ຣະວັງຊີ້ນສັດປະສົມເຄມີ ກັນເໜົ່າ
2014.08.21

ເຈົ້າຫນ້າທີ່ ປະສຸສັດ ກະຊວງ ກຳສິກັມ ແລະ ປ່າໄມ້ ເວົ້າວ່າ ທີ່ ຜ່ານມາ ທາງຫ້ອງການ ກວດກາ ໄດ້ຮັບແຈ້ງ ຈາກ ປະຊາຊົນ ທີ່ຂຽນມາ ຮ້ອງທຸກ ວ່າ ໄດ້ພົບເຫັນ ຊີ້ນທີ່ຂາຍ ຢູ່ຕາມ ຕລາດ ຫຼາຍແຫ່ງ ປົນເປື້ອນ ໄປດ້ວຍ ສານເຄມີ ຈຶ່ງສົ່ງ ເຈົ້າຫນ້າທີ່ ລົງ ໄປກວດກາ ແລະ ພົບວ່າ ມີພໍ່ຄ້າ ແມ່ຄ້າ ຍັງລັກຂາຍ ຊີ້ນ ທີ່ປົນ ດ້ວຍ ສານເຄມີ ກັນເໜົ່າ ແທ້. ດັ່ງ ທ່ານກ່າວວ່າ:
"ປະຊາຊົນ ຮ້ອງຮຽນ ມາວ່າມີສານ ປົນເປື້ອນ ໃນຊີ້ນ ໃນຫຍັງ ເຂົາວ່າມີ ສານປົນເປື້ອນ ໃນຕລາດ ບ້ານເຮົາ ບໍ່ໃຫ້ ບໍຣິໂພຄ".
ທ່ານວ່າ ມີບາງຄົນ ກິນຊີ້ນ ທີ່ ປົນເປື້ອນ ດ້ວຍ ສານເຄມີ ແລ້ວ ເກີດ ອາການ ທ້ອງເສັຽ ໄດ້ຮ້ອງຮຽນ ໃຫ້ ເຈົ້າຫນ້າທີ່ ລົງໄປ ກວດກາ ໃນຕລາດ ທີ່ ສົງສັຍ 3 ແຫ່ງ ໃນ ນະຄອນ ຫຼວງ ວຽງຈັນ. ມີຕລາດ ໂພນສະຫວ່າງ ຕລາດທາດຫລວງ ແລະ ຕລາດຫນອງຈັນ ໂດຍໄດ້ ສຸມໃສ່ ການກວດ ຕົວຢ່າງຊີ້ນ ງົວ ຄວາຍ ເປັດ ໄກ່ ແລະ ປາ ຈື່ງພົບວ່າ ສານປົນເປື້ອນ ເປັນສານ ຟໍມາລີນ ແລະ ສານກັນບູດ. ສານ ດັ່ງກ່າວ ມີປາຣິມານ ເກີນກວ່າ ທີ່ ຄົນ ຈະສາມາດ ນໍາໄປ ບໍຣິໂພຄ ໄດ້ ທາງການຈື່ງ ຍຶດຊີ້ນ ທີ່ ພົບເຫັນ ນັ້ນໄປ ທຳລາຍຖີ້ມ ຫມົດ ແລະ ໄດ້ອົບຮົມ ກຸ່ມພໍ່ຄ້າ ແມ່ຄ້າ ຜູ້ທຳຜິດ ບໍ່ໃຫ້ເຮັດອີກ. ຖ້າພົບເຫັນ ອີກເທື່ອໜ້າ ຈະ ຖືກປັບໃໝ ໃສ່ໂທດ.
ໃນເດືອນ ທີ່ຜ່ານມາ ເຈົ້າຫນ້າທີ່ ໄດ້ ໄປກວດກາ ຊີ້ນ ໃນທ້ອງຕລາດ ແຫ່ງອື່ນໆ ທີ່ ນະຄອນ ຫຼວງວຽງຈັນ ເຊັ່ນ ຕລາດ ເມືອງ ໄຊເສດຖາ ເມືອງ ສີສັຕນາກ ແລະ ເມືອງ ຈັນທະບູຣີ ກໍພົບ ເຫັນຊີ້ນ ທີ່ປົນເປຶ້ອນ ດ້ວຍ ສານເຄມີ ເຊັ່ນກັນ.