ໂຄວິດ-19 ຊໍ້າເຕີມຂແນງການ ທ່ອງທ່ຽວ

ໄຊຍາ
2020.03.12
F-Tourists-LP ນັກທ່ອງທ່ຽວຊາວເອເຊັຽ ສ່ວນໃຫຍ່ແມ່ນຄົນຈີນ ທີ່ມັກທ່ຽວຊົມ ເມືອງມໍຣະດົກໂລກ ແຂວງຫຼວງພຣະບາງ
RFA

ປັດຈຸບັນຜູ້ປະກອບການຈາກຂແນງການທ່ອງທ່ຽວ ບໍ່ວ່າຈະເປັນໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຮ້ານບັນເທີງ ແລະ ຂແນງການ ອື່ນໆ ຕ່າງກໍໄດ້ຮັບຜົລກະທົບຈາກການຣະບາດຂອງພຍາດ COVID-19. ນັກທ່ອງທ່ຽວຫລຸດລົງ ຢ່າງໜ້າຕົກໃຈ ສົ່ງຜົລເຮັດໃຫ້ຣາຍ ຮັບຂອງ 03 ເດືອນຕົ້ນປີນີ້ ຕໍ່າຫລາຍ. ດັ່ງນັ້ນຜູ້ປະກອບການຈື່ງຮຽກຮ້ອງ ໃຫ້ພາກຣັຖຫລຸດຢ່ອນພາສີອາກອນ ເພື່ອແບ່ງເບົາພາລະ ຂອງຜູ້ປະກອບການ.

ກ່ອນໜ້ານັ້ນ ລາວຕັ້ງເປົ້າໝາຍເອົາໄວ້ວ່າການທ່ອງທ່ຽວຂອງລາວ ຈະບັນລຸໂຕເລກເຖິງ 05 ລ້ານຄົນ ໃນນັ້ນທາງການລາວຄາດວ່າຈະມີ ນັກທ່ອງທ່ຽວຈີນເຂົ້າມາເຖິງ 1 ລ້ານຄົນ. ແຕ່ເມື່ອ COVID-19 ຣະບາດຢ່າງໜັກທັງໃນຈີນ ແລະ ປະເທດຕ່າງໆ ປະກົດວ່າໂຕເລກ ນັກທ່ອງທ່ຽວ ເຂົ້າມາໃນລາວຫາຍໄປຍອດສັ່ງຈອງຖືກຍົກເລີກ ແລະ ຍອດສັ່ງຈອງໃໝ່ບໍ່ມີເຂົ້າມາ, ດັ່ງທ່ານ ບຸນມາ ເພັດສາວົງ ຫົວໜ້າ ກົມຄຸ້ມຄອງການທ່ອງທ່ຽວ ກະຊວງຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ໄດ້ກ່າວຕໍ່ຊື່ມວນຊົນ ພາຍໃນເມື່ອທ້າຍເດືອນກຸມພາ ທີ່ຜ່ານມາວ່າ ປັດຈຸບັນ ອຸດສາຫະກັມທ່ອງທ່ຽວ ເຂົ້າຂັ້ນວິກິດ ໂຕເລກການທ່ອງທ່ຽວຫລຸດລົງ ຢ່າງໜ້າວິຕົກກັງວົນ.

"ຜົລກະທົບໂດຍລວມແລ້ວ ຕໍ່ພາກທຸຣະກິດຂອງລາວ ໂຮງແຮມນີ້ກາໄດ້ຮັບຜົລກະທົບຫລາຍ ເນື່ອງຈາກວ່າ ໄດ້ຖືກຍົກເລີກການສັ່ງຈອງ ທີ່ເຂົາເຈົ້າໄດ້ສັ່ງຈອງໂຮງແຮມໄປຫັ້ນ ຄູ່ມື້ນີ້ເຖີງ 95% ຈອງແລ້ວຍົກເລີກຫັ້ນ, ສ່ວນລາຍ ການສັ່ງຈອງໃໝ່ ກໍບໍ່ມີການສັ່ງຈອງເລີຍເນາະ. ສຳລັບທຸຣະກິດນໍາທ່ຽວ ໄດ້ຮັບຜົລກະທົບເຊັ່ນດຽວກັນເນາະ ເພາະວ່າມີການຍົກເລີກ ການສັ່ງຈອງປະມານ ຊ່ວງຜ່ານມາເຖີງ 70%."

ທ່ານໄດ້ກ່າວຕື່ມວ່າ: ຫລາຍປະເທດທີ່ເກືອບຫ້າມບໍ່ໃຫ້ໄປທ່ຽວຮົງກົງ, ມາເກົາ, ໃຕ້ຫວັນ, ຈີນ, ເກົາຫລີ, ຢີ່ປຸ່ນ ແລະອັນນີ້ແມ່ນຕລາດ ທ່ອງທ່ຽວ ອັນສຳຄັນທັງໝົດ ທີ່ວ່າເພີ່ນຍົກເລີກ. ເຮັດໃຫ້ສາຍການບິນ ທີ່ບິນເຂົ້າບັນດາ ປະເທດ ເລົ່ານີ້ນີ້ຖືກໂຈະ ຂ້າພະເຈົ້າກາໄດ້ລົມກັບ ທ່ານ ບຸນມາ ຈັນທະວົງສາ ຜູ້ອຳນວຍການໃຫຍ່ ຂອງສາຍການບິນລາວ ຫັ້ນ ເພີ່ນກາວ່າສາຍການບິນໄປຈີນ ນີ້ນ່າ ທີ່ລາວບິນໄປຈີນມີ 8 ສາຍ ກາແມ່ນຖືກຍົກເລີກໄປ 7 ສາຍ ຍັງສາຍການ ບິນດຽວບິນໄປຊາງຊ່າ ດຽວນີ້ກາເປັນພຽງແຕ່ສາຍການບິນເໝົາລຳ.

ຕໍ່ບັນຫານັກທ່ອງທ່ຽວຫລຸດລົງ ຮ້ານອາຫານເຮືອນແພ ເຂດທ່າງ່ອນແມ່ນນຶ່ງໃນຈຸດທ່ອງທ່ຽວ ທີ່ໜ້າສົນໃຈກໍຖືກຜົລກະທົບເຊັ່ນກັນ ບໍ່ມີ ນັກທ່ອງທ່ຽວເຂົ້າຮ້ານລາຍຮັບຫລຸດລົງ, ດັ່ງເຈົ້າຂອງຮ້ານເຮືອນແພ ກ່າວວ່າ: ຂໍໃຫ້ຣັຖເຫັນໃຈ ເລື່ອງການເກັບພາສີອາກອນ ເພາະໂຕຈີງ ຕອນນີ້ ບໍ່ມີແຂກເຂົ້າມາເລີຍ ຊໍ່າກັບຢຸຸດກິຈການ.

"ສ່ວນຫລາຍແຂກເຮົາແມ່ນຕ່າງປະເທດເກົາຫລີ ເປັນຫລັກໆ ທີ່ເຂົາເຈົ້າມາທ່ຽວສະເພາະ ເຮົາສ່ວນຫລາຍມີແຕ່ເກົາຫລີຫັ້ນແຫລະ ຖືວ່າ ໂຣຄຣະບາດເກີດຂື້ນມາແບບຊິລະ ກາເຂົາເຈົ້າກາບໍ່ມາເລີຍ ຮ້ານອາຫານເຮົາກາ ຊໍ່າກັບຢຸດ ພຸ້ນລະເພາະວ່າແຂກບໍ່ມີເດ້, ຢາກໃຫ້ພາກ ສ່ວນທີ່ກ່ຽວຂ້ອງ ລົງມາເກັບກຳຂໍ້ມູນ ເບິ່ງວ່າຣາຍຮັບຣາຍຈ່າຍ ເຮົາລະກາແຂກເຂົ້າຮ້ານເຮົານີ້ ມັນຜິດປົກກະຕິຫລາຍ ໃຫ້ເພິ່ນລົງມາ ເບິ່ງມາແຍງ ເບິ່ງຊ່ອຍເຮົາແດ່ວ່າເອີເພີ່ນ ຊິແກ້ໄຂ ບັນຫາແນວໃດເຣື່ອງການ ເສັຽພາສີອາກອນໃຫ້ຣັຖບານ ເບິ່ງແຍງເຮົາ ໃຫ້ມີຄວາມ ເຫັນອົກເຫັນໃຈ ເຊິ່ງກັນແລະກັນ."

ໃນຂນະທີ່ ຜູ້ປະກອບການເຮືອທ່ອງທຫຽວ ຢູ່ວັງວຽງ ກໍໄດ້ກ່າວວ່າປັດຈຸບັນ ແຂກຈີນບໍ່ເຂົ້າກໍສົ່ງຜົລກະທົບ ເຮັດໃຫ້ຣາຍຮັບຂອງຜູ້ປະ ກອບການຫລຸດລົງ ເຄິ່ງນຶ່ງແຕ່ກໍຍັງດີ ທີ່ຍັງພໍມີນັກທ່ອງທ່ຽວ ຢູ່ໂຣບເຂົ້າມາ ແຕ່ກໍຣາຍຮັບກໍຍັງ ຫລຸດລົງຈາກເດີມ ເມື່ອກອ່ນເດືອນ 1 ອາດຈະໄດ້ ສອງລ້ານຫ້າແສນ ແຕ່ດຽວນີນຶ່ງລ້ານກີບ ຕໍ່ເດືອນກໍຍາກແລ້ວ.

"ຕົກມາຊ່ວງໄລຍະນີກາມັນກາ ອີງຕາມວ່າບໍ່ແຕ່ໄທເຮົາ ມັນກາທົ່ວໂລກເນາະ ມັນມີຜົລກະທົບທາງເຊື້ອ ໄວຣັສ ເດ້ເນາະ ລະກາມີການ ຢຸດສງັກແດ່ນ້ອຍນຶ່ງ ຖືວ່າລາຍຮັບກາຕົກແດ່ນ້ອຍນຶ່ງ. ຫລຸດຫລາຍເດ້ກາຢາກວ່າກວ່າເຄິ່ງນຶ່ງ ເພາະວ່າມັນບໍ່ມີແຕ່ ນັກທ່ອງທ່ຽວຈີນ ເດ້ ມັນກາຕາມໆ ກັນໄປໝົດແຕ່ວ່າກາຈຸດດີ ນ້ອຍນຶ່ງແຕ່ວ່າແຂກເອີຣົບ ເຂົາເຈົ້າຈະບໍ່ຍົກເລີກເນາະເຂົາເຈົ້າຈະມາ."

ສ່ວນຜູ້ປະກອບເຮືອນພັກ ແລະເຮືອທ່ອງທ່ຽວ ຢູ່ແຂວງຫລວງພຣະບາງ ໄດ້ກ່າວຕໍ່ RFA ວ່າ ຕອນນີ້ກຳລັງປະເຊີນກັບ ວິກິດການນັກ ທ່ອງທ່ຽວຫລຸດລົງ ເຖິງຂັ້ນວ່າອາດຈະໄດ້ປິດ ກິຈການ ຫລືບໍ່ ແຕ່ແນວໃດ ກໍວີງວອນໃຫ້ພາກຣັຖ ຊ່ອຍຫລຸດຢ່ອນ ເຣື່ອງພາສີອາກອນ.

"ກາມີຜົລກະທົບຫັ້ັນລະ ແຂກມັນນ້ອຍຊໍ່າເປັນໂລຊີຊັນ ແລ້ວເນາະ ເຮົາກາພິຈາຣະນາ ຈະຢຸດແລ່ນເຮືອ ບໍ່, ຊິເຮັດແນວໃດເດືອນນີ້ ເຮົາກາຕ້ອງມີແຂກຢ່າງນ້ອຍ 10-20 ຂື້ນໄປແຕ່ອັນນີ້ກາມີແຕ່ ສອງຄົນສາມຄົນ ພາກຣັຖບໍ່ຮູ້ວ່າ ເພີ່ນຊິຊ່ອຍໄດ້ຈັ່ງໃດ ຣະດົມໃຫ້ຄົນ ລາວທ່ຽວລາວ ບໍ່ຖ້າເປັນຢູ່ເມືອງໄທ ກາໄທທ່ຽວໄທ."

ນອກຈາກແຂວງຫລວງພຣະບາງແລ້ວ ຜູ້ປະກອບການຂແນງການບໍຣິການ ແລະ ທ່ອງທ່ຽວຂອງແຂວງຫລວງນໍ້າທາ , ແຂວງບໍ່ແກ້ວ ກໍໄດ້ຮັບຜົລກະທົບແບບດຽວກັນຄື ຮ້ານອາຫານ ແລະ ໂຮງແຮມບໍ່ມີແຂກເຂົ້າພັກເຮັດໃຫ້ຣາຍຮັບ ຫລຸດຕໍ່າລົງຫລາຍ ຕໍ່ບັນຫາດັ່ງກ່າວ ຜູ້ປະກອບການເອງຮຽກຮ້ອງ ໃຫ້ມາຍັງພາກຣັຖ ຂໍໃຫ້ຊ່ອຍຫລຸດຢ່ອນພາສີອາກອນ ລົງເນື່ອງຈາກ ຜູ້ປະກອບເວົ້າເປັນສຽງດຽວກັນວ່າ ບໍ່ມີຣາຍຮັບ ຈະເອົາຫຍັງໄປຈ່າຍ.

"ໄດ້ຮັບຜົລກະທົບຫລາຍຢູ່ ມັນບໍ່ມີລູກຄ້າຫັ້ນນ່າ ອັນນີ້ກາຢາກໃຫ້ຫລຸດລົງຫັ້ນແຫລະ ພາສີອາກອນ ບາດນີ້ຮ້ານຂ້ອຍພັດ ຫລາຍຮ້ານເດ້ ມີບ້ານພັກ ມີຮ້ານຄາຣາໂອເກະ ຮ້ານອາຫານສອງຮ້ານ ຮ້ານກາງຄືນກາປິດໄດ້ ເດືອນນຶ່ງລະ ຫັ້ນນ່າ ພາສີອາກອນປີນຶ່ງ 14 ລ້ານ ຄັນເປັນແບບນີ້ ຂ້ອຍກາບໍ່ມີເງິນຊິໃຫ້ວ່າຈັ່ງຊັ່ນສະ."

ໃນສ່ວນຂອງຜູ້ປະກອບການ ຂແນງການຄ້າດັ່ງເຊັ່ນບໍຣິສັດຂົນສົ່ງສີນຄ້າ ລາວ-ຈີນ ຢູ່ແຂວງອຸດົມໄຊ ກໍໄດ້ປະກາດໃຫ້ພະນັກງານພັກວຽກ ໃນໄລຍະພຍາດ COVID-19 ຣະບາດຈົນກວ່າພຍາດ ຈະຊາລົງ ແຕ່ໃນການພັກວຽກ ເຈົ້າຂອງກິຈການ ຍັງຈ່າຍເງິນເດືອນ ໃຫ້ຕາມ ປົກກະຕິ. ດັ່ງ ພະນັກງານ ໃນບໍຣິສັດ ຂົນສົ່ງໄດ້ກ່າວຕໍ່ນັກຂ່າວ RFA ວ່າ. ບໍຣິສັດປະກາດໃຫ້ພັກວຽກ ແຕ່ທ້າຍເດືອນ ກຸມພາ.

"ບໍ່ບໍ່ໄດ້ເຂົ້າທິດປາຍລະ ຊ່ວງນີ້ ພາກັນຢ້ານໝົດດຽວນີ້ນ່າ ສ່ວນຫລາຍມີແຕ່ພວກເຂົາ ບໍຣິສັດແມ່ນຫຍັງເຂົາກາ ພັກໝົດຫັ້ນແລ້ວ ເຊັ່ນ; ການກໍ່ສ້າງ ໂຄງການຣົດໄຟ ຄວາມໄວສູງກາພັກ ໝົດເດ້ ໂຄງການຣັຖບານເຂົາກາຍັງພັກ ເຂົາເຂົ້າມາທາງບໍ່ເຕັນ ສ່ວນຫລາຍລະຄົນຈີນ ຊ່ວງປີດດ່ານສາກົລ ບໍ່ໃຫ້ຄົນຈີນ ເຂົ້າຄືຊິດີ."

ກ່ອນການຣະບາດຂອງພຍາດ COVID-19 ໂຕເລກການທ່ອງທ່ຽວຂອງລາວ ກໍຫລຸດລົງຢູ່ແລ້ວ ແຕ່ເມື່ອສົມທຽບກັບປີນີ້ແມ່ນຮ້າຍແຮງ ຫຼາຍ, ດັ່ງໂຕເລກໃນປີ 2017-2019 ມີນັກທ່ອງທ່ຽວເຂົ້າລາວບໍ່ເກີນ 05 ລ້ານຄົນ. ຖ້າເບິ່ງຈາກ ໂຕເລກທີ່ຣັຖບານຄາດເອົາໃນ ແຕ່ລະປີ ທີ່ກ່າວມານັ້ນ ແມ່ນ 05 ລ້ານຄົນ ຖືໄດ້ວ່າຫລຸດຄາດໝາຍ.

ຕໍ່ບັນຫາດັ່ງກ່າວນອກຈາກ ຜູ້ປະກອບການໃນຂແນງທ່ອງທ່ຽວ ຜູ້ປະກອບການຂແນງການ ອື່ນໆ ກໍໄດ້ຈັດກອງປະຊຸມ ຣະດົມແນວຄິດເມື່ອ ວັນທີ 11 ມີນາຜ່ານມາ ເພື່ອຂໍໃຫ້ຣັຖບານ ມີນະໂນບາຍຫລຸດຢ່ອນພາສີອາກອນ ໃຫ້ຂແນງການພາກ ທຸຣະກິດທັງໝົດ.

ທີ່ຜ່ານມາຍັງບໍ່ທັນໄດ້ມີການປະເມີນວ່າພາກທຸຣະກິດໃນລາວ ມີຜົລເສັຽຫາຍຫຼາຍປານໃດ ພາຍຫຼັງທີ່ຜ່ານ ຈາກກອງປະຊຸມນີ້ແລ້ວເຈົ້າໜ້າທີ່ ພາກສ່ວນກ່ຽວຂ້ອງ ເຊັ່ນ ກະຊວງອຸດສາຫະກັມ ແລະການຄ້າ ກະຊວງການເງິນ ແລະ ທະນາຄານແຫ່ງຊາດລາວ ຈະໄດ້ອອກນະໂຍບາຍ ໃດນຶ່ງ ເພື່ອຊ່ອຍຜູ້ປະກອບການລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.