ຂ.ຈໍາປາສັກ ຄົນໄຂ້ເລືອດອອກ ເພີ້ມຂຶ້ນ
2017.08.08
ຜູ້ຕິດເຊື້ອໄຂ້ເລືຶອດອອກ ຢູ່ແຂວງຈໍາປາສັກ ພີ້ມຂຶ້ນນໍາ ທຸກອາທິດ ແຕ່ກໍບໍ່ຫຼາຍ, ແຕ່ລະມື້ ມີຄົນເປັນ ໄຂ້ເລືອດອອກ ເພີ່ມຂຶ້ນ 2-3 ຄົນ, ເມື່ອອາທິດທີ່ແລ້ວ ໃນທົ່ວແຂວງ ມີ 44 ຄົນ. ດັ່ງເຈົ້າໜ້າທີ່ ສາທາຣະນະສຸກແຂວງ ກ່າວວ່າ:
"ແນ່ນອນມີຄົນເຈັບຢູ່ ແຕ່ລະອາທິດມີເນາະ ປັດຈຸບັນນີ້ ຂ້ອນຂ້າງຄົງຕົວ ບໍ່ໄດ້ເພີ່ມຂຶ້ນ ໄຂ້ຍຸງລາຍແດງ ກໍມີຢູ່ 44 ຄົນ".
ປັດຈຸບັນ ຢູ່ແຂວງຈໍາປາສັກ ມີຜູ້ຕິດເຊື້ອ ໄຂ້ເລືອດອອກ 601 ຄົນ ແລະເສັຽຊີວິດແລ້ວ 3 ຄົນ, ເມືອງທີ່ມີຄົນຕິດເຊື້ອ ຫຼາຍແມ່ນ ເມືອງ ໂພນທອງແລະເມືອງ ມຸນລະປະໂມກ ທີ່ຕິດກັບ ຊາຍແດນໄທ ແລະ ກັມພູຊາ.
ທ່ານກ່າວຕື່ມວ່າ ໃນຣະຍະເລີ່ມ ຣະດູຝົນ ທ້າຍເດືອນເມສາ ເດືອນພຶສພາ ເປັນຣະຍະທີ່ ໄຂ້ຍຸງ ລະບາດຫລາຍ ແຕ່ທຽບປີນີ້ ໃສ່ປີກາຍ ຈະເຫັນວ່າປີນີ້ ຈໍານວນຜູ້ຕິດເຊື້ອ ໜ້ອຍກວ່າປີກາຍ:
"ເດືອນເມສາ ພຶສພາ ເມສາ ແມ່ນແລ້ວ ຊ່ວງມີຝົນເລີ່ມເຢື່ອນເລີ່ມຕົກແລ້ວວ່າຊັ້ນສະ ແຕ່ລະປີເປັນໝົດ ໃນຊ່ວງນີ້ແຕ່ວ່າປີນີ້ ຖ້າທຽບ ໃສ່ປີຜ່ານມາ ໜ້ອຍກວ່າ ລົດລົງກວ່າ ເກົ່າເນາະ".
ປີກາຍຢູ່ແຂວງຈໍາປາສັກ ມີຄົນຕິດເຊື້ອພຍາດ ໄຂ້ເລືອດອອກ ຫລາຍທີ່ສຸດ ທຽບໃສ່ແຂວງ ຕ່າງໆຢູ່ລາວ ຄືມີຜູ້ຕິດເຊື້ອ 1 ພັນ 200 ຄົນ ແລະເສັຽຊີວິດ 7 ຄົນ. ຖ້າເວົ້າເຖິງ ທົ່ວປະເທດລາວ ປັດຈຸບັນຢູ່ນະຄອນຫຼວງວຽງຈັນ ມີຄົນຕິດເຊື້ອ ໄຂ້ເລືອດອອກ ຫຼາຍທີ່ສຸດ. ຕາມການ ເປີດເຜີຍຂອງເຈົ້າໜ້າທີ່ ສາທາຣະນະສຸກ ນະຄອນຫຼວງ ເມື່ອທ້າຍ ອາທິດທີ່ແລ້ວ ພົບວ່າມີ ຜູ້ຕິດເຊື້ອນີ້ ທັງໝົດ 1 ພັນ 300 ຄົນ ແລະ ມີແນວໂນ້ມ ເພີ່ມຂຶ້ນອີກ.
ສື່ມວນຊົນທາງການລາວ ຣາຍງານວ່າ ໃນທົ່ວປະເທດ ມີຜູ້ຕິດເຊື້ອ ໄຂ້ເລືອດອອກ ເມື່ອເດືອນກໍຣະກະດາ ຜ່ານມາທັງໝົດ ເກືອບເຖິງ 5 ພັນຄົນ.