ໄຂ້ເລືອດອອກ ຂ.ຈໍາປາສັກ
2013.06.18

ໄຂ້ເລືອດອອກ ຣະບາດ ຢູ່ແຂວງ ຈໍາປາສັກ ຮຸນແຮງກວ່າ ຢູ່ແຂວງ ອື່ນໆ ຂອງລາວ. ຕາມສະຖິຕິ ທີ່ ຮິບໂຮມໄດ້ ໃນ 6 ເດືອນ ຂອງ ຕົ້ນປີ 2013 ນີ້ ແຂວງ ຈໍາປາສັກ ມີຜູ້ເສັຍ ຊີວິດແລ້ວ 12 ຄົນ ຄື ເກືອບຮອດ ເຄິ່ງນຶ່ງ ຂອງ ຈໍານວນ ຜູ້ເສັຍຊີວິດ ໃນທົ່ວ ປະເທສ ຍ້ອນຜູ້ເປັນ ໄຂ້ເລືອດອອກ ແລ້ວ ບໍ່ໄປຫາ ໝໍ, ເມື່ອອາການ ໄຂ້ໜັກຂຶ້ນ ຈຶ່ງໄປຫາໝໍ. ເຈົ້າໜ້າທີ່ ກະຊວງ ສາທາຣະນະສຸຂ ຂອງ ລາວທ່ານ ນຶ່ງເວົ້າວ່າ:
"ເສີຍ ວ່າຊັ້ນສະ ບໍ່ໄປ ໂຮງໝໍບໍ້ ໂຮງໝໍ ກໍໄປຊື້ຢາ ຊື້ຢາຫວັດ ມາກິນ ເວົ້າແນວນີ້ສະ ຄົນປິ່ນປົວ ຢູ່ບ້ານ ປົວຢູ່ບ້ານ 8 ມື້ແລ້ວ ອາການ ໜັກ ມາໂຮງໝໍ ມັນກໍຕາຍ ຄືເກົ່າ ເຮົາບໍ່ຢາກ ໃຫ້ມີ ລັກສະນະ ນັ້ນ".
ທ່ານເວົ້າ ຕໍ່ໄປວ່າ ຕາມຂໍ້ມູນ ຮອດວັນທີ 14 ມິຖຸນາ 2013 ແຂວງຈໍາປາ ສັກ ມີຜູ້ ປ່ວຍເປັນ ພະຍາດ ໄຂ້ຍຸງລາຍ 1,505 ຄົນ. ຢູ່ 7 ເມືອງ, 33 ບ້ານ, ເມືອງທີ່ມີ ຄົນປ່ວຍ ຫລາຍ ກວ່າໝູ່ ແມ່ນ ເມືອງ ຊະນະສົມບູນ ແລະ ເມືອງປາກເຊ. ສໍາລັບ ໃນທົ່ວ ປະເທສ ສະເພາະ 6 ເດືອນ ຕົ້ນປີນີ້ ມີຄົນເຈັບຍ້ອນ ພະຍາດ ໄຂ້ຍຸງລາຍ 7,700 ກວ່າຄົນ ແລະ ເສັຍຊີວິດ ໄປແລ້ວ 31 ຄົນ.
ເຈົ້າໜ້າທີ່ ທ່ານນີ້ ເວົ້າຕື່ມ ອີກວ່າ ໄຂ້ຍຸງລາຍ ຣະບາດ ຢ່າງຮຸນແຮງ ໃນທົ່ວປະເທສ ແມ່ນຍ້ອນ ສະພາບ ອາກາດ ປັ່ນປ່ວນ, ເຈົ້າໜ້າທີ່ ຮັບຜິດຊອບ ມີໜ້ອຍ ແລະ ອຸປກອນ ປ້ອງກັນ ກໍເປ່ເພ ເຖິງແມ່ນ ຈະມີການ ໃຫ້ຄວາມຮູ້ ຊາວບ້າ ໃນການປ້ອງ ກັນພະຍາດ ແລະ ການປິ່ນ ປົວກໍຕາມ.