ບັນຫາທ້າທາຍຂອງແມ່ຍິງ ທີ່ ອອກລູກ ຢູ່ເຮືອນ
2014.09.05
ຜແນກ ສາທາຣະນະສຸກ ແຂວງ ຊຽງຂວາງ ກຳລັງ ເລັ່ງ ແກ້ໄຂ ບັນຫາ ການ ເສັຽຊີວິດ ຂອງ ແມ່ ແລະ ເດັກນ້ອຍ ພາຍຫລັງ ເກີດລູກ ຢູ່ເຮືອນ. ຕັ້ງແຕ່ ເດືອນ ມົກຣາ ມາເຖິງ ປັດຈຸບັນ ທີ່ວ່າມີ ແມ່ຍິງ ເສັຽຊີວິດ ແລ້ວ 6 ຄົນ ຍ້ອນເສັຽ ເລືອດ ຫລາຍ ຫລັງຈາກ ອອກລູກ. ດັ່ງ ເຈົ້າໜ້າທີ່ ເວົ້າວ່າ:
"ດຽວນີ້ຢູ່ ແຂວງເຮົາ 2014 ກໍ 6 ຄົນ ແລ້ວເນາະ ມີກໍຣະນີ ຢູ່ເຮືອນ ສ່ວນຫລາຍ ເນາະ ບາງອັນ ກະມາຮອດ ໂຮງໝໍເມືອງ ແລ້ວ ມາຮອດ ໂຮງໝໍ ແຂວງ ກໍມີ ແຕ່ວ່າກູ້ ບໍ່ໄດ້ນະ ເພາະວ່າມັນ ເລືອດໄຫລ ໜັກ".
ທ່ານກ່າວ ຕໍ່ໄປວ່າ ຕລອດ ຣະຍະ ຜ່ານມາ ທາງ ເຈົ້າໜ້າທີ່ ກໍ ພຍາຍາມ ສຶກສາ ອົບຮົມ ໃຫ້ ແມ່ຍິງ ທົ່ວແຂວງ ມາຝາກທ້ອງ ແລະ ມາອອກລູກ ຢູ່ໂຮງໝໍ ເພາະມີ ຄວາມ ປອດພັຍ ແລະ ບໍ່ເສັຽຄ່າ ໃຊ້ຈ່າຍ ໃດໆ. ແຕ່ ແມ່ຍິງ ສ່ວນໃຫຍ່ ບໍ່ໄດ້ ປະຕິບັດ ຕາມ ແມ່ຍິງ ຫລາຍຄົນ ໂດຍ ສະເພາະ ຊົນເຜົ່າ ທີ່ຍັງມີ ຄວາມເຊື່ອ ແບບດັ້ງເດີມ ນັ້ນ ບໍ່ກ້າໄປ ຫາ ນາຍໝໍ ໃນຂນະທີ່ ກຳລັງ ຖືພາ ຫລື ຕອນໃກ້ ຈະຄອດລູກ. ບັນຫານີ້ ຍັງແກ້ ບໍ່ຕົກ ແລະ ເປັນສິ່ງ ທ້າທາຍ ຕໍ່ວຽກງານ ຂອງ ເຈົ້າໜ້າທີ່ ສາທາຣະນະສຸກ ໃນການ ຫລຸດຜ່ອນ ອັດຕຣາ ການ ເສັຽຊີວິດ ຂອງ ແມ່ ແລະ ລູກນ້ອຍ.
ໃນປີ 2013 ແມ່ຍິງ ທີ່ ເສັຽຊີວິດ ຫລັງອອກລູກ ຢູ່ ແຂວງ ຊຽງຂວາງ ທັງໝົດ 13 ຄົນ. ສໍາລັບ ປີນີ້ ເຈົ້າໜ້າທີ່ ຫວັງວ່າ ຈະຫລຸດລົງ ກວ່າປີ ຜ່ານມາ ຊຶ່ງເວລາ ກໍຍັງເຫລືອ ອີກພຽງ 3 ເດືອນ ກວ່າ ທີ່ ຈະຕ້ອງເລັ່ງ ແກ້ໄຂ ແລະ ປ້ອງກັນ ເພື່ອບໍ່ໃຫ້ ມີການ ເສັຽຊີວິດ ຕື່ມອີກ.
ຕາມຂໍ້ມູລ ຂອງ ກະຊວງ ສາທາຣະນະສຸກ ເມື່ອ ເດືອນ ກຸມພາ 2014 ສົກປີ 2012-13 ຢູ່ລາວ ມີແມ່ຍິງ ຖືພາ ທີ່ບໍ່ໄດ້ ຝາກທ້ອງ ກັບໝໍ ປະມານ 50 ພັນ ຄົນ. ຕາມ ປົກກະຕິ ແມ່ຍິງ ຖືພາ ຕ້ອງໄປຝາກ ທ້ອງ 4 ຄັ້ງ. ແຕ່ ໃນຈຳນວນ ແມ່ຍິງ ທີ່ຝາກທ້ອງ ພຽງຄັ້ງ ດຽວນັ້ນ ເສັຽຊີວິດ ຫລັງຈາກ ອອກລູກ ທັງໝົດ 122 ຄົນ ເຖິງແມ່ນວ່າ ຫລາຍ ອົງການ ຈັດຕັ້ງ ສາກົລ ຈະໃຫ້ ງົບປະມານ ແກ່ ທາງການລາວ ສຳລັບ ລົບລ້າງ ບັນຫາ ນີ້ ກໍຕາມ.