ຄົນເປັນໄຂ້ເລືອດອອກ ເພີ່ມຂຶ້ນ
2017.08.07
ຈຳນວນຄົນປ່ວຍເປັນ ໄຂ້ເລືອດອອກ ຢູ່ນະຄອນຫລວງວຽງຈັນ ໃນປີ 2017 ນີ້ເພີ້ມຂຶ້ນ ນຳທຸກມື້ ພາຍຫລັງ ທີ່ພົບວ່າ ມີຜູ້ຕິດເຊື້ອ ແລະ ເສັຽຊີວິດ 1 ຄົນ ຢູ່ເມືອງໄຊທານີ. ປັດຈຸບັນ ພົບວ່າຢູ່ທົ່ວທຸກເມືອງ ມີຄົນຕິດເຊື້ອໄຂ້ຍຸງ ເພີ່ມຂຶ້ນຢ່າງຜິດປົກກະຕິ. ດັ່ງເຈົ້າໜ້າທີ່ສາທາຣະ ນະສຸກ ນະຄອນຫລວງວຽງຈັນ ກ່າວວ່າ:
"ໄຂ້ຍຸງລາຍນີ້ກໍບໍ່ເຖິງ ວ່າລະບາດດອກ ແຕ່ມັນກໍຂຶ້ນສູງກວ່າ ປົກກະຕິນັ້ນແຫລະ ໃນນະຄອນຫລວງນີ້ກໍປະມານ 5 ຫາ 10 ລາຍຕໍ່ວັນ ອາທິດນຶ່ງກໍປະມານ 100 ປາຍນັ້ນແຫລະ".
ນະຄອນຫຼວງວຽງຈັນມີຜູ້ຕິດເຊື້ອ ໄຂ້ເລືອດອອກ 1 ພັນ 300 ປາຍຄົນ ຂນະທີ່ໃນທົ່ວປະເທດພົບວ່າມີ 3 ພັນປາຍຄົນ. ທ່ານກ່າວອີກວ່າ ໄຂ້ຍຸງລະບາດ ຫລາຍຢູ່ທຸກເມືອງ ໃນນະຄອນຫລວງ ປີນີ້ ແມ່ນເປັນຍ້ອນຝົນຕົກຫລາຍ ນ້ຳຂັງຢູ່ຫລາຍບ່ອນ. ແຕ່ຖ້າທຽບໃສ່ເມື່ອ 2-3 ປີຜ່ານມາ ກໍຖືວ່າຈຳນວນ ຄົນປ່ວຍ ບໍ່ສູງປານໃດ:
"ດຽວນີ້ເຮົາມາເບິ່ງປັດໃຈກ່ອນ ທາງດ້ານນ້ຳຝົນ ເບິ່ງຟ້າຝົນກໍຕົກດີເດ໊ ຖືວ່າຖ້າເຮົາສົມທຽບ ກັບ 2-3 ປີທີ່ຜ່ານມາ ກໍແມ່ນມັນ ບໍ່ສູງຫັ້ນນະ ເພາະທຸກໆປີ ມັນກໍຂຶ້ນຢູ່ ໃນຊ່ວງປະມານນີ້ແຫລະ".
ປັດຈຸບັນ ຢູ່ນະຄອນຫລວງ ວຽງຈັນ ເລັ່ງອະນາມັຍ ແຫລ່ງເພາະມັນ ຍຸງລາຍ ແລະຖ້າບ້ານໃດ ພົບຜູ້ຕິດເຊື້ອພຍາດນີ້ ກໍໃຫ້ພົ່ນຢາ ກຳຈັດ ໜອນນ້ຳ ແລະຍຸງລາຍ ໃນຣັສມີ 200 ແມັດ ຂນະທີ່ເຈົ້າໜ້າທີ່ ຄາດວ່າພາຍໃນເດືອນໜ້າ ຈຳນວນ ຄົນຕິດເຊື້ອ ຄົງຈະຫລຸດລົງເພາະວ່າ ຈະໝົດຣະດູຝົນແລ້ວ.
ຜ່ານມາຢູ່ນະຄອນຫຼວງວຽງຈັນ ນອກຈາກການລະບາດ ຂອງໄຂ້ຍຸງລາຍແລ້ວ ກໍຍັງມີເຊື້ອພຍາດ ຕັບອັກເສບຊນິດເອ ທີ່ລະບາດ ໃນປີທີ່ ຜ່ານມາແລະໃນປັດຈຸບັນ ທາງສາທາຣະນະສຸຂ ກໍພົບວ່າມີຄົນຕິດເຊື້ອພຍາດນີ້ ເພີ່ມຂຶ້ນອີກ.