ຄົນກິນຊີ້ນງົວລົດລົງ ໄລຍະ ງົວ ຕິດເຊື້ອຜິວໜັງ

ເຣີ່ມແຕ່ເດືອນ ພຶສພາ ຝຸງງົວ ໄດ້ເກີດການ ຣະບາດ ພຍາດຜິວໜັງອັກເສບ ຢູ່ ຫຼາຍແຂວງຂອງລາວ.
ເຣີ່ມແຕ່ເດືອນ ພຶສພາ ຝຸງງົວ ໄດ້ເກີດການ ຣະບາດ ພຍາດຜິວໜັງອັກເສບ ຢູ່ ຫຼາຍແຂວງຂອງລາວ. (ນັກຂ່າວພົລເມືອງ)

0:00 / 0:00

ປະຊາຊົນລາວ ຈໍານວນນຶ່ງ ບໍ່ກິນຊີ້ນງົວມາຕັ້ງແຕ່ທ້າຍເດືອນ ພຶສພາ ພາຍຫລັງງົວ ເກີດການຣະບາດ ພຍາດຜິວໜັງອັກເສບ ຢູ່ຫລາຍແຂວງຂອງລາວ.

ຊາວບ້ານຢູ່ແຂວງຄໍາມ່ວນ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 18 ມິຖຸນານີ້ວ່າ ໃນໄລຍະນີ້ ບໍ່ຊື້ຊີ້ນງົວມາກິນແລ້ວ, ກິນຊີ້ນໝູກັບ ພືດຜັກສວນຄົວແທນໄປກ່ອນ ຍ້ອນຢ້ານວ່າ ຊີ້ນງົວໃນຕລາດສົດ ຫລື ຮ້ານອາຫານຕາມສັ່ງ ຈະມີພຍາດຜິວໜັງອັກເສບ ເຈືອປົນ. ອີກຢ່າງນຶ່ງ ອໍານາດການປົກຄອງບ້ານ ກໍໄດ້ປະກາດທາງໂທຣະໂຄ່ງ ແຈ້ງເຕືອນໃຫ້ຊາວບ້ານ ຣະມັດຣະວັງ ໃນການກິນຊີ້ນງົວ ໃນໄລຍະນີ້ ດັ່ງທ່ານເວົ້າວ່າ:

“ສ່ວນໂຕນີ້ ຂ້ອຍງົດກິນ ເຄີຍເຫັນ ຢູ່ແຖວຄໍາມ່ວນນີ້ ມີ ມີທີ່ເປັນຕຸ່ມເປັນຫຍັງຫັ້ນນ່າ ຕາມທີ່ຂ່າວເອົາມາລົງຫັ້ນແຫລະ. ເຂົາກໍ ປະກາດຢູ່ ປະກາດວ່າ ບໍ່ໃຫ້ກິນງົວຈັ່ງຊັ້ນຈັ່ງຊີ້ ບໍ່ໃຫ້ເຄື່ອນຍ້າຍສັດ ຈັ່ງຊັ້ນຈັ່ງຊີ້ ຫັ້ນນ່າ ເຂົາເຕືອນກັນຢູ່.”

ແຂວງສວັນນະເຂດ ຊາວບ້ານທ່ານນຶ່ງ ກໍເວົ້າຄືກັນວ່າ ປັດຈຸບັນ ຕົນກໍງົດກິນຊີ້ນງົວ ຍ້ອນງົວເປັນພຍາດຜິວໜັງອັກເສບຫຼາຍ. ແລະທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງແຂວງ ກໍໄດ້ໄປ ໂຄສະນາຕັກເຕືອນ ແລະແນະນໍາຊາວບ້ານ, ຖ້າຈະກິນຊີ້ນງົວກໍຕ້ອງ ປຸງແຕ່ງໃຫ້ສຸກດີ ແລະ ເລືອກຊື້ຊີ້ນງົວຢູ່ໃນຮ້ານ ທີ່ມີປ້າຍ ອຍ ຢັ້ງຢືນຄວາມປອດພັຍ ແລະ ຄຸນນະພາບຄັກແນ່ ດັ່ງທີ່ທ່ານ ກ່າວວ່າ:

“ມີແຕ່ງົດ ຊີ້ນງົວ ເອົາເອງເນາະ ເພາະວ່າ ຮູ້ສະພາບເປັນແນວນັ້ນ ແລ້ວກໍງົດ ບໍ່ໄດ້ຮັບປະທານ ເຈົ້າ ຄັນເຮົາຮັບປະທານກໍສຸກໆ ເຈົ້າ. ຄັນເຮົາເຂົ້າຮ້ານເຝີ ກໍໃຫ້ເຮັດສຸກໆໃຫ້ແນວນັ້ນ. ເຂົາກໍຍັງກວດສອບຈາກ ອາຫານແລະຢາ ແລະກໍຜແນກກະສິກັມ ແລະ ປ່າໄມ້ ໄດ້ລົງກວດສອບເຂົາເຈົ້າ ໂຕໃດມັນຜ່ານ ບໍ່ມີເຊື້ອເຈືອປົນ ເຂົາກໍຂາຍ.”

ຢູ່ນະຄອນຫລວງວຽງຈັນ ຊາວບ້ານທ່ານນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຍເສຣີ ວ່າຕົນໄດ້ເລີ່ມຫລຸດຜ່ອນກິນຊີ້ນງົວ ລົງແດ່ແລ້ວຍ້ອນຢ້ານ ວ່າ ພໍ່ຄ້າແມ່ຄ້າຂາຍຊີ້ນງົວ ຢູ່ຕລາດຈະເອົາຊີ້ນ ງົວ ຕິດພຍາດມາຂາຍ. ແຕ່ກໍຍັງເຫັນຊາວບ້ານ ຈໍານວນນຶ່ງ ທີ່ບໍ່ໄດ້ຮູ້ຂ່າວກ່ຽວ ກັບການຣະບາດຂອງພຍາດນີ້ ກໍຍັງພາກັນກິນຊີ້ນງົວຢູ່:

“ກໍຜ່ອນໆແລ້ວ ເຈົ້າ ແຕ່ຍັງບໍ່ໄດ້ຢຸດເລີຍຫັ້ນນ່າ ແຕ່ຜ່ອນໆແລ້ວ ເຈົ້າ ກໍຢ້ານ ເພິ່ນທີ່ວ່າເພິ່ນ ຈະເອົາງົວທີ່ເປັນພຍາດ ມາຂາຍນະ ເຈົ້າ. ແຕ່ປະຊາຊົນ ເພິ່ນກໍຍັງບໍ່ໄດ້ຮູ້ທົ່ວເຖິງນະ ກໍຍັງກິນຢູ່ນ່າ.”

ແມ່ຄ້າຂາຍຊີ້ນງົວຢູ່ຕລາດສົດ ໃນນະຄອນຫລວງວຽງຈັນ ເວົ້າວ່າ ພາຍຫລັງທີ່ພຍາດຜິວໜັງອັກເສບ ຣະບາດໃນງົວຢູ່ 7 ແຂວງ ໃນປະເທດລາວ ກໍເຮັດໃຫ້ຍອດຂາຍ ຊີ້ນງົວ ຂອງ ຕົນຫລຸດລົງ ມື້ນຶ່ງ 10 ກິໂລ, ແຕ່ກໍຍັງຂາຍຢູ່ຕໍ່ໄປ ເນື່ອງຈາກຮ້ານຂອງຕົນ ນໍາຊີ້ນງົວມາຈາກໂຮງຂ້າສັດ ທີ່ມີມາຕຖານກວດກາຊີ້ນງົວ ແລະ ມີການຢັ້ງຢືນວ່າ ປອດພັຍຈາກ ອຍ ຄັກແນ່. ແຕ່ເຖິງປານນັ້ນ ລູກຄ້າກໍຍັງຢ້ານ ທີ່ຈະກິນຊີ້ນງົວຢູ່ດີ ດັ່ງທີ່ນາງກ່າວວ່າ:

“ເອີ ແຕ່ກີ້ ກໍຂາຍມື້ 20-30 ໂລ. ແຜ່ຣະບາດມາ 10 ປາຍ 20 ໂລ ເຂົາເຈົ້າລູກຄ້າກໍຖາມຢູ່ ເຂົາເຈົ້າກໍວ່າ ບໍ່ກ້າກິນງົວແລ້ວ ກໍວ່າໂອ໋ຍ ງົວຈຸເອື້ອຍຜ່ານການກວດ ເພາະວ່າຜ່ານ ໂຮງງານ. ຖ້າບໍ່ມີໃບໂຮງງານ ເຂົາເຈົ້າກໍບໍ່ໃຫ້ເອົາອອກ ຄົນກິນເຂົາເຫັນ ແນວນັ້ນ ເຂົາກໍຍັງຢ້ານຢູ່ ຄືຈັ່ງວ່າແຫລະ ງົວກໍຂາຍຍາກ ເພາະວ່າໂຄວິດ-19 ນີ້ ເຂົາກໍຫາເງິນບໍ່ໄດ້ເດ໋.”

ການຣະບາດຂອງພຍາດດັ່ງກ່າວ ເຮັດໃຫ້ຣາຄາຊີ້ນຢູ່ຕລາດແພງຂຶ້ນ ເຊັ່ນໃນນະຄອນຫຼວງວຽງຈັນ ຊີ້ນງົວກິໂລນຶ່ງຈາກ 70,000 ກີບຂຶ້ນເປັນ 80,000 ກີບ, ຊີ້ນໝູຈາກ 30,000 ກີບຂຶ້ນເປັນ 45,000 ກີບຕໍ່ກິໂລ.

ແມ່ຄ້າຂາຍອາຫານຕາມສັ່ງ ຢູ່ນະຄອນຫວງວຽງຈັນ ເວົ້າວ່າ ຮ້ານຂອງຕົນ ເປັນເມນູຂາຍອາຫານຕາມສັ່ງ, ມີເມນູທັງຊີ້ນໝູ, ຊີ້ນງົວ ຊຶ່ງທາງຮ້ານ ນໍາມາຈາກໂຮງຂ້າສັດຢູ່ໃນ ນະຄອນຫລວງວຽງຈັນ ທີ່ຜ່ານມາຕຖານກວດກາ ຈາກທາງການໂດຍກົງ. ແຕ່ໃນຂນະນີ້ ເມນູຊີ້ນງົວ ແມ່ນງົດຊົ່ວຄາວກ່ອນ ແລະ ທາງຮ້ານກໍງົດສັ່ງຊື້ຊີ້ນງົວ ຈາກໂຮງຂ້າສັດມາ ຂາຍແລ້ວ, ເນັ້ນຂາຍເມນູຊີ້ນໝູ ແລະ ໝູ ສາມຊັ້ນ ເນື່ອງຈາກລູກຄ້າ ບໍ່ມີຄວາມໝັ້ນໃຈນໍາຊີ້ນງົວ ວ່າຈະປອດພັຍບໍ ຫລືບໍ່ ພາຍຫລັງມີພຍາດຜິວໜັງອັກເສບ ຣະບາດໃນງົວ ຫລາຍໃນທົ່ວປະເທດ. ຫາກທາງຮ້ານສັ່ງຊື້ຊີ້ນງົວມາຂາຍ ກໍຈະເຮັດໃຫ້ຂາດທຶນເອົາຊື່ໆ ດັ່ງທີ່ນາງກ່າວວ່າ:

“ແຕ່ວ່າ ຊີ້ນມັນບໍ່ງາມມັນບໍ່ຫຍັງ ແລ້ວພວກເຮົາກໍບໍ່ເອົາເຂົ້າມາ ຢ້ານບໍ່ຄຸ້ມຄ່າແຫລະ ເພາະວ່າ ເຮົາຂາຍຂອງ ແຕ່ເຮົາກິນ ເຮົາກໍ ຕ້ອງການຄວາມປອດພັຍ ແລະກໍຕໍ່ມາ ມັນກໍມີແບບ ກ່ຽວກັບເຣື່ອງອັນພຍາດແດ່ ເຂົາເຈົ້າກໍຢາກຮູ້ວ່າ ຊີ້ນນີ້ມາແຕ່ໃສ ປອດພັຍບໍ໋ ເພາະວ່າລູກຄ້າ ສ່ວນໃຫຍ່ເຂົາເຈົ້າຫກໍຖາມ ເຄື່ອງມາແຕ່ໃສ ຮັບປະກັນບໍ໋ຈັ່ງຊີ້."

ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງສວັນນະເຂດ ກ່າວວ່າ ໃນໄລຍະນີ້ ໄດ້ສົ່ງເຈົ້າໜ້າທີ່ໄປປະຈໍາການ ຢູ່ໂຮງຂ້າສັດ ແລະ ຕລາດສົດ ທີ່ມີການຈໍາໜ່າຍຊີ້ນງົວ ເພື່ອ ຕິດຕາມ, ກວດກາ ແລະຮັບປະກັນວ່າ ຊີ້ນງົວ ທີ່ຈະຂາຍໃຫ້ຜູ້ບໍຣິໂພກນັ້ນ ປອດພຍາດ, ຫາກພົບງົວໂຕໃດ ມີຕຸ່ມອອກ 1 ຫາ 2 ຕຸ່ມ ກໍຈະສັ່ງໂຈະ ບໍ່ໃຫ້ຂ້າງົວໂຕນັ້ນ.

ພ້ອມດຽວກັນ ກໍໄດ້ອອກໃບຢັ້ງຢືນ ໃຫ້ຮ້ານຂາຍຊີ້ນງົວ ໃນຕລາດສົດ ທີ່ຮັບຊື້ຊີ້ນງົວ ມາຈາກໂຮງຂ້າສັດ ຊຶ່ງໄດ້ຜ່ານມາຕຖານ ຄວາມປອດພັຍຢ່າງຖືກຕ້ອງ ດັ່ງທີ່ທ່ານກ່າວວ່າ:

“ພວກເຮົາກໍໄດ້ລົງຕິດຕາມ ປະຈໍາຫັ້ນແຫລະ. ແຕ່ວ່າໃນຫານເຂົ້າລັດເຂົ້າໂຮງ ແລ້ວກໍມີຈໍາກັດ. ດຽວນີ້ ອັນໂຕໃດມັນປອດພັຍ ຈາກພຍາດກໍໃຫ້ເອົາລົງ. ຖ້າວ່າງົວນີ້ ມີຕຸ່ມນຶ່ງ ຄິດວ່າຈະບໍ່ໃຫ້ເຂົາຂ້າ ຈະບໍ່ໃຫ້ເຂົ້າໂຮງເລີຍນະ ຫຼັງຈາກນັ້ນເຂົາຈະມາກວດກາ ໃນຕລາດ ຊີ້ນຢູ່ຮ້ານໃດ ມັນສິປອດພັຍ.”

ທ່ານກ່າວຕື່ມວ່າ ນອກຈາກນັ້ນ ພາຍໃນແຂວງ ຍັງມີມາຕການບໍ່ໃຫ້ເຄື່ອນຍ້າຍສັດ ປະເພດ ງົວ, ຄວາຍ ຣະຫວ່າງບ້ານຕໍ່ບ້ານ, ເມືອງຕໍ່ແມືອງ ແລະແຂວງຕໍ່ແຂວງ ແລະທັງສົມທົບ ກັບຕໍາຣວດຈະຣາຈອນພາຍໃນແຂວງ ເຣື່ອງການກວດກາ ການເຄື່ອນຍ້າຍ ສັດຄັກແນ່, ຖ້າຜູ້ໃດບໍ່ປະຕິບັດ ຕາມມາຕການຫ້າມນັ້ນ ກໍຈະຖືກດໍາເນີນຄະດີ ຕາມຣະບຽບກົດໝາຍ.

ເມື່ອວັນທີ 9 ມິຖຸນາ 2021 ນີ້ ຍານາງ ວິໄລພອນ ອໍລະພິມ ຫົວໜ້າກົມລ້ຽງສັດ ແລະການປະມົງ ກະຊວງກະສິກັມ ແລະປ່າໄມ້ ກ່າວຕໍ່ ວິທຍຸ ຊາວໜຸ່ມລາວ ຄື້ນ FM ວ່າ ກວດພົບງົວ ຄວາຍ ຈໍານວນ 11 ພັນປາຍໂຕ ເປັນພຍາດຜິວໜັງອັກເສບ ຢູ່ 7 ແຂວງຂອງລາວ. ໃນນັ້ນ ງົວຕິດເຊື້ອພຍາດນີ້ຫລາຍ ແມ່ນຢູ່ແຂວງ ຄໍາມ່ວນ, ສວັນນະເຂດ ແລະ ນະຄອນຫລວງ ວຽງຈັນ.