ທາງການລາວ ຖແລງຢືນຢັນ ພົບຜູ້ຕິດເຊື້ອ ໂຄວິດ-19 ເພີ່ມອີກ 20 ຄົນ ຈາກຜົລ ການກວດວິເຄາະ ຫາເຊື້ອ ທັງໝົດ 1,524 ໂຕຢ່າງ ຂອງວັນທີ 29 ມິຖຸນາ ສົ່ງຜົລ ເຮັດໃຫ້ມີ ຜູ້ຕິດເຊື້ອສະສົມ 2,121 ຄົນ. ໃນຈຳນວນ 20 ຄົນດັ່ງກ່າວ ຢູ່ແຂວງສວັນນະເຂດ 9 ຄົນ, ຈຳປາສັກ 6 ຄົນ, ວຽງຈັນ 4 ຄົນ ແລະ ຄຳມ່ວນ 1 ຄົນ.
ດຣ. ສີສະຫວາດ ສຸດທານີລະໄຊ, ຮອງຫົວໜ້າ ກົມຄວບຄຸມ ພະຍາດຕິດຕໍ່ ກະຊວງສາທາຣະນະສຸຂ, ກ່າວໃນພິທີ ຖແລງຂ່າວ ໃນວັນທີ 30 ມິຖຸນາ ວ່າ:
“ມາຮອດວັນທີ 29 ມິຖຸນາ ໄດ້ກວດວິເຄາະທັງໝົດ 1,524 ຄົນ ຢູ່ໃນນັ້ນ ໄດ້ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 20 ຄົນ ຈາກສວັນນະເຂດ 9 ຄົນ ຈຳປາສັກ 6 ຄົນ ແຂວງວຽງຈັນ 4 ຄົນ ແລະ ຄຳມ່ວນ 1 ຄົນ ສຳລັບຢູ່ ນະຄອນຫຼວງ ມື້ນີ້ ກໍບໍ່ມີ ກໍຣະນີ ຕິດເຊື້ອໃໝ່.”
ທ່ານ ກ່າວຕື່ມວ່າ ນອກຈາກນີ້ ຍັງກວດພົບວ່າ ຊາວແຂວງຈຳປາສັກ ທີ່ເດີນທາງ ມາຈາກ ປະເທດໄທຍ ເຊື້ອໂຄວິດ-19 ສາຍພັນເດລຕ້າ ຫຼື ສາຍພັນອິນເດັຽ ແລະ ປັດຈຸບັນ ກຳລັງ ປິ່ນປົວ ຢູ່ໂຮງໝໍ ແຂວງຈຳປາສັກ.
“ແຕ່ຢູ່ໃນ 6 ຄົນ ທີ່ແຂວງຈຳປາສັກນັ້ນ, ພວກເຮົາ ໄດ້ກວດພົບ ສາຍພັນເດລຕ້າ ທີ່ວ່າ ເຊິ່ງຫາກໍ ພົບຢູ່ໃນ ສປປ ລາວ ເປັນຄັ້ງທຳອິດ ພົບຈາກ ແຮງງານລາວ ທີ່ກັບມາຈາກ ປະເທດເພື່ອນບ້ານ ໂດຍຖືກຕ້ອງ ຕາມກົດໝາຍ.”
ຢູ່ເມືອງໂພນໂຮງ ແຂວງວຽງຈັນ ໄດ້ອອກແຈ້ງການ ປິດ 3 ບ້ານ ທີ່ເປັນພື້ນທີ່ ສີແດງ ແລະ ຫ້າມບໍ່ໃຫ້ ຄົນເຂົ້າ-ອອກ ເປັນເວລາ 14 ມື້ ໂດຍສະເພາະ ແຕ່ຈຸດຊາຍແດນ ນະຄອນຫຼວງວຽງຈັນ ໄປຫາ ສາມແຍກ ໂພນໂຮງ, ສ່ວນວ່າ ບ້ານທີ່ບໍ່ແມ່ນ ພື້ນທີ່ສີແດງ ກໍສາມາດເດີນທາງໄດ້ ແຕ່ຕ້ອງໄດ້ ຮັບອນຸຍາດ ຈາກເຈົ້າໜ້າທີ່.
ເຈົ້າໜ້າທີ່ ຄະນະສະເພາະກິຈ ຄວາມຄຸມໂຄວິດ-19 ແຂວງວຽງຈັນ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 30 ມິຖຸນາ ວ່າ:
“ເມືອງໂພນໂຮງ ບໍ່ທັນເຖິງຂັ້ນວ່າ ຊິລ໊ອກໝົດດອກ ເຮົາລ໊ອກໄວ້ ແຕ່ 3 ບ້ານ ທີ່ເປັນບ້ານແດງຫັ້ນ ຄື ບ້ານໃໝ່ ແລ້ວກໍ ບ້ານນາເລົາ, ບ້ານໂພນທັນ 3 ບ້ານ ເຂົ້າ-ອອກ ບໍ່ໄດ້ໄດ໋ ຍົກເວັ້ນ ແຕ່ວ່າ ມີຄວາມຈຳເປັນ ໄປຊື້ເຄື່ອງ ຊື້ຂອງ ມາຢູ່ມາກິນ ສເນີ ພວກເຮົາ ອັນໃດ ທີ່ບໍ່ເປັນບ້ານແດງ ບໍ່ເປັນບ້ານເຫຼືອງ ສາມາດ ໄປມາ ຫາສູ່ກັນໄດ້ ແຕ່ວ່າ ມີຄວາມຈຳເປັນແທ້ໆ ຈຶ່ງໄປວ່າ ຊັ້ນສາ.”
ຫຼັງຈາກ ມີການຣະບາດ ຢູ່ໃນຊຸມຊົນ ເຈົ້າໜ້າທີ່ ຂັ້ນບ້ານ ກໍເຣີ່ມເອົາ ເຊືອກມາກັ້ນ ບໍ່ໃຫ້ຄົນເຂົ້າ-ອອກ ພາຍໃນບ້ານ ທີ່ເປັນເຂດ ທີ່ມີການຣະບາດ. ຊາວເມືອງໂພນໂຮງ ທ່ານນຶ່ງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ວ່າ:
“ຫຼັງຈາກ ທີ່ເພິ່ນກວດພົບເຊື້ອ ຢູ່ໃນເຂດໂຕເມືອງ ເຮົານີ້ນ່າເນາະ ແລ້ວເພິ່ນກໍໄດ້ແຈ້ງ ການລົງມາໃຫ້ ໜ່ວຍສະເພາະກິຈ ຂັ້ນບ້ານ ແມ່ນຖືວ່າ ເອົາເຊືອກຟາງແລ້ວ ຂຽນປ້າຍໃສ່ ບໍ່ໃຫ້ຄົນເຂົ້າ-ອອກ ທາງຫຼວງເນາະ 13 ເໜືອ ຖືວ່າ ໄປໄດ້ ກໍບໍ່ໄດ້ປິດ ຄັນຊິເຂົ້າໄປ ຫາຍາດພີ່ນ້ອງ ຖືວ່າບໍ່ໄດ້ແລ້ວ.”
ຊາວບ້ານ ໃນເມືອງໂພນໂຮງ ອີກທ່ານນຶ່ງ ກ່າວວ່າ ເຈົ້າໜ້າທີ່ ຫ້າມຄົນເດີນທາງເຂົ້າ-ອອກ ນັບແຕ່ວັນທີ 29 ມິຖຸນາ ແລະ ສັ່ງປິດ ຮ້ານບັນເທີງຕ່າງໆ ແລະ ຮ້ານອິນເຕີເນັດ:
“ເຣີ່ມແຕ່ ມື້ວານນີ້ ຄົນຕ່າງບ້ານ ແມ່ນບໍ່ໃຫ້ເຂົ້າແລ້ວ ບ້ານແດງ ແມ່ນບໍ່ໄດ້ອອກແລ້ວ ເຂົ້າເຈົ້າສັ່ງປິດ ຄາຣາໂອເກະ, ສນຸກເກີ ລະສັ່ງປິດໝົດ ລ໊ອກດາວ ໄປກ່ອນ ເອີກໍ ຮ່ວມມືດີ ເພາະວ່າ ກໍຢ້ານຄືກັນ.”
ຊາວເມືອງໂພນໂຮງ ອີກທ່ານນຶ່ງ ໄດ້ກ່າວວ່າ ເຈົ້າໜ້າທີ່ ສັ່ງປິດບ້ານ ທີ່ມີການຣະບາດແລ້ວ ແຕ່ ຖ້າຜູ້ໃດ ຈະເດີນທາງໄປບ້ານ ທີ່ບໍ່ມີການຣະບາດ ຈະຕ້ອງມີ ໜັງສື ຈາກເຈົ້າໜ້າທີ່ ກ່ຽວຂ້ອງ:
“ພື້ນທີ່ສີແດງເນາະ ເຂົາເຈົ້າປິດ ບໍ່ໃຫ້ຄົນເຂົ້າ ຄົນອອກ ບໍ່ແມ່ນບ້ານພື້ນ ທີ່ສີແດງ ມັນກໍໄປໄດ້ ສົມມຸດວ່າ ມີຄວາມຈຳເປັນ ຊິເດີນທາງໄປ ບ້ານນັ້ນບ້ານນີ້ ຂ້ອຍກໍຕ້ອງໄດ້ເຮັດ ໜັງສືຢັ້ງຢືນ ບ້ານຂ້ອຍ ກໍລະວັງ ຂນາດແລ້ວ ມັນກະລະວັງ ໃຜລະວັງມັນແລ້ວ.”
ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່ ສະເພາະກິຈ ຄວບຄຸມໂຄວິດ-19 ໃນວັນທີ 30 ມິຖຸນາ 2021, ຈົນມາເຖິງ ປັດຈຸບັນ ມີຄົນໄດ້ຮັບ ການກວດຫາເຊື້ອໂຄວິດ-19 ທັງໝົດ 296,234. ໃນນັ້ນ ພົບຜູ້ຕິດເຊື້ອ 2,121 ຄົນ, ເສັຽຊີວິດ 3 ຄົນ, ປິ່ນປົວເຊົາແລ້ວ 1,981 ຄົນ ແລະ ກຳລັງປິ່ນປົວ 137 ຄົນ.