14 ຄົນເສັຽຊີວິດຍ້ອນ ໄຂ້ ເລືອດອອກ
2018.03.01
ກະຊວງສາທາຣະນະສຸກ ຮ່ວມກັບ ອົງການອານາມັຍໂລກ ຈັດກອງປະຊຸມຫາລື ກ່ຽວກັບການປ້ອງກັນ ແລະ ຄວບຄຸມພຍາດໄຂ້ເລືອດອອກ ລະບາດ ແຕ່ຕົວເມືອງຈົນຮອດຊົນນະບົດ ຊຶ່ງໃນປີ 2017 ມີຄົນໄຂ້ 5,500 ຄົນ ແລະ ເສັຽຊີວິດ 14 ຄົນ.
ດຣ.ພູທອນ ເມືອງປາກ ຮອງຣັຖມົນຕຣີກະຊວງສາທາຣະນະສຸກ ກ່າວຍອມຮັບໃນກອງປະຊຸມວ່າ ການເສັຽຊີວິດເຖິງ 14 ຄົນໃນປີ 2017 ຍ້ອນໄຂ້ເລືອດອອກ ລື່ນປີ 2016 4 ຄົນ ຍັງເປັນຕົວເລກທີ່ສູງ ເຖິງແມ່ນວ່າພວກເຮົາ ໄດ້ພຍາຍາມໂຄສະນາ ປະຊາສຳພັນ ແລະມີ ມາຕການປ້ອງກັນ ມາໂດຍຕລອດກໍ່ຕາມ.
ເຖິງແນວໃດກໍ່ດີ ໃນຕົ້ນປີ 2018 ກະຊວງສາທາຣະນະສຸກ ຍັງບໍ່ທັນໄດ້ຮັບຣາຍງານ ວ່າມີຜູ້ເສັຽຊີວິດ ຍ້ອນໂຣກໄຂ້ເລືອດອອກ ເທື່ອ, ກະຊວງ ແລະພາກສ່ວນກ່ຽວຂ້ອງ ກໍ່ໄດ້ຮ່ວມກັນປ້ອງກັນ ເປັນປະຈຳຢູ່ແລ້ວ ດຣ.ສົມພອນ ສຸລະມີ ຜູ້ຮັບຜິດຊອບ ໂຄງການ ໄດ້ໃຫ້ ສຳພາດ ຕໍ່ RFA ໃນວັນທີ 28 ກຸມພາ ເຖິງວິທີປ້ອງກັນ ໂດຍໃຫ້ທຸກພາກສ່ວນມີສ່ວນຮ່ວມ.
"ໂດຍສະເພາະການປະຕິບັດໂຕນີ້ກໍ່ໍຕ້ອງມີການສ່ວນຮ່ວມ ຈາກອຳນາດການປົກຄອງ ພາກສ່ວນທີ່ເປັນຄອບຄົວ ກໍ່ຕ້ອງໄດ້ຈັດຕັ້ງ ປະຕິບັດ ຢູ່ພາຍໃຕ້ຄຳຂວັນຂອງຍຸທສາດ 5 ປ ມີອະນາມັຍ ອ້ອມເຮືອນອ້ອມຊານ ມີພາຊນະຕ່າງໆ ກາປົກປິດຕາມ ຍຸທສາດ 5 ປ ແຜນນີ້ເຮົາ ກໍຂໍສເນີ ເປັນແຜນລວມໆ ຄືແນວນັ້ນ ບໍ່ແມ່ນວ່າຈະເອົາງົບປະມານ ໃຫ້ເຂົາເຈົ້າ ປະຊາຊົນແຕ່ລະເຮືອນ ມີຮ່ວມຈິດຮ່ວມໃຈສະຫຼະ ແບບວ່າເປັນຊີວິດປະຈຳວັນ ເຂົາອະນາມັຍເຮືອນຊານເຂົາ ບາງຄອບຄົວກາປຸກລະດົມ ໃຫ້ລ້ຽງປາຫາງນົກຍຸງ ບໍ່ທີ່ມີພາຊນະນໍ້າຂັງ ເພື່ອໃຫ້ກິນໜອນນໍ້າ ບ່ອນຍຸງໄຂ່ໃສ່."
ພ້ອມກັນນັ້ນທ່ານຍັງໃຫ້ຄຳແນະນໍາປະຊາຊົນ ຖ້າວ່າເກີດມີອາການໄຂ້ ຢ່າຊື້ຢາມາກິນເອງ ໃຫ້ໄປພົບໝໍໂດຍດ່ວນ.
"ຖ້າທຸກຄອບຄົວຢູ່ເຮືອນຊານແຕ່ລະຄອບຄົວ ທຸກພາກສ່ວນປະຊາຊົນລາວ ບັນດາເຜົ່າທຸກຂົງເຂດ ບໍ່ວ່າຊົນຊາດຊົນເຜົ່າ ທຸກພາກສ່ວນ ຖ້າວ່າມີໄຂ້ ບໍ່ໃຫ້ໄປຊື້ຢາກີນເອງ ເພາະໄຂ້ນີ້ ມັນເຮັດໃຫ້ເລືອດອອກ ທາງປາກທາງດັງ ເພາະວ່າໄຂ້ເລືອດອອກ ມັນເປັນພຍາດນື່ງ ທີ່ບໍ່ ສາມາດປີ່ນປົວ ດ້ວຍຢາວັກແຊງ ໄດ້ປີ່ນປົວຕາມອາການ ແລະ ໃຫ້ໄປພົບແພດໝໍດ່ວນ ເປັນໄຂ້ມັນບໍ່ແມ່ນແຕ່ວ່າ ພຍາດໄຂ້ເລືອດອອກ ແຕ່ມັນມີຫຼາຍພຍາດດ້ວຍກັນ."
ພຍາດໄຂ້ຍຸງລາຍ ແມ່ນນຶ່ງໃນບັນດາພຍາດຕິດຕໍ່ ເກີດຍ້ອນຍຸງລາຍ ທີ່ມີເຊື້ອດູດກີນເລືອດຄົນ ໃນເວລາດຽວກັນ ກໍ່ປ່ອຍເຊື້ອຈຸລໂລກ ເຂົ້າກະແສເລືອດ ຄົນທີ່ຖືກກັດ.