ເຈົ້າຂອງ ສວນກ້ວຍຈີນ ຈະ​ຖືກ​ຟ້ອງ

ອຸ່ນແກ້ວ ສຸກສະຫວັນ
2016.11.22
f-bokeo ສວນປູກກ້ວຍ ຂອງ ນັກລົງທຶນຈີນ ຢູ່ ແຂວງບໍ່ແກ້ວ
RFA

ຜູ້ເສັຽຊີວິດ ແມ່ນ ປະຊາຊົນ ບ້ານຫ້ວຍກູດ, ເມືອງ ຜາອຸດົມ, ແຂວງບໍ່ແກ້ວ ໄດ້ມາ ເຮັດວຽກ ຢູ່ ສວນກ້ວຍ ຢູ່ເມືອງ ຕົ້ນເຜິ້ງ ແລະ ເສັຽຊີວິດ ເມື່ອປີ 2015 ທີ່ຜ່ານມາ ຍ້ອນວ່າ ຮ່າງກາຍ ໄດ້ຮັບ ສານເຄມີ ແຕ່ນາຍຈ້າງ ຊາວຈີນ ຍັງບໍ່ໄດ້ ເສັຽຄ່າຫົວ ໃຫ້ແກ່ ຄອບຄົວ ຜູ້ເສັຍຊີວິດ ນອກຈາກ ຄ່າປິ່ນປົວ ເປັນເງິນພຽງແຕ່ 60 ໂດລາ ເທົ່ານັ້ນ, ອີງຕາມ ການບອກເລົ່າ ຂອງ ເຈົ້າໜ້າທີ່ ເມືອງ ຜາອຸດົມ.

ນອກຈາກນີ້ ນາຍຈ້າງ ຍັງຄ້າງຈ່າຍ ເງິນຄ່າແຮງງານ ຢູ່ ຫລາຍເດືອນ ແລະ ເຈົ້າໜ້າທີ່ ເມືອງ ຕົ້ນເຜິ້ງ ກໍບໍ່ໃຫ້ ຄວາມຮ່ວມມື ໃນການ ເຮັດເອກະສານ ຢັ້ງຢືນ ການເສັຽຊີວິດ ເພື່ອ ເອົາໄປ ປະກອບ ເປັນຫລັກຖານ ສຳລັບ ຮຽກຮ້ອງ ເງິນຄ່າຊົດເຊີຍ, ດັ່ງ ເຈົ້າໜ້າທີ່ ເມືອງ ຜາອຸດົມ ທ່ານ ນຶ່ງ ໄດ້ກ່າວວ່າ:

"ເພິ່ນກະວ່າ ຈະຮຽກຮ້ອງ ເມືອງ ຫາ ທາງສານເຂດ ຂະເຈົ້າ ກະເວົ້າ ຊັ້ນແຫລະ ຮຽກຮ້ອງ ກະບໍ່ໄດ້ ຫຍັງເດ້ ມັນບໍ່ໄດ້ ຂໍ້ມູນນຳ ເມືອງ ຕົ້ນເຜິ້ງ ເດ້ເນາະ ຂະເຈົ້າ ຢາກເອົາຢູ່ ແຕ່ວ່າ ເງື່ອນໄຂ ເຂົາບໍ່ໃຫ້ ຍ້ອນວ່າ ໄປເອົາຂໍ້ມູນ ມັນບໍ່ໄດ້ ນຳເຈົ້າໜ້າທີ່ເດ."

ເຈົ້າໜ້າທີ່ ກ່າວຕື່ມວ່າ ປັດຈຸບັນ ຄອບຄົວ ຂອງ ຜູ້ເສັຽຊີວິດ ກຳລັງ ແລ່ນເອກະສານຢູ່, ແຕ່ ຜູ້ເປັນລູກ ຂອງ ເຂົາເຈົ້າ ໄດ້ຕັດສິນໃຈ ບໍ່ຮຽກຮ້ອງ ເອົາຄ່າຊົດເຊີຍແລ້ວ ເພາະ ເຂົາເຈົ້າ ຄິດວ່າ ຄົງບໍ່ໄດ້ເງິນ ຢ່າງແນ່ນອນ ແຕ່ ເຂົາເຈົ້າ ຈະຟ້ອງຮ້ອງ ໃຫ້ເຖິງທີ່ສຸດ ເພາະ ເຂົາເຈົ້າ ເຊື່ອວ່າ ຈະໄດ້ ຄວາມຍຸຕິທັມ.

ເຈົ້າໜ້າທີ່ ທ່ານນີ້ ກ່າວຕື່ມ ອີກວ່າ ຄອບຄົວ ຂອງ ຄົນງານ ທີ່ ເສັຽຊີວິດ ແມ່ນ ຄອບຄົວ ທີ່ ທຸກຍາກແທ້ໆ ຫລັງຈາກ ຜູ້ເປັນພໍ່ ຂອງ ເຂົາເຈົ້າ ໄດ້ເສັຽຊີວິດໄປ ຄົນ ໃນຄອບຄົວ ກໍ ຂາດລາຍໄດ້ ທຸກມື້ນີ້ ສະມາຊິກ ຄອບຄົວ ເຂົາເຈົ້າ ກໍເຮັດວຽກ ເຝົ້າສວນກ້ວຍ ຢູ່ ເມືອງ ຜາອຸດົມ, ສ່ວນວ່າ ລູກຊາຍກົກ ຂອງ ຜູ້ເສັຍຊີວິດ ກຳລັງ ແລ່ນເອກະສານ ຄຳຮ້ອງຟ້ອງ ເພື່ອ ຍື່ນຕໍ່ສານ.

ຜ່ານມາ ເອເຊັຽເສຣີ ເຄີຍຕິດຕໍ່ ສອບຖາມ ໄປຍັງ ຫ້ອງການ ປ້ອງກັນ ຄວາມສະຫງົບ ເມືອງຕົ້ນເຜິ້ງ ເພື່ອ ສອບຖາມ ຣາຍລະອຽດ ກ່ຽວກັບເຣື້ອງນີ້ ແຕ່ ເຈົ້າໜ້າທີ່ ກໍບໍ່ຮັບໂທຣະສັບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.