ເມືອງຕົ້ນເຜິ້ງໂຄວິດ-19 ຣະບາດ ຮອບສອງ

ໄຊຍາ
2021.08.06
ເມືອງຕົ້ນເຜິ້ງໂຄວິດ-19 ຣະບາດ ຮອບສອງ ເຈົ້າໜ້າທີ່ ຕັນທາງ ເຂົ້າ-ອອກ ຕາມຖນົນສາຍຫຼັກ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ
ນັກຂ່າວພົລເມືອງ

ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ກວດພົບເຊື້ອພຍາດໂຄວິດ-19 ກັບມາຣະບາດຮອບສອງ ການຣະບາດເທື່ອນີ້ ຕາມການຣາຍງານ ຂອງ ຄະນະສະເພາະກິຈ ຄວບຄຸມເຊື້ອໂຄວິດ-19 ເມື່ອວັນທີ 05 ສິງຫາ ທີ່ຜ່ານມາໄດ້ກວດພົບ ຜູ້ຕິດເຊື້ອໂຄວິດ-19 ຈຳນວນ 12 ຄົນ ແລະ ວັນທີ 06 ສິງຫາ ກວດພົບອີກ 8 ຄົນ ໂດຍ ກ່ອນໜ້ານີ້ ເປັນເວລານຶ່ງເດືອນຜ່ານມາ ທີ່ ເມືອງຕົ້ນເຜິ້ງ ບໍ່ມີຜູ້ຕິດເຊື້ອ. ດັ່ງ ເຈົ້າໜ້າທີ່ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ຜູ້ຂໍສງວນຊື່ ແລະ ຕຳແໜ່ງ ໄດ້ກ່າວເຖີງສາເຫດ ການຣະບາດຮອບສອງ ຕໍ່ ວິທຍຸ ເອເຊັຍເສຣີ ໃນວັນທີ 6 ສິງຫາ ວ່າ.

"ຊ້ວງນີ້ມັນແຜ່ຣະບາດ ພຍາດຢູ່ໃນເຂດນັ້ນແຫຼະ ບາດນີ້ຄົນທີ່ອອກຈາກເຂດ ແຮງງານລາວຈຳນວນນຶ່ງ ກໍມີເຊື້ອຕິດໄປຫັ້ນນ່າສະນັ້ນ ເພື່ອບໍ່ຢາກໃຫ້ກະທົບພາຍ ນອກເພິ່ນກໍ ລ໊ອກດາວ ໄວ້ 15 ມື້."

ການຣະບາດເຊື້ອໂຄວິດ-19 ໃນຮອບທີສອງ ຂອງເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຂອງແຂວງບໍ່ແກ້ວ ຜູ້ຂໍສງວນ ຊື່ ແລະຕຳແໜ່ງ ໄດ້ກ່າວວ່າ ທາງການຍັງບໍ່ໄດ້ ປິດເມືອງ ຍັງປະຕິບັດຕາມມາຕການ ຄືຜ່ານມາເປັນຕົ້ນ ເພີ່ມການກວດກາຫາ ເຊື້ອໂຄວິດ-19 ຢ່າງເຂັ້ມງວດ ແລະ ໃຫ້ເຈົ້າໜ້າທີ່ຊາຍແດນ ເພີ່ມການລາຕຕະເວນ ເພື່ອປ້ອງກັນ ການລັກລອບເຂົ້າເມືອງ ທີ່ ຜິດກົດໝາຍ.

"ຕົ້ນເຜິ້ງກໍຍັງທັນໄດ້ລ໊ອກດາວ ເພາະການຕິດເຊື້ອ ເຮົາແມ່ນຢູ່ໃນເຂດ ບໍ່ໄດ້ຢູ່ບ່ອນອື່ນ ບໍ່ໄດ້ຢູ່ໃນໜ້າເມືອງເນາະ ມາຕການກໍເລີຍ ເຮັດແຕ່ຢູ່ໃນສໍ່າເກົ່າເນາະ."

ຕາມການຣາຍງານ ຂອງ ຄະນະສະເພາະກິຈ ຄວບຄຸມເຊື້ອໂຄວິດ-19 ຂັ້ນສູງກາງ ປະຈຳວັນທີ 06 ສິງຫາ ພົບວ່າ ມີຜູ້ຕິດເຊື້ອ ກໍຣະນີ ໃໝ່ 267 ຄົນ ແຍກເປັນກໍຣະນີຕິດເຊື້ອ ໃນຊຸມຊົນ 10 ຄົນ ແລະ ກໍຣະນີ ນຳເຂົ້າ 257 ຄົນ ຈາກການກວດວິເຄາະ ຂອງ ວັນທີ 05 ສິງຫາ ທັງໝົດ 2.200 ກໍຣະນີ. ໃນນີ້ ຢູ່ແຂວງສວັນນະເຂດ 74 ຄົນ, ແຂວງຈຳປາສັກ 78 ຄົນ. ດັ່ງ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມ ພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ໄດ້ຖແລງບາງຕອນວ່າ.

ໄດ້ກວດວິເຄາະຫາໂຕຢ່າງ ທັງໝົດ ແມ່ນ 2.200 ຄົນ ກວດພົບຜູ້ຕິດເຊື້ອໃໝ່ ມື້ນີ້ 267 ຄົນ ຕິດເຊື້ອໃນຊຸມຊົນມີ 10 ຄົນ ຄື ແຂວງບໍ່ແກ້ວ 8 ຄົນ ຢູ່ ເມືອງຕົ້ນເຜິ້ງ, ຢູ່ ແຂວງສວັນນະເຂດ 1 ຄົນ ແລະ ແຂວງຈຳປາສັກ 1 ຄົນ.

ໃນຂນະດຽວກັນ ໃນວັນທີ 5 ສິງຫາ ເຈົ້າໜ້າທີ່ຕຳຣວດແຂວງສວັນນະເຂດ ກໍສາມາດຈັບຄົນໄທຍ ຈຳນວນ 3 ຄົນ ໄດ້ທີ່ລັກລອບ ບັນທຸກຣົດຈັກ 12 ຄັນຂື້ນເຮືອຫາງຍາວ ເພື່ອຈະໄປຂຶ້ນທ່າ ບ້ານສີວິໄລ ເມືອງໄຊບູລີ ແຂວງສວັນນະເຂດ ເບື້ອງຕົ້ນເຈົ້າໜ້າທີ່ ຕ້ອງດຳເນີນ ກັກໂຕ 14 ວັນ ແລະ ຖ້າຫາກບໍ່ພົບວ່າຕິດເຊື້ອ ໂຄວິດ-19 ກໍຈະຖືກດຳເນີນ ຄະດີຕາມກົດໝາຍ. ດັ່ງ ເຈົ້າໜ້າທີ່ ຕຳຣວດ ຢູ່ແຂວງສວັນນະເຂດ ໄດ້ກ່າວວ່າ.

"ໂອ້, ມັນກໍແມ່ນຫັ້ນແລ້ວ ມັນກໍລັກລອບເຂົ້າເມືອງ ຫັ້ນແລ້ວ ກໍໄດ້ກັກ ຫັ້ນແລ້ວ ຂໍ້ຕົກລົງມັນມີໝົດແລ້ວ ເຂົາບໍ່ໄດ້ຮັບ ອະນຸຍາດກໍ ດຳເນີນຄະດີຫັ້ນແລ້ວ ຕາມກົດໝາຍ."

ຕາມການຣາຍງານ ຂອງ ຄະນະສະເພາະກິຈ ຄວບຄຸມເຊື້ອໂຄວິດ-19 ໃນວັນທີ 06 ສິງຫາ ຜ່ານມາ ມາເຖິງປັຈຈຸບັນ ມີຜູ້ໄດ້ຮັບ ການກວດວິເຄາະຫາເຊື້ອໂຄວິດ-19 ທັງໝົດ 330,568 ຄົນ ໃນນັ້ນພົບຜູ້ຕິດເຊື້ອ ສະສົມ 7,778 ຄົນ ເສັຍຊີວິດສະສົມ 7 ຄົນ, ປີ່ນປົວເຊົາດີແລ້ວ 3,884 ຕົນ ແລະ ກຳລັງປີ່ນປົວຕິດຕາມ ຢູ່ໂຮງໝໍ 3,887 ຄົນ. ສ່ວນການສັກ ວັກຊີນ ປ້ອງກັນໂຄວິດ-19 ຫຼ້າສຸດເມື່ອວັນທີ 5 ສິງຫາ 2021 ມີຜູ້ໄດ້ຮັບການສັກວັກຊິນ ປ້ອງກັນເຊື້ຶຶອໂຄວິດ-19 ເຂັມທີ 1 ຈຳນວນ 1,274,476 ຄົນ ແລະ ເຂັມທີ 2 ຈຳນວນ 1,101,696 ຄົນ.

ກ່ຽວກັບການໄດ້ຮັບການຊ່ອຍເຫຼືອ ວັກຊິນປ້ອງກັນເຊື້ອໂຄວິດ-19 ປັດຈຸບັນປະເທດລາວ ໄດ້ຮັບວັກຊິນປ້ອງກັນ ເຊື້ອໂຄວິດ-19 ແລ້ວຍ 5 ຢີ່ຫໍ້ ອັນປະກອບດ້ວຍ ຊິໂນຟາມ, ສປຸດນິກ ວີ, ແອສຕຣາເຊເນກ້າ, ຈອນສັນແອນຈອນສັນ ແລະ ໄຟເຊ ເຊິ່ງໄດ້ຮັບ ຈາກຕ່າງປະເທດໂດຍຕົງ ແລະຜ່ານໂຄງການໂຄແວັກ ແລ້ວຈຳນວນ 4.179,440 ໂດສ ຄື ຈອນສັນແອນຈອນສັນ 1,008,000 ໂດສ, ຊິໂນຟາມ 1,902,000 ໂດສ, ແອສຕຣາເຊເນກາ 1,163,820 ໂດສ, ໄຟເຊີ 100,620 ໂດສ, ສປຸດນິກ ວີ 5,000 ໂດສ. ນອກຈາກນີ້ ຣັຖບານລາວຍັງຈະໄດ້ຮັບ ວັກຊິນປ້ອງກັນເຊື້ອໂຄວິດ-19 ຢີ່ຫໍ້ ຊີິໂນຟາມ ຈາກຈີນ ເພີ່ມອີກປະມານ 1 ລ້ານ ໂດສ ໃນໄວໆນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.