ໄຂ້ເລືອດອອກ ຍັງຕ້ອງຣະວັງ
2013.08.07

ໄຂ້ເລືອດອອກ ຍັງຣະບາດ ຢູ່ລາວ ໂດຍສະເພາະຢູ່ທາງພາກເໜືອ ຂອງລາວ ເຊັ່ນຢູ່ແຂວງ ໄຊຍະບຸຣີ ແລະ ແຂວງ ຫລວງພຣະບາງ ຈຳນວນຜູ້ເປັນໄຂ້ເລືອດ ໃນບາງເມືອງ ກໍຫລຸດລົງແຕ່ໃນບາງເມືອງ ພັດເພີ້ມຂື້ນ ເພາະວ່າ ເຈົ້າໜ້າທີ່ ຂາດເຂີນ ອຸປກອນສີດຢາຂ້າຍຸງ. ດັ່ງເຈົ້າໜ້າທີ່ ກະຊວງ ສາທາຣະນະສຸຂ ທ່ານນຶ່ງ ກ່າວວ່າ:
“ດຽວນີ້ນີ່ ເມືອງມີບາງເມືອງ ກໍລົງແລ້ວ ແຕ່ວ່າມີ ບາງເມືອງ ມັນກໍຂື້ນ ມາເນີ ກຳລັງຂື້ນ ຢູ່ເນີ່ ເຄື່ອງພົ່ນນີ່ ບໍ່ພຽງພໍ ມີຄວາມ ຕ້ອງການຢູ່ ຕ້ອງໄດ້ ເລາະພົ່ນ ຂ້າຕົວແກ່ມັນ ແມ່ນແຫລະ ແມ່ນແຫລະ ຊ່ວງຣະດູຝົນ ມີໜນອນນ້ຳ ມີຫຍັງ ຫລາຍຂື້ນ ແລ້ວມັນກໍ ເກີດຂື້ນເອງ.”
ເຈົ້າໜ້າທີ່ກ່າວອີກວ່າ ປັດຈຸບັນ ແຂວງຫລວງພຣະບາງ ມີຄົນຕິດ ເຊື້ອໂຣຄ ໄຂ້ເລືອດອອກ ເພິ້ມຂື້ນ ເປັນ 400 ຄົນ ໃນນັ້ນ 5 ຄົນ ມີອາການສາຫັດ ແຕ່ຍັງບໍ່ທັນ ມີຜູ້ເສັຍຊີວິດເທື່ອ. ສ່ວນຢູ່ ແຂວງ ໄຊຍະບຸຣີ ນັ້ນ ມີຜູ້ປ່ວຍ ເພິ້ມຂື້ນເປັນ 1,350 ຄົນ ເພິ້ມຂື້ນ 169 ຄົນ ຈາກເດືອນທີ່ແລ້ວ ໃນນັ້ນ ເສັຍຊີວິດແລ້ວ ນຶ່ງຄົນ.
ເຈົ້າໜ້າທີ່ ອະທິບາຍ ອີກວ່າ ເຈົ້າໜ້າທີ່ ການແພດ ມີຢາປົວພຍາດ ພຽງພໍຢູ່ ແຕ່ຍັງ ຂາດເຂີນ ອຸປກອນ ສີດຢາຂ້າຍຸງ ໂດຍສະເພາະ ໃນຂະນະນີ້ ຝົນກຳລັງຕົກໜັກ ຍຸງ ກໍແຮ່ງຫລາຍ. ຢູ່ນະຄອນຫລວງວຽງຈັນ ກໍມີຜູ້ເສັຍຊີວິດ ແລະປ່ວຍ ເປັນໄຂ້ເລືອດອອກຫຼາຍສົມຄວນ ເຈົ້າໜ້າທີ່ ກໍໄດ້ເອົາໃຈໃສ່ ທຳຣາຍ ບ່ອນຢູ່ອາໄສ ຂອງຍຸງ ຊຶ່ງເປັນ ໂຕນໍາເຊື້ອໂຣຄ ດັ່ງກ່າວ.
ໃນທົ່ວ ປະເທດລາວ ໃນຣະຍະ ສອງເດືອນຜ່ານມາ ມີຄົນເສັຍຊີວິດ ຍ້ອນໄຂ້ເລືອດອອກ 77 ຄົນ ແລະ ມີຜູ້ປ່ວຍ ທັງໝົດກວ່າ 35,000 ຄົນ.