ໄຂ້ເລືອດອອກ ຣະບາດ ແຮງຂຶ້ນ ຢູ່ລາວ
2019.07.26

ໄຂ້ເລືອດອອກ ຫລືໄຂ້ຍຸງລາຍຣະບາດແຮງຂຶ້ນ ເຮັດໃຫ້ມີຜູ້ເສັຽຊີວິດ ເພີ່ມເປັນ 40 ຄົນ ແລ້ວໃນທົ່ວປະເທດ ແລະ ຜູ້ຕິດເຊື້ອໄຂ້ເລືອດ ອອກ 17 ພັນ ປາຍຄົນ. ສາເຫດສໍາຄັນ ທີ່ມີການແຜ່ຣະບາດ ແລະເສັຽຊີວິດ ກໍຍ້ອນໄປປິ່ນປົວ ຢູ່ໂຮງໝໍຊ້າ ແລະ ການທໍາຣາຍແຫລ່ງ ເພາະພັນ ຍຸງລາຍ ບໍ່ທົ່ວເຖິງ, ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ສາທາຣະນະສຸກ ນະຄອນຫລວງ ວຽງຈັນ ຕໍ່ RFA ໃນມື້ວັນທີ 26 ກໍຣະກະດາ ນີ້.
"ທົ່ວປະເທດ 17 ພັນປາຍ ເສັຽເພີ່ມ 40 ຄົນ ແລ້ວເດ໊ ກໍຍ້ອນວ່າເຮົາເຮັດມາຕການ ຄວບຄຸມການຣະບາດ ຍັງບໍ່ໄດ້ດີເທົ່າທີ່ຄວນ ການເຂົ້າເຖິງການບໍຣິການ ປະຊາຊົນ ກໍຍັງຊັກຊ້າ ຍັງຖືເບົາກັບການເຈັບ ການເປັນເນາະ ເວລາເຈັບເປັນ ເພິ່ນກໍຍັງວ່າ ອາການ ມັນບໍ່ຮຸນແຮງເນາະ ແຕ່ວ່າຮອດມື້ທີ 3 ທີ 4 ໄປລະເຂົ້່າອາການຊັອກແລ້ວ ມາໂຮງໝໍເຂົາແກ້ຊັອກບໍ່ໄດ້."
ທ່ານກ່າວຕື່ມວ່າຜູ້ຕິດເຊື້ອໄຂ້ຍຸງລາຍ ແລະເສັຽຊີວິດ ມີແນວໂນ້ມເພີ່ມຂຶ້ນ ຊຶ່ງເຈົ້າໜ້າທີ່ ກໍມີມາຕການປ້ອງກັນ ຢ່າງເຂັ້ມງວດໂດຍ ຜົ່ນຢາຂ້າໂຕແມ່ຍຸງລາຍ ຢູ່ຕາມບ້ານເຮືອນປະຊາຊົນ ເພື່ອບໍ່ໃຫ້ໄປວາງໄຂ່ ແລະແຜ່ເຊື້ອໄດ້:
"ດຽວນີ້ພວກເຮົາຕ້ອງໄດ້ຜົ່ນຢາຂ້າຍຸງ ໂຕແກ່ນີ້ເປັນຫລັກ ສຸມໃສ່ການຂ້າຍຸງໂຕແກ່ ກໍເຊື້ອໄວຣັສ ມັນຢູ່ໃນຍຸງເດ໊ ຖ້າວ່າພວກເຮົາມີແຕ່ ໄປຂ້ວມກະໂປະກະປ໊ອງ ບໍ່ໃຫ້ມັນມີລູກນໍ້າ ແຕ່ວ່າມັນຍັງມີຢູ່ຫັ້ນນະ ມັນກໍຍັງມີກໍຣະນີເນາະ ມັນກໍຍັງສາມາດ ແຜ່ເຊື້ອ ໃນເຂດບ້ານ ນັ້ນໄດ້ເພາະວ່າຍຸງ ມັນກິນເລືອດທຸກມື້.ເດ໊."
ແຂວງທີ່ມີຜູ້ຕິດເຊື້ອ ຫລາຍທີ່ສຸດຄືນະຄອນຫລວງວຽງຈັນ ມີຜູ້ຕິດເຊື້ອເພີ່ມຂຶ້ນເປັນ 4 ພັນປາຍຄົນ, ເສັຽຊີວິດ 10 ຄົນ; ຮອງລົງມາແມ່ນ ສະຫວັນນະເຂດ ຈໍາປາສັກ ແລະແຂວງອື່ນໆທາງພາກໃຕ້ ຊຶ່ງຫາກຜູ້ໃດຮູ້ສຶກວ່າເປັນໄຂ້ ຕ້ອງຟ້າວໄປຫາໝໍ ຢ່າປ່ອຍ ໃຫ້ໄຂ້ຂຶ້ນສູງ ຈະເຮັດໃຫ້ຊັອກ ແລະເສັຽຊີວິດໄດ້, ທ່ານກ່າວ.
ພ້ອມດຽວກັນ ກໍຕ້ອງຊ່ອຍກັນທໍາຣາຍແຫລ່ງເພາະພັນຍຸງລາຍ ເອົາໃຈໃສ່ອະນາມັຍ ທັງໃນແລະນອກເຮືອນ ບໍ່ໃຫ້ມີນໍ້າຂັງ ຢູ່ຕາມກະໂປະ ກະປ໊ອງ ຢາງຣົດ ຕ້ອງປະຕິບັດໃຫ້ເປັນປະຈໍາ ທຸກອາທິດ.