ເຈົ້າໜ້າທີ່ສາທາ ເຕືອນຊາວໜຸ່ມລາວ, ນ້ຳກະທ້ອມ ອັນຕະລາຍ ຮຸນແຮງ
2025.01.24

ທ້າຍປີ 2024 ທີ່ຜ່ານມາ, ຊາວໜຸ່ມລາວ ອາຍຸ 15-25 ປີ ມັກມົ້ມສຸມ ດື່ມນ້ຳກະທ້ອມ ຫຼາຍ ຈົນຖືກສົ່ງໄປປິ່ນປົວ ຢູ່ໂຮງໝໍມິດຕະພາບ 150 ຕຽງ ໃນນະຄອນຫຼວງວຽງຈັນ ສະເລ່ຍ 5 ຄົນຕໍ່ມື້. ມາຮອດຕົ້ນປີ 2025 ນີ້, ຊາວໜຸ່ມ ເກນອາຍຸດັ່ງກ່າວ ຍັງຄົງມົ້ວສຸມ ນ້ຳກະທ້ອມ ຢູ່ຄືເກົ່າ ແລະ ໄດ້ກິນນ້ຳກະທ້ອມ ຮ່ວມກັບ ຄອລລາເຈ້ນ ແລະ ຢາສູບໄຟຟ້າ ຈົນເຮັດໃຫ້ ມີອາການຮຸນແຮງ ຫົວໃຈເຕັ້ນໄວ, ຕາຄ້າງ ເຂົ້າຮັບການປິ່ນປົວ ຢູ່ຫ້ອງສຸກເສີນ ໂຮງໝໍມິດຕະພາບ ເປັນເວລາຫຼາຍມື້. ດັ່ງນາງພະຍາບານ ຢູ່ໂຮງໝໍມິດຕະພາບ 150 ຕຽງ ນາງໜຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 23 ມັງກອນ ນີ້ວ່າ:
“ນ້ຳທ້ອມນີ້, ກໍມີລະເວີຍ ບັກຫຼາຍໆ ສ່ວນຫຼາຍມາ ມັນກໍຮຸນແຮງເລີຍ, ແຕ່ສ່ວນຫຼາຍມານີ້ ເຮົາກໍເອົາທັນເນາະ ຖາມຜູ້ພາມາ ຫຼືວ່າ ຖາມຄົນເຈັບ ທີ່ວ່າ ເຂົາເຈົ້າສາມາດຕອບໄດ້ ຖາມໄດ້. ຕົ້ມເປັນໝໍ້ ເຂົາຕົ້ມເປັນໝໍ້, ໝໍ້ໃຫຍ່ໆ. ແມ່ນ, ຫົວໃຈຕີໄວ, ຕາຄ້າງ ມ່ານຕາດຳຍະ, ປະມານນັ້ນ.”
ຊາວໜຸ່ມລາວ ຫຼາຍຄົນ ທີ່ກິນ ແລະ ເສບຢາເສບຕິດ ຫຼາຍປະເພດ ພ້ອມກັນນັ້ນ ຮູ້ວ່າ ນ້ຳກະທ້ອມ ຄອລລາເຈ້ນ ແລະ ຢາສູບໄຟຟ້າ ຈັດເປັນຢາເສບຕິດ ຜິດກົດໝາຍ ໃນປະເທດລາວ ຈຶ່ງບໍ່ກ້າ ບອກທ່ານໝໍ ຕາມຄວາມຈິງວ່າ ກຸ່ມແກ໊ງ ຂອງຕົນເອງ ປະສົມຢາເສບຕິດ ຫຼາຍປະເພດຮ່ວມກັນ ແລ້ວກິນ ແລະ ສູບພ້ອມກັນ. ບາງກໍລະນີ, ເຖິງຂັ້ນຢຸດຫາຍໃຈ ຍ້ອນທ່ານໝໍ ບໍ່ໄດ້ຮັບຂໍ້ມູນ ຈາກກຸ່ມດັ່ງກ່າວ ວ່າ ໄດ້ກິນ ແລະ ເສບຢາເສບຕິດ ປະເພດໃດມາແດ່ ຈຶ່ງເຮັດໃຫ້ ການປິ່ນປົວ ເປັນໄປຢ່າງຫຼ້າຊ້າ. ດັ່ງທ່ານໝໍ ຢູ່ໂຮງໝໍມິດຕະພາບ 150 ຕຽງ ນາງໜຶ່ງ ກ່າວວ່າ:
“ເພາະວ່າ ເຮົາໄປງານ Party ມັນຈະມີຫຼາຍຢ່າງ ທີ່ເຂົາເຈົ້າ Mix ກັນ. ຈະເປັນເຫຼົ້າ, ຈະເປັນເບຍ, ຈະເປັນກະທ້ອມ, ຈະເປັນຢາສູບ, ພ໋ອດ, ອີ່ຫຍັງຕ່າງໆ ແລ້ວການໃຫ້ຂໍ້ມູນ ຂອງເຂົາ ເຮົາບໍ່ໄດ້ຊັດເຈນ ແລ້ວພວກເຮົາ ບໍ່ມີຕົວກວດວ່າ ເຂົາເຈົ້າກິນຫຍັງມາ ເພາະເຂົາບໍ່ບອກ ຂໍ້ມູນເຮົາແລ້ວວ່າ ເຂົາກິນທ້ອມ. ມັນບໍ່ແມ່ນວ່າ ເຂົາບໍ່ກິນເດ້, ບາງເທື່ອ ເຂົາເຈົ້າກິນ, ແຕ່ເຂົາບໍ່ໃຫ້ຂໍ້ມູນເຮົາ ເພາະເຂົາເລີ່ມ ໃຫ້ຂໍ້ມູນເຮົາ ເພາະເຂົາເລີ່ມຮູ້ໂຕເດ້ ມັນຜິດກົດໝາຍ, ແຕ່ວ່າ ຄົນໄຂ້ທີ່ມາ ດ້ວຍອາການມຶນເມົາແທ້ ມີບໍ່? ມີ ເຖິງຂັ້ນຢຸດຫັນໃຈພຸ້ນແຫຼະ.”
ຂະນະທີ່ ຢູ່ໂຮງໝໍມະໂຫສົດ ກໍຍັງມີຊາວໜຸ່ມລາວ ອາທິດລະ 1-2 ຄົນ ຫຼືປະມານ ເດືອນລະ 10 ປາຍຄົນ ເຂົ້າມາຮັບ ການປິ່ນປົວ ຢູ່ພະແນກສຸກເສີນ ຍ້ອນກິນນ້ຳກະທ້ອມ ແລະ ຄອລລາເຈ້ນ ລວມທັງສູບ ຢາສູບໄຟຟ້າ ພ້ອມກັນ ແລ້ວເຮັດໃຫ້ ຫົວໃຈເຕັ້ນໄວ ເກີດພາບຫຼອນ ເບື່ອເມົາ ງ່ວງຊຶມ. ໃນນັ້ນ, ຕ້ອງໄດ້ນອນພັກ ປິ່ນປົວຢູ່ໂຮງໝໍ ແລະ ບາງກໍລະນີ ເຖິງຂັ້ນເສຍຊີວິດ ນຳດ້ວຍ. ດັ່ງທ່ານໝໍ ໂຮງໝໍມະໂຫສົດ ທ່ານໜຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 23 ມັງກອນນີ້ວ່າ:
“ເພາະວ່າ ເຂົາກິນ ເຂົາບໍ່ກິນ ອັນດຽວເນາະ, ເຂົາກິນຫຼາຍອັນ, ຫັ້ນນ່າ. ທັງກະທ້ອມແດ່ ທັງຄອລລາເຈ້ນ ແດ່ ແລ້ວກໍທັງພ໋ອດ ແດ່. ຫົວໃຈເຕັ້ນໄວ ແລ້ວກໍເບື່ອເມົາ, ລະບົບປະສາດ ສຸກເສີນ ແລ້ວເມື່ອຍ ບໍ່ຮູ້ສະຕິ ມີຫຍັງນີ້ແຫຼະ, ຄືພາບຫຼອນ ພາບຫຼອນ ມີຫຍັງໄປຊັ້ນແຫຼະ, ບາງຄົນ ກໍນອນເປັນ 2-3 ມື້ພຸ້ນແຫຼະ. ປີກາຍນີ້, ມີເສຍຊີວິດ ກັບທີ່ ກໍມີ, ເຂົ້າມາ ເຮົາຮູ້ແຫຼະ ອາການມັນງ່ວງຊຶມ ເຂົາຈະກິນເປັນກຸ່ມ ເຂົາບໍ່ກິນຜູ້ດຽວດອກ.”
ນອກນັ້ນ, ຢາສູບໄຟຟ້າ ຍັງເຮັດໃຫ້ ຫາຍໃຈຍາກ ຫາຍໃຈຕິດຂັດ ຮ່າງກາຍຊຸດໂຊມ ອີກທັງສາມາດ ເປັນມະເຮັງປອດໄດ້ ນຳດ້ວຍ. ສ່ວນຄອລລາເຈ້ນ ທີ່ມີການແຕ່ງລົດຊາດ ໃຫ້ແຊບຂຶ້ນນັ້ນ, ແມ່ນມີສ່ວນປະສົມ ຂອງເຄຕາມີນ ແລະ ໂຄເຄນ, ເຊິ່ງຈະເຮັດໃຫ້ ຫົວໃຈຂາດເລືອດ ແລະ ຫົວໃຈເຕັ້ນໄວ. ທ່ານໝໍ ໂຮງໝໍມະໂຫສົດ ຜູ້ດຽວກັນນີ້ ທ່ານກ່າວວ່າ:
“ເປັນລະບົບຫາຍໃຈ ຫັ້ນແຫຼະ, ຊຸດໂຊມ, ເມື່ອຍ, ຫາຍໃຈບໍ່ຕິດ, ຫາຍໃຈຍາກ, ຫັ້ນນ່າ. ແລ້ວກໍສາມາດ ເປັນມະເຮັງປອດ ໄດ້. ຫາຍໃຈຝືດ, ເປັນອັກເສບປອດ, ສ່ອງປອດ ເຮົາກໍຮູ້ເລີຍວ່າ ສູບໄຟຟ້າບໍ່. ກາເຟມ່ວນ, ດຽວນີ້, ມິດແລ້ວ ສ່ວນຫຼາຍ ຄອລລາເຈ້ນ ມັນປະສົມພວກຢາ ketamine ພວກຢາບ້າ ນີ້ແຫຼະ ໂຄຂອກ, ໂຄເຄນ ມັນປະສົມ ມັນເບື່ອເມົາ. ລະບົບປະສາດນ່າ, ເກີນປະສາດຫຼອນ ປະສາດຫຍັງໄປ.”
ທາງທ່ານໝໍ ແລະ ນາງພະຍາບານ ຫຼາຍຄົນ ຂ້າງເທິງນີ້ ກ່າວຕົງກັນວ່າ ຜູ້ກິນ ແລະ ເສບຢາເສບຕິດ ຫຼາຍປະເພດ ພ້ອມກັນ ຈະເຮັດໃຫ້ຮ່າງກາຍ ມີລະດັບສານເສບຕິດ ທີ່ແຕກຕ່າງກັນ ຂຶ້ນຢູ່ກັບວ່າ ຜູ້ໃດກິນ ແລະ ເສບຢາເສບຕິດ ແຕ່ລະປະເພດ ຫຼາຍກວ່າກັນ ເປັນຕົ້ນ ນ້ຳກະທ້ອມ ເຮັດໃຫ້ ຫົວໃຈເຕັ້ນໄວ, ຕາຄ້າງ, ຄອລລາເຈ້ນ ແລະ ຢາສູບໄຟຟ້າ ເຮັດໃຫ້ຫົວໃຈ ເຕັ້ນບໍ່ປົກກະຕິ. ສະນັ້ນ, ເມື່ອນຳສານເສບຕິດ ທຸກຢ່າງ ມາປະສົມເຂົ້າກັນ ກໍຈະອອກລິດ ຢ່າງຮຸນແຮງ. ຜູ້ເສບແຕ່ລະຄົນ ຈະມີອາການ ແຕກຕ່າງກັນ ຂຶ້ນກັບປະລິມານ, ໄລຍະເວລາ ແລະ ສ່ວນປະກອບ ທີ່ໄດ້ຮັບ ແລະ ຫາກຮ່າງກາຍຜູ້ໃດ ບໍ່ແຂງແຮງ ກໍຈະມີໂອກາດ ເສຍຊີວິດສູງ.
ເມື່ອປີ 2023 ທີ່ຜ່ານມາ, ອົງການໄອຍະການ ປະຊາຊົນ ສູງສຸດ ກໍໄດ້ອອກຄຳສັ່ງ ດຳເນີນຄະດີ ຕໍ່ການປູກ, ຜະລິດ, ປຸງແຕ່ງ, ຄ້າຂາຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ຄອບຄອງ, ນຳເຂົ້າ, ສົ່ງອອກ, ເສບ ພືດທີ່ໃຫ້ສານເສບຕິດ ໃບກະທ້ອມ, ນ້ຳກະທ້ອມ ແລະ ຢາສູບໄຟຟ້າ.
ຂະນະທີ່ ທ່ານພົນໂທ ສຸວອນ ເລືອງບຸນມີ, ຮອງປະທານ ສະພາແຫ່ງຊາດ ກໍເຄີຍໄດ້ເນັ້ນ ໃຫ້ລັດຖະບານ ສືບຕໍ່ປັບປຸງ ນິຕິກຳ ແກ້ໄຂບັນຫາ ຢາເສບຕິດ ທີ່ເກີດຂຶ້ນໃໝ່ ເຊັ່ນ ນ້ຳໃບກະທ້ອມ, ຄອລລາເຈ້ນ, ຢາສູບໄຟຟ້າ, ກາເຟມ່ວນ ແລະ ປູມເປົ້າອາຍແກັສ ກະຕຸ້ນປະສາດ ແລະ ອື່ນໆ.