ສານຈໍາຄຸກຜູ້ນໍາເຊື້ອ ໂຄວິດ-19 ເຂົ້າມາ ລາວ
2021.07.15

ໃນມື້ວັນທີ 15 ກໍຣະກະດາ ສານປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຕັດສິນຈຳຄຸກ ແລະ ປັບໃໝ ຜູ້ທີ່່ເປັນຕົ້ນເຫດນຳເຂົ້າເຊື້ອ ໂຄວິດ-19 ໃນ ເດືອນເມສາ ຜ່ານມາ ທັງໝົດ 6 ຄົນ ຄື 1-ນາງ ພາວະດີ ຫຼື ຕຸກຕິກ ທີ່ຮູ້ຈັກກັນດີວ່າເປັນເອື້ຶອຍຮັກ ນາງຕີນາ ຜູ້ທີ່ເອົາຄົນໄທຍສອງຄົນ ເຂົ້່າມາລາວ ຖືກຈຳຄຸກ 5 ປີ 1 ເດືອນ ແລະ 15 ມື້ ພ້ອມປັບໃໝ 5 ລ້ານ 5 ແສນກີບ ໃນຂໍ້ກ່າວຫາ ຂົນຂວາຍສົ່ງຄົນເຂົ້່າ-ອອກ ປະເທດແບບຜິດກົດໝາຍ ແລະ ປິດບັງການກະທຳຜິດ, 2 ແລະ 3- ແມ່ນນາງພອນມີນາ ຫຼື ຕີນາ ຜູ້ທີ່ເປັນນ້ອງຮັກຂອງນາງ ພາວະດີ ຜູ້ທີ່ພາຄົນໄທຍ ສອງຄົນນີ້ໄປທ່ຽວ ສະຖານທີ່ບັນເທີງ ຢູ່ນະຄອນຫຼວງວຽງຈັນ ແລະ ທ້າວພູໃສ ຕຳຣວດ ຜູ້ໃຫ້ຄວາມສະດວກໃນການ ເຂົ້າ-ອອກ ປະເທດ ທັງສອງຖືກຄຸກຄົນລະ 3 ປີ 7 ເດືອນ ແລະ 15 ມື້ ພ້ອມທັງປັບໃໝ ເປັນເງິນ 27 ລ້ານ 5 ແສນກີບ ໃນຂໍ້ກ່າວຫາແຜ່ໂຄວິດ-19 ແລະ ປິດບັງການກະທຳຜິດ, 4- ທ້າວພານ ຖືກຄຸຸກ 1 ປີ 6 ເດືອນ ພ້ອມທັງປັບໃໝ 25 ລ້ານກີິບ ໃນຂໍ້ກ່າວຫາ ຂົນຂວາຍສົ່ງຄົນເຂົ້າ-ອອກ ປະເທດ, 5 ແລະ 6 ແມ່ນ ນາງສອນນາລີ ແລະ ທ້າວສົມປະສົງ ທັງສອງເປັນຜູ້ຂັບເຮືອຮັບສົ່ງ ຖືກຄຸກຄົນລະ 1 ປີ 7 ເດືອນ ແລະ 15 ວັນ ຖືກປັບໃໝ 27 ລ້ານ 5 ແສນກີບ ໃນຂໍ້ກ່າວຫາແຜ່ ໂຄວິດ-19 ແລະ ປິດບັງການກະທຳຜິດ ຂົນຂວາຍສົ່ງຄົນເຂົ້າ-ອອກ.
ກ່ຽວກັບເຣື້ອງນີ້ ຊາວລາວຄົນນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວຕໍ່ເອເຊັຍເສຣີ ໃນວັນທີ 15 ກໍຣະກະດາ ວ່າເຫັນດີນຳການຕັດສີນ ຂອງສານ ເພາະເປັນຜູ້ຕົ້ນເຫດນຳເຊື້ອໂຄວິດ-19 ມາແຜ່ຣະບາດໃນລາວ.
“ກໍສົມມາສົມຄວນຫັ້ນແຫຼະ ແຕ່ວ່າເວົ້າເຣື່ອງລະບຽບ ເຮົາກໍຕ້ອງເຫັນດີຕາມເພິ່ນຕັດສິນຫັ້ນລະ ວ່າຊັ້ນສ່າເຈົ້າ, ກໍຕ້ອງໄດ້ປະຕິບັດ ຕາມກົດໝາຍບ້ານເຮົາ.”
ຊາວລາວອີກຄົນນຶ່ງ ຢູ່ແຂວງສວັນນະເຂດ ກ່າວວ່າ ຕາມທີ່ທາງສານເພິ່ນຕັດສິນຄະດີ ດັ່ງກ່າວ ອອກມານັ້ນກໍເຫັນວ່າຜູ້ນຳເຊື້ອໂຣຄ ໂຄວິດ-19 ມາຣະບາດໃນລາວກໍສົມຄວນ ໄດ້ຮັບໂທດ ສະເພາະບ້ານເມືອງມີກົດໝາຍ.
“ສົມຄວນແລ້ວເວີຍ ເໝາະຂ້ອຍວ່າ ແຕ່ກ່ອນມັນບໍ່ມີເດ້ ກະຊິມີຢູ່ຫາກແຕ່ບໍ່ຫຼາຍ ເພິ່ນແຫຼະມາແຫ່ ບໍ່ແມ່ນໜ້ອຍໆເດ້ ແມ່ນເໝາະສົມ ແລ້ວເພິ່ນເຮັດນັ້ນ.”
ໃນຂນະດຽວກັນ ໃນອາທີດນີ້ ທີ່ແຂວງຈຳປາສັກ ກໍຍັງມີຄົນຕິດເຊື້ອໂຄວິດ-19 ຣາຍໃໝ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ອີງຕາມການຣາຍງານ ຂອງຄະນະສະເພາະກິດ ປ້ອງກັນໂຄວິດ-19 ຢູ່ແຂວງຈຳສັກ ໃນມື້ວັນທີ 15 ກໍຣະກະດາ ຣະບຸວ່າມີຜູ້ຕິດເຊື້ອໂຄວິດ-19 ສະສົມ ຈຳນວນ 897 ຄົນ ຍັງສືບຕໍ່ປິ່ນປົວ 496 ຄົນ ປິ່ນປົວເຊົາແລ້ວ 401 ຄົນ. ຜູ້ຕິດເຊື້ອສວນໃຫຍ່ ແມ່ນຄົນງານລາວມາຈາກຕ່າງ ປະເທດ.
ສຳລັບມາຕການ ປ້ອງກັນໂຄວິດ-19 ພາຍໃນແຂວງນັ້ນ ເຈົ້າໜ້າທີ່ກ່ຽວຂ້ອງ ທ່່ານນຶ່ງກ່າວວ່າ ສູນກັກໂຕແຕ່ລະແຫ່ງ ໃນ ແຂວງ ຈຳປາສັກ ຈະກັກຮວມກັນໃນຫ້ອງດຽວຫຼາຍຄົນ ໂດຍເວັ້ນຣະຍະຫ່າງ ປະມານ 1 ແມັດ ເປັນຕົ້່ນຢູ່ວິທຍາໄລການເງິນພາກໃຕ້ ຫ້ອງນຶ່ງຈະໃສ່ໄດ້ ປະມານ 20 ຄົນ, ສະຖານທີ່ກັກໂຕ ຂຶ້ນຢູ່ກັບພື້ນທີ່ຂອງຫ້ອງ ຈະໃສ່ຄົນໄດ້ຫຼາຍ ໜ້ອຍປານໃດ. ປັດຈຸບັນກໍ ສາມາດຮັບໄດ້ຢູ່ຍ້ອນວ່າ ມີຄົນຄົບກຳນົດ 14 ມື້ ແລ້ວອອກໄປຫຼາຍຄົນ ແຕ່ລະມື້.
“ເວັ້ນໄລຍະຫ່າງ ປະມານແມັດນຶ່ງ ຂຶ້ນກັບຄວາມກວ້າງຂອງຫ້ອງ ຄືໂຮງຮຽນການເງິນນີ້ມັນ ກໍເປັນຫ້ອງໂລ່ງຍາວຈັ່ງຊີ້ກໍຈະຢູ່ໄດ້ ປະມານ 20 ຕຽງພຸ້ນແຫຼະ ມັນບໍ່ແມ່ນແຕ່ແຂວງຈຳປາສັກສົ່ງມາ ເຮົາຕ້ອງຮັບຜູ້ຫາຍດີ ກໍອອກໄປລະກະຍັງມີຜູ້ນອນປິ່ນປົວສືບຕໍ່.”
ດຣ. ຣັດສມີ ສີພັນ ຫົວໜ້າຂແນງຄວບຄຸມພຍາດຕິດຕໍ່ ແຂວງຈຳປາສັກ ຣາຍງານໃນມື້ວັນທີ 14 ກໍຣະກະດາ ວ່າປັດຈຸບັນແຂວງ ຈຳປາສັກມີສະຖານທີ່ປິ່ນປົວຜູ້ຕິດເຊື້ອ 3 ແຫ່ງ ຄືຢູ່ໂຮງໝໍໂພນທອງ, ໂຮງໝໍ 103 ຕຽງ ກອງທັບ ແລະໂຮງໝໍສນາມວິທຍາໄລ ການເງິນພາກໃຕ້ ຊຶ່ງແຕ່ລະແຫ່ງສາມາດ ຮັບຜູ້ຕິດເຊື້ອໂຄວິດ-19 ໄດ້ປະມານ 70 ຄົນ.
ໃນຂນະດຽວກັນ ຢູ່ແຂວງສວັນນະເຂດ ກໍຍັງກວດພົບເຫັນຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນເໝືອນກັນ ແລະຍັງມີຄົນງານລາວທີ່ຫຼັ່ງໄຫຼ ກັບຄືນປະເທດຢ່າງຕໍ່ເນື່ອງ, ອີງຕາມການ ຣາຍງານ ຫວ່າງຫຼ້າສຸດຂອງຄະນະສະເພາະກິດ ປ້ອງກັນໂຄວິດ-19 ຣະບຸວ່າ ມີຄົນຕິດ ເຊື້ອສະສົມ ທັງໝົດ 427 ຄົນ ແລະກຳລັງປີິ່ນປົວ 282 ຄົນ.
ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງສວັນນະເຂດ ທ່ານນຶ່ງກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນວ່າ ປັດຈຸບັນສະຖານທີ່ກັກບໍຣິເວນພາຍໃນແຂວງ ຍັງສາມາດຮອງຮັບໄດ້ຢູ່ ຍ້ອນວ່າ ເຈົ້າໜ້າທີ່ ໄດ້ຂຍາຍໂຮງໝໍສນາມ ເພີ່ມຕື່ມ ທີ່ສາມາດຮອງຮັບຜູ້ປ່ວຍໄດ້ ສຸງເຖິງ 1 ພັນຄົນ.
ສ່ວນມາຕການປ້ອງກັນໂຄວິດ-19 ໃນສູນກັກບໍຣິເວນນັ້ນ ແຕ່ລະແຫ່ງ ຈະໃຫ້ຢູ່ຮ່ວມກັນຫຼາຍຄົນ ໂດຍມີຣະຍະຫ່າງປະມານ 1 ແມັດ ຖ້າຫາກຜູ້ໃດກັກຄົບ 14 ມື້ແລ້ວຈະກວດເຊື້ອອີກ ຖ້າບໍ່ພົບກໍຈະສາມາດ ອອກຈາກສູນກັບບ້ານໄດ້.
“ຄືຢູ່ໃນໂຮງຮຽນຫ້ອງນຶ່ງປະມານ 8 ຄົນ ກວດຫາເຊື້ອໂຄວິດກ່ອນເນາະ ແຍ່ດັງແຍ່ຄໍເອົາໂຕຢ່າງ ແລະ ກໍໃຫ້ຢູ່ໃນສູນບ່ອນກວດ ນີ້ກ່ອນ ຫຼັງຈາກກວດອອກໄປແລ້ວ ຖ້າຫາກວ່າບໍ່ ຕິດໂຄວິດ ກໍເອົາໄປກັກໂຕ 14 ມື້ເນາະ ຖ້າຜູ້ໃດຕິດແມ່ນເອົາໄປປົວ ແຕ່ດຽວນີ້ ມາຈາກຝັ່ງໄທຍຫຼາຍ ເພິ່ນຍັງຂຍາຍຕື່ມອອກໄປອີກ.”
ໃນມື້ນີ້ ທາງການລາວ ໄດ້ຣາຍງານການກວດພົບເຫັນຄົນຕິດເຊື້ອໂຄວິດ-19 ຣາຍໃໝ່ເພີ່ມອີກ 116 ຄົນ ຈາກຜົລການກວດວິເຄາະ ທັງໝົດ 1,451 ຕົວຢ່າງ ຂອງວັນທີ 14 ກໍຣະກະດາ ປີ 2021 ໃນນັ້ນ ແຂວງສວັນນະເຂດ ມີຜູ້ຕິດ 67 ຄົນ, ຈຳປາສັກ 41 ຄົນ, ນະຄອນຫຼວງວຽງຈັນ 1 ຄົນ, ແຂວງສາຣະວັນ 4 ຄົນ, ແຂວງຄຳມ່ວນ 2 ຄົນ ແລະອຸດົມໄຊ 1 ຄົນ. ໃນຈຳນວນຜູ້ຕິດເຊື້ອ ທັງໝົດນີ້ 114 ຄົນແມ່ນນຳເຂົ້າຈາກຕ່າງປະເທດ, 2 ຄົນ ຕິດຈາກຊຸມຊົນ.
ດັ່ງ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸກ ແລະ ຕາງໜ້າຄະນະສະເພາະກິດ ປ້ອງກັນໂຄວິດ-19 ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນ ໃນວັນທີ 15 ກໍຣະກະດາ ນີ້ວ່າ.
“ພວກເຮົາໄດ້ກວດວິເຄາະທັງໝົດ 1,451 ຄົນ ກວດຜູ້ຕິດເຊື້ອໃໝ່ 116 ຄົນ ມີການເສັຽຊີວິດ ເພີ່ມເຂົ້າ 1 ຄົນ ເປັນເພດຊາຍອາຍຸ 67 ປີ ຊຶ່ງຜູ້ກ່ຽວແມ່ນຕິດເຊື້ອ ຈາກພາຍໃນຄອບຄົວ.”
ອີງຕາມຣາຍງານ ຂອງຄະນະສະເພາະກິດ ປ້ອງກັນໂຄວິດ-19 ໃນມື້ວັນທີ 15 ກໍຣະກະດາ ປີ 2021 ມາຮອດປັດຈຸບັນ ມີຜູ້ໄດ້ ຮັບການກວດວິເຄາະ ຫາເຊື້ອໂຄວິດ-19 ທັງໝົດ 319,947 ຄົນ ໃນນັ້ນ ພົບຜູ້ຕິດເຊື້ອສະສົມ 2,092 ຄົນ ເສັຽຊີວິດດ 4 ຄົນ ປີ່ນປົວເຊົາ 2380 ຄົນ ແລະ ຍັງປີ່ນປົວຢູ່ 78 ຄົນ.