ກໍຣະນີ 59 ເອື້ອຍຮັກ ຖືກສົ່ງ ກັບມາ ລາວ
2021.05.03

ຕຳຣວດກວດຄົນເຂົ້າເມືອງ ແຂວງໜອງຄາຍ ປະເທດໄທຍໄດ້ສົ່ງມອບ ຍານາງ ພາວະດີ ວິພາກອນ ຫຼື ເອື້ອຍຮັກກໍຣະນີ 59 ໃຫ້ ກັບຕຳຣວດກວດຄົນເຂົ້າເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສງົບລາວ, ເມື່ອວັນທີ 30 ເມສາ ຜ່ານມາ ທີ່ຂົວມິຕພາບ ແຫ່ງທີ 1 ນະຄອນຫຼວງວຽງຈັນ ເພື່ອນຳໄປດຳເນີນຄະດີ ຕາມຂັ້ນຕອນຂອງກົດໝາຍ. ດັ່ງເຈົ້າໜ້າທີ່ ຕຳຣວດ ແຂວງໜອງຄາຍ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 03 ພຶສພາ ວ່າ:
"ທ່ານໄດ້ກ່າວວ່າ ແມ່ຍິງລາວ ເຂົາກໍຮັບໄປດຳເນີນຄະດີແລ້ວ. ວິທີການສົ່ງຂ້າມຈະຕ້ອງສົ່ງໂຕ ຜູ້ກ່ຽວໄປກຸງເທບກ່ອນແລ້ວຄ່ອຍ ຜັກດັນອອກທາງດ່ານລາວ-ໄທຍ ແຕ່ທາງການລາວ ມາລໍຖ້າຮັບໂຕ ເລີຍເຂົາຂໍຂ້າມຂັ້ນຕອນ ມັນເປັນຄະດີຄວາມໝັ້ນຄົງ ກະຖືກ ຂໍ້ຫາໜັກຢູ່."
ຕໍ່ກັບການສົ່ງມອບຜູ້ຕ້ອງຫາ ແລະ ການດຳເນີນຄະດີ ທາງເຈົ້າໜ້າຕຳຣວດກວດຄົນເຂົ້າເມືອງ ແຂວງໜອງຄາຍບໍ່ສາມາດໃຫ້ຣາຍ ຣະອຽດຕໍ່ກັບຄະດີນີ້ໄດ້. ເພາະຜູ້ກ່ຽວ ເອື້ອຍຮັກ ກໍຣະນີ 59 ຖ້າຢູ່ໄທຍ ກໍໄດ້ແຈ້ງຂໍ້ຫາໄປແລ້ວ ຄືລັກລອບເຂົ້າເມືອງ. ແຕ່ກໍຣະນີ ເອື້ອຍຮັກ ທາງເຈົ້າໜ້າທີ່ ຕຳຣວດຝ່າຍລາວ ໄດ້ປະສານງານ ເພື່ອໄປດຳເນີນຄະດີ ຢູ່ພາຍໃນ. ສ່ວນຝ່າຍໄທຍ ຈະດຳເນີນຄະດີ ສອງໜຸ່ມໄທຍເຊິ່ງຂໍ້ຫາກໍໄດ້ແຈ້ງ ໄປກ່ອນໜ້ານີ້ແລ້ວ.
ໃນຂນະທີ່ທາງການລາວ ກໍກະຕຽມດຳເນີນຄະດີຕາມຂັ້ນຕອນ, ດັ່ງ ພັນເອກ ສາຍສະໝີງ ສີວິໄລ ຫົວໜ້າກົມຕຳຣວດກວດຄົນເຂົ້າ ເມືອງກົມໃຫຍ່ສັນຕິບານ ໄດ້ແຈ້ງຕໍ່ສື່ມວນຊົນ ໃນວັນ ທີ 03 ເມສາ ວ່າ ປັຈຈຸບັນໄດ້ນຳໂຕ ຍານາງ ພາວະດີ ໄປກັກໂຕກ່ອນ 14 ມື້. ຈາກນັ້ນ ຈະນຳໂຕໄປດຳເນີນຄະດີ ໃນຂໍ້ຫາເຂົ້າ-ອອກ ເມືອງຜິດກົດໝາຍ ແລະ ພາຄົນຕ່າງປະເທດ ເຂົ້າເມືອງແບບຜິດ ກົດໝາຍ ນຳເອົາເຊື້ອໂຄວິດ-19 ມາແຜ່ຣະບາດໃນລາວ.
ຄວາມຄືບໜ້າຂອງກໍຣະນີ 59 ເມື່ອວັນທີ 02 ພຶສພາ ທີ່ຜ່ານມາ ເຖິງວ່າທາງການ ຈະບໍ່ໄດ້ແຈ້ງຂ່າວວ່າປີ່ນປົວເຊົາແລ້ວ. ແຕ່ກໍມີ ນັກຂ່າວພົລເມືອງຈັບພາບໄດ້ວ່າ ນາງທີນ່າ ໄດ້ ອອກຈາກໂຮງໝໍ ມິຕພາບ ແລະ ມີຣົດເຈົ້າໜ້າທີ່ຕຳຣວດ ມາຮັບເຖິງທີ່ ແລະນຳໂຕ ໄປຝາກຂັງທີ່ຄ້າຍຄຸມນາຄ່າ ເມືອງນາຍຊາຍທອງ ນະຄອນຫຼວງວຽງຈັນ. ດັ່ງເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນຫຼວງ ໄດ້ ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 03 ພຶສພາ ວ່າ:
"ແມ່ນແລ້ວມັນຕ້ອງແມ່ນເຈົ້າໜ້າທີ່ ທີ່ໄດ້ສືບສວນ-ສອບສວນກ່ອນເດີ້, ບໍ່ຮູ້ວ່າເພິ່ນຕ້ອງສືບສວນສອບສວນ ທີ່ມາຂອງຜູ້ກ່ຽວສອງ ຄົນຫັ່ນນ່າ. ຈະເປັນລັກສນະ ແບບຊັ້ນເນາະ. ມີຄວາມຜິດແມ່ນດຳເນີນຄະດີ ຖ້າບໍ່ມີຄວາມຜິດ ກະບໍ່ໄດ້ດຳເນີນຄະດີ ຫັ້ນແຫຼະ."
ຕໍ່ການກະຕຽມການດຳເນີນຄະດີ ຂອງທັງສອງຄົນດັ່ງກ່າວ ປະຊາຊົນກໍໄດ້ສະແດງຄວາມເຫັນວ່າ. ກາສົມຄວນດຳເນີນຄະດີຕາມ ກົດໝາຽເພາະທັງສອງຄົນ ເຮັດກະຕ້ອງຮັບໂທດ. ເພາະໄປນຳເອົາຄົນໄທຍ ທີ່ລັກລອບເຂົ້າມາທ່ຽວລາວ ທັງທີ່ຮູ້ວ່າຢູ່ໃນໄລຍະ ທີ່ປະເທດໄທຍ ກຳລັງຣະບາດແຮງສ່ວນຢູ່ລາວ ກໍມີການປິດຊາຍແດນ.
"ເອີກະຕັດສິນໂທດຫັ້ນແຫຼະເນາະ ຕັດສິນໄປຕາມຄະດີຫັ້ນແຫຼະ ເພາະວ່າເຮັດຜິດພາດມາເດ້ ກະຕ້ອງໄດ້ຮັບໂທດ. ຜູ້ຜິດແທ້ໆກາຊິ ແມ່ນຄົນໄທຍສອງ ຄົນຫັ້ນແຫຼະເນາະ ມີຄວາມປະສົງຢາກມາແມ່ນບໍ່ ແບບວ່າສອງຄົນນີ້ຢາກມາທ່ຽວ ນາງນີ້ກາເອົາມາໂລດ ຂ້ອຍ ຊິພາທ່ຽວຊີ້ນ່າ ມັນກະຜິດນຳກັນຫັ້ນແຫຼະ ວ່າຊັ້ນສາ."
ປະຊາຊົນອີກທ່ານນຶ່ງ ໃຫ້ຄຳເຫັນວ່າກຸ່ມຄົນນີ້ ໄດ້ສ້າງຄວາມເດືອດຮ້ອນ ໃຫ້ປະຊາຊົນ ທົ່ວປະເທດນໍາເອົາເຊື້ອໂຄວິດ-19 ມາ ຣະບາດໃນລາວຈົນເຖິງຣະດັບຊຸມຊົນ ກະສົມຄວນ ໄດ້ຮັບໂທດ ທີ່ຕົນເອງທີ່ກໍ່ເອົາໄວ້. ເພາະຮູ້ຢູ່ວ່າໜຸ່ມໄທຍ ທັງສອງລັກລອບ ເຂົ້າມາໃນຍາມໂຄວິດ-19 ຢູ່ໄທຍ ຣະບາດ.
"ຜູ້ໃດກະທຳກັມໄວ້ແນວໃດ ກະຊິໄດ້ກັມແນວນັ້ນໄປເນາະຂ້ອຍເຊື່ອ ແນວນັ້ນເນາະ. ມີຫຼາຍໂອ໊! ລ໊ອກດາວໝົດເລີຍນ່າ ທຸຣະກິຈ ທຸກຢ່າງລ໊ອກດາວໝົດເລີຍ ເນາະກະຄືເຈົ້າ ໄປເຜີຍແຜ່ເຊື້ອໄວຣັສນ່າ ອັນທີສອງມາກະຊິເປັນເຈົ້າຂ້າມຊາຍແດນຜິດກົດໝາຽ."
ຜົລກະທົບທີ່ເກີດຂຶ້ນ ໃນໄລຍະນີ້ຖືວ່າເປັນຜົລກະທົບ ທີ່ຮ້າຍແຮງຫຼາຍ ລາວປະກາດປິດເມືອງ ທົ່ວປະເທດ ເຊື້ອໄດ້ແຜ່ລາມເຂົ້າ ເຖິງຊຸມຊົນ. ການປິດເມືອງເຊັ່ນນີ້ ກໍເຮັດໃຫ້ການ ເຮັດທຸຣະກິຈໄດ້ຮັບຜົລກະທົບໄປຕາມໆກັນ. ດັ່ງຜູ້ປະກອບການທຸຣະກິຈທ່ອງທ່ຽວ ໄດ້ໃຫ້ຄຳເຫັນຕໍ່ຄະດີນີ້ວ່າ:
"ກະອີງຕາມກົດໝາຍແຫຼະ ເຮົາກະບໍ່ໄດ້ຕັດສິນໄດ້ແຫຼະ ເຣື່ອງຄວາມຕັ້ງໃຈບໍ່ຕັ້ງໃຈບໍ່ຮູ້ ແຕ່ວ່າເຣື່ອງເສັຍຫາຍນີ້ໜັກ. ສະເພາະ ຊ່ວງນີ່ແມ່ນລ໊ອກດາວ ໝົດບໍ່ໄດ້ທ່ຽວ ບໍ່ມີຈັກກີບ ເລີຍດຽວນີ້ຢູ່ແຕ່ເຮືອນແຫຼະ."
ຕາມການປະກາດ ຂອງເຈົ້າໜ້າທີ່ຕຳຣວດ ກົມສັນຕິບານ ກະຊວງປ້ອງກັນຄວາມສງົບ ຄະດີນີ້່ຈະເຣີ້ມໄດ້ກໍຕໍ່ເມື່ອ ຍານາງ ພາວະດີ ຫລື ເອື້ອຍຮັກ ສີ້ນສຸດໄລຍະກັກໂຕ 14 ມື້ ນັບຈາກຮັບໂຕມາຈາກແຂວງໜອງຄາຍ.
ສ່ວນກໍຣະນີ 59 ຍານາງ ທີນ່າ ແມ່ນໄດ້ ປີ່ນປົວຫາຍດີແລ້ວ ຕອນນີ້ຖືກຝາກຂັງໄວ້ ທີ່ຄ້າຍຄຸມຂັງນາຂ່າ. ໃນສ່ວນຂອງສອງໜຸ່ມ ໄທຍເຈົ້າໜ້າທີ່ຕຳຣວດ ຕມ ແຂວງໜອງຄາຍ ຍັງລໍຖ້າໃຫ້ໜຸ່ມໄທຍ ອີກຄົນນຶ່ງປີ່ນປົວເຊົາ ກໍຈະເລີ່ມດຳເນີນຄະດີເຊັ່ນກັນ.
ນອກຈາກນີ້ເຈົ້າໜ້າທີ່ຕຳຣວດລາວ ກຳລັງກະຕຽມດຳເນີນຄະດີ ຜູ້ຕິດເຊື້ອໂຄວິດ-19 ກໍຣະນີ 50 ຂອງລາວ ເຊີ່ງເປັນຊາຍສັນຊາດ ໄທຍ ທີ່ລັກເຂົ້າມາ ນະຄອນຫຼວງວຽງຈັນ ເມື່ອວັນທີ 9 ເມສາ ຜ່ານມາ. ພາຍຫລັງຜູ້ກ່ຽວປີ່ນປົວເຊົາ.