ໄຂ້ເລືອດອອກຢູ່ອັດຕະປື

ສຸພັດຕຣາ
2016.08.10
F-mosquito-Aedes-aegypti ຕົວຢ່າງ ຂອງຍຸງລາຍ ໂຕແມ່ (Aedes aegypti mosquito) ທີ່ນໍາເຊື້ອພຍາດ ໄຂ້ເລືອດອອກ ແພ່ຣະບາດ ໃສ່ຜູ້ຄົນ.
Wikipedia/Muhammad Mahdi Karim

ໃນແຂວງອັດຕະປື ຍັງພົບເຫັນວ່າ ຄົນເປັນພຍາດ ໄຂ້ເລືອດອອກ ເຂົ້າມາ ປິ່ນປົວ ໃນໂຮງໝໍເມືອງ ເພີ່ມຂຶ້ນ ໃນ ທຸກອາທິດ ແຕ່ຍັງ ບໍ່ຖືວ່າ ຢູ່ໃນຂັ້ນ ຣະບາດ ຍ້ອນວ່າ ກໍຣະນີ ທີ່ເກີດຂຶ້ນ ແມ່ນຢູ່ ກະແຈກ ກະຈາຍ ທົ່ວ 5 ເມືອງ ຂອງ ແຂວງ ອັດຕະປື ຊຶ່ງ ປັດຈຸບັນ ກໍຣະນີ ທີ່ເກີດຂຶ້ນ ມີ 80 ກໍຣະນີ. ອີງຕາມ ການເປີດເຜີຍ ຂອງ ເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງ ທີ່ໄດ້ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 9 ສິງຫາ ນີ້ວ່າ:

“ຖືວ່າຍັງບໍ່ທັນຣະບາດ ພຽງແຕ່ວ່າ ມີກໍຣະນີ ຄົນເປັນ ໄຂ້ຍຸງລາຍ ເພາະວ່າເປັນ ບໍ່ເປັນຈູ້ມ ເປັນບ່ອນ ເພາະມັນຢູ່ ແບບກະແຈກ ກະຈາຍ ຢູ່ໃນທົ່ວ ແຂວງອັດຕະປື ມີຢູ່ 5 ເມືອງ ແລະ ແຕ່ລະເມືອງ ກໍມີຢູ່ ຂ້ອນຂ້າງ ຫຼາຍກໍຢູ່ ໄຊເສດຖາ ສາມັກຄີໄຊ ແລະ ກໍ່ຊານໄຊ”.

ປັດຈຸບັນ ຢູ່ແຂວງ ອັດຕະປື ມີຄົນເປັນ ໄຂ້ເລືອດອອກ ໃນແຕ່ລະ ອາທິດ ປະມານ 9 ຫາ10 ກໍຣະນີ ແລະ ດຽວນີ້ ທາງແຂວງ ກໍໄດ້ ຕຣຽມພ້ອມ ໃນການລົງ ສຸຂສຶກສາ ແລະ ລົງກຳຈັດ ແຫລ່ງເພາະພັນ ຂອງ ຍຸງລາຍ ໃນ ທຸກອາທິດ ໃນຂັ້ນເມືອງ ແລະ ຂັ້ນບ້ານ ແຕ່ຍັງບໍ່ມີ ການສີດຜົ່ນຢາ ຂ້າຍຸງເທື່ອ ເພາະວ່າ ຕອນນີ້ ຍັງບໍ່ມີ ບ່ອນທີ່ ຣະບາດ ເປັນຈຸດໃຫ່ຍໆ ເມື່ອທຽບໃສ່ ປີ 2015 ທີ່ ຜ່ານມາ.

ສຳລັບການປິ່ນປົວ ຄົນເຈັບ ທີ່ເປັນ ໄຂ້ເລືອດອອກ ນັ້ນ ທ່ານຍັງ ກ່າວອີກວ່າ ຕອນນີ້ ທາງໂຮງໝໍເມືອງ ແລະ ໂຮງໝໍແຂວງ ຍັງສາມາດ ເບິ່ງແຍງ ຄົນເຈັບ ໄດ້ຢູ່ ແຕ່ ໃນລະຍະ ຣະດູຝົນ ຫລັງຈາກນີ້ ຍັງບໍ່ສາມາດ ໃຫ້ ຄຳຕອບໄດ້ ວ່າ ຈະມີການ ຣະບາດ ຫຼາຍໜ້ອຍ ປານໃດ ແລະ ຄາດວ່າ ຖ້າມີ ການຣະບາດ ຫຼາຍກວ່ານີ້ ໂຮງໝໍແຂວງ ກໍອາດຈະ ບໍ່ພຽງພໍ ໃນການປິ່ນປົວ ຄົນເຈັບ.

ປັດຈຸບັນ ໄຂ້ເລືອດອອກ ໃນລາວ ຍັງໜ້າເປັນຫ່ວງຫຼາຍ ເພາະພົບເຫັນ ຄົນເຈັບ ທັງໝົດ ກວ່າ 2300 ກໍຣະນີ ແລ້ວ ແລະ ແຂວງ ທີ່ມີຄົນເຈັບ ຫຼາຍທີ່ສຸດ ຍັງແມ່ນ ແຂວງ ຈຳປາສັກ ທີ່ມີກວ່າ 1 ພັນ ກໍຣະນີ ແລະ ມີຜູ້ເສັຽ ຊີວິດແລ້ວ 7 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.