ພຍາດຜິວໜັງອັກເສບຕິດຕໍ່ ງົວ-ຄວາຍ ຣະບາດຢູ່ຫຼາຍບ້ານ ຫຼາຍເມືອງຂອງລາວ ຮວມທັງຢູ່ບ້ານໂນນອຸດົມ ເມືອງອຸທຸມພອນ ແຂວງສວັນນະເຂດ ທີ່ຄອບຄົວນຶ່ງມີ ງົວ 5-6 ໂຕ ອອກຕຸ່ມ, ທໍາອິດ 2-3 ຕຸ່ມ ແລະໄດ້ໃຫ້ກິນຢາປົວ. ຫຼັງຈາກນັ້ນ 4-5 ມື້ ຕໍ່ມາ ໄດ້ເກີດຕຸ່ມເຕັມໂຕ, ງົວມີອາການຊຶງ ແລະ ບໍ່ກິນຫຍ້າ ແຕ່ປິ່ນປົວທັນ ແລະອາທິດນຶ່ງຜ່ານໄປ ກໍມີງົວນ້ອຍ 3 ໂຕ ຂອງເພື່ອນບ້ານ ທີ່ມີຄອກຢູ່ໃກ້ກັນ ໄດ້ຕາຍຍ້ອນພຍາດຕິດຕໍ່ດັ່ງກ່າວ ເພາະປິ່ນປົວບໍ່ທັນ, ອີງຕາມຄໍາເວົ້າຂອງເຈົ້າຂອງງົວ ຢູ່ ບ້ານໂນນອຸດົມ ເມືອງ ອຸທຸມພອນ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 2 ມິຖຸນາ 2021 ນີ້:
”ແຖວນາໃກ້ໆນີ້ ງົວນ້ອຍລາວເປັນ (ພຍາດ) 3 ໂຕ ຕາຍ 3 ໂຕແລ້ວ ນາຂ້າງໆ ເຮືອນຂ້າງໆເປັນໝົດນະ ເປັນທົ່ວບ້ານນີ້ແຫຼະ ມັນໄປນໍາທົ່ງນໍາຫຍັງມັນກໍຕິດ ແລ້ວກໍຕິດນໍາ ແມງໝີ່ ແມງວັນ ໂຕແມງກິນເລືອດຫັ້ນແຫຼະ ມັນກັດໂຕມັນເປັນ ມັນກະມາກັດໂຕນີ້ ມັນກໍເປັນຄືຍຸງຫັ້ນແຫຼະ ທົ່ວປະເທດລາວແລ້ວ ເພາະໃນກຸ່ມການກະເສດອີ່ຫຍັງນະ ເຂົາກໍມີແຕ່ໂພສຮູບ ມີແຕ່ງົວເປັນຕຸ່ມໝົດ.”
ນາງກ່າວຕື່ມວ່າ ສະເພາະງົວຂອງຕົນ ທີ່ໄດ້ປິ່ນປົວຕາມຄໍາແນະນໍາ ຂອງສັຕວະແພດປະຈໍາເມືອງ ມີອາການດີຂຶ້ນແລ້ວ ແລະວ່າ ບໍ່ແມ່ນແຕ່ຢູ່ບ້ານໂນນອຸດົມ ນີ້ເທົ່ານັ້ນ ທີ່ງົວ-ຄວາມ ຕິດພຍາດຜິວໜັງ ອັກເສບຕິດຕໍ່ ແຕ່ຢູ່ບ້ານໂນນສະຫວ່າງ ກໍມີງົວ-ຄວາຍ ຕິດພຍາດທີ່ວ່ານີ້ເຊັ່ນກັນ.
ແລະຜູ້ລ້ຽງງົວຢູ່ບ້ານແສນດິນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກໍເວົ້າວ່າ ງົວຂອງຕົນ ແລະຂອງໝູ່ຢູ່ບ້ານປາກແຮດ ແລະ ບ້ານຮ່ອງງົວ ກໍຕິດພຍາດຜິວໜັງອັກເສບ ຕິດຕໍ່ງົວ-ຄວາຍ ທັງໝົດ 16-17 ໂຕ, ອອກຕຸ່ມເປັນໜອງຕາມໂຕ, ມີອາການຊຶງ, ບໍ່ກິນ ຫຍ້າ ແລະວ່າ ມາເຖິງປັດຈຸບັນ ພຍາດດັ່ງກ່າວນີ້ ຍັງບໍ່ເຖິງຂັ້ນແຜ່ຣະບາດໄປຫຼາຍ ຍ້ອນ ງົວ-ຄວາຍ ຕິດພຍາດນີ້ ບ້ານລະ 3-4 ໂຕເທົ່ານັ້ນ ແລະເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍມາສັກຢາໃຫ້ ແລະແຍກງົວທີ່ຕິດພຍາດນັ້ນອອກ ໄດ້ທັນ; ດັ່ງທີ່ທ່ານກ່າວໃນມື້ດຽວກັນ ນີ້ວ່າ:
“ເອີ ມັນກໍມີ ເອີ ມັນບໍ່ຫຼາຍ ມີບ້ານລະເລັກລະໜ້ອຍນີ້ແຫຼະ ມັນຈະເປັນຫຼັກສິບ ຫຼັກຮ້ອຍຫຍັງ 3-4 ໂຕນີ້ລະຕໍ່ບ້ານ.”
ຢູ່ບ້ານຫາດກັນຊາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ອໍານາດການປົກຄອງບ້ານ ເວົ້າວ່າ ຕັ້ງແຕ່ທ້າຍເດືອນ ເມສາ ຫາຕົ້ນເດືອນ ພຶສພາ ທີ່ຜ່ານມາ ຢູ່ພາຍໃນ ບ້ານນີ້ມີງົວ-ຄວາຍ 10 ປາຍໂຕ ຕິດພຍາດຜິວໜັງອັກເສບຕິດຕໍ່, ແຕ່ມາເຖິງ ປັດຈຸບັນ ມີອາການດີຂຶ້ນຫຼາຍໂຕແລ້ວ ພາຍຫຼັງທີ່ ຜູ້ເປັນເຈົ້າຂອງໄດ້ຊື້ຢາມາປິ່ນປົວ.
“ດຽວນີ້ກໍຄືວ່າ ຫຼຸດຜ່ອນແລ້ວນະ ດຽວນີ້ບໍ່ໄດ້ຍິນວ່າ ປະຊາຊົນວ່າງົວເປັນແລ້ວ ດຽວນີ້. ຫວ່າງຫັ້ນໄດ້ຍິນແທ້ ເປັນຕຸ່ມເປັນໂປໆ ເຕັມຕົວພຸ້ນແຫຼະ ແລ້ວໝໍນອກ ເພິ່ນກໍມາສັກຢາ ແລ້ວເພິ່ນກໍມີຢາທາ ແບບນໍ້າ ນໍ້າສີມ່ວງນະ ທາໃຫ້. ໝໍແບບວ່າ ໝໍງົວໝໍຄວາຍ ຢູ່ນໍາບ້ານ ນໍາຫຍັງຫັ້ນນ່າ ເຂົາເຈົ້າສ່ວນຫຼາຍ ປະຊາຊົນມັກເອົາຈັ່ງຊັ້ນ ສິເອົາໝໍຣັດ ໝໍຫຍັງນີ໋ ທັມດາ ມັນເປັນພາກ ບ້ານສເນີ ເນາະ ໝໍຣັຖ ສິຂຶ້ນແຜນໃຫ້ລົງມາສັກນີ໋ ມັນບໍ່ທັນໃຈ ຂອງປະຊາຊົນ.”
ທ່ານກ່າວຕື່ມວ່າໃນຈໍານວນງົວ-ຄວາຍ 10 ປາຍໂຕ ທີ່ຕິດເຊື້ອພຍາດນັ້ນມີງົວນ້ອຍ 2-3 ໂຕຕາຍ ຍ້ອນຊາວບ້ານຫາໝໍມາປິ່ນປົວ ບໍ່ທັນ. ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຫ້ອງການ ກະສິກັມ ແລະປ່າໄມ້ ເມືອງອຸທຸມພອນ ແຂວງ ສວັນນະເຂດ ເວົ້າວ່າ ໃນເມືອງນີ້ ພຍາດຜິວໜັງອັກເສບຕິດຕໍ່ ງົວ-ຄວາຍ ຣະບາດບໍ່ຫຼາຍ ບ້ານລະ 2-3 ໂຕ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍມາສັກຢາປິ່ນປົວໃຫ້ ໂດຍທີ່ຜູ້ເປັນເຈົ້າຂອງ ງົວ-ຄວາຍ ເປັນຜູ້ເສັຍຄ່າປິ່ນປົວເອົາເອງ ຍ້ອນວ່າທາງການຍັງບໍ່ສາມາດ ຊ່ອຍເຫຼືອໄດ້ ດັ່ງທີ່ທ່ານກ່າວວ່າ:
“ບາງບ້ານກໍ 2 ໂຕ 3 ໂຕ ແຕ່ວ່າມັນຍັງບໍ່ທັນເປັນຫຼາຍ ແຕ່ວ່າກໍາລັງເປັນຢູ່ຊ່ວງນີ້. ດຽວນີ້ ປະຊາຊົນເຂົາມາຫາ ໃຫ້ສັຕວະແພດ ເມືອງເຮົານີ້ ໄປຊື້ເອົາຢາ ທີ່ມາກັນ ພໍໄດ້ວ່າສັກໂຕນີ້ ເຂົາເຫັນວ່າ ເອີ ສັກໂຕນີ້ ມັນຖືກມັນດີ ເຂົາເອົາເງິນຈ່າຍຄ່າຢາ ໃຫ້ອ້າຍນ້ອງ ລົງໄປສັກເທົ່ານັ້ນ. ມີແຕ່ແຜນປ້ອງກັນ ກໍມີແຕ່ວ່າ ແຈ້ງໄປວ່າ ວ່າບ້ານໃດທີ່ເຫັນງົວວ່າ ຜິດປົກຕິເປັນຕຸ່ມ ໃຫ້ຂຸ້ນຂ້ຽວແຍກຈາກໝູ່ ແລ້ວໄປປິ່ນປົວ ໂຕມັນເປັນ.”
ທ່ານກ່າວຕື່ມວ່າ ພຍາດຕິດຕໍ່ທີ່ວ່ານີ້ ເປັນພຍາດຕິດຕໍ່ຣະຫວ່າງສັດຕໍ່ສັດ, ຍັງບໍ່ສາມາດຕິດຕໍ່ຈາກສັດໄປສູ່ຄົນໄດ້. ການແຜ່ຣະບາດ ຂອງພຍາດດັ່ງກ່າວ ແມ່ນຍ້ອນແມງວັນ, ຮີ້ນ ແລະ ຍ້ອນການສີກັນ, ຊົນກັນ ແລະວ່າສໍາລັບສາເຫດຂອງການເກີດພຍາດນີ້ ທາງ ຜູ້ຊ່ຽວຊານ ປະຈໍາແຂວງ ຍັງບໍ່ສາມາດຮູ້ໄດ້, ຍັງຢູ່ໃນຣະຫວ່າງໄລຍະ ຄົ້ນຄວ້າວິຈັຍຢູູ່.
ຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ຫ້ອງການກະສິກັມ ແລະປ່າໄມ້ ເມືອງເວົ້າວ່າ ເຈົ້າໜ້າທີ່ທີ່ກ່ຽວຂ້ອງເມືອງ ໄດ້ໄປສັກຢາ ແລະຕິດຕາມເຝົ້າຣະວັງ ອາການຂອງ ງົວ-ຄວາຍ ຢູ່ບ້ານປາກແຮດ, ບ້ານແສນດິນ ແລະ ບ້ານຮ່ອງງົວ ທັງໝົດ 16-17 ໂຕ. ແຕ່ຄ່າໃຊ້ຈ່າຍໃນການສັກວິຕາມິນ ສັກຢາແກ້ອັກເສບ ແລະ ສັກຢາລົດໄຂ້ໃຫ້ສັດນັ້ນ ແມ່ນ ເຈົ້າຂອງສັດເປັນຜູ້ ຈ່າຍເອງ ເຂັມນຶ່ງແຕ່ 5 ພັນຫາ 10 ພັນກີບ, ງົວໂຕນຶ່ງຈະສັກ ປະມານ 10 ເຂັມຕໍ່ 3 ມື້ ຂຶ້ນຢູ່ກັບອາການ ຂອງແຕ່ລະໂຕ:
“ເພາະວ່າເຮົາຍັງບໍ່ມີງົປເດ໋ ພຍາດຜິວໜັງຫັ້ນແຫຼະ ກໍຕ້ອງໄປສັກມັນ. ສ່ວນຫຼາຍເຮົາບໍ່ມີຢາປິ່ນປົວເດ໋. ພຍາດນີ້ນະ ເຮົາຕ້ອງໄດ້ ປິ່ນປົວຕາມອາການມັນເດ໋. ມັນເປັນໄຂ້ເຮົາ ກໍສັກຢາລົດໄຂ້ ມັນເມື່ອຍມັນອ່ອນເພັຽ ເຮົາກໍສັກວິຕາມີນໃສ່. ຜິວໜັງອັກເສບ ເຮົາ ກໍສັກຢາຜິວໜັງຫັ້ນ ໃສ່ຕ້ານເຊື້ອ.”
ນາງກ່າວຕື່ມວ່າ ຫ້ອງການກະສິກັມ ແລະ ປ່າໄມ້ ເມືອງ ຍັງບໍ່ທັນໄດ້ຮັບຣາຍງານວ່າມີ ງົວ-ຄວາຍ ຕາຍຍ້ອນພຍາດນັ້ນເທື່ອ ແລະ ພຍາດນີ້ຍັງບໍ່ທັນຣະບາດຫຼາຍ, ສາມາດຄວບຄຸມ ໄດ້ຢູ່.
ແລະເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກະຊວງກະສິກັມ ແລະປ່າໄມ້ໄດ້ກ່າວວ່າ ວັນທີ 25 ພຶສພາ 2021 ໄດ້ໄປເກັບຕົວຢ່າງຈາກງົວ-ຄວາຍ ຢູ່ ຟາມລ້ຽງງົວ ບ້ານນາຍາງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທີ່ອອກຕຸ່ມ, ບໍ່ກິນຫຍ້າ ປະມານ 10 ປາຍໂຕ ເພື່ອນໍາມາ ຄົ້ນຄວ້າວິຈັຍ ແຕ່ຍັງບໍ່ສາມາດຣະບຸໄດ້ວ່າ ແມ່ນພຍາດຫຍັງແທ້ ຍ້ອນບໍ່ເຄີຍເຫັນພຍາດແບບນີ້ ມາກ່ອນ, ຕ້ອງໄດ້ລໍຖ້າເຄື່ອງວິຈັຍ ມາກ່ອນຈຶ່ງຈະຮູ້ໄດ້ ດັ່ງທີ່ທ່ານກ່າວວ່າ:
“ເຮົາຍັງສັ່ງເຄື່ອງມາກວດຢູ່. ຖ້າຟັງເບິ່ງຜົລ. ມີຜູ້ຣາຍງານມາຢູ່ວ່າ ສົງສັຍວ່າ ລໍາປິສກິນ ແຕ່ເຮົາຍັງບໍ່ທັນຄອນເຟີມເທື່ອ ບໍ່ເຄີຍ ເຫັນມາກ່ອນ ບໍ່ມີຜ່ານມາ.”
ເພື່ອປ້ອງກັນການຣະບາດຂອງ ພຍາດຜິວໜັງອັກເສບຕິດຕໍ່ ງົວ-ຄວາຍ ຢູ່ລາວ ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກັມ ແລະ ປ່າໄມ້ ໄດ້ອອກແຈ້ງການໃນມື້ວັນທີ 31 ພຶສພາ 2021 ຫ້າມບໍ່ໃຫ້ປະຊາຊົນ ແລະຜູ້ປະກອບການລ້ຽງງົວ-ຄວາຍ ໃນທົ່ວ ປະເທດ ນໍາເຂົ້າ ແລະສົ່ງອອກ ຫລື ສັ່ງຜ່ານປະເທດໃກ້ຄຽງ ຢ່າງເດັດຂາດ ແລະຫ້າມບໍ່ໃຫ້ມີການ ເຄື່ອນຍ້າຍງົວ-ຄວາຍ ຢູ່ພາຍໃນປະເທດ ຊົ່ວຄາວ ຄືຫ້າມບໍ່ໃຫ້ເຄື່ອນຍ້າຍ ຣະຫວ່າງບ້ານຕໍ່ບ້ານ, ເມືອງຕໍ່ເມືອງ ແລະ ແຂວງຕໍ່ແຂວງ ແຕ່ວັນທີ 31 ພຶສພາ ເຖິງວັນທີ 30 ມິຖຸນາ 2021 ນີ້.