ພາກເອກຊົນຊ່ອຍເຫຼືອ ຜູ້ລໍາບາກ ແຈກອາຫານ
2021.05.06

ປັດຈຸບັນຢູ່ປະເທດລາວ ຫຼາຍພາກສ່ວນເອກຊົນ ຊ່ອຍເຫລືອປະຊາຊົນ ທີ່ລໍາບາກ ແລະເດືອດຮ້ອນ ໃນໄລຍະທີ່ປິດບ້ານປິດເມືອງ ຢູ່ນີ້ໂດຍຮ່ວມໃຈກັນຊ່ອຍເຫລືອ ດ້ວຍການແບ່ງ ປັນເຂົ້າສານ ອາຫານແຫ້ງ ໃຫ້ຊາວບ້ານຕາມຈຸດຕ່າງໆ ແລະເຮັດຕູ້ປັນສຸກ ຊຶ່ງ ສ່ວນໃຫຍ່ ເງິນທຶນນັ້ນ ແມ່ນໄດ້ມາຈາກຜູ້ທີ່ມີເງິນ ຖານະລໍ້າລວຍ, ຜູ້ປະກອບການ, ນັກທຸຣະກິດ ທີ່ ໄດ້ຣະດົມກັນຊ່ອຍ ຍ້ອນໃນ ໄລຍະນີ້ ມີຜູ້ຄົນເດືອດຮ້ອນຫຼາຍ, ບໍ່ມີວຽກງານເຮັດ, ບໍ່ມີຣາຍໄດ້, ບໍ່ມີເງິນຊື້ອາຫານການກິນ ເຮັດໃຫ້ຊາວບ້ານ ຜູ້ເດືອດຮ້ອນ ກໍຮູ້ສຶກຍິນດີ ທີ່ໄດ້ຮັບ ການຊ່ອຍເຫຼືອນັ້ນ, ອີງຕາມຄໍາເວົ້າ ຂອງຜູ້ບໍຣິຈາກທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 6 ພຶສພາ ນີ້:
"ໂຄງການຕູ້ແບ່ງປັນຄວາມສຸກນີ້ ບໍ່ແມ່ນຫາກໍ່ມາເຮັດ ເຮົາເຮັດແຕ່ປີກາຍນີ້ແລ້ວ ຍ້ອນຄົນຕົກວຽກຕົກງານ ລັອກດາວ ບໍ່ມີວຽກເຮັດ ງານທໍາ ຄົນທຸກລໍາບາກຫຼາຍຄົນ ບໍ່ມີອາຫານ ແບບວ່ານັກທຸຣະກິດ ຫລືວ່າຫ້າງຮ້ານອາຫານຕ່າງໆ ກໍສົນໃຈຢາກຈະເຮັດ ທຸກຄົນມີ ສ່ວນຮ່ວມ ທຶນເອກຊົນ 100% ແລະ ການຕອບຮັບນີ້ດີຫຼາຍ ສຽງສະທ້ອນກໍດີຫຼາຍແບບວ່າ ຄົນມີອາຫານການກິນ."
ຜູ້ບໍຣິຈາກອີກທ່ານນຶ່ງກໍເວົ້າວ່າ ສາເຫດທີ່ຕົນໄປຊ່ອຍເຫລືອ ແຈກເຂົ້າສານ ອາຫານແຫ້ງ ໃຫ້ຊາວບ້ານນັ້ນ ກໍຍ້ອນວ່າ ໃນໄລຍະນີ້ ທາງການສັ່ງປິດບ້ານປິດເມືອງ ເພື່ອປ້ອງກັນ ການແພ່ຣະບາດຂອງ ໂຄວິດ-19 ທີ່ເຮັດໃຫ້ຫຼາຍຄົນຫວ່າງງານ ໂດຍສະເພາະຄົນຫາ ເຊົ້າກິນຄໍ່າ ອອກໄປເຮັດວຽກເຮັດງານບໍ່ໄດ້ ບໍ່ມີເງິນຊື້ເຂົ້າກິນ ດັ່ງທີ່ທ່ານກ່າວວ່າ:
“ເພາະໄລຍະນີ້ ມັນກໍຄືເຮົາຮູ້ຫັ້ນລະເດ໋ ຕົກຢູ່ໃນສະພາບວິກິດເນາະ ທຸກຄົນມັນຕົກການ ໂດຍສະເພາະແມ່ນຄົນຫາເຊົ້າກິນຄໍ່າ ມັນບໍ່ມີ ເຂົ້າກິນຫັ້ນ ເຂົາຖືກພັກວຽກເດ໋ ກໍໄດ້ໄປ ຊ່ວຍເຫລືອເນາະ ເພື່ອນມະນຸດດ້ວຍກັນ ບາດນີ້ກໍມີແຕ່ນັກທຸຣະກິດນີ້ແຫຼະ ຜູ້ເພິ່ນມີເງິນ ຫ້າງຮ້ານຢູ່ນໍາບ້ານເຮົາແຫຼະ ມີເມດຕາສົງສານ ເຫັນຄົນທີ່ວ່າຂາດເຂີນເນາະ ກໍໄດ້ຍື່ນມື ມາຊ່ວຍຫັ້ນເນາະ.”
ໃນຂນະດຽວກັນ ຊາວບ້ານທີ່ເດືອດຮ້ອນຫຼາຍຄົນ ກໍເວົ້າວ່າ ຜູ້ທີ່ຊ່ອຍເຫລືອນັ້ນ ສ່ວນໃຫຍ່ແມ່ນໜ່ວຍງານເອກຊົນ ຮ່ວມໃຈກັນ ຣະດົມທຶນຊ່ອຍເຫລືອຜູ້ລໍາບາກ ໃນໄລຍະປິດບ້ານ ປິດເມືອງນີ້ ເພາະຫຼາຍຄົນບໍ່ໄດ້ເຮັດວຽກ ເຮັດງານ ໂດຍສະເພາະຄົນຫາ ເຊົ້າກິນຄໍ່າ ດັ່ງຊາວບ້ານ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ສ່ວນຫຼາຍໝວດເອກຊົນ ເຂົາເຈົ້າກໍຊ່ວຍຫຼາຍເດ້ ກະຫຼາຍບ່ອນ ບາງເທື່ອກໍຄົນທີ່ຂະເຈົ້າມີເງິນມີຫຍັງ ເຂົາເຈົ້າຊື້ເຂົ້າຊື້ນໍ້າມາແລ້ວ ກໍເຮັດເປັນຖົງໆຢາຍ ບາງຄົນມັນຫາຊື້ເຂົ້າ ກະບໍ່ມີລະເນາະ ບາງຄົນເຂົາເຮັດວຽກ ໂຮງງານໂຮງຈັກຫຍັງ ເຂົາບໍ່ໄດ້ເຮັດວຽກເດ້ ເດືອດຮ້ອນແລ້ວ ວຽກເຂົາເຈົ້າກໍບໍ່ໄດ້ເຮັດເດ້.”
ທີ່ແຂວງສວັນນະເຂດ ຊາວບ້ານທ່ານນຶ່ງເວົ້າວ່າ ຊາວບ້ານຫຼາຍຄົນກໍຢາກໃຫ້ ພາກຣັຖ ທີີ່ກ່ຽວຂ້ອງ ມາຊ່ອຍເຫລືອ ແຈກເຂົ້າສານ ອາຫານແຫ້ງ ໃຫ້ປະຊາຊົນ ຜູ້ທຸກຍາກລໍາບາກ ບໍ່ມີວຽກເຮັດງານທໍາ, ຜູ້ຫາເຊົ້າກິນຄໍ່າ, ຜູ້ທີ່ຂາດເຂີນນໍາດ້ວຍ ເຖິງແມ່ນວ່າຈະມີ ພາກເອກຊົນ ຍື່ນມືເຂົ້າມາຊ່ອຍເຫລືອ ແຈກເຂົ້າສານ ອາຫານແຫ້ງກໍດີ ດັ່ງທີ່ທ່ານກ່າວວ່າ:
“ອັນນີ້ຈະເປັນຂອງບຸກຄົນ ທີ່ເຂົາເຈົ້າມີເງິນ ແລ້ວກໍຢາກເຮັດຄວາມດີ ແຕ່ວ່າທາງພາກຣັຖ ກໍຍັງບໍ່ມີແບບຊີ້ເທື່ອຢາກໃຫ້ທາງພາກ ຣັຖນີ້ຊ່່ອຍພວກທີ່ຍາກຈົນ ກະມີຈໍານວນນຶ່ງທີ່ວ່າ ພວກຄອບຄົວກັມກອນ ພວກທີ່ຫວ່າງວຽກ ຊ່ວງນີ້ກໍບໍ່ມີວຽກງານທໍາ ຮັບຈ້າງກິນ ຣາຍວັນຫັ້ນນ່າ ທຸກຍາກອີ່ຫລີທີ່ຂາດເຂີນ.”
ທີ່ນະຄອນຫລວງພຣະບາງ ຊາວບ້ານຜູ້ນຶ່ງກໍເວົ້າ ໃນທໍານອງດຽວກັນນັ້ນວ່າ ປັດຈຸບັນ ຍັງບໍ່ເຫັນທາງພາກຣັຖ ຈະຊ່ອຍເຫລືອໃນ ເຣື່ອງການແຈກຢາຍ ເຂົ້າສານອາຫານແຫ້ງ, ມີແຕ່ໃຫ້ພາກເອກຊົນ ຊ່ອຍເຫລືອປະຊາຊົນກັນເອງ ຊຶ່ງຕົນກໍຢາກໃຫ້ທາງພາກຣັຖ ຊ່ອຍເຫລືອ ໃນດ້ານອາຫານການກິນ ໃນໄລຍະ ປິດບ້ານ ປິດເມືອງນີ້ ດັ່ງທີ່ທ່ານກ່າວວ່າ:
“ການເດືອດຮ້ອນ ອາຫານການກິນນີ໋ ກໍບໍ່ເຫັນພາກຣັຖ ເພິ່ນວ່າຍັງເທື່ອຫັ້ນນ່າ ກະມີແຕ່ວ່າຜູ້ໃດມີ ກໍຊ່ວຍເຫລືອກັນຊຸກຍູ້ກັນໄປ ເປັນໄປໄດ້ນີ໋ ກໍຢາກໃຫ້ພາກຣັຖ ເພິ່ນມາແຈກ ເຄື່ອງຂອງຫັ້ນນ່າ.”
ກ່ຽວກັບເຣື່ອງການແຈກເຄື່ອງຂອງ ໃຫ້ຊາວບ້ານຜູ້ເດືອດຮ້ອນນ ທີ່ວ່ານີ້ ເຈົ້າໜ້າທີ່ແຮງງານ ແລະສວັດດິການສັງຄົມ ຢູ່ນະຄອນ ຫຼວງວຽງຈັນທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ວ່າປັດຈຸບັນ ຍັງບໍ່ທັນມີແຜນ ຂອງທາງພາກຣັຖອອກ ມາເທື່ອ, ບໍ່ຮູ້ນໍາເພິ່ນ ດັ່ງທີ່ທ່ານກ່າວວ່າ:
”ອັນນີ້ກໍຍັງບໍ່ຮູ້ນໍາເພິ່ນເທື່ອ ຍັງບໍ່ທັນມີແຜນຫຍັງອອກມາເທື່ອ ບໍ່ເຫັນເພິ່ນວ່າຈັ່ງໃດເທື່ອ ອັນຈໍານວນທີ່ເຂົ້າປະກັນສັງຄົມ ມັນກໍມີ ອົງການປະກັນສັງຄົມຕິ ເຂົາເຈົ້າກໍຈະມີແຜນ ເຂົາເຈົ້າ ຊົດເຊີຍໃຫ້ຕາມຫລັງເບາະ.”
ແລະເຈົ້າໜ້າທີ່ແຮງງານ ແລະສວັດດິການສັງຄົມ ຢູ່ແຂວງສວັນນະເຂດ ຜູ້ຂໍສງວນຊື່ ຄືກັນນັ້ນ ກໍເວົ້າວ່າ ທາງແຂວງນີ້ປະຕິບັດ ຕາມແຈ້ງການ ຂອງກະຊວງແຮງງານ ແລະ ສວັດດິການສັງຄົມ ທີ່ໃຫ້ເກັບກໍາຂໍ້ມູນ ຜູ້ຫວ່າງງານ, ຜູ້ທຸກຍາກ ແລະ ຜູ້ໄດ້ຮັບ ຜົລກະທົບ ຢູ່ແຕ່ລະບ້ານ ແຕ່ລະເມືອງ, ນອກນັ້ນ ຍັງບໍ່ມີແຜນຫຍັງ ດັ່ງທີ່ທ່ານກ່າວວ່າ:
“ໂຕນີ້ຫັ້ນທາງກະຊວງ ເພິ່ນແຈ້ງລົງມາຢູ່ ມີແຕ່ເກັບກໍາຂໍ້ມູນແຕ່ລະບ້ານ ແຕ່ລະເມືອງຫັ້ນ ຜູ້ອອກແຮງງານເຮົານີ້ ຍັງຂາດຣາຍຮັບ ກໍາລັງຕຽມແຈ້ງໃຫ້ແຕ່ລະເມືອງ ໃຫ້ເກັບກໍາ ຂໍ້ມູນເອົາ.”
ກະຊວງແຮງງານ ແລະສວັດດິການສັງຄົມ ໄດ້ອອກແຈ້ງການ ໃນມື້ວັນທີ 5 ພຶສພາ ນີ້ໃຫ້ບັນດາຜແນກແຮງງານ ແລະສວັດດິການ ສັງຄົມ ແຕ່ລະແຂວງ ເກັບກໍາຂໍ້ມູນ ຜູ້ທີ່ໄດ້ຮັບ ຜົນກະທົບ ຈາກການແຜ່ຣະບາດ ຂອງໂຄວິດ-19 ໂດຍສະເພາະຄົນງານ ທີ່ຢູ່ນອກ ຣະບົບ ປະກັນສັງຄົມ ແລະ ຜູ້ທຸກຍາກ ຊຶ່ງຊ້າສຸດໃຫ້ໄດ້ ບໍ່ເກີນວັນທີ 15 ພຶສພາ ນີ້ ເພື່ອສັງລວມ ຣາຍງານໃຫ້ຣັຖບານ ຫາວິທີ ຊ່ອຍເຫລືອ ໃນຂັ້ນຕໍ່ໄປ.