ວັກຊິນສໍາລັບ ເດັກນ້ອຍຍິງ
2013.05.10

ບໍຣິສັດ ຜລິດຢາ ຂອງ ຫລາຍປະເທດ ຮ່ວມມືກັບ ອົງການ ສາທາຣະນະສຸຂ ຣະດັບໂລກ ເພື່ອປົກປ້ອງ ແມ່ຍິງ ໃນປະເທດ ທຸກຍາກ ຈາກ ໂຣກມະເຮັງ ປາກໝົດລູກ. ຕາມຣາຍງານ ຂ່າວຈາກ Trenton ຣັຖ New Jersey ສະຫະຣັຖ ອະເມຣິກາ.
ໂຄງການ ທົດລອງ ຈະເລີ່ມຂຶ້ນ ຢູ່ 8 ປະເທດ ເອເຊັຽ ແລະ ອາຟຣິກກາ ໂດຍມີ ເປົ້າໝາຍ ສັກວັກຊິນ ປ້ອງກັນພຍາດ ໃຫ້ ເດັກນ້ອຍແມ່ຍິງ ອາຍຸ ຣະຫວ່າງ 9 ປີ ຫາ 13 ປີ ໂດຍເລີ່ມຈາກ Kenya ໃນເດືອນນີ້ ກ່ອນ ທີ່ຈະຂຍາຍ ໄປປະເທດອື່ນໆ ຮວມທັງ ສປປ ລາວ. ແມ່ຍິງ ທີ່ເສັຽຊີວິດ ຍ້ອນໂຣກມະເຮັງ ປາກໝົດລູກ ສ່ວນໃຫຍ່ ຢູ່ປະເທດ ກໍາລັງ ພັທນາ. ການຮ່ວມມື ເພື່ອເປົ້າໝາຍ ດັ່ງກ່າວ ຖືກປະກາດ ເມື່ອວັນພະຫັດ ຜ່ານມາ ນີ້ ໂດຍອົງການ GAVI ທີ່ເຮັດວຽກ ກັບ ບໍຣິສັດ ຜລິດຢາ ສົ່ງຢາວັກຊີນ ປ້ອງກັນ ພຍາດໃຫ້ ປະເທດ ທີ່ທຸກຍາກ ເພື່ອປີ່ນ ປົວພຍາດ ທີ່ເອົາຊີວິດ ແມ່ຍິງ ໃນວັຍເດັກ ຢ່າງຫລວງຫລາຍ ນັ້ນ.
Dr. Seth Berkley ຄນະ ບໍຣິຫານ GAVI ຊຶ່ງ ເປັນອົງການ ພັນທະມິດໂລກ ເພື່ອຢາວັກຊິນ ແລະ ການສັກຢາ ປ້ອງກັນ ພຍາດນັ້ນ ເວົ້າວ່າ ນີ້ເປັນຊ່ວງ ການປ່ຽນແປງ ສໍາລັບ ສຸຂພາບ ຂອງແມ່ຍິງ ແລະ ເດັກນ້ອຍ ໃນທົ່ວໂລກ. ທ່ານວ່າ ປັຈຈຸບັນ ມີຊ່ອງຫວ່າງ ກ້ວາງ ສໍາລັບ ເດັກຍິງ ໃນປະເທດ ທີ່ ຮັ່ງມີ ແລະ ໃນປະເທດ ທີ່ ທຸກຍາກ ຊຶ່ງຊ່ອງຫວ່າງ ນັ້ນ ສາມາດ ເຮັດໃຫ້ແຄບ ເຂົ້າໄດ້ ເພື່ອທີ່ຈະ ປົກປ້ອງ ສາວນ້ອຍ ທຸກຄົນ ຈາກ ໂຣກມະເຮັງ ປາກໝົດລູກ ບໍ່ວ່າພວກນາງ ຈະເກີດຢູ່ ບ່ອນໃດ ກໍຕາມ.