ເມື່ອເດືອມົກຣາຜ່ານມານີ້, ເຈົ້າໜ້າທີ່ ກະຊວງສາທາຣະນະສຸຂ ໄດ້ລົງພື້ນທີ່ ໄປແຂວງອຸດົມໄຊ ເພື່ອເຮັດບົດບັນທຶກ ໃຫ້ຄລີນິກຈີນ 3 ແຫ່ງ ຢູ່ເມືອງໄຊ ໃຫ້ປິດແບບຖາວອນ ພາຍໃນ ວັນທີ 30 ເດືອນເມສາ ປີ 2018 ນີ້ ຫລັງຈາກ ກວດພົບວ່າ ຄລີນິກ ທັງ 3 ແຫ່ງ ລະເມິດຄໍາສັ່ງ ບໍ່ປິດ ບໍຣິການ ພາຍໃນທ້າຍປີ 2017 ຕາມທີ່ກະຊວງສາທາຣະສຸຂ ໄດ້ແຈ້ງການໄວ້, ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງອຸດົມໄຊ ກ່າວໃນວັນທີ 13 ກຸມພາ ນີ້ວ່າ:
“ເພີ່ນກໍາລັງ ສິປິດຢູ່ ເພີ່ນກໍໄປເຮັດບົດບັນທຶກ ຮອດມື້ລະ ຄັນວັນທີ 30 ເດືອນເມສາ ຖ້າບໍ່ປິດ ເຮົາກໍຈະເອົາ ເຈົ້າໜ້າທີ່ ໄປປະຕິບັດຕາມ ມາຕການ ເລີຍ ເອົາເຂົາເຈົ້າ ໄປກັກເລີຍ ແຫລະ.”
ເຈົ້າໜ້າທີ່ທ່ານນີ້ ອະທິບາຍວ່າ ຫລັງຈາກ ເຈົ້າໜ້າທີ່ ລົງໄປກວດກາແລ້ວ ເຈົ້າຂອງຄລີນິກຈີນ ທັງ 3 ແຫ່ງ ໄດ້ຮ້ອງຂໍ ໃຫ້ຕໍ່ເວລາ ໃຫ້ແກ່ ເຂົາເຈົ້າ ຕື່ມອີກ ຍ້ອນກໍາລັງເກັບມ້ຽນຢາ ແລະ ອຸປະກອນ ການປິ່ນປົວ ກັບເມືອປະເທດຈີນ ແຕ່ເມື່ອຮອດ ວັນທີ 30 ເມສາ ກໍຈະຕ້ອງ ປິດຄລີນິກ ຢ່າງ ແນ່ນອນ ຊື່ງເຈົ້າໜ້າທີ່ ທາງການ ກໍໂຍະຍານໃຫ້.
ເຖິງຢ່າງໃດກໍຕາມ, ກະຊວງສາທາຣະນະສຸຂ ມີຄໍາສັ່ງໃຫ້ ຄລີນິກຊາວຕ່າງປະເທດ ທີ່ເຂົ້າມາ ເປິດຄລີນິກ ໃນລາວ ໃຫ້ປິດພາຍໃນ ປີ 2017 ຍ້ອນ ບໍ່ມີໃບອະນຸຍາດ ຈາກກະຊວງສາທາຣະນະສຸຂ ຢ່າງຖືກຕ້ອງ ແລະ ຄລີນິກບາງແຫ່ງ ກໍມີ ການລະເມີດກົດຫມາຍ ເຊັ່ນ: ລັກ ບໍຣິການ ທໍາແທ້ງໃຫ້ແມ່ຍິງ ຈົນມີຜູ້ເສັຽຊີວິດ 1 ຄົນ ເມື່ອເດືອນ ພຶສພາ 2017.
ເມື່ອເດືອນທັນວາ ປີ 2017 ຄລີນິກຈີນ ແຫ່ງນື່ງ ຢູ່ບ້ານໂພນສະຫວັນ, ເມືອງແປກ, ແຂວງຊຽງຂວາງ ຖຶກທາງການ ສັ່ງປິດຢ່າງຖາວອນ ຍ້ອນລັກເອົາລູກອອກ ໃຫ້ແມ່ຍິງຖືພາ ໂດຍບໍ່ມີໃບອະນຸຍາດ. ປັຈຈຸບັນ ຄລີນິກ ໃນລາວ ຮວມທັງ ຂອງຄົນລາວ ແລະ ຕ່າງຊາດ ທີ່ມີໃບ ອະນຸຍາດ ຢ່າງຖືກຕ້ອງ ຈາກກະຊວງສາທາຣະນະສຸຂ ມີພຽງແຕ່ 3 ແຫ່ງ ເທົ່ານັ້ນ.