ທາງການລາວ ຣະວັງ ຫລາຍຂຶ້ນ ເປັນພິເສດ ໃນການ ປ້ອງກັນ ພຍາດ ອີໂບລາ ໃນ ຣະຫວ່າງ ກອງປະຊຸມ ຣັຖສະພາ ຣະຫວ່າງ ປະເທສ ຫລື AIPA ຊຶ່ງ ຈະຈັດຂຶ້ນ ຢູ່ ນະຄອນ ຫລວງ ວຽງຈັນ ແຕ່ວັນທີ 14 ເຖິງວັນທີ 20 ກັນຍາ ນີ້. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ອາວຸໂສ ລາວ.
ພວກ ທ່ານໝໍ ແລະ ທິມງານ ການແພດ ອື່ນໆ ຈະເອົໃຈໃສ່ ຣະມັດ ຣະວັງ ຕິດຕາມ ເປັນພິເສດ ເພື່ອປ້ອງກັນ ບໍ່ໃຫ້ເຊື້ອ ພຍາດ ອີໂບລາ ທີ່ ອັນຕະລາຍ ນີ້ ຣະບາດ ຂຶ້ນໄດ້ ໃນ ຣະຫວ່າງ ກອງປະຊຸມ AIPA.
ກອງປະຊຸມ ຣັຖສະພາ ຣະຫວ່າງ ປະເທສ ຄັ້ງນີ້ ຈະມີຄນະ ຜູ້ແທນ ປະເທສ ສະມາຊິກ ອາຊຽນ ໃນຣະຫວ່າງ 300 ຫາ 350 ຄົນ ເຂົ້າຮ່ວມ. ພ້ອມກັນນັ້ນ ກໍຈະມີ ຜູ້ ສັງເກດການ ຈາກ ຫລາຍປະເທສ ແລະ ແຂກທີ່ຖືກເຊີນ ອື່ນໆອີກ ຄາດວ່າຈະມາ ເຂົ້າຮ່ວມ ກອງປະຊຸມ ເປັນ ເວລາ 7 ວັນນີ້.
ມາຕການ ປ້ອງກັນ ພຍາດ ອີໂບລາ ກໍຄື ຖ້າຫາກວ່າ ຄົນໂດຍສານ ຮວມທັງ ຜູ້ແທນ AIPA ທີ່ ມາເຖິງດ່ານ ຊາຍແດນ ຫລື ສນາມບິນ ສາກົນ ແລ້ວ ຫາກ ເຄື່ອງກວດ ພຍາດ ພົບວ່າ ມີ ອາການໄຂ້ ອຸນນະພູມ ຮ່າງກາຍ ເກີນ 38 ອົງສາ ແຊນຊຽດ ຂຶ້ນໄປ ຈະຕ້ອງໄດ້ ນໍາໄປກວດ ສຸຂພາບ.
ດຣ. ອິນລາວັນ ແກ້ວບຸນພັນ ຮອງ ຣັຖມົນຕຣີ ກະຊວງ ສາທາຣະນະສຸກ ກ່າວວ່າ ຈະຈັດສົ່ງ ເຈົ້າໜ້າທີ່ ແພດ ໄປປະຈໍາ ຢູ່ດ່ານ ຊາຍແດນ ສໍາຄັນ ແລະ ສນາມບິນ ຕ່າງໆ ເພື່ອ ປະຕິບັດ ໜ້າທີ່ ປ້ອງກັນ ພຍາດ ອີໂບລາ ເຖິງແມ່ນວ່າ ໃນ ປັດນຸບັນ ຍັງບໍ່ມີ ກໍຣະນີ ຜູ້ຕິດເຊື້ອ ພຍາດນີ້ ຢູ່ ປະເທສລາວ ກໍຕາມ.
ທ່ານ ໃນຖານະ ເປັນທັງ ຫົວໜ້າ ອະນຸ ກັມການ ດ້ານ ສຸຂພາບ ສໍາລັບ ຮັບໃຊ້ ກອງປະຊຸມ AIPA ເວົ້າວ່າ ທິມແພດ ໄດ້ຖືກຝຶກ ອົບຮົມ ເພື່ອປ້ອງ ກັນພຍາດນີ້ ໄວ້ແລ້ວ.