈົ້າຫນ້າທີ່ ຜແນກ ສາທາຣະນະສຸຂ ເມືອງ ຄົງເຊໂດນ ແຂວງ ສາຣະວັນ ຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 21 ມົກກະຣາ ນີ້ ວ່າ:
“ສຳລັບ ງົບປະມານ ຫັ້ນ ຜແນກ ສາທາແຂວງ ເພິ່ນກໍໄດ້ແຈ້ງ ແລ້ວ ເພິ່ນ ຈະສົ່ງໃຫ້ຢູ່ ປະມານ ໃນເດືອນ 1 ເດືອນ 2 ນີ້ແຫຼະ, ເງິນມາແລ້ວ ຮອດ ແຂວງເຮົາແລ້ວ ແຕ່ວ່າ ເພິ່ນບໍ່ທັນໄດ້ ໂອນໃຫ້ ຫ້ອງການ ເທື່ອ”.
ນາງກ່າວ ຕື່ມວ່າ ງົບປະມານ ງວດນີ້ ແມ່ນເງິນ ທົດແທນ ຄ່າໃຊ້ຈ່າຍ ສຳລັບ ການໃຫ້ ບໍຣິການ ອອກລູກ ບໍ່ເສັຽຄ່າ ນັບແຕ່ ເດືອນ ມົກກະຣາ ຫາ ເດືອນທັນວາ ປີ 2015. ຕລອດຣະຍະ 1 ປີ ທີ່ຜ່ານມາ ແຂວງ ສາຣະວັນ ຍັງໃຫ້ ບໍຣິການ ເກີດລູກ ບໍ່ເສັຽຄ່າ ເປັນ ປົກກະຕິ ແຕ່ຕ້ອງເອົາ ເງິນ ຈາກກອງທຶນຢາ ຂອງ ໂຮງຫມໍ ໄປໃຊ້ກ່ອນ, ເມື່ອໄດ້ ງົບປະມານ ງວດໃຫມ່ແລ້ວ ທາງການ ຈະ ໃຊ້ຄືນໃຫ້ ໂຮງໝໍ.
ໃນຂນະດຽວກັນ ແຂວງອື່ນໆ ກໍປະສົບ ປັນຫາ ການຂາດເຂີນ ງົບປະມານ ເຊັ່ນດຽວກັນ ເປັນຕົ້ນ ແຂວງ ຫຼວງນ້ຳທາ ກໍຕ້ອງໃຫ້ ປະຊາຊົນ ເສັຽຄ່າ ໃຊ້ຈ່າຍ ການອອກລູກ ເອງ.
ສປປລາວ ຫາກໍ່ໄດ້ ຮັບເງິນ ຊ່ວຍເຫລືອ ແລະ ເງິນກູ້ຍືມ 400 ຕື້ກີບ ຈາກ ທະນາຄານ ພັທນາເອເຊັຽ ທະນາຄານ ໂລກ ແລະ ກອງທຶນ ຫລຸດຜ່ອນ ຄວາມທຸກຍາກ ຂອງ ປະເທດ ຍີ່ປຸ່ນ ເພື່ອໃຊ້ ໃນແຜນງານ ຄຸ້ມຄອງ ບໍຣິຫານ ສາທາຣະນະສຸກ ແລະ ໂພຊນາການ ປີ 2016-20.
ປັຈຈຸບັນ ທາງການລາວ ກຳລັງ ແຈກຢາຍ ງົບປະມານ ນີ້ໄປໃຫ້ ແຂວງ ແລະ ເມືອງຕ່າງໆ ຢຸູ່.