ໄຂ້ຫວັດນົກຢູ່ຈີນ ຕາຍອີກ 1 ຄົນ


2013.05.03
F-chicken-meat ມີໄກ່ເໜົ່າ ທີ່ຖືກນໍາເຂົ້າ ມາໃນລາວ ໃຫ້ພາກັນຣະວັງ
Image Source Page: lifeinanarv.blogspot.com

 

ຄົນຈີນ ເສັຍຊີວິດ ຕື່ມອີກ ຜູ້ນຶ່ງ ຍ້ອນໂຣກ ໄຂ້ຫວັດນົກ ສາຍພັນໃໝ່ ລວມ ຈົນເຖິງ ປັດຈຸບັນ ມີ ຄົນເສັຍ ຊີວິດແລ້ວ 27 ຄົນ ແລະ 120 ຄົນ ຕິດເຊື້ອໂຣກ ດັ່ງກ່າວ. ຜູ້ເສັຍ ຊີວິດ ຫລ້າສຸດ ມີ ອາຍຸ 55 ປີ ຢູ່ແຂວງຮູນັ່ນ ໃນພາກກາງ ຂອງຈີນ. ຜູ້ເສັຍ ຊີວິດ ແລະ ຕິດເຊື້ອໂຣກ ສ່ວນຫລາຍ ເປັນ ປະຊາຊົນຈີນ ທີ່ອາສັຍ ຢູ່ໃນພາກ ຕາວັນອອກ; ຜ່ານມາ ມີຄົນ ເສັຍຊີວິດ ຍ້ອນໂຣກນີ້ ຜູ້ດຽວ ທີ່ຢູ່ ນອກປະເທດ ຈີນ ແຜ່ນດິນ ໃຫຍ່; ນັ້ນກໍຄື ຊາວໃຕ້ຫວັນ ທີ່ຕິດເຊື້ອໂຣກ ມາຈາກຈີນ. ການຕິດແປດ ດັ່ງກ່າວ ໄດ້ເຮັດໃຫ້ ປະເທດ ໃກ້ຄຽງ ເພິ້ມການ ຣະມັດ ຣະວັງຂື້ນ; ຕົວຢ່າງລາວ ແລະ ວຽດນາມ ກໍປະກາດ ຫ້າມນຳເຂົ້າ ສັດປີກ ທຸກຊນິດ ຈາກຈີນ.

ເຖິງຢ່າງໃດ ກໍດີ ທາງການຈີນ ຣາຍງານ ໃໝ່ ຫລ້າສຸດວ່າ ຈຳນວນຄົນ ຕິດເຊື້ອໂຣກ ໄຂ້ຫວັດນົກ ສາຍພັນໃໝ່ ຢູ່ ບໍຣິເວນ ເມືອງຊຽງໄຮ້ ຫລຸດໜ້ອຍ ຖອຍລົງແລ້ວ. ເຖິງຈະມີ ຄົນເສັຍຊີວິດ ແລະ ຕິດເຊື້ອໂຣກ ຕື່ມກໍຕາມ ນັກວິທຍາສາດ ການແພດ ກໍຍັງບໍ່ ເຫັນ ຫລັກຖານ ທີ່ຢືນຢັນວ່າ ເຊື້ອໂຣກ ໄຂ້ຫວັດນົກ ສາຍພັນໃໝ່ນີ້ ສາມາດຕິດແປດ ຣະຫວ່າງ ຄົນໄດ້. ແຕ່ ນັກວິທຍາສາດ ຮູ້ວ່າ ໂຣກໄຂ້ຫວັດ ນົກຊະນິດໃໝ່ ເປັນໂຣກ ທີ່ຮ້າຍແຮງ ກວ່າ ສາຍພັນເກົ່າ. ໃນຂະນະນີ້ ນັກວິທຍາສາດ ຍັງວິຕົກ ກັງວົນ ຢ້ານໂຣກນີ້ ຈະແຜ່ຣະບາດ ຢ່າງວ່ອງໄວ.

ປັດຈຸບັນ ນັກວິທຍາສາດ ກຳລັງ ສຶກສາ ຄົ້ນຄວ້າ ເບິ່ງວ່າ ເປັນຫຍັງ ສະມາຊິກ ຄອບຄົວ ນຶ່ງໃນ ຈີນ ພາກັນ ຕິດເຊື້ອໂຣກ ສາຍພັນໃໝ່ ໝົດທຸກຄົນ? ແຕ່ລະຄົນໃນຄອບຄົວ ນີ້ຕິດມາຈາກ ໄກ່ ບໍ່? ຫລືມີການ ຕິດຕໍ່ກັນ ຈາກຄົນນຶ່ງ ໄປຫາອີກ ຄົນນຶ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.