ຂ.ຈໍາປາສັກ ກວດເຊື້ອໂຄວິດ-19 ຢູ່ ສູນກັກໂຕ

ແຂວງຈຳປາສັກ ເລັ່ງກວດ ເຊື້ອໂຄວິດ-19 ຢູ່ ສູນກັກໂຕ ແລະ ດ່ານວັງເຕົ່າ-ຊ່ອງເມັກ ທາງການລາວ ປະກາດ ລ໋ອກດາວ 14 ມື້.

ວັນທີ 18 ກໍຣະກະດາ 2021, ແຂວງຈຳປາສັກ ໄດ້ຮັບຕຽງນອນ ສໍາລັບຄົນເຈັບພຍາດໂຄວິດ-19 100 ຊຸດ ຈາກນະຄອນຫຼວງວຽງຈັນ ພາບຈາກ: ສວຈ

ຄະນະສະເພາະກິຈປ້ອງກັນໂຄວິດ-19 ແຂວງຈຳປາສັກ ແຈ້ງການມາຕການປ້ອງກັນໂຄວິດ-19 ເພີ່ມຕື່ມໂດຍຫ້າມເຈົ້າໜ້າທີ່ໃນສູນ ກັກໂຕຄົນງານລາວ ທີ່ກັບມາຈາກຕ່າງປະເທດ ຢູ່ຫຼັກ 21 ທັງສອງແຫ່ງອອກຈາກສູນ ຍົກເວັ້ນຈະໄດ້ຮັບອະນຸຍາດ ຈາກພາກສ່ວນທີ ກ່ຽວຂ້ອງ ແລະ ໃຫ້ເກັບໂຕຢ່າງເຈົ້າໜ້າທີ່ ແລະ ຄົນງານລາວທຸກຄົນຄືນໃໝ່ ທັງໝົດຍ້ອນມີ ການຕິດເຊື້ອຊໍ້າຊ້ອນ ເພາະມີຄົນງານ ຫຼາຍເກີນໄປ ເຮັດໃຫ້ບ່ອນພັກແອອັດ ແລະ ຄົນງານລາວທີ່ກັບຈາກຕ່າງປະເທດ ຢູ່ສູນກັກບໍຣິເວນດັ່ງກ່າວ ກໍຍັງມີການໄປມາຫາສູ່ ພົວພັນ ແລະ ກິນເຂົ້ານໍາກັນ.

ເບື້ອງຕົ້ນເຈົ້າໜ້າທີ່ ກໍມີການຫ້າມ ແຕ່ກໍບໍ່ຄ່ອຍຟັງ ທັງເຈົ້າໜ້າທີ່ ກໍຍັງບໍ່ພຽງພໍ ຈຶ່ງມີຄວາມຫຍຸ້ງຍາກຫຼາຍ, ດັ່ງ ດຣ.ວຽງສີ ສຸພັກດີ ຫົວໜ້າຜແນກສາທາຣະນະສຸຂ ແຂວງຈຳປາສັກ ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນ ໃນວັນທີ 09 ກໍຣະກະດາ ວ່າ.

"ສູນກຈຳກັດບໍຣິເວນຫຼັກ 21ນີ້ ທັງສອງແຫ່ງນັ້ນພວກເຮົາກໍຈະໄດ້ກວດຫາເຊື້ອທັງໝົດ ເຫັນວ່າປັດຈຸບັນກໍເປັນເຂດແດງຢູ່ສອງແຫ່ງ ມີການຕິດເຊື້ອຊໍ້າຊ້ອນ ເນື່ອງຈາກວ່າແຮງງານຫຼາຍເກີນໄປ ບໍ່ມີບ່ອນຢູ່ບ່ອນເຊົາ ຄົນກະໄປມາຫາສູ່ກັນ ຢູ່ຫັ້ນ ກິນເຂົ້າພົວພັນກັນ ຫ້າມກໍບໍ່ໄດ້ ເຈົ້າໜ້າທີ່ເຮົາກໍນ້ອຍ ເຮັດການຄວບຄຸມຄຸ້ມຄອງຫຍຸ້ງຍາກຫຼາຍ."

ທ່ານໄດ້ກ່າວຕື່ມວ່າ ສ່ວນເຈົ້າໜ້າທີ່ ດ່ານວັງເຕົ່າ-ຊ່ອງເມັກ ກໍໃຫ້ກວດກາຫາເຊື້ອໂຄວິດ-19 ຄືນໃໝ່ທັງໝົດຄືກັນ ແລະໃຫ້ຈຳກັດ ຢູແຕ່ໃນບໍຣິເວນພາຍໃນ 14 ມື້ຍ້ອນວ່າໃນວັນທີ 18 ກໍຣະກະດາ 2021 ກວດພົບເຈົ້າໜ້າທີ່ແພດແລະໝໍ ທີ່ກັ່ນກອງຄົນງານລາວ ກັບມາຈາກຕ່າງປະເທດ ຈຳນວນ 4 ຄົນ ຕິດເຊື້ອໂຄວິດ-19 ເຊິ່ງໃນໄລຍະ 2 ຫາ 3 ມື້ນີ້ ຄາດວ່າຈະກວດຫາເຊື້ອໂຄວິດ-19 ຄືນໃໝ່ທັງໝົດ ທັງຢູ່ສູນຫຼັກ 21 ທັງສອງແຫ່ງນໍາດ້ວຍ ກໍຈະໄດ້ທຳຄວາມສະອາດໃໝ່ ພ້ອມທັງພົ່ນຢາຂ້າເຊື້ອ.

ຈາກນັ້ນຈະປ່ຽນທີມງານ ເຈົ້າໜ້າທີ່ແພດ-ໝໍ, ຕຳຣວດ, ທະຫານໃໝ່ໄປປະຕິບັດໜ້າທີ່ແທນ ແລະ ໃຫ້ທີມງານເກົ່າກັບມາກັກໂຕ ຖ້າຫາກຜູ້ໃດຕິດເຊື້ອໂຄວິດ-19 ກໍຕ້ອງຖືກແຍກໄປປິ່ນປົວ ຕາມສະຖານທີ່ທີ່ທາງການກຳນົດໄວ້.

"ສ່ວນດ່ານວັງເຕົ່າ-ຊ່ອງເມັກ ຖືວ່າເປັນເຂດແດງແລ້ວ ຢູ່ຫັ້ນ, ເນື່ອງຈາກວ່າມັນມີການຕິດເຊື້ອໃສ່ເຈົ້າໜ້າທີ່ ຄືມື້ວານກະ 4 ຄົນ ກໍແມ່ນພະນັກງານແພດເຮົາເຮັດໜ້າ ທີ່ກັ່ນກອງ ແຮງງານທີ່ເຂົ້າມາໃນແຕ່ລະວັນ ຫັ້ນສະນັ້ນແລ້ວໃນ 2-3 ມື້ ພວກເຮົາຈະໄດ້ປ່ຽນ ທີມໃໝ່ ພະນັກງານແພດ-ໝໍ ທີ່ເອົາໄປປະຈຳຢູ່ຫັ້ນ ເຈົ້າໜ້າທີ່ຕຳຣວດທະຫານຊາຍແດນຫັ້ນ ຕ້ອງແມ່ນໃໝ່ທັງໝົດ ໝາຍຄວາມວ່າ ເປັນຄົນປອດເຊື້ອ ຈຶ່ງເອົາເຂົ້າໄປຫັ້ນ."

ຂນະທີ່ເຈົ້າໜ້າທີ່ສະເພາະກິຈ ແຂວງຈຳປາສັກ ຜູ້ຂໍສງວນຊື່ ແລະຕຳແໜ່ງກ່າວໃນມື້ດຽວກັນວ່າ ທາງການໄດ້ແຈ້ງການມາຕການ ປ້ອງກັນໂຄວິດ-19 ເພີ່ມຕື່ມນັ້ນຍ້ອນພົບແພດ ແລະໝໍ ຕິດເຊື້ອໂຄວິດ-19 ຢູ່ດ່ານວັງເຕົ່າ-ຊ່ອງເມັກ ແລະ ພາຍໃນສູນຫຼັກ 21 ກໍມີການຕິດເຊື້ອເພີ່ມ ດັ່ງທີ່ທາງການແຂວງຈຳປາສັກ ຖແລງຂ່າວ ເຊິ່ງກໍຈະມີການກວດຫາເຊື້ອ ຄືນໃໝ່ທັງໝົດຜູ້ໃດຕິດເຊື້ອ ໂຄວິດ-19 ກໍແຍກໂຕໄປປິ່ນປົວຖ້າຫາກຄົບ 14 ວັນ ແລ້ວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ກໍໃຫ້ອອກໄປກັກໂຕ ຢູ່ເມືອງຕໍ່ອີກ 14 ວັນ ເພື່ອຮັບປະກັນຈະບໍ່ນໍາ ເຊື້ອໄປແຜ່ກະຈາຍພາຍໃນຊຸມຊົນ.

ເບື້ອງຕົ້ນທາງການກໍມີແຜນຮັບມືຢູ່ ໃນການຫາສະຖານທີ່ກັກໂຕຄົນງານລາວ ທີ່ກັບມາຈາກຕ່າງປະເທດ ເພາະຢູ່ສູນຫຼັກ 21 ທັງສອງ ແຫ່ງສາມາດຮອງຮັບຄົນງານທີ່ຈະເຂົ້າ ມາກັກໂຕໄດ້ປະມານ 1,500 ຄົນ ແລະ ກໍມີແຜນຈະຂຍາຍທີ່ປິ່ນປົວເພີ່ມຕື່ມ ຢູ່ເພາະເຫັນວ່າໃກ້ຈະເຕັມແລ້ວ ແລະ ຄາດວ່າຄົນງານລາວ ຈະກັບມາຈາກໄທຍ ຫຼາຍກວ່ານີ້.

"ທີ່ເຮົາກໍໄດ້ຖແລງຂ່າວເບື້ອງຕົ້ນຫັ້ນແລ້ວ ໂຕນີ້ແມ່ນຕິດຢູ່ດ່ານ ທີ່ເຮົາກັ່ນຕອງຢູ່ຊ່ອງເມັກ-ວັງເຕົ່າ ມັນເວົ້າເຣື່ອງສະພາບຄວາມ ຈຳເປັນຄົນລາວກັບມາຈາກໄທຍ ເຮົາກໍຕ້ອງໄດ້ຮັບ ບໍ່ຮັບບໍ່ໄດ້ສູນຫຼັກ 21ສອງຈຸດນີ້ ສາມາດໄດ້ 1,500 ຄົນ ກະມີສູນ ຂອງ ໂພນທອງເນາະ ເພິ່ນກໍຕຽມໂຮງຮຽນໄວ້ສອງຈຸດ. ປັດຈຸບັນນີ້ຖາມວ່າສູນກັກໂຕ ກັກບໍຣິເວັນ ເຕັມບໍ່, ກໍເຕັມ ແຕ່ວ່າເຮົາກໍຕ້ອງຫາ ບ່ອນຮອງຮັບ ເພີ່ມຕື່ມອີກການນຳເພິ່ນ ກໍຍັງຄົ້ນຄວ້າຢູ່."

ໃນຂນະດຽວກັນ ຄະນະສະເພາະກິຈປ້ອງກັນໂຄວິດ-19 ສູນກາງ ໄດ້ແຈ້ງການສືບຕໍ່ມາຕການປ້ອງໂຄວິດ-19 ຕື່ມ ຕາມຄຳສັ່ງ ຂອງນາຍົກຣັຖມົນຕຣີເລກທີ 15/ນຍ ພາຍຫຼັງຄົບ ກຳນົດ 14 ມື້ແລ້ວ ໂດຍເຣີ່ມຕັ້ງແຕ່ ວັນທີ 20 ກໍຣະກະດາ ຫາ ວັນທີ 03 ສິງຫາ 2021 ເຊິ່ງທາງການກໍຍັງໃຫ້ສືບຕໍ່ ປິດຮ້ານກິນດື່ມ, ຮ້ານອິນເຕີເນັດ, ຫ້າມຫຼີ້ນກິລາ ທີ່ມີການສັມຜັດ ໃກ້ຊິດກັນ, ປິດ ໂຮງງານອຸດສາຫະກັມ ໃນເຂດບ້ານແດງ, ຫ້າມປະຊາຊົນເດີນທາງເຂົ້າ-ອອກ ເຂດ ບ້ານແດງ ແລະ ຫ້າມຈັດງານລ້ຽງສັງສັນ.

ສ່ວນມາຕການຜ່ອນຜັນໃໝ່ ອະນຸຍາດໃຫ້ເປີດ ບໍຣິການສູນກິລາໃນຮົ່ມ ພື້ນທີ່ ທີ່ບໍ່ມີການແຜ່ຣະບາດ ຂອງໂຄວິດ-19 ແຕ່ຕ້ອງໄດ້ ຮັບອະນຸຍາດຢ່າງຖືກຕ້ອງຕາມກົດໝາຽ. ອະນຸ ຍາດໃຫ້ເປີດຮ້ານນວດໄດ້ ແຕ່ຕ້ອງສັກວັກຊິນໃຫ້ຄົບ 2 ເຂັມ ແລະ ປິດກ່ອນ 8 ໂມງແລງ ແລະ ອະນຸຍາດໃຫ້ເປີດຊັ້ນຮຽນ ອາຊີວະສຶກສາ, ການສຶກສາຄຣູ ແລະ ການສຶກສາຊັ້ນສູງ ເທົ່ານັ້ນຢູ່ນະຄອນຫຼວງ ວຽງຈັນ ໂດຍໃຫ້ຈັດຫ້ອງຮຽນ ແບບຮັກສາໄລຍະຫ່າງ ແລະ ປະຕິບັດ ຕາມມາຕການປ້ອງກັນ ເຊື້ອໂຄວິດ-19 ດັ່ງ, ຍານາງ ທິບພະກອນ ຈັນທະວົງສາ ຮອງ ຣັຖມົນຕຣີ ຮອງຫົວໜ້າຫ້ອງວ່າການ ສຳນັກງານນາຍົກຣັຖມົນຕຣີ ຜູ້ປະຈຳການຫົວໜ້າກອງ ເລຂາຄະນະ ສະເພາະກິຈປ້ອງກັນ ໂຄວິດ-19 ກ່າວວ່າ.

"ມາຕການຜ່ອນຜັນໃໝ່ ນຶ່ງ-ອະນຸຍາດໃຫ້ສູນກິລາໃນຮົ່ມ ແລະ ກາງແຈ້ງ ທຸກປະເພດທີ່ບໍ່ມີການຣະບາດ ໃນຊຸມຊົນເປີດບໍຣິການໄດ້, ສອງ- ອະນຸຍາດໃຫ້ເປີດຮ້ານນວດ ຜູ້ໃຫ້ ບໍຣິການ ແລະໃຊ້ບໍຣິການຕ້ອງໄດ້ ຮັບວັກຊິນຄົບໂດສ, ສາມ- ອະນຸຍາດໃຫ້ເປີດຊັ້ນຮຽນ ຊີວະສຶກສາ ການສຶກສາຄຣູ ແລະ ການສຶກສາຊັ້ນສູງ ທຸກຊັ້ນ ຢູ່ນະຄອນຫຼວງວຽງຈັນ."

ນອກຈາກນີ້ທາງການລາວ ກໍກວດພົບຜູ້ຕິດເຊື້ອໂຄວິດ-19 ຣາຍໃໝ່ເພີ່ມອີກ 114 ຄົນ ຈາກ ຜົລການກວດວິເຄາະທັງໝົດ 1,199 ໂຕຢ່າງຂອງວັນທີ 18 ກໍຣະກະດາ ເຊິ່ງໃນນັ້ນ ແຂວງຈຳປາສັກຕິດເຊື້ອ 43 ຄົນ, ສວັນນະເຂດຕິດເຊື້ອ 65 ຄົນ, ແຂວງຄຳມ່ວນ ຕິດເຊື້ອ 2 ຄົນ, ນະຄອນຫຼວງວຽງຈັນຕິດເຊື້ອ 3 ຄົນ ແລະ ແຂວງບໍລິຄຳໄຊຕິດເຊື້ອ 1 ຄົນ. ດັ່ງ ດຣ.ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມ ພຍາດຕິດຕໍ່ກະຊວງສາທາຣະນະສຸຂ ໄດ້ຖແລງຂ່າວຕໍ່ສື່ມວນຊົນ ໃນວັນທີ 19 ກໍຣະກະດາ ວ່າ.

"ມື້ວານນີ້ ທົ່ວປະເທດໄດ້ມີການເກັບໂຕຢ່າງ ມາກວດວິເຄາະທັງໝົດ 1.199 ໂຕຢ່າງ ເຊິ່ງໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 114 ຄົນ ແມ່ນກໍຣະນີທີ່ເດີນທາງ ເຂົ້າປະເທດທັງໝົດ ບໍ່ມີການຕິດເຊື້ອໃນຊຸມຊົນ."

ອີງຕາມການຣາຍງານ ຂອງຄະນະສະເພາະກິຈ ປ້ອງກັນໂຄວິດ-19 ໃນວັນທີ 19 ກໍຣະກະດາ 2021 ນີ້ ຣາຍງານວ່າມາຮອດ ປັດຈຸບັນ ມີຜູ້ໄດ້ຮັບການກວດ ວິເຄາະຫາເຊື້ອ ໂຄວິດ-19 ທັງໝົດ 3 ແສນປາຍຄົນ ໃນນັ້ນພົບຜູ້ຕິດເຊື້ອສະສົມ 3,540 ຄົນ ເສັຽຊີວິດສະສົມ 5 ຄົນ ປິ່ນປົວເຊົາ 2,311 ຄົນ ແລະ ກຳລັງປິ່ນປົວ ແລະ ຕິດຕາມອາການ ຢູ່ໂຮງໝໍ 1,224 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org