ຄົນຈີນທີ່ເຂົ້າມາທ່ຽວລາວ ມີເຊື້ອ ໄວຣັສ: ທາງການຈີນ
2020.02.04

ກົງສູນໃຫຍ່ຂອງຈີນ ປະຈໍາຫຼວງພຣະບາງ ໄດ້ແຈ້ງໃຫ້ຜແນກສາທາຣະນະສຸຂ ແຂວງຫຼວງພຣະບາງຊາບວ່າ ທ້າວ ຈັງປຽວ ສັນຊາດຈີນ ຖືກກວດພົບຕິດເຊື້ອໂຄໂຣນາ ສາຍພັນໃໝ່ ໃນມື້ວັນທີ 1 ກຸມພາ ນີ້ຢູ່ຈີນ. ເມື່ອທ້າຍເດືອນມົກຣາ ທີ່ຜ່ານມາ ຜູ້ກ່ຽວ ໄດ້ໄປທ່ອງທ່ຽວລາວ ພ້ອມກຸ່ມນັກທ່ອງທ່ຽວ 27 ຄົນ, ໄດ້ເດີນທາງໄປ ນະຄອນຫລວງວຽງຈັນ ໃນຕອນກາງຄືນວັນທີ 26 ມົກຣາ ແລ້ວໄປວັງວຽງ ໃນມື້ຕໍ່ມາ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ສາທາຣະນະສຸກ ແຂວງຫຼວງພຣະບາງ ຕໍ່ RFA ໃນມື້ວັນທີ 4 ກຸມພານີ້:
“ເພິ່ນບໍ່ໄດ້ພົບທີ່ບ້ານເຮົາ ເພິ່ນພົບຢູ່ຈີນພຸ້ນ ກົງສູນຈີນພຸ້ນແຈ້ງມາ ເຂົາໄປກວດວັນທີ 1 ເຂົາເຂົ້າມາຫາເຮົາວັນທີ 26 ເກັບອາການນີ້ຢູ່ ໃນຊ່ວງໄລຍະ 14 ມື້ ທີ່ວ່າຂະເຈົ້າໄປຮ້ານນັ້ນ ກັບແລ້ວທັງໝົດ ຫັ້ນແຫລະ.”
ທ່ານກ່າວຕື່ມວ່າ ຫລັງຈາກໄດ້ຮັບແຈ້ງຈາກ ຈີນ ແລ້ວກໍໄດ້ໃຫ້ທີມງານລົງໄປກວດກາ ເກັບຂໍ້ມູນຕາມສະຖານທີ່ຕ່າງໆ ບ່ອນທີ່ຄົນຈີນ ຜູ້ນັ້ນໄປທ່ຽວ ໂດຍມີການນໍາໃຊ້ມາຕການປ້ອງກັນ ແລະ ຈະເຝົ້າຣະວັງຄົນໃກ້ຊິດ ໃນໄລຍະ 14 ມື້ ຍ້ອນອາດມີຄົນຕິດເຊື້ອນັ້ນ:
“ກະສືບຖາມສະຖານທີ່ ທີ່ລາວໄປ ກະເກັບກໍາເຝົ້າຣະວັງ ຄົນທີ່ວ່າຢູ່ໃກ້ຊິດສັມຜັດຫັ້ນ ອາການຢູ່ໃນໄລຍະຊ່ວງ 14 ມື້ ສະຖານທີ່ຄົນຈີນ ທີ່ຂະເຈົ້າໄປຫັ້ນ.”
ແລະເຈົ້າໜ້າທີ່ສນາມບິນ ແຂວງຫຼວງພຣະບາງ ກໍກ່າວວ່າ ກຸ່ມນັກທ່ອງທ່ຽວຈີນ ທີ່ວ່ານັ້ນ ໄດ້ເດີນທາງຈາກສນາມບິນ ແຂວງຫຼວງພຣະບາງ ກັບປະເທດຈີນ ໃນວັນທີ 31 ມົກຣາ ຜ່ານມານີ້ ແລະ ໃນວັນທີ 26 ມົກຣາ ກໍໄດ້ມີການກວດ-ສະແກນ ພວກເຂົາເຈົ້າ ແຕ່ບໍ່ພົບເຊື້ອໄວຣັສ ໂຄໂຣນາ ສາຍພັນໃໝ່ ຊຶ່ງຄາດວ່າອາດຈະເປັນໄລຍະເພາະເຊື້ອ. ແລະໃນຂນະນີ້ ທາງສນາມບິນ ກໍລໍຖ້າໃຫ້ເຈົ້າໜ້າທີ່ ສາທາຣະນະສຸຂ ເຂົ້າມາຂ້າເຊື້ອໃນສນາມບິນ ແລະໄດ້ມີການນໍາໃຊ້ ມາຕການປ້ອງກັນ:
“ພວກເຮົາກະໄດ້ປ້ອງກັນປົກກະຕິຫັ້ນແຫລະ ກ່ຽວກັບປ້ອງກັນພຍາດນີ້ນະ ກະໃຫ້ທຸກຄົນມີການອະນາມັຍ ແລ້ວກະໃສ່ຜ້າປິດປາກ ໂຕນີ້ ເຮົາກໍາລັງລໍຖ້າ ສາທາຣະນະສຸຂ ຢູ່ສິມາຂ້າເຊື້ອ ເພາະວ່າຫາກໍໄດ້ຮັບຂ່າວ ມື້ວານນີ້.”
ແລະຕາມຄໍາເວົ້າຂອງເຈົ້າໜ້າທີ່ ກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ຕໍ່ RFA ພາຍຫລັງໄດ້ຮັບຂ່າວຈາກກົງສູນໃຫຍ່ຈີນ, ໄດ້ມີທີມງານລົງໄປກວດ ຕາມສະຖານທີ່ ແລະໂຮງແຮມ-ບ້ານພັກ ທີ່ກຸ່ມນັກທ່ອງທ່ຽວຈີນ ດັ່ງກ່າວເຂົ້າໄປພັກ. ໃນແຕ່ລະບ່ອນ ແຕ່ລະເຂດ ໃຫ້ເຮັດອະນາມັຍ ຂ້າເຊື້ອພະຍາດ:
“ກະໄດ້ໄປຕິດຕາມເຝົ້າຣະວັງສະຖານທີ່ ພັກຜ່ອນ ຕາມໂຮງແຮມ ແລ້ວກະຮ້ານອາຫານ ສວນສນຸກ ແຕ່ລະບ່ອນແຕ່ ລະຂດ ແລ້ວກກວດ ບໍ່ພົບເຊື້ອແຕ່ລະຄົນ ກະບໍ່ມີອາການຫຍັງແຕ່ວ່າເຮົາກະໄດ້ ສືບຕໍ່ເຝົ້າຣະວັງໃຫ້ຄົບ 14 ມື້.”
ທີ່ນະຄອນຫລວງວຽງຈັນ ບ່ອນທີ່ກຸ່ມຄົນຈີນດັ່ງກ່າວ ໄດ້ເດີນທາງໄປ ຄືສນາມບິນສາກົນວັດໄຕ ໂຮງແຮມພອນທິບ ພລາຊາ ສນາມຍິງປືນ 5 ເມສາ ຮ້ານອາຫານສວນດອກຈໍາປາ ຫໍພິພິຕພັນ ຮ້ານອາຫານແຫ່ງນຶ່ງຢູ່ແຄມຂອງ ທາດຫລວງ ປະຕູໄຊ ວັດສີເມືອງ. ຢູ່ແຂວງວຽງຈັນ ນອກຈາກເຂື່ອນນໍ້າງື່ມ ກໍຍັງໄດ້ໄປເມືອງວັງວຽງ ບ່ອນທີ່ພວກເຂົາໄດ້ໄປທ່ຽວ ມີຮວມທັງ ຮ້ານຂາຍສິນຄ້າ ODOP ຮ້ານອາຫານຈໍາປາຄໍາ ໂຮງແຮມ ຈໍາປາທອງ ນໍາດ້ວຍ.
ທີ່ ຫລວງພຣະບາງ ກໍມີຮວມທັງ ສວນຊ້າງ ສວນກາເຟ ຮ້ານອາຫານ ສວນວັທນະທັມ ຂີ່ເຮືອລ່ອງ ແມ່ນໍ້າຂອງ ພູສີ ຫໍພິພິຕພັນ ຫລວງພຣະບາງ ຕາດກວາງຊີ ຮ້ານອາຫານຊອນຊຽງ ໂຮງງານຜລິດຕະພັນ ຢາງພາລາ ສນາມບິນຫລວງພຣະບາງ.