ຄົນປ່ວຍ ໄຂ້ເລືອດອອກ ລົ້ນ ໂຮງໝໍ
2019.07.02

ຄົນຕິດເຊື້ອໄຂ້ເລືອດອອກ ລົ້ນ ຜແນກຊຶມເຊື້ອ ຢູ່ໂຮງໝໍມະໂຫສົດ ນະຄອນຫຼວງວຽງຈັນ ຍ້ອນຕຽງບໍ່ພຽງພໍ ເຊິ່ງໃນຜແນກດັ່ງກ່າວ ມີພຽງ 32 ຕຽງເທົ່ານັ້ນ ແຕ່ມີຄົນເຈັບໄຂ້ເລືອດອອກ 37 ຄົນ ສ່ວນຫຼາຍ ແມ່ນຜູ້ໃຫຍ່, ເຈົ້າໜ້າທີ່ ຕ້ອງໄດ້ຫາຕຽງມາເສີມ ຖ້າຈະຍ້າຍໄປໂຮງໝໍ ອື່ນ ກໍບໍ່ພຽງພໍເຊັ່ນກັນ. ດັ່ງທ່ານໝໍ ໄດ້ກ່າວຕໍ່ຜູ້ສື່ຂ່າວ RFA ເມື່ອ ວັນທີ 02 ກໍຣະກະດາ ວ່າ:
"ດຽວນີ້ມີ 37 ຄົນ ໄຂ້ເລືອດອອກ ຂອງທັງໝົດຕຽງ 32 ຕຽງ ເນື່ອງຈາກ ການກໍ່ສ້າງໂຮງໝໍມະໂຫສົດ ນີ້ ສະຖານທີ່ກະຈຳກັດແດ່ ສະນັ້ນ ເຮົາກໍເລີຍບໍ່ມີຕຽງ ທີ່ຈະຮອງຮັບ ຄົນເຈັບ ຕຽງບໍ່ມີກໍຕ້ອງ ເປັນຕຽງເສີມ ເນາະ ເພາະແຕ່ລະໂຮງໝໍ ກໍລົ້ນຄືກັນໝົດ ຢູ່ນະຄອນຫຼວງວຽງຈັນ ເຮົາກໍຈະໄດ້ເອົາ ຫ້ອງຫຍັງຕ່າງໆ ເພື່ອຮອງຮັບ.”
ນອກຈາກຕຽງບໍ່ພຽງພໍ ຍັງຂາດເຂີນອຸປກອນ ການນຳໃຊ້ ເຊັ່ນ ເຈລທີ່ຂ້າເຊື້ອ ເພາະວ່າ ໄດ້ສັມພັດກັນຕລອດ ພ້ອມນີ້ ກໍຍັງຕ້ອງກະກຽມ ສະຖານທີ່ ໄວ້ຮອງຮັບຄົນເຈັບ ຄາດຄະເນວ່າ ຈະມີຄົນເຈັບ ຕິດເຊື້ອ ໄຂ້ເລືອດອອກ ມາປີ່ນປົວ ໃນໂຮງໝໍມະໂຫສົດ ເພີ່ມຂຶ້ນ.
"ມີແນວໂນ້ມທີ່ຈະຫຼາຍຂຶ້ນ ຄາດວ່າມີແນ່ນອນ ໃນອານາຄົດ ໄດ້ເຝົ້າຣະວັງວ່າຊັ້ນສະ ແຕ່ຂນາດຂອງເຮົາຍັງລົ້ນໄດ້ ລໍຖ້າຢູ່ຜແນກສຸກເສີນ ເພື່ອລໍຖ້າເຂົ້ານອນ ກໍຍັງຕ້ອງການ ສະຖານທີ່ ອຸປກອນການນຳໃຊ້ ຍົກໂຕຢ່າງເຈລທີ່ຂ້າເຊື້ອ ເພາະວ່າມັນໄດ້ສັມພັດກັນຕລອດ ເຮົາໃຊ້ ຫຼາຍມັນກໍຂາດເຂີນ.”
ປັດຈຸບັນນີ້ ສະຖານທີ່ຂອງໂຮງໝໍ ມະໂຫສົດ ແມ່ນມີຈຳກັດ ເນື່ອງຈາກຍັງຢູ່ໃນໄລຍະ ການກໍ່ສ້າງອາຄານໃໝ່ ທີ່ຣັຖບານຈີນ ໃຫ້ການ ຊ່ອຍເຫຼືອ.
ສູນວິເຄາະ ແລະ ຣະບາດວິທຍາ ກະຊວງສາທາຣະນະສຸຂ ໄດ້ຣາຍງານ ເມື່ອວັນ 02 ກໍຣະກະດາ ວ່າ ປັດຈຸບັນ ໄຂ້ຍຸງລາຍ ໄດ້ຣະບາດ ໄປທົ່ວປະເທສ ໃນນັ້ນ ມີແຂວງຈຳປາສັກ, ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ສາລະວັນ, ຄຳມ່ວນ, ບໍລິຄຳໄຊ. ໂດຍຮວມມີຜູ້ເປັນ ໄຂ້ຍຸງລາຍ ແລ້ວທັງໝົດ 9,929 ແລະ ເສັຽຊີວິດ 25 ຄົນ.