ຈະມີການທົດລອງວັກຊິນຕ້ານ ອີໂບລາ

ການາດາ ຈະ ເລີ່ມສົ່ງ ວັກຊີນ ທົດລອງ ປ້ອງກັນ ເຊື້ອ ອີໂບລາ ໄປ Switzerland ໃນ ອາທິດ ນີ້ ຊຶ່ງ ເປັນ ພາກສ່ວນ ນຶ່ງ ຂອງ ການຕໍ່ສູ້ ຕ້ານ ເຊື້ອ ພຍາດ ອີໂບລາ.

ຈະມີການທົດລອງວັກຊິນຕ້ານ ອີໂບລາ ໃສ່ຄົນ RFA

 

ການາດາ ຈະ ເລີ່ມສົ່ງ ວັກຊີນ ທົດລອງ ປ້ອງກັນ ເຊື້ອ ອີໂບລາ ໄປ Switzerland ໃນ ອາທິດ ນີ້ ຊຶ່ງ ເປັນ ພາກສ່ວນ ນຶ່ງ ຂອງ ການຕໍ່ສູ້ ຕ້ານ ເຊື້ອ ພຍາດ ອີໂບລາ.

ນາງ Agnes Reffet ໂຄສົກ ມະຫາ ວິທຍາລັຍ ໂຮງ ພຍາບານ Geneva ຫລື HUG ບ່ອນເກັບ ຮັກສາ ວັກຊິນ ປ້ອງກັນ ພຍາດ ອີໂບລາ ເວົ້າວ່າ ຣັຖບານ ການາດາ ຈະເລີ່ມສົ່ງ ວັກຊິນ ຫລາຍກວ່າ 1 ພັນ ໂດສ ມາໃຫ້ ໃນ ວັນຈັນ ຊຶ່ງ ຄວນຈະເຖິງ ຈີນີວາ ໃນ ວັນອັງຄານ. ການທົດລອງ ໃຊ້ວັກຊິນ ປ້ອງກັນ ອີໂບລາ ກັບ ຄົນນັ້ນ ຄາດວ່າ ຈະເລີ່ມຂຶ້ນ ໃນທ້າຍ ເດືອນນີ ຫລື ຕົ້ນເດືອນ ໜ້າ ຢູ່ Switzerland.

ອົງການ ອະນາມັຍ ໂລກ ໄດ້ກຳນົດ ວັກຊິນ ທົດລອງ 2 ຊນິດ ທີ່ໄດ້ໃຫ້ ຜົລ ແບບ ມີຄວາມຫວັງ ເມື່ອທົດລອງ ໃຊ້ກັບລີງ: ວັກຊິນ ຂອງ ການາດາ VSV-EBOV ທີ່ໄດ້ ໃບ ອະນຸຍາດ ບໍຣິສັດ NewLink Genetic ຂອງ ສະຫະຣັດ ອະເມຣິກາ, ແລະ ອີກຊນິດ ໜຶ່ງ ທີ່ ບໍຣິສັດ GlaxoSmithKline GSK ຂອງ ອັງກິດ ຜລິດ ນັ້ນ.

ການທົດລອງ ວັກຊິນ NewLink Genetic ໄດ້ເລີ່ມຂຶ້ນ ຢູ່ ສະຫະຣັດ ເມື່ອອາທິດ ທີ່ແລ້ວ ຊຶ່ງ ຣັຖບານ ການາດາ ເວົ້າວ່າ ຈະຮູ້ຜົລ ໃນເດືອນ ທັນວາ ປີນີ້. ວັກຊິນ ນັ້ນ ຈະຕ້ອງ ຖືກເກັບ ຮັກສາ ໃນ ອູນຫະພູມ ລົບ 80 ອົງສາ ແຊວຊິອັສ ຫລື ລົບ 112 ອົງສາ ຟາເຣັນໄຮທ. ການາດາ ຈະສົ່ງ ວັກຊິນ ນັ້ນ ໂດຍທາງ ອາກາດ ແບ່ງເປັນ 3 ເທື່ອ ເພື່ອວ່າມີ ອຸປຕິເຫດ ຫລື ການ ຄວບຄຸມ ອຸນຫະພູມ ຫາກ ລົ້ມແຫລວ.

ການທົດລອງ ໃຊ້ ວັກຊິນ ທີ່ ສວິດເຊີແລັນ ຈະດຳເນີນ ໄປໂດຍ HUG ຊຶ່ງ ຣັຖບານ ສວິດເຊີແລັກ ຄັດເລືອກ ໃຫ້ເປັນບ່ອນ ປິ່ນປົວ ເຈົ້າໜ້າທີ່ ອົງການ ຊ່ວຍເຫລືອ ສາກົລ ທີ່ ອາຈຕິດ ເຊື້ອ ອີໂບລາ ເມື່ອລົງ ເຮັດວຽກ ຢູ່ປະເທດ ທີ່ໄດ້ຮັບ ຜົລກະທົບ. ອີໂບລາ ໄດ້ເອົາ ຊີວິດ ຫລາຍກວ່າ 4500 ຄົນ ຢູ່ບ່ອນ ຣະບາດ ໃນ ອາຟຣິກກາ ຕາເວັນຕົກ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org