ຜ້າອັດປາກ-ອັດດັງ ຢູ່ລາວ ຂຶ້ນຣາຄາ ຫາຍາກ
2020.03.27

ປັດຈຸບັນ, ຜ້າອັດປາກ-ອັດດັງ ທີ່ຈຳເປັນຕໍ່ການປ້ອງກັນ ການແຜ່ຣະບາດ ຂອງພຍາດໂຄວິດ-19 ບໍ່ມີຂາຍຕາມຕລາດທົ່ວໄປ, ແຕ່ຖ້າໃຜ ຢາກໄດ້ ຕ້ອງຫາຊື້ໃນລາຄາທີ່ແພງ ເຖີງ 5-6 ເທົ່າ. ດັ່ງຊາວບ້ານ ທີ່ ແຂວງວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວ ເອເຊັຽເສຣີ ໃນມື້ວັນທີ 26 ມີນາ ຜ່ານມາວ່າ:
“ໂອ ດຽວນີ້ຫາຊື້ຍາກ ຄັນມີກະຖືວ່າແພງ ຜ້າອັດປາກນີ້ ເພາະວ່າແຕ່ກີ້ວ່າບໍ່ແພງ ໄປຖາມຊື້ຢູ່ໂຮງໝໍ ດຽວນີ້ໂຮງໝໍກະຂາດ ບໍ່ມີຄືກັນ ໂຮງໝໍກະດາຍ. ເຫັນທີຕາມແຄມທາງເນາະ, ແຕ່ວ່າບໍ່ຮູ້ວ່າຊິໄດ້ ຄຸນນະພາບ ຫຼືບໍ່? ກະລາຄາຂ້ອນຂ້າງສູງ, ປົກກະຕິນີ້ ແມ່ນເຮົາຊື້ 5 ແຜ່ນ 5 ພັນ, ປັດຈຸບັນນີ້ 5 ພັນຕໍ່ແຜ່ນ ຊີ້ນ່າ. ບາງບ່ອນກະກາຍ.”
ເຊັ່ນດຽວກັນທີ່ນະຄອນຫຼວງພຣະບາງ ຜ້າອັດປາກ-ອັດດັງ ກໍຫາຊື້ຍາກ ແລະ ລາຄາສູງ. ຈາກທີ່ເຄີຍຊື້ໄດ້ໃນລາຄາ 1 ກັບ ຫຼື 1 ກ່ອງ ລາຄາ 30 ປາຍ ພັນກີບ ກໍຖີບໂຕຂຶ້ນສູງເຖິງ 2 ແສນ ກີບແລ້ວ, ແຕ່ຊາວບ້ານສ່ວນໃຫຍ່ ກໍຈຳເປັນຕ້ອງໄດ້ຊື້. ຊາວບ້ານປ່າຂາມ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:
“ໜ້າກາກເຮົານີ້ ກະຍັງມີຂາຍຢູ່ ແຕ່ວ່າເອົາມາກະໝົດຫັ້ນລະ ເພາະວ່າຄົນມັນໃສ່ນຳທຸກມື້ເນາະ. ແຕ່ເວລານີ້ເຮົາບໍ່ລົມແລ້ວ ເຮົາບໍ່ລົມ 20 ປາຍພັນແລ້ວ ມັນມີຂາຍໃຫ້ເຮົາໃຊ້ໄດ້ກະບຸນຫຼາຍແລ້ວ. ໃຊ້ໝົດ ລະກະພຍາຍາມຊື້ຶ້ອີກ. ທີ່ຈິງກະບໍ່ຢາກຊື້ດອກ ກັບລະ 2 ແສນເນາະ, ເຮົາເຄີຍໃຊ້ມາກະ 30 ປາຍພັນ ແນວດີຫັ້ນນ່າ. ແຕ່ວ່າດຽວນີ້ມັນຕົກເປັນ 2 ແສນປາຍ. ກະຄືວ່າແຫຼະ ຊີວິຕເຮົາມັນຫຼາຍກວ່ານັ້ນ.”
ຢ່າງໃດກໍດີ, ຊາວບ້ານທີ່ຊອກຫາຊື້ ຜ້າອັດປາກ-ອັດດັງ ບໍ່ໄດ້ ຫຼືບໍ່ມີຄວາມສາມາດຊື້ອັນໃໝ່ໄດ້ ຕລອດເວລານັ້ນ ກໍຈຳເປັນຕ້ອງຫຍິບ ເຮັດເອງ ແລະສາມາດຊັກໃສ່ແຟັບ ແລ້ວເອົາກັບຄືນມາໃຊ້ຊ້ຳໄດ້ອີກ, ເຖິງຈະມີຄວາມສ່ຽງກໍຕາມ. ຊາວບ້ານສັງຄະໂລກ ນະຄອນຫຼວງ ພຣະບາງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ໂຕເອງກະບໍ່ໄດ້ຊື້ ກະມີແຕ່ເອົາຜ້າປິດປາປິດດັງ ທີ່ວ່າສາມາດໄປຊັກຄືນໄດ້, ຫັ້ນນ່າເນາະ. ຄືມື້ນີ້ກະຊັກແລ້ວ ວ່າຊັ້ນສາ ກະເອົາມາ ໃຊ້ຄືນ ຢູ່ຕລອດເວລາເນາະ. ກະພຍາຍາມເອົາເຈັ້ຽ, ເຈັ້ຽເຊັດໜ້າເປັນແຜ່ນ ຫັ້ນນ່າເນາະ ມາຄົບໃສ່ໃຫ້ມັນໜາຕື່ມ, ຊີ້ນ່າ.”
ກ່ຽວກັບເຣື່ອງນີ້, ເອເຊັຽເສຣີ ໄດ້ໂທສອບຖາມໄປຍັງເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະ ການຄ້າ ໃນມື້ວັນທີ 27 ມີນາ ນີ້, ແຕ່ ເຈົ້າໜ້າທີ່ຕອບພຽງສັ້ນໆວ່າ ໄດ້ມີແຈ້ງການອອກແລ້ວ ໃນການຄວບຄຸມລາຄາ ຜ້າອັດປາກ ອັດດັງ ລວມທັງລາຄາເຈລລ້າງມື ນຳ."
ກ່ອນໜ້ານີ້, ໃນວັນທີ 7 ກຸມພາ, ກະຊວງອຸດສາຫະກັມ ແລະ ການຄ້າ ໄດ້ອອກແຈ້ງການຫ້າມຂາຍຜ້າອັດປາກ ອັດດັງ ເກີນລາຄາ, ໂດຍໄດ້ກຳນົດໃຫ້ຂາຍ 1 ກັບ ຫຼື 1 ກ່ອງ ບໍ່ເກີນ 25 ພັນກີບ ຫຼື 1 ແຜ່ນ ບໍ່ໃຫ້ເກີນ 1 ພັນກີບ ຖ້າເຈົ້າໜ້າທີ່ພົບເຫັນກໍຈະມີການ ດຳເນີນ ຄະດີຕາມກົດໝາຍ.
ແຕ່ໃນໂຕຈິງ, ທາງການບໍ່ສາມາດຄວບຄຸມລາຄາ ຜ້າອັດປາກ-ອັດດັງໄດ້ ລວມທັງລາຄາເຈວລ້າງມື້ນຳ ແລະ ຊາວລາວຫຼາຍຄົນ ກໍຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ແກ້ໄຂບັນຫາດັ່ງກ່າວ ໃນໄລຍະທີ່ພວມ ວິກິດຢູ່ນີ້.