ການແກ້ໄຂ ບັນຫາຢາເສບຕິດ ບໍ່ບັນລຸເປົ້າໝາຍ

ການປະຕິບັດວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຂອງເຈົ້າໜ້າທີ່ຕໍາຣວດ ໂດຍສະເພາະ ແຂວງທີ່ຕິດກັບຊາຍແດນ ເຊັ່ນ ແຂວງບໍ່ແກ້ວ, ແຂວງຫຼວງນໍ້າທາ, ແຂວງບໍຣິຄໍາໄຊ, ແຂວງຄໍາມ່ວນ ແລະແຂວງຈໍາປາສັກ ທີ່ຜ່ານມາ ຍັງພົບຂໍ້ຫຍຸ້ງຍາກ ແລະອຸປະສັກຫຼາຍຢ່າງ.

ຮູບນີ້ ສແດງໃຫ້ເຫັນວ່າ ການປາບປາມ ຢາເສບຕິດ ໃນ ສປປ ລາວ ເປັນເຣື່ອງຍາກ ເຮັດຢາເສບຕິດຈຳນວນມະຫາສານ ສາມາດນຳເຂົ້າໄປປະເທດເພື່ອນບ້ານໄດ້: ຕຳຣວດ ແລະ ເຈົ້າໜ້າທີ່ ດ່ານພາສີ ແຂວງໜອງຄາຍ ປະເທດໄທຍ ຍຶດຢາເສບຕິດໄດ້ ລວມມູນຄ່າ 100 ລ້ານບາທ ທີ່ເຊື່ອງໄວ້ ໃນຣົຖຂົນສົ່ງນ້ຳມັນ ຂອງໄທຍ, ຊຶ່ງກັບມາຈາກການໄປສົ່ງນ້ຳມັນ ທີ່ນະຄອນຫຼວງວຽງຈັນ, ໜອງຄາຍ ປະເທດໄທຍ ວັນທີ 23 ພຶສຈິກາ 2022. RFA

ການປະຕິບັດ ວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດ ຂອງເຈົ້າໜ້າທີ່ຕໍາຣວດ ໃນຫຼາຍແຂວງ ໂດຍສະເພາະ ແຂວງທີ່ຕິດກັບຊາຍແດນ ເຊັ່ນ ແຂວງບໍ່ແກ້ວ, ແຂວງຫຼວງນໍ້າທາ, ແຂວງບໍຣິຄໍາໄຊ, ແຂວງຄໍາມ່ວນ ແລະແຂວງຈໍາປາສັກ ທີ່ຜ່ານມາ ຍັງພົບຂໍ້ຫຍຸ້ງຍາກ ແລະອຸປະສັກຫຼາຍຢ່າງ, ສ່ວນນຶ່ງກໍຍ້ອນວ່າ ເຈົ້າໜ້າທີ່ຕໍາຣວດ ຍັງຂາດແຄນກໍາລັງຄົນ ເພາະດຽວນີ້ ຜູ້ລັກລອບຄ້າຢາເສບຕິດ ຈະມີອາວຸດປືນພົກຕິດໂຕຕລອດ ເພື່ອໄດ້ຕອບໂຕ້ເຈົ້າໜ້າທີ່ຕໍາຣວດ ຮວມເຖິງ ຍັງຂາດແຄນອຸປະກອນຕ່າງໆ ເຊັ່ນ ຣົຖທີ່ທັນສມັຍ ໃນເວລາຕາມຈັບຜູ້ຮ້າຍຄ້າຢາເສບຕິດ ເພາະຣົຖຂອງຕໍາຣວດ ກໍຍັງເປັນຣົຖຣຸ້ນເກົ່າ ເຮັດໃຫ້ບາງເທື່ອ ບໍ່ສາມາດຈັບຜູ້ຄ້າຢາເສບຕິດໄດ້ໝົດ ນອກຈາກນີ້ ກໍຍັງຂາດແຄນກໍາລັງຊັບ ຫຼື ງົບປະມານ ກໍບໍ່ໄດ້ທົ່ວເຖິງເທົ່າທີ່ຄວນ.

ດັ່ງເຈົ້າໜ້າທີ່ຕໍາຣວດ ໃນແຂວງບໍ່ແກ້ວ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວໃນວັນທີ 22 ມິຖຸນາ ນີ້ວ່າ:

“ອຸປະສັກນີ້ ກໍມີຫຼາຍດ້ານຫັ້ນແຫຼະເນາະ ໂດຍສະເພາະ ນຶ່ງລະແມ່ນ ທາງດ້ານກໍາລັງຄົນ ຂອງເຈົ້າໜ້າທີ່ໄທເຮົານີ້ ກໍບໍ່ພຽງພໍ ໄດ້ສຸມໃສ່ທຸກໆສິ່ງ ທຸກໆຢ່າງແລ້ວເນາະ ແຕ່ວ່າ ມີການຕໍ່ສູ້ ເພາະວ່າເຂົາມີອາວຸດເພີ່ມຂຶ້ນ ງົປມານນີ້ ກໍມີບາງອັນນີ້ບໍ່ທັນພໍ ໂດຍສະເພາະແມ່ນ ອຸປະກອນຮັບໃຊ້ເນາະ ເຣື່ອງຣົຖນີ້ ເຮົາແມ່ນຣົຖຣຸ້ນເກົ່າຢູ່ ຈະໄປທັນເຂົາ ເງື່ອນໄຂທີ່ວ່າເພື່ອນບ້ານເຮົາ ມີການຜລິດຫຼາຍຂຶ້ນ.”

ເຈົ້າໜ້າທີ່ຕໍາຣວດ ໃນແຂວງບໍ່ແກ້ວ ທ່ານນີ້ ຍັງກ່າວຕື່ມວ່າ ສໍາລັບແຂວງບໍ່ແກ້ວ ໃນໄລຍະ 1 ປີ ທີ່ຜ່ານມາ ກໍຖືວ່າໄດ້ຜົລດີຢູ່ ເພາະສາມາດຍຶດຂອງກາງຢາເສບຕິດ ໄດ້ຈໍານວນຫຼາຍລ້ານເມັດເພີ່ມຂຶ້ນ ແຕ່ຍັງບໍ່ສາມາດຈັບຜູ້ຄ້າຢາເສບຕິດໄດ້ໝົດເທື່ອ ທັງທີ່ມີການລັກລອບຂົນສົ່ງຢາເສບຕິດ ເຂົ້າມາພາຍໃນລາວຕໍ່ເນື່ອງ ຈຶ່ງເຮັດໃຫ້ຄະດີຫຼຸດລົງ ແຕ່ພັດຍຶດຂອງການໄດ້ເພີ່ມຂຶ້ນ ແຕ່ທາງເຈົ້າໜ້າທີ່ຕໍາຣວດ ກໍບໍ່ໄດ້ປ່ອຍປະລະເລີຍ ຍັງມີການກວດກາ ແລະປະຕິບັດຕາມວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ຕໍ່ເນື່ອງ.

ອີງຕາມການຣາຍງານ ຂອງ ປກສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຕັ້ງແຕ່ປີ 2021 ມາຮອດເດືອນພຶສຈິກາ ປີ 2022 ຈາກການປະຕິບັດ ຕາມວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະທີ 1 ສາມາດມ້າງຄະດີ ໄດ້ 59 ເຣື່ອງ, ກັກໂຕຜູ້ຖືກກ່າວຫາ ໄດ້ 91 ຄົນ, ຍຶດຂອງກາງ ໄດ້ 49,108,000 ເມັດ, ຢາໄອສ໌ 501 ກິໂລກຣາມ, ເຄຕາມິນ 67 ກິໂລກຣາມ ແລະເຄື່ອງຂອງກາງອີກຈໍານວນນຶ່ງ ແຕ່ບໍ່ສາມາດທັບມ້າງ ບ່ອນມົ້ວສຸມຢາເສບຕິດ 15 ຈຸດໄດ້ເທື່ອ.

ຂະນະທີ່ ເຈົ້າໜ້າທີ່ຕໍາຣວດ ໃນແຂວງຫຼວງນໍ້າທາ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວໃນມື້ດຽວກັນນີ້ວ່າ ທາງແຂວງຫຼວງນໍ້າທາ ກໍມີອຸປະສັກ ບໍ່ແຕກຕ່າງຈາກທາງແຂວງບໍ່ແກ້ວ ທັງເຣື່ອງອຸປະກອນ, ງົບປະມານ ແລະເຈົ້າໜ້າທີ່ຍັງຂາດແຄນ ເຊິ່ງບາງພື້ນທີ່ ກໍສາມາດປາບປາມຢາເສບໄດ້ເປັນຜົລດີ ແຕ່ບາງພື້ນທີ່ ກໍຍັງບໍ່ໄດ້ຜົລດີເທົ່າທີ່ຄວນ ເພາະບາງເທື່ອ ເຈົ້າໜ້າທີ່ທີ່ກ່ຽວຂ້ເອງ ກໍບໍ່ໄດ້ໃຫ້ຄວາມຮ່ວມື ທີ່ຈະພຍາຍາມປາບປາມຢາເສບຕິດ.

ດັ່ງທ່ານກ່າວວ່າ:

“ຄືຫຼວງນໍ້າທາ ກັບບໍ່ແກ້ວນີ້ ມັນເປັນໂຕຊາຍແດນຕິດກັບປະເທດທີ່ວ່າ ເຂົາເຈົ້າຜລິດ ເປັນທາງຜ່ານເດ້ ມັນກໍເຮັດໃຫ້ເຈົ້າໜ້າທີ່ພວກເຮົາ ຈັບຈໍານວນນຶ່ງ ບາງຂົງເຂດມັນກໍປະຕິບັດໄດ້ດີພໍສົມຄວນ ບາງຂົງເຂດ ມັນກະບໍ່ຢາກປະຕິບັດ ກໍບໍ່ໄດ້ຫັ້ນນ່າ ຂຶ້ນກັບບ້ານເບາະ ໂຕຢ່າງຫັ້ນນ່າເນາະ ມັນມີການຄຸ້ມຄອງຂອງທະຫານພານ ເຈົ້າໜ້າທີ່ ມັນກໍຍັງຂາດຢູ່ແຫຼະເນາະ ຄືອຸປະກອນບໍ ງົປມານອິຫຍັງຕ່າງໆນີ້.”

ດ້ານເຈົ້າໜ້າທີ່ຕໍາຣວດ ໃນແຂວງບໍຣິຄໍາໄຊ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວວ່າ ການປະຕິຕາມວາຣະແຫ່ງຊາຕ ເພື່ອແກ້ໄຂບັນຫາຢາເສບຕິດນີ້ ປັດຈຸບັນນີ້ ຢາເສບຕິດ ກໍຍັງບໍ່ໄດ້ໝົດໄປເທື່ອ ແຕ່ກໍຖືວ່າຄະດີກ່ຽວກັຢາເສບຕິດນີ້ ຫຼຸດໜ້ອຍຖອຍລົງ ເພາະບາງເທື່ອ ເຈົ້າໜ້າທີ່ຕໍາຣວດ ບໍ່ສາມາດຈັບຜູ້ລັກລອບຄ້າ-ຂາຍຢາເສບຕິດໄດ້ ເນື່ອງຈາກ ແຂວງບໍຣິຄໍາໄຊ ເປັນທາງຜ່ານໄດ້ຫຼາຍແຂວງ ຂຶ້ນເໜືອລົງໃຕ້ກໍໄດ້ ຮວມໄປເຖິງຂ້າມໄປໄທຍກໍໄດ້ ແຕ່ເຈົ້າໜ້າທີ່ ສາມາດຍຶດຂອງກາງໄດ້ຫຼາຍຂຶ້ນ ເພາະຜູ້ລັກລອບມັກຖິ້ມຂອງກາງ ແລ້ວຫຼົບໜີ.

“ຄັນເວົ້າເຣື່ອງຈໍານວນ ຈໍານວນຫຼາຍຄະດີນີ້ ຫຼຸດລົງ ແຕ່ເວົ້າເຣື່ອງຂອງກາງ ພັດເພີ່ມຂຶ້ນ ກໍມາທຸກສາລະທິດຫັ້ນແຫຼະ ເພາະວ່າ ແຂວງເຮົາມັນກໍເປັນທາງຜ່ານ ນະຄອນຫຼວງວຽງຈັນ ຜ່ານໄປເໜືອ ລົງໃຕ້ ເພິ່ນກໍຈັ່ງມີ ວາຣະແຫ່ງຊາຕອອກມາ.”

ຂະນະດຽວກັນ ເຈົ້າໜ້າທີ່ຕໍາຣວດ ໃນແຂວງຈໍາປາສັກ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວວ່າ ປັດຈຸບັນ ຢາເສບຕິດໃນລາວ ກໍຍັງບໍ່ໝົດໄປເທື່ອ ກໍຍັງມີຜູ້ລັກລອບຄ້າ-ຂາຍຢາເສບຕິດຢູ່ ແຕ່ຖືວ່າ ຫຼຸດໜ້ອຍຖອຍລົງກວ່າເກົ່າຢູ່ ເພາະວ່າເຣື່ອງນີ້ ເປັນວາຣະແຫ່ງຊາຕ ເຈົ້າໜ້າທີ່ຕໍາຣວດ ກໍຕ້ອງໄດ້ເຂັ້ມງວດໃນການກວດກາ ແລະຈັບຜູ້ຄ້າ-ຂາຍຢາເສບຕິດ ມາລົງໂທດຕາມກົດໝາຍໃຫ້ຫຼາຍຂຶ້ນ.

“ການລັກລອບຄ້າ-ຂາຍຢາເສບຕິດ ກໍຍັງມີ ເຫັນໄດ້ໃນການຍຶດ ແລະກໍຈັບກຸມບັນຫາ ພວກລັກລອບຢາເສບຕິດນີ້ ກໍຖືວ່າຫຼຸດລົງ ຍ້ອນວ່າ ທາງເຈົ້າໜ້າທີ່ ທາງລາວເຮົານີ້ ເພິ່ນກໍເອົາໃຈໃສ່ ກ່ຽວແກ່ກັບບັນຫາດັ່ງກ່າວນີ້.”

ອີງຕາມການຣາຍງານ ຂອງ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີກະຊວງປ້ອງກັນຄວາມສງົບ ກ່າວໃນກອງປະຊຸມສະພາແຫ່ງຊາຕ ໃນເດືອນກໍຣະກະດາ ປີ 2022 ເຖິງຫາສຽງ ທີ່ມີເຈົ້າໜ້າທີ່ຕໍາຣວດ ຫຼືເຈົ້າໜ້າທີ່ກ່ຽວຂ້ອງ ເຂົ້າໄປພົວພັນກ່ຽວກັບຢາເສບຕິດ ທັງຄ້າ-ຂາຍ-ເສບ ເພື່ອສວຍໂອກາດຫາເງິນເຂົ້າໂຕເອງ ຖ້າກວດພົບ ຈະມີມາຕການລົງໂທດ ແບບບໍ່ມີຂໍ້ຍົກເວັ້ນ ບໍ່ວ່າມີຕໍາແໜ່ງໃຫຍ່ໂຕກໍຕາມ ແລະໃນໄລຍະ 1 ປີ ຜ່ານມານີ້ ພັນຕຣີ ຄໍາກິ່ງ ຜຸຍຫຼ້າມະນີວົງ ຄະນະປະຈໍາພັກກະຊວງ ຮອງຣັຖມົນຕຣີ ຫົວໜ້າກົມໃຫຍ່ຕໍາຣວດ ກະຊວງປ້ອງກັນຄວາມສງົບ ກໍໄດ້ຣາຍງານວ່າ ໃນໄລຍະ ເດືອນກໍຣະກະດາ ປີ 2021 ຫາເດືອນມິຖຸນາ ປີ 2023 ທົ່ວປະເທດລາວ ສາມາດແກ້ໄຂມ້າງຄະດີຢາເສບຕິດ ໄດ້ທັງໝົດ 9,515 ເຣື່ອງ ຈັບຜູ້ຖືກກ່າວຫາ ໄດ້ 13,935 ຄົນ ກວດພົບສວນຝິ່ນ ໃນ 9 ແຂວງ ພາກເໜືອຂອງລາວ 3,655 ຕອນປາຍ ທໍາລາຍຖິ້ມ 1,366 ເຮັກຕ້າຣ໌ປາຍ ແລະມີຜູ້ຕິດຢາເສບຕິດທັງໝົດ ໃນສູນປິ່ນປົວ 13 ແຫ່ງ 10,900 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org