ແຕ່ຕົ້ນປີ 2013 ແຂວງ ສາຣະວັນ ມີປະຊາຊົນ ຕິດເຊື້ອ ໄຂ້ເລືອດອອກ ປະມານ 1,100 ຄົນ ແລະ ປິ່ນປົວ ໄດ້ແລ້ວ ປະມານ 600 ຄົນ ຂະນະທີ່ຍັງ ບໍ່ທັນຮອດ ຣະດູເຊື້ອໄຂ້ ນັ້ນເທື່ອ. ເຈົ້າໜ້າທີ່ ຜແນກ ສາທາຣະນະສຸຂ ແຂວງ ສາຣະວັນ ເວົ້າວ່າ:
"ເຮົາລົງກວດ ເຂົາເອີ້ນວ່າ ຊອກຄົ້ນຫາ ຄົນເຈັບ ຕົວເລກ ໃນເດືອນທີ 1 ຫັ້ນ ມີປະມານ 1120 ແລ້ວມາຮອດ ເດືອນທີ 2 ເຫລືອ ປະມານ 730 ແລະ ເດືອນທີ 3 ເຫລືອ ປະມານ 500".
ທ່ານວ່າ ໃນປີ 2012 ໃນແຂວງນີ້ ມີຜູ້ຕິດເຊື້ອ ໄຂ້ເລືອດອອກ ປະມານ 10 ພັນຄົນ, ຖືວ່າເປັນ ຈໍານວນຫລາຍ ທີ່ສຸດ ໃນປະເທດລາວ ຄືເທົ່າໆ ກັນກັບແຂວງ ອຸດົມໄຊ. ບັນຫາ ທີ່ໜ້າເປັນຫ່ວງ ຄືໃນຊ່ວງ ຣະດູຝົນ ທີ່ຈະມາເຖິງ ອາດມີຜູ້ ຕິດເຊື້ອພຍາດ ນີ້ເພີ່ມ ຫຼາຍຂຶ້ນ ຍ້ອນວ່າ ເປັນຣະຍະ ທີ່ຍຸງລາຍ ແພ່ພັນ ຊຶ່ງປີຜ່ານມາ ໃນທົ່ວປະເທດ ມີຜູ້ຕິດເຊື້ອນີ້ ຫລາຍເຖີງ ໝື່ນ ຄົນ. ພຍາດໄຂ້ຍຸງ ຣະບາດ ຫລາຍທີ່ສຸດ ຢູ່ແຂວງ ສາຣະວັນ, ອຸດົມໄຊ, ຫຼວງພຣະບາງ, ນະຄອນຫລວງ ວຽງຈັນ, ຈໍາປາສັກ ແລະ ແຂວງ ອັດຕະປື.
ເຈົ້າໜ້າທີ່ ທ່ານດຽວ ກັນນີ້ ເວົ້າຕື່ມອີກວ່າ ປັດຈຸບັນ ຖືວ່າຂາດແຄນ ຢາປິ່ນປົວ ແລະ ເຖິງມີ ພະນັກງານ ການແພດພຽງພໍ ແຕ່ກໍໜ້າ ເປັນຫ່ວງ ໃນຊ່ວງ ຣະດູຝົນ ທີ່ ຈະມາເຖິງ ນີ້, ຕ້ອງໄດ້ ເຝົ້າຣະວັງ ຫລາຍທີ່ສຸດ ເພື່ອປ້ອງກັນ ພຍາດໄຂ້ຍຸງ ຊຶ່ງຂະນະນີ້ ກະຊວງ ສາທາຣະນະສຸຂ ກໍເລີ່ມປ່າວເຕືອນ ໃຫ້ ປະຊາຊົນ ຕຽມພ້ອມ ປ້ອງກັນ ເອົາໄວ້.